ໜ່ວຍຊາວໜຸ່ມພະແນກພະລາທິການເປີດກອງປະຊຸມໃຫຍ່ຄັ້ງທີ II
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 73 ຄັ້ງ | ເວລາ | 2023-04-11 06:11:23
ໃນວັນທີ 30 ມີນາ ຜ່ານມານີ້, ໜ່ວຍຊາວໜຸ່ມພະແນກພະລາທິການກອງພັນໃຫຍ່ 202 ກອງພົນທີ 2 ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໂດຍການເຂົ້າຮ່ວມມີ ສະຫາຍພັນໂທ ອູ່ທອງ ມະໂນລາດ ເລຂາໜ່ວຍພັກ ຫົວໜ້າພະແນກການເມືອງກອງພັນໃຫຍ່ 202, ມີສະຫາຍ ພັນຕີ ຄຳສີ ແກ້ວຕັນລາ ຫົວໜ້າຂະແໜງອຸປະໂພກ-ບໍລິໂພກ ພະແນກພະລາທິການ ກອງພັນໃຫຍ່ 202, ມີບັນດາຄະນະໜ່ວຍຊາວໜຸ່ມອ້ອມຂ້າງ, ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພັນຕີ ບຸນເຫຼືອ ຊື່ນພັນ ເລຂາໜ່ວຍຊາວໜຸ່ມ ພະແນກພະລາທິການ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້. ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍຊາວໜຸ່ມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນຫຼັກ, ເພື່ອແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມຮັບຮູ້ເຊື່ອມຊຶມຕໍ່ແຜນນະໂຍບາຍຂອງພັກ-ລັດ ແລະ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງວາງອອກ, ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ,ປະຕິບັດຂໍ້ກຳນົດກົດລະບຽບຂອງສູນກາງຊາວໜຸ່ມ, ປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ 2 ສາມັກຄີ 3 ດີ 4ພັດທະນາ. ຊາວໜຸ່ມແມ່ນກຳລັງແຮງຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ປະຕິບັດບັດມະຕິ VIII ຂອງສູນກາງຊາວໜຸຸ່ມປະຊົນປະຕິວັດລາວວາງອອກ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນກົມກອງ ແລະ ສືບຕໍ່ປະຕິບັດແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດທີ່ດີໃຫ້ປອດໃສເຂັ້ມແຂງ ເປັນຕົ້ນແມ່ນຕີຖອຍບັນຫາຢາເສບຕິດຢຶດໝັ້ນຕໍ່ການນຳພາຂອງພັກມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແລະ ສ້າງຄວາມສາມັກຄີພົວພັນລະຫວ່າງໜ່ວຍຕໍ່ໜ່ວຍ, ກົມກອງຕໍ່ກົມກອງ ແລະ ໜ່ວຍຮາກຖານຕ່າງໆເພື່ອແລກປ່ຽນບົດຮຽນເສີມສ້າງສາຍພົວພັນທີ່ດີເຂົ້າໃນການປັບປຸງພັດທະນາການຈັດຕັ້ງຂອງຕົນໃຫ້ດີຂຶ້ນ.
ຜ່ານການຈັດຕັ້ງປະຕິບັດໜ້າທີ່ດັ່ງກ່າວ, ສາມາດຄັດເລືອກໄດ້ສະມາຊິກຊາວໜຸ່ມປະເພດແຂງ 45 ສະຫາຍ ຍິງ 2 ສະຫາຍ ສະເລ່ຍ 88,23%, ປະເພດກາງ 6 ສະຫາຍ ສະເລ່ຍ 11,76%. ກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງສອງພາກ ພ້ອມນີ້ຍັງໄດ້ປ່ອນບັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.
ສະຫາຍ ພັນໂທ ອູ່ທອງ ມະໂນລາດ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊຸດໃໝ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການປັບປຸງພັດທະນາອົງການຈັດຕັ້ງຂອງຕົນໃຫ້ມີຄວາມກ້າວໜ້າ,ເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຈັດຕັ້ງປະຕິບັດລະບຽບຫຼັກການຂອງຊາວໜຸ່ມປົກປັກຮັກສາມູນເຊື້ອຄວາມສາມັກຄີອັນດີງາມຂອງຊາວໜຸ່ມໄວ້ໃຫ້ໝັ້ນຄົງຕະຫຼອດໄປ, ພ້ອມກັນປະຕິບັດແຜນການຄາດໝາຍສູ້ຊົນຂອງ ໜ່ວຍວາງອອກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ຮ້ອຍຕີ ຄຳຊາຍ ກວ່າງຄຸນສີ).
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- >>ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສອງພົວພັນສອງຝ່າຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສູນນະວັດຕະກຳຊໍາຊຸງເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມຊ
- >>ກູດກີບມ້າຊ່ວຍປົວຕັບອັກເສບ
- >>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- >>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>Twitter suspends journalists from NYT, Washington Post and others covering Elon Musk: Report
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ