ລາວ-ກໍາປູເຈຍ ລົງນາມຮ່ວມມືພັດທະນາຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີດິຈິຕອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2024-12-22 00:00:00
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບ ສະຖາບັນເຕັກໂນໂລຊີດິຈິຕອນ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາດຊະອານາຈັກ ກໍາປູເຈຍ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີດິຈິຕອນ, ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືທາງດ້ານການສຶກສາ, ການຄົ້ນຄວ້າເຕັກໂນໂລຊີດິຈິຕອນ, ການພັດທະນາຊັບພະຍາກອນມະນຸດທາງດ້ານເຕັກໂນໂລຊີດິຈິຕອນ ແລະ ຊຸກຍູ້ການຮ່ວມມື ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຜົນປະໂຫຍດສູງສຸດຂອງທັງສອງສະຖາບັນ.
ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ກ່າວວ່າ: ຄວາມສຳຄັນຂອງການຮ່ວມມືທາງດ້ານເຕັກໂນໂລຊີດິຈິຕອນ ໄດ້ກາຍເປັນພື້ນຖານສຳຄັນຂອງການເຕີບໃຫຍ່ທາງດ້ານເສດຖະກິດ, ການພັດທະນາສັງຄົມ ແລະ ການປົກຄອງທີ່ດີ. ເຕັກໂນໂລຊີດິຈີຕອນ ເປັນສິ່ງຈຳເປັນທີ່ຕ້ອງໝູນໃຊ້ເພື່ອຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນລະຫວ່າງຕົວເມືອງ ແລະ ຊົນນະບົດ, ສ້າງໂອກາດວຽກເຮັດງານທໍາອັນໃໝ່ໃຫ້ແກ່ປະຊາຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດຊາດ. ທ່ານກ່າວວ່າ: ການຮ່ວມມືລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແຫ່ງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີດິຈິຕອນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ໄດ້ກາຍເປັນພິຍານເຖິງວິໄສທັດຮ່ວມກັນຂອງສອງສະຖາບັນ ໃນການສ້າງສັງຄົມໃຫ້ມີຄວາມເຂັ້ມແຂງທາງດ້ານດິຈິຕອນ.
ຂົງເຂດການຮ່ວມມືທີ່ສຳຄັນໃນບົດບັນທຶກຄວາມເຂົ້າໃຈ ທີ່ລົງນາມຮ່ວມກັນປະກອບມີຄື: 1) ແລກປ່ຽນບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ຄູອາຈານ, ພະນັກງານວິຊາການ ແລະ ນັກສຶກສາ; 2) ຮ່ວມມືໃນການສ້າງພອນສະຫວັນທາງດ້ານດິຈິຕອນໃນຮູບແບບການຮ່ວມມືພັດທະນາການສຶກສາ ແລະ ການຝຶກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ), ການຈັດກອງປະຊຸມ, ສຳມະນາ, ກອງປະຊຸມວິຊາການສະເພາະ ແລະ ໂຄງການທຶນການສຶກສາ; 3) ແລກປ່ຽນຂໍ້ມູນຂ່າວສານ, ການຮຽນ-ການສອນ, ເອກະສານການຄົ້ນຄວ້າ ແລະ ຮ່ວມມືກັນໃນການຄົ້ນຄວ້າ; ແລະ 4) ຮ່ວມມືກັນໃນດ້ານອື່ນໆຕາມຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 27 ກໍລະກົດ 2024 ຜ່ານມາ, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ, ໂດຍການລົງນາມຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ປອ. ເຊງ ໂສພຽບ (Seng Sopheap), ຫົວໜ້າສະຖາບັນເຕັກໂນໂລຊີດິຈິຕອນ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ເຈຍ ວັນເດດ (Chea Vandeth), ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາດຊະອານາຈັກ ກໍາປູເຈຍ ພ້ອມດ້ວຍບັນດາແຂກທີ່ຖືກເຊີນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ແຫຼ່ງ: ກະຊວງເຕັກໂນໂລຊີ ແລະ ການສືສານ / 30/07/2024
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ