ກອງປະຊຸມ ຄະນະເຈົ້າໜ້າທີ່ອາວຸໂສ ດ້ານໂທລະຄົມມະນາຄົມ - ສະພາດັດສົມໂທລະຄົມ 2017 ແລະ ກອງປະຊຸມປິ່ນອ້ອມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 53 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄະນະເຈົ້າໜ້າທີ່ອາວຸໂສ ດ້ານໂທລະຄົມມະນາຄົມ - ສະພາດັດສົມໂທລະຄົມ 2017 ແລະ ກອງປະຊຸມປິ່ນອ້ອມ (TELSOM-ATRC Joint Working Group 2017 and Related Meeting with Dialogue Partner) ຕາມຮອບວຽນຂອງອາຊຽນຂຶ້ນ ໃນລະຫວ່າງວັນທີ 09-11 ພຶດສະພາ 2017, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງເຈົ້າໜ້າທີ່ອາວຸໂສໂທລະຄົມມະນາຄົມ ບຣູໄນ, ໃຫ້ກຽດກ່າວເປີດກອງປະຊຸມໂດຍ ຫົວໜ້າກົມແຜນການ ແລະ ການຮ່ວມມື (ກຜຮ), ກະຊວງ ປທສ, ເຈົ້າໜ້າທີ່ອາວຸໂສໂທລະຄົມມະນາຄົມ ສປປ ລາວ ໃນນາມເປັນຈຸດປະສານງານດ້ານວຽກງານໂທລະຄົມມະນາຄົມ ແລະ ໄອຊີທີ (ICT) ຂອງ ສປປ ລາວ ໃນອາຊຽນ. ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ແລະ ຕາງໜ້າຈາກປະເທດຄູ່ຮ່ວມເຈລະຈາ ເປັນຕົ້ນແມ່ນ: ສປ. ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ສະຫະພາບເອີຣົບ, ອາເມລິກາ ແລະ ອົງການສະຫະພາບໂທລະຄົມມະນະຄົມສາກົນ (ITU), ພະນັກງານຫຼັກແຫຼ່ງພາຍໃນກະຊວງ ປທສ ແລະ ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ.
ໃນກອງປະຊຸມແມ່ນມີຫຼາຍວາລະທີ່ສຳຄັນ ຄື: (1) ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະກິດຈະກຳໃນສົກປີ 2017; (2) ປຶກສາຫາລືກ່ຽວກັບ ແຜນງານ ແລະ ກິດຈະກຳສຳລັບສົກປີ 2018. ໂດຍໃນນັ້ນຈະມີວາລະສຳຄັນໃນການມາຜ່ານບັນດາໂຄງການທີ່ບັນດາປະເທດສະມະຊິກສະເໜີເພື່ອເຮັດຮ່ວມກັນອີງຕາມແຜນແມ່ບົດອາຊຽນ ໄອຊີທີ, ຊຶ່ງລວມມີ ໂຄງການຂອງ ກະຊວງ ປທສ; (3) ປຶກສາຫາລື ແລະ ຮັບຟັງການລາຍງານຜົນຂອງການຮ່ວມມືກັບບັນດາປະເທດຄູ່ຮ່ວມມື ໃນສົກປີ 2017 ແລະ ຄົ້ນຄ້ວາການສະເໜີແຜນການຮ່ວມມື ສຳລັບສົກປີ 2018.
ເວົ້າລວມແລ້ວ ຈຸດປະສົງຂອງການລວມຕົວກັນຂອງ 10 ປະເທດໃນອາຊຽນໃນຄັ້ງນີ້, ແມ່ນເພື່ອການຮ່ວມກັນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ທີ່ສາມາດເຊື່ອມໂຍງເຂົ້າຫາເສດຖະກິດໂລກ. ຍຸດທະສາດລວມໃນແຜນແມ່ບົດ ຂອງການເຊື່ອມຈອດ ASEAN 2025 ໂດຍລວມມີ 5 ຂົງເຂດຄື: ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ, ນະວັດຕະກຳດີຈີຕອນ, ການຂົນສົ່ງທີ່ສະດວກສະບາຍ, ລະບຽບການຄຸ້ມຄອງທີ່ເປັນເລີດ ແລະ ການໄປມາຫາສູ່ກັນທີ່ສະດວກສະບາຍ. ຊຶ່ງວຽກງານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື ໄອຊີທີ (ICT) ກໍ່ມີການຂະຫຍາຍຕົວຢ່າງວ່ອງໄວ, ຕິດພັນກັບການພັດທະນາ ແລະນອນຢູ່ໃນທຸກຂະແໜງການ. ດັ່ງນັ້ນ, ວຽກງານ ICT ຈຶ່ງຖຶກວາງໃນແຜນແມ່ບົດການເຊື່ອມໂຍງພື້ນຖານໂຄງລ່າງຂອງອາຊຽນ (ASEAN) ເພື່ອການເຊື່ອມຈອດ ASEAN 2025 ຫຼື ເອີ້ນວ່າ: “ASEAN Connectivity” ເປັນພື້ນຖານໃນການຊຸກຍູ້, ພັດທະນາເສດຖະກິດດິຈິຕອນ ໃຫ້ມີການຂະຫຍາຍຕົວແບບຍືນຍົງ, ມີຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ແລະ ເພື່ອສະໜັບສະໜຸນການເຊື່ອມໂຍງປະຊາຄົມອາຊຽນ. ສຳລັບ ສປປ ລາວຂອງພວກເຮົາແລ້ວ ກໍ່ແມ່ນກະຊວງ ປທສ ເປັນຜູ້ຕາງໜ້ານຳພາຈັດຕັ້ງປະຕິບັດ AIM 2020 ແລະລວມທັງເປັນຜູ້ປະສານງານໃນອາຊຽນສຳລັບຂົງເຂດວຽກງານດັ່ງກ່າວ. ຊຶ່ງການດຳເນີນບັນດາກິດຈະກຳ ແລະດຳເນີນແຜນວຽກ AIM2020 ຂອງພວກເຮົາບໍ່ແມ່ນຈະມີແຕ່ພາກລັດ ເທົ່ານັ້ນ ແຕ່ຍັງໄດ້ມີການຊຸກຍູ້ການມີສ່ວນຮ່ວມຂອງພາກທຸລະກິດ ທີ່ສະແດງໃຫ້ເຫັນໃນບັນດາການເຄື່ອນໄຫວວຽກງານຂອງພວກເຮົາເຊັ່ນ: ງານປະກວດຜະລິດຕະພັນດ້ານ ICT ໃນລະດັບປະເທດ ແລະຂອງອາຊຽນ ທີ່ຈັດເປັນປະຈຳທຸກປີ, ການຝຶກອົບຮົມ, ບັນດາວຽກງານເຜີຍແຜ່ ໃຫ້ຄວາມຮູ້ ແກ່ສັງຄົມ ແລະ ວາລະສານໄອຊີທີ.
ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນ ໂດຍສະເພາະ ແມ່ນເປັນການຮັດແໜ້ນສາຍພົວພັນຮ່ວມມືກັບສາກົນ ຂອງ ສປປ ລາວ ແລະ ຍັງເປັນການປະຕິບັດພັນທະທີ່ມີຕໍ່ກັບອາຊຽນ, ເພາະເປັນເວທີໜຶ່ງ ທີ່ແຕ່ລະປະເທດ ສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ຈະໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນນໍາກັນ ໃນວຽກງານ ໄອຊີທີ ເພື່ອໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ພາກພື້ນອາຊຽນ. ໂດຍໄລຍະຜ່ານມາ ອາຊຽນກໍ່ໄດ້ຮ່ວມມືກັບປະເທດຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນຫຼາຍດ້ານ ເປັນຕົ້ນເຊັ່ນ: ການພັດທະນາບຸກຄະລາກອນ, ການແລກປ່ຽນຄວາມຮູ້ ຄວາມສາມາດດ້ານ ໄອຊີທີ, ການພັດທະນາພື້ນຖານໂຄງລ່າງ ແລະ ວຽກງານຄວາມປອດໄພທາງໄຊເບີ. ພ້ອມເຊື່ອໝັ້ນວ່າ ບັນດາປະເທດຄູ່ຮ່ວມເຈລະຈາ ຈະສືບຕໍ່ຮ່ວມມື ແລະ ຮັດແໜ້ນສາຍພົວພັນໃນການສະໜັບສະໜຸນ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ໃຫ້ບັນລຸເປົ້າໝາຍ ຕາມແຜນຍຸດທະສາດ ໄອຊີທີ AIM2020 ຂອງພາກພື້ຶ້ນ ອາຊຽນ ກໍ່ຄື ການເຮັດວຽກຮ່ວມກັນເພື່ອໃຫ້ບັນລຸເປົ້າໝາຍການເຊື່ອມຈອດ ASEAN 2025 (ASEAN Connectivity) ໃນ ປີ 2025.
(ຂໍ້ມູນເພິ່ມເຕີມ ກ່ຽວກັບໂຄງການປະກວດຜະລິດຕະພັນດ້ານ ICT ຂອງ ສປປ ລາວ - Lao ICT Award 2017 ສາມາດຕິດຕາມໄດ້ໃນ ເວັບໄຊ: www.laoictaward.gov.la, www.mpt.gov.la. Facebook: Laoictaward).
ແຫ່ງ: ກຊ ເຕັກໂນໂລຊີ ແລະ ການສື່ສານ, ໂດຍ: ພາວັນນາ ດວງບຸບຜາ. / 16/06/2017
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ