ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
ເຜີຍແຜ່ໂດຍ: editor|ຢ້ຽມຊົມ: 693 ຄັ້ງ | ເວລາ | 2023-11-04 08:34:28
ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດງານລ້ຽງສະເຫຼີມສະຫຼອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ - ສປປ ລາວ ແລະ ໂຄງການການຮ່ວມມືດ້ານເຕັກນິກ-ເສດຖະກິດ ອິນເດຍ (ITEC) ໃນວັນທີ 6 ຕຸລາ 2023 ທີ່ນະຄອນຫຼວງວຽງຈັນ ເພື່ອເປັນການພົບປະແລກປ່ຽນປະສົບການ ກັບບັນດາສິດເກົ່ານັກສາສຶກ ໂຄງການ ITEC ແລະ ການສະໜອງທຶນການສຶກສາໄລຍະຍາວ (ICCR).
ທ່ານ ພຸດ ສິມມາລະວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການສ້າງຕັ້ງສາຍພົວພັນດ້ານການທູດ ລະຫວ່າງ ລາວ-ອິນເດຍ ສ້າງຕັ້ງຂຶ້ນຕັ້ງແຕ່ປີ 1956, ມີການແລກປ່ຽນຢ້ຽມຢາມການນຳລະດັບສູງ ລະຫວ່າງສອງປະເທດ, ຮ່ວມແບ່ງປັນສາຍພົວພັນມິດຕະພາບທີ່ຍາວນານ ແລະ ຕ່າງຝ່າຍຕ່າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ໄລຍະຜ່ານມາ, ລັດຖະບານອິນເດຍ ໄດ້ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ ພາຍໃຕ້ໂຄງການການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດ ອິນເດຍ. ພ້ອມທັງສະໜອງທຶນໄລຍະສັ້ນ, ໄລຍະຍາວ ລວມທັງໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ພະນັກງານ-ລັດຖະກອນລາວ ເພື່ອຝຶກອົບຮົມໃນຫຼັກສູດຕ່າງໆ ຢູ່ປະເທດອິນເດຍ ຕິດພັນກັບການຊ່ວຍເຫຼືອຮ່ວມມືດ້ານເຕັກນິກ ແລະ ວິຊາການ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງດ້ານການພັດທະນາຊັບພະຍາກອນມະນຸດຂອງລາວ.
ທ່ານ ປຣາຊານ ອາກຣາວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ປະເທດອິນເດຍ ແລະ ປະເທດລາວ ໄດ້ຮ່ວມປະຫວັດສາດການເຊື່ອມໂຍງ ດ້ານສາສະໜາ, ວັດທະນາທຳ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນ ກັບປະຊາຊົນທີ່ຍາວນານກວ່າ 2.500 ປີ. ການສ້າງຕັ້ງສາຍພົວພັນທາງດ້ານການທູດຕັ້ງແຕ່ປີ 1956 ລະຫວ່າງສອງປະເທດຂອງພວກເຮົາ. ການຮ່ວມມືດ້ານພັດທະນາປະເທດອິນເດຍ ກັບ ສປປ ລາວ ປະກອບມີ 3 ພາກສ່ວນຫຼັກກໍຄື: ໂຄງການຝຶກອົບຮົມການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາກອນທີ່ມີຊື່ວ່າ: ໂຄງການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດອິນເດຍ ແລະ ການສະໜອງທຶນການສຶກສາໄລຍະຍາວ, ໂຄງການວົງເງິນສິນເຊື່ອ (LOC) ຫຼື ເງິນກູ້ດອກເບ້ຍຕໍາ, ການສ້າງສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ, ສູນຝຶກອົບຮົມ ແລະ ພັດທະນາ ຊອບແວ ລາວ-ອິນເດຍ ແລະ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ. ພ້ອມກັນນັ້ນ, ຍັງມີໂຄງການອະນຸລັກບູລະນະຟື້ນຟູເມືອງມໍລະດົກ ທີ່ຮັບຮອງໂດຍອົງການ UNESCO ເຊັ່ນ: ວັດພູຈຳປາສັກ ໂດຍຜູ້ຊ່ຽວຊານນັກສຳຫຼວດ ດ້ານບູຮານນະຄະດີ ພາຍໃຕ້ໂຄງການ ITEC ອີກດ້ວຍ.
ໂຄງການການຝຶກອົບຮົມ ການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາກອນ ITEC ແມ່ນເລີ່ມຂຶ້ນຕັ້ງແຕ່ເດືອນກັນຍາ 1964 ມີຈຸດປະສົງແບ່ງປັນປະສົບການ ແລະ ພັດທະນາ ໃຫ້ແກ່ບັນດາປະເທດກຳລັງພັດທະນາ ບົນຫຼັກການການຮ່ວມມື ແລະ ຄູ່ຮ່ວມພັດທະນາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທີ່ສາມາດຍົກລະດັບທັກສະເປົ້າໝາຍຄວາມອາດສາມາດ ໃນການພັດທະນາອາຊີບຂອງພະນັກງານ ທີ່ກ່ຽວຂ້ອງກັບໜ້າວຽກທີ່ຕົນເອງຮັບຜິດຊອບ. ປັດຈຸບັນ ມີພະນັກງານ ແລະ ນັກສຶກສາລາວຫຼາຍກວ່າ 1.500 ຄົນ ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ. ປະເທດອິນເດຍຈະສືບຕໍ່ເປັນຄູ່ຮ່ວມພັດທະນາກັບ ສປປ ລາວ ແລະ ຫວັງຢ່າງຍິ່ງວ່ານັກສຶກສາ, ພະນັກງານ-ລັດຖະກອນ ແລະ ອາຈານ ລາວ ຈະເຂົ້າຮ່ວມໂຄງການດັ່ງກ່າວຫຼາຍຍິ່ງຂຶ້ນໃນອະນາຄົດ, ເຊິ່ງພາກສ່ວນຝຶກອົບຮົມປະກອບມີ: ປັນຍາປະດິດ (AI), ຫຸ່ນຍົນ, ການສ້າງພື້ນຖານໂຄງລ່າງດີຈິຕອນ ແລະ ອາວະກາດ.
ໃນໂອກາດດຽວກັນ, ທ່ານທູດ ປຣາຊານ ອາກຣາວາລ ຕາງໜ້າໃຫ້ລັດຖະບານອິນເດຍ ມອບປີ້ຍົນໃຫ້ນັກສາສຶກ ແລະ ພະນັກງານຂອງລາວ ທີ່ໄດ້ທຶນໄປຝຶກອົບຮົມໄລຍະສັ້ນ ຢູ່ນ້ອຍດາ ປະເທດອິນເດຍ ຈຳນວນ 5 ຄົນຕື່ມອີກ.
(ຂ່າວ-ພາບ:ຂປລ)
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ