ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມ ສປ ຈີນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2026-06-19 13:54:10 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-06-19 13:54:10
ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ
ໃນວັນທີ 2 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ, ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 2-6 ມິຖຸນາ 2026. ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ສະຫາຍ ເສີນໂຈວ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະຝ່າຍຈີນ ແລະ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຊຽງໄຮ້ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະ ເທດ ແຫ່ງ ສປ ຈີນ ແລະ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວ ພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າ ເກົ່າ.
ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ຈະພົບປະກັບບັນດາການນໍາຂັ້ນສູງຂອງ ສປ ຈີນ, ຢ້ຽມຢາມ ແລະ ພົບປະກັບການ ນໍາແຂວງເຈີ້ຈ່ຽງ ພ້ອມທັງຈະເຄື່ອນໄຫວທັດສະນະຢ້ຽມຢາມສະຖານທີ່ສໍາຄັນ ແລະ ພື້ນຖານການຜະລິດຈໍານວນໜຶ່ງ ຢູ່ ແຂວງເຈີ້ຈ່ຽງ ອີກດ້ວຍ.
(ຂ່າວ: ກຕທ)
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໝູ່ບ້ານ ຢູຊຸນ ເມືອງອານຈີ ນະຄອນຫູໂຈ ຊຶ່ງເປັນສະຖານທີ່ກໍາເນີດຂອງ ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ. ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ແມ່ນການຍົກລະດັບໃໝ່ທາງດ້ານແນວຄິດ ຂອງການພັດທະນາ, ແນວຄິດດ້ານລະບົບນິເວດວິທະຍາ ແລະ ແນວຄິດດ້ານຄວາມສີວິໄລ ຊຶ່ງເປັນແນວຄິດຫຼັກຂອງ “ແນວຄິດຄວາມສີວິໄລທາງດ້ານລະບົບນິເວດວິທະຍາຂອງ ສະຫາຍ ສີ ຈິ້ນຜິງ”.
ແນວຄິດນີ້ໄດ້ຖືກບັນຈຸເຂົ້າໃນບົດລາຍງານ ແລະ ກົດລະບຽບຂອງພັກກອມມູນິດຈີນ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຊຶ່ງໄດ້ປ່ຽນແປງແຂວງເຈີ້ຈ່ຽງຢ່າງເລິກເຊິ່ງ, ກໍຄືປະກອບສ່ວນການພັດທະນາຕໍ່ປະເທດຈີນ ແລະ ຕໍ່ໂລກ. ຜົນຈາກການພັດທະນາໂຄງການດັ່ງກ່າວ ເຮັດໃຫ້ແຂວງເຈີ້ຈ່ຽງໄດ້ຮັບລາງວັນ Champion On Earth ດ້ານສິ່ງແວດລ້ອມໃນປີ 2018 ຈາກອົງການສິ່ງແວດລ້ອມຂອງ ສປຊ, ນອກຈາກນີ້ ນະຄອນຫູໂຈ ຍັງໄດ້ເປັນເມືອງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບລາງວັນທີ່ຢູ່ອາໄສແຫ່ງ ສປຊ ແລະ ໝູ່ບ້ານ ຢຸນຊຸນ ຍັງໄດ້ຮັບການຍ້ອງຍໍເປັນບ້ານທ່ອງ ທ່ຽວດີເດັ່ນຈາກ ອົງການທ່ອງທ່ຽວໂລກ.
ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ສູນວາງສະແດງຜະລິດ ຕະພັນໄມ້ໄຜ່ ທີ່ທົດແທນພລາສຕິກ ຂອງເມືອງອານຈີ ຊຶ່ງເປັນສະຖານທີ່ສໍາຄັນໃນການສົ່ງເສີມແນວ ຄິດການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ. ສູນແຫ່ງນີ້ໄດ້ຖືກສ້າງຂຶ້ນເພື່ອຕອບສະໜອງ ຕໍ່ຂໍ້ລິເລີ່ມ “ການນໍາໃຊ້ໄມ້ໄຜ່ແທນພລາສຕິກ” ຂອງອົງການສະຫະປະຊາຊາດ ແລະ ລັດຖະບານຈີນ ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງທ່າ ແຮງອັນມະຫາສານຂອງອຸດສາຫະກໍາໄມ້ໄຜ່ ໃນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ການຫຼຸດຜ່ອນມົນລະພິດຈາກພລາສຕິກ.
ໃນຕອນບ່າຍ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະໄດ້ໄປຢ້ຽມຢາມກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ຊຶ່ງເປັນໝູ່ບ້ານຕົວແບບ ໃນການ ຫັນເອົາເຮືອນປະຊາຊົນ ມາເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຄົບວົງຈອນ. ໝູ່ບ້ານດັ່ງກ່າວ ຕັ້ງຢູ່ໃນເຂດພັກຜ່ອນທ່ອງທ່ຽວລະດັບຊາດຫຼິງເຟິງ, ເມືອງອານຈີ ມີເນື້ອທີ່ທັງໝົດ 161 ເຮັກຕາ ຊຶ່ງໄດ້ພັດທະນາໂດຍອີງໃສ່ອົງປະກອບດ້ານເສດຖະກິດ ການພັກຜ່ອນ ເຊັ່ນ: “ການກິນ, ການພັກ ເຊົາ, ການທ່ອງທ່ຽວ, ການຊື້ເຄື່ອງ, ຄວາມບັນເທີງ ແລະ ການດູແລສຸຂະພາບ”. ນັບແຕ່ເປີດບໍລິການ ເປັນຕົ້ນມາ, ກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ໄດ້ຕ້ອນຮັບນັກທ່ອງທ່ຽວ ສະເລ່ຍ 300,000 ເທື່ອຄົນຕໍ່ປີ, ສ້າງວຽກເຮັດງານທໍາໃຫ້ແກ່ຊາວບ້ານໃນ ພື້ນທີ່, ສ້າງຍອດຂາຍຜະລິດຕະ ພັນກະສິກໍາໄດ້ຫຼາຍກວ່າ 1 ລ້ານຢວນ.
ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ໄປຢ້ຽມຊົມເຂດທັດສະນີຍະ ພາບທະເລສາບຊີຫູ ທີ່ໄດ້ຮັບການພັດທະນາ ແລະ ຄຸ້ມຄອງທີ່ກົມກຽວລະຫວ່າງທໍາມະຊາດ ແລະ ການພັດທະນາ. ທະເລສາບດັ່ງກ່າວ ຕັ້ງຢູ່ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ມີເນື້ອທີ່ລວມທັງໝົດເຖິງ 59.04 ກິໂລຕາແມັດ, ໃນນັ້ນມີເຂດປົກປັກຮັກສາອ້ອມຂ້າງ ຈໍານວນ 35.64 ກິໂລຕາແມັດ, ມີສະຖານທີ່ທ່ອງທ່ຽວເຖິງ 122 ແຫ່ງ ປະກອບດ້ວຍສະຖານທີ່ທີ່ມີເອກະລັກສະເພາະ, ບ່ອນທ່ອງ ທ່ຽວລະດັບຕ່າງໆ, ຈຸດປົກປັກຮັກສາມໍລະດົກວັດທະນະທໍາ ແລະ ພິພິຕະພັນຕ່າງໆ ທີ່ກະແຈກກະ ຈາຍຢູ່ທົ່ວເຂດດັ່ງກ່າວ. ໃນປີ 1985, ເຂດທັດສະນີຍະພາບທະເລສາບຊີຫູ ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນ “10 ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງປະເທດຈີນ”, ໃນປີ 2007 ໄດ້ຖືກຈັດອັນດັບ ໃຫ້ເປັນ “ສະຖານທີ່ທ່ອງທ່ຽວລະດັບ 5A ຂອງຊາດ” ແລະ ໃນປີ 2011 ກໍໄດ້ຖືກບັນຈຸເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ” ຢ່າງເປັນທາງການ.
(ຂ່າວ: ກຕທ)
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງການນໍາແຂວງເຈີ້ຈ່ຽງ
ໃນວັນທີ 2 ມິຖຸນານີ້ ທີ່ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງຮ້າວ ກໍາມະການສູນກາງພັກ ເລຂາພັກແຂວງເຈີ້ຈ່ຽງ ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງເຈີ້ຈ່ຽງພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ປິຕິຍິນດີທີ່ໄດ້ມີໂອກາດຢ້ຽມຢາມ ແລະ ທັດສະນະຢູ່ ນະຄອນຫາງໂຈ ຊຶ່ງເປັນນະຄອນທີ່ໄດ້ຮັບການພັດທະນາຮອບດ້ານ, ມີສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທໍາມະຊາດທີ່ສວຍສົດງົດງາມ ທີ່ເປັນເອກະລັກຂອງແຂວງເຈີ້ຈ່ຽງ ໃນຄັ້ງນີ້.
ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ໃຫ້ກັນຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໝາກ ຜົນທີ່ແຂວງຍາດມາໄດ້ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນ ແລະ ຄາດໝາຍ ຂອງກອງປະຊຸມໃຫຍ່ ອົງຄະນະພັກຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງພາຍຫຼັງມີການສ້າງຕັ້ງສະພາການ ຄ້າແຂວງເຈີ້ຈ່ຽງ ຢູ່ ສປປ ລາວ ໃນປີ 2013 ເປັນຕົ້ນມາ, ການພົວພັນທາງດ້ານການຄ້າ ແລະ ການລົງທຶນ ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ບັນດາຂະແໜງການ ເພື່ອຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ກັນ ແລະ ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ ຊຶ່ງຝ່າຍລາວໄດ້ສະເໜີໃຫ້ຝ່າຍຈີນຊຸກຍູ້ພາກທຸລະກິດຂອງແຂວງເຈີ້ຈ່ຽງ ໃຫ້ເຂົ້າມາລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ອຸດສາຫະ ກໍາປຸງແຕ່ງສິນຄ້າກະສິກໍາ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ຫວັງ ຮ້າວ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະການນໍາຂອງແຂວງເຈີ້ຈ່ຽງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນມີຜົນປະໂຫຍດ ຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ.
ໃນຂະນະດຽວກັນ, ສະຫາຍ ຫວັງຮ້າວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນສໍາຄັນ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຈະ ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລະຫວ່າງ ແຂວງເຈີ້ຈ່ຽງ ແລະ ສປປ ລາວ ໃນຕໍ່ໜ້າ ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະເດີນ ທາງຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໃນເວລາທີ່ເໝາະສົມ.
ໃນວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມ ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນໂລຊີ ຈໍາກັດ ແລະ ກຸ່ມບໍລິສັດ ອາລີບາບາ ອີກດ້ວຍ. ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນໂລຊີ ແມ່ນບໍລິສັດຜູ້ປະ ກອບການ ວິສາຫະກິດເຕັກໂນໂລຊີສູງລະດັບຊາດ ທີ່ສຸມໃສ່ການສ້າງສັນນະວັດຕະກໍາດ້ານເຕັກໂນໂລ ຊີປັນຍາປະດິດທີ່ມີຮ່າງກາຍ (Embodied AI) ແລະ ນໍາໃຊ້ອຸດສາຫະກໍາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ການພັດທະນາ, ການຜະລິດ, ການຈໍາໜ່າຍ ແລະ ການບໍລິການ ຫຸ່ນຍົນ 4 ຂາ, ຫຸ່ນຍົນຮູບຮ່າງຄົນ (Humanoid Robot) ແລະ ຊິ້ນສ່ວນອາໄຫຼ່ຕ່າງໆ. ສໍາລັບ ກຸ່ມບໍລິສັດ ອາລີບາບາ ປະກອບມີກຸ່ມທຸລະກິດຫຼັກ ຄື: ກຸ່ມອັດສະລິຍະດ້ານຄລາວ (Cloud Intelligence Group), ກຸ່ມການຄ້າເອເລັກໂຕຣນິກ (E-Commerce) ພາຍໃນປະເທດຈີນ, ກຸ່ມທຸລະກິດດິຈິຕອນ ສາກົນ, ພາກສ່ວນທຸລະກິດດ້ານເຕັກໂລໂນຊີ ແລະ ທຸລະກິດນະວັດຕະກໍາອື່ນໆ.
(ຂ່າວ: ກຕທ)
ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ
ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນານີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ຫຼື ໂຮງຮຽນພັກສູນກາງ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງໂຮງຮຽນດັ່ງກ່າວແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ.
ໃນໂອກາດດັ່ງກ່າວ ສະຫາຍ ເຊ້ຍ ຊຸ່ນ ທ່າວ ກໍາມະການສູນກາງພັກ ຮອງຫົວໜ້າໂຮງຮຽນພັກສູນກາງພ້ອມດ້ວຍຄະນະພັກ-ຄະນະນໍາໂຮງຮຽນດັ່ງກ່າວ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມຂອງໂຮງຮຽນພັກສູນກາງ ໃຫ້ຊາບ, ໂດຍສະເພາະພາລະບົດບາດສໍາຄັນຂອງໂຮງຮຽນ ໃນການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງລະດັບສູງ ແລະ ກາງ ຂອງພັກ, ລັດຖະບານ, ກອງທັບຈີນ ແລະ ສະພາບການພົວພັນຮ່ວມມື-ແລກປ່ຽນບົດຮຽນກັບຕ່າງປະເທດຢ່າງກວ້າງຂວາງ, ລວມທັງການຕ້ອນຮັບຄະນະຜູ້ແທນຈາກພັກປະຕິວັດ ແລະ ພັກກຳອຳນາດຈາກທົ່ວໂລກມາຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາ ແລະ ການປົກຄອງປະເທດ ຢູ່ໂຮງຮຽນດັ່ງກ່າວ, ລວມທັງ ການຮ່ວມມືກັບພັກ, ລັດຖະບານລາວ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງຮຽນພັກສູນກາງ ທີ່ເປັນສູນກາງການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກກອມມູນິດຈີນ; ຕີລາຄາສູງ ການປະກອບສ່ວນຂອງໂຮງຮຽນພັກສູນກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ການຊ່ວຍເຫຼືອບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງຂອງລາວ ທາງດ້ານທິດສະດີ-ການເມືອງ, ການກໍ່ສ້າງພັກ, ການບໍລິຫານລັດ-ປົກຄອງປະເທດ ແລະ ອື່ນໆ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ຍັງໄດ້ຢ້ຽມຢາມ ສູນຄົ້ນຄວ້າ ແລະ ວາງສະແດງເຕັກນິກອະວະກາດປັກກິ່ງ (Beijing Aerospace City) ຊຶ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດ ທີ່ສໍາຄັນທີ່ສຸດແຫ່ງໜຶ່ງ ຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບ ບັນດາອະດີດທູດ ແລະ ທະຫານອາສາສະໝັກຈີນ ທີ່ເຄີຍໄປຊ່ວຍລາວ ຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970.
(ຂ່າວ: ກຕທ)
ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ
-----------------------------
ໃນໂອກາດຢ້ຽມຢາມລັດຖະກິດ ສປ ຈີນ, ໃນຕອນບ່າຍວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ. ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີ ຈິ້ນຜິງ, ບັນດາການນໍາຂັ້ນສູງຂອງພັກ, ລັດຈີນ ທັງຢູ່ສູນກາງ ແລະ ແຂວງເຈີ້ຈຽງ ທີ່ຄະນະຝ່າຍລາວໄດ້ໄປຢ້ຽມຢາມ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມ ແຫ່ງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ໂດຍສະເພາະ ຜົນສໍາເລັດຂອງ ກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄຫມທີ XX ຂອງພັກກອມມູນິດຈີນ; ຊົມເຊີຍຜົນສໍາເລັດ ກອງປະຊຸມສະພາປຶກສາການເມືອງທົ່ວປະເທດຈີນ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາ ຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາພັດທະນາປະເທດຈີນ ກໍຄື ການຫັນເປັນທັນສະໄໝຕາມ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່” ຊຶ່ງພັກ, ລັດລາວ ຖືຜົນສໍາເລັດດັ່ງກ່າວຂອງ ສະຫາຍຈີນ ເປັນບົດຮຽນ ແລະ ເປັນກໍາລັງໃຈໃນການສືບຕໍ່ສ້າງສາພັດທະນາປະເທດຊາດ.
ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນລາວ; ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.
ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຫວນຄືນການຢ້ຽມຢາມແຂວງເຈີ້ຈຽງ ໃນ 2 ວັນຜ່ານມາ ຊຶ່ງເປັນແຂວງທີ່ມີການພັດທະນາໄວ ໃນຂະແໜງອຸດສາຫະກໍາໃໝ່ ທີ່ທັນສະໄໝ, ວັດທະນະທໍາ ແລະ ທໍາມະຊາດ ທີ່ກົມກຽວກັບສິ່ງແວດລ້ອມ, ທັງເປັນຕົວແບບໃນທົ່ວປະເທດຈີນ ໃນການຜັນຂະຫຍາຍ ແນວຄິດ ສີ ຈິ້ນຜິງ ກ່ຽວກັບການຫັນເປັນທັນສະໄໝ ຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່, ຊຶ່ງເປັນບົດຮຽນອັນລໍ້າຄ່າ ແກ່ການສ້າງສາພັດທະນາ ສປປ ລາວ ໃນຕໍ່ໜ້າ.
ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ; ຕີລາຄາສູງຕໍ່ຜົນການພົບປະກັບການນໍາຂັ້ນສູງຂອງພັກ, ລັດຈີນ ແລະ ການຢ້ຽມຢາມ ແຂວງເຈີ້ຈຽງ ຂອງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຊຶ່ງແຂວງເຈີ້ຈຽງ ເປັນແຂວງທີ່ ສະຫາຍ ສີ ຈິ້ນຜິງ ເຄີຍເປັນການນໍາ ຊີ້ນໍາ-ນໍາພາຢູ່ແຂວງດັ່ງກ່າວ ເປັນເວລາ 5 ປີ. ສະຫາຍ ສີ ຈິ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ການກໍ່ສ້າງສັງຄົມນິຍົມ ກໍຄືບົດຮຽນ ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນເຖິງຄວາມສໍາຄັນຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ; ສອງປະເທດ ຈີນ-ລາວ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນກວ່າເກົ່າ ທາງດ້ານການເມືອງ, ສືບຕໍ່ແລກປ່ຽນບົດຮຽນໃນດ້ານທິດສະດີ-ພຶດຕິກໍາ ໃນວຽກງານກໍ່ສ້າງພັກ-ພະນັກງານ, ການບໍລິຫານລັດ-ປົກຄອງປະເທດ, ວຽກງານສຶກສາຄົນຮຸ່ນໜຸ່ມ ໃຫ້ເປັນຜູ້ສືບທອດມິດຕະພາບ ຈີນ-ລາວ ຕໍ່ໄປ.
ໃນການພົບປະ, ສອງຝ່າຍ ໄດ້ແລກປ່ຽນຄວາມຄິດເຫັນທີ່ເປັນຍຸດທະສາດນໍາກັນຢ່າງຮອບດ້ານ ດ້ວຍບັນຍາກາດທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ, ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ຕໍ່ທິດທາງທີ່ເປັນຍຸດທະສາດຂອງການຮ່ວມມືສອງຝ່າຍໃນຕໍ່ໜ້າ, ໂດຍສະເພາະແມ່ນ ການຮ່ວມກັນຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ສະຫາຍ ສີ ຈິ້ນຜິງ ຢ້ຽມຢາມ ສປປ ລາວ, ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ພາຍຫຼັງການພົບປະ, ເລຂາທິການໃຫຍ່, ປະທານປະເທດ ຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ ຈໍານວນ 32 ສະບັບ ຊຶ່ງກວມເອົາຂົງເຂດ ການຮ່ວມມື ລະຫວ່າງ ບັນດາອົງການອ້ອມຂ້າງສູນກາງພັກ ຂອງສອງພັກ ລາວ-ຈີນ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບພະຍາກອນມະນຸດ ແລະ ໜັງສືມອບ-ຮັບ ບັນດາໂຄງການຊ່ວຍເຫຼືອ ຈາກ ສປ ຈີນ; ພ້ອມນັ້ນ ສອງຝ່າຍ ຍັງໄດ້ອອກ “ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ຊຶ່ງຖືເປັນໝາກຜົນລວມຍອດ ຂອງການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້.
(ຂ່າວ: ກຕທ)
ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ
....
ສະຫາຍນາງ ຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ-ຈີນກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 10 ມິຖຸນານີ້ ທີ່ສະຖານທູດຈີນ ຊຶ່ງໄດ້ຍົກໃຫ້ເຫັນ ຜົນສໍາເລັດ ຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລະຫວ່າງ ວັນທີ 2-6 ມິຖຸນານີ້.
ໃນລະຫວ່າງການຢ້ຽມຢາມ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ໄດ້ພົບປະເຈລະຈາກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ແລະຮ່ວມກັນເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມືໃນຫຼາຍຂົງເຂດ. ສະຫາຍ ຫຼີສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ, ສະຫາຍ ເຈົ້າເລີ້ຈີ້ ປະທານຄະນະກຳມະການປະຈຳສະພາປະຊາຊົນທົ່ວປະເທດຈີນໄດ້ເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ. ສອງຝ່າຍໄດ້ແຈ້ງສະພາບການຂອງພັກ ແລະ ລັດຂອງຕົນໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດກໍຄືບັນຫາສາກົນແລະພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫຼາຍປະການ. ສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ - ຈີນທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ແລະ ໄດ້ລົງນາມເອກະສານການຮ່ວມມືທັງໝົດ 32 ສະບັບ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມແຂວງເຈີ້ຈຽງ, ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ, ສູນການບິນອະວະກາດປັກກິ່ງ, ພ້ອມທັງໄດ້ພົບປະກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວແລະຕົວແທນອະດີດນັກຮົບເກົ່າຈີນທີ່ເຄີຍຊ່ວຍເຫຼືອລາວຕໍ່ຕ້ານຈັກກະພັດອາເມຣິກາ. ການຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຖືເປັນເຫດການທີ່ສຳຄັນອັນດັບໜຶ່ງໃນການພົວພັນລາວ-ຈີນໃນໄລຍະມໍ່ໆນີ້ ຊຶ່ງຂ້າພະເຈົ້າເຫັນວ່າສື່ມວນຊົນກະແສຫຼັກຂອງທັງສອງປະເທດຕ່າງກໍໄດ້ລາຍງານຂ່າວຢ່າງໜາແໜ້ນ ແລະ ຕໍ່ເນື່ອງ. ຂ້າພະເຈົ້າໄດ້ຮ່ວມເດີນທາງຕິດຕາມສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຕະຫຼອດການຢ້ຽມຢາມ, ຈຶ່ງມີຄວາມຮູ້ສຶກທີ່ເລິກເຊິ່ງຫຼາຍປະການ, ໂດຍສະເພາະແມ່ນມີຄວາມພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງຕໍ່ກັບໝາກຜົນອັນອຸດົມສົມບູນຂອງການຢ້ຽມຢາມຄັ້ງນີ້. ຫວັງຢ່າງຍິ່ງວ່າໂດຍຜ່ານການຖະແຫຼງຂ່າວໃນມື້ນີ້, ຈະສາມາດແນະນຳໝາກຜົນການຢ້ຽມຢາມໃຫ້ບັນດາສະຫາຍໄດ້ຮັບຊາບຕື່ມອີກ ແລະ ຄາດຫວັງທີ່ຈະຮ່ວມມືກັບອົງການສື່ມວນຊົນທີ່ບັນດາສະຫາຍສັງກັດຢູ່ເພື່ອພ້ອມກັນຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມລາວໄດ້ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກກ່ຽວກັບການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດໃນຄັ້ງນີ້.
ໂອກາດດັ່ງກ່າວ ສະຫາຍນາງ ຟາງຫົງ ແມ່ນມີຄວາມຍິນດີທີ່ຕອບຄຳຖາມຂອງບັນດາສະຫາຍເພື່ອນມິດສື່ມວນຊົນ ດັ່ງຕໍ່ໄປນີ້:
ຄຳຖາມທີ 1: ການເດີນທາງໄປຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດທອງລຸນ ສີສຸລິດ ໃນຄັ້ງນີ້, ຖືເປັນການເຄື່ອນໄຫວຕ່າງປະເທດຄັ້ງທຳອິດຫຼັງຈາກທີ່ສະຫາຍໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສປປ ລາວ. ສະຫາຍມີທັດສະນະຕີລາຄາແນວໃດຕໍ່ກັບຄວາມໝາຍສຳຄັນຂອງການຢ້ຽມຢາມຄັ້ງນີ້ ?
ຄຳຕອບຊີ້ແຈງ: ການຢ້ຽມຢາມໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງໃນ 3 ດ້ານດັ່ງນີ້:
ທີໜຶ່ງ, ແມ່ນການຢ້ຽມຢາມແຫ່ງມິດຕະພາບທີ່ສືບສານສາຍສຳພັນແລະສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈກັນຢ່າງຈະແຈ້ງ. ໃນປັດຈຸບັນ, ການປ່ຽນແປງໃນຮອບຮ້ອຍປີພວມຜັນແປໄປຢ່າງໄວວາ, ປັດໄຈທີ່ບໍ່ໝັ້ນຄົງແລະບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ຄວາມໝັ້ນຄົງແລະການພັດທະນາທົ່ວໂລກພວມປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ. ສອງປະເທດຈີນ-ລາວພວມກ້າວເຂົ້າສູ່ຊ່ວງເວລາສຳຄັນຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີແລະ "ປີມິດຕະພາບຈີນ-ລາວ". ພາຍໃຕ້ສະພາບແວດລ້ອມດັ່ງກ່າວ, ການທີ່ຜູ້ນຳສູງສຸດຂອງສອງພັກສອງລັດໄດ້ມາພົບປະເຈລະຈາແບບເຊິ່ງໜ້າຢ່າງເລິກເຊິ່ງອີກຄັ້ງ, ຮ່ວມກັນທົບທວນຄືນເສັ້ນທາງການພັດທະນາການພົວພັນຈີນ-ລາວຕະຫຼອດ 65 ປີທີ່ຜ່ານມາ, ແລະໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຄັ້ງໃໝ່ກ່ຽວກັບບັນຫາໃຫຍ່ໆທີ່ຕິດພັນກັບການພົວພັນສອງຝ່າຍໃນໄລຍະຍາວ, ຊຶ່ງນີ້ແມ່ນການກຳນົດທິດທາງແລະນຳພາການພັດທະນາການພົວພັນສອງຝ່າຍໃນຍຸກໃໝ່, ທັງເປັນການຊີ້ທິດເຍືອງທາງໃຫ້ແກ່ຈີນ-ລາວໃນການຈັບມືກັນຜ່ານຜ່າການປ່ຽນແປງໃນຮອບຮ້ອຍປີແລະບັນລຸຄວາມຈະແຈີນຮຸ່ງເຮືອງ,ຊຶ່ງມີຄວາມໝາຍປະຫວັດສາດອັນສຳຄັນຍິ່ງ. ໂດຍສະເພາະແມ່ນສະຫາຍສີ ຈິ້ນຜິງເລຂາທິການໃຫຍ່, ປະທານປະເທດສປ ຈີນແລະສະຫາຍທອງລຸນສີສຸລິດເລຂາທິການໃຫຍ່, ປະທານປະເທດສປປ ລາວໄດ້ເຫັນດີເປັນເອກະພາບກັນໃນການສ້າງ"ຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່", ຊຶ່ງໄດ້ເພີ່ມເນື້ອໃນຍຸກໃໝ່ແລະການກຳນົດຍຸດທະສາດໃໝ່ໃຫ້ແກ່ການພົວພັນສອງຝ່າຍ, ຊຸກຍູ້ໃຫ້ມິດຕະພາບທີ່ເປັນມູນເຊື້ອຈີນ-ລາວບັນລຸການກ້າວຂຶ້ນສູ່ລະດັບສູງໃໝ່ໃນໂອກາດປະຫວັດສາດແຫ່ງການຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນການທູດ. ນີ້ແມ່ນໝາກຜົນທີ່ສຳຄັນທີ່ສຸດແລະມີລັກສະນະຂີດໝາຍປະຫວັດສາດທີ່ສຸດຂອງການຢ້ຽມຢາມຄັ້ງນີ້.
ທີສອງ, ແມ່ນການຢ້ຽມຢາມແຫ່ງການແລກປ່ຽນທີ່ລົງເລິກການຖອດຖອນບົດຮຽນແລະເພີ່ມທະວີຄວາມຮັບຮູ້ຄືກັນ.ການຢ້ຽມຢາມຄັ້ງນີ້ມີຈຸດເດັ່ນທີ່ສະແດງອອກຢ່າງຈະແຈ້ງ, ຄືການຍົກສູງການແລກປ່ຽນບົດຮຽນໃນການບໍລິຫານພັກແລະຄຸ້ມຄອງລັດໄວ້ໃນຕຳແໜ່ງທີ່ສຳຄັນຍິ່ງ. ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ເດີນທາງໄປທັດສະນະສຶກສາຢູ່ແຂວງເຈີ້ຈຽງໂດຍສະເພາະ, ເພື່ອລົງເລິກຊອກຮູ້ກ່ຽວກັບແນວຄິດ "ຍຸດທະສາດ 88", ໂຄງການ "ພັນແລະໝື່ນ" (ໂຄງການຕົວແບບສ້າງສັນຊົນນະບົດຮອບດ້ານ) ແລະທິດສະດີ "ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນ" ທີ່ສະເໜີໂດຍສະຫາຍສີ ຈິ້ຜິງ, ຊຶ່ງໄດ້ນຳໄປຈັດຕັ້ງປະຕິບັດຈົນປະສົບຜົນສຳເລັດຢ່າງຈົບງາມໃນທ້ອງຖິ່ນ, ແລະໄດ້ສຳຜັດກັບຜົນສຳເລັດຂອງການຫັນເປັນທັນສະໄໝແບບອັດຕະລັກສະນະຈີນດ້ວຍຕົນເອງ. ນັບຕັ້ງແຕ່ເສດຖະກິດດິຈິຕອນ, ປັນຍາປະດິດ (AI), ໄປຮອດການຟື້ນຟູຊົນນະບົດແລະການພັດທະນາສີຂຽວ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ຍ່າງເບິ່ງ, ຢ້ຽມຊົມແລະສອບຖາມຕະຫຼອດເສັ້ນທາງ, ໂດຍໄດ້ສະແດງຄວາມສົນໃຈຢ່າງຫຼວງຫຼາຍຕໍ່ກັບບົດຮຽນຂອງພັກກອມມູນິດຈີນໃນການນຳພາການພັດທະນາປະເທດຊາດ. ຢູ່ທີ່ປັກກິ່ງ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດຍັງໄດ້ໄປຢ້ຽມຢາມຄືນໂຮງຮຽນພັກສູນກາງພັກກອມມູນິດຈີນທີ່ສະຫາຍເຄີຍມາສຶກສາຮ່ຳຮຽນເມື່ອ 26 ປີກ່ອນ, ແລະໄດ້ພົບປະໂອ້ລົມຢ່າງສະໜິດສະໜົມກັບຄູອາຈານໃນສະໄໝນັ້ນ. ສະຫາຍໄດ້ກ່າວດ້ວຍຄວາມຜູກພັນອັນເລິກເຊິ່ງວ່າປະສົບການການຮຽນຢູ່ໂຮງຮຽນພັກສູນກາງຈີນໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ພະນັກງານການນຳຂອງລາວໃນການຊີ້ນຳ-ນຳພາພາລະກິດການພັດທະນາປະເທດຊາດ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງໝາກຜົນອັນຕັ້ງໜ້າຂອງການຮ່ວມມືບຳລຸງສ້າງພະນັກງານແລະການແລກປ່ຽນບົດຮຽນການບໍລິຫານປະເທດຊາດລະຫວ່າງສອງພັກໃນໄລຍະຍາວ. ໃນນາມທີ່ເປັນສອງປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ, ຈຸດເດັ່ນທີ່ສະຫວ່າງສະໄຫວທີ່ສຸດຂອງການພົວພັນຈີນ-ລາວກໍຄືການມີອຸດົມການທີ່ເຊື່ອມໂຍງກັນແລະມີເສັ້ນທາງການພັດທະນາທີ່ໃກ້ຄຽງກັນ. ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມທາງການທູດເທົ່ານັ້ນ, ແຕ່ຍັງແມ່ນພຶດຕິກຳຕົວຈິງອັນສຳຄັນໃນການລົງເລິກການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນການສ້າງສາສັງຄົມນິຍົມ.
ທີສາມ, ແມ່ນການຢ້ຽມຢາມແຫ່ງການຮ່ວມມືທີ່ລົງເລິກການຮ່ວມມືແລະຮ່ວມກັນສະແຫວງຫາການພັດທະນາ.ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫຼາຍປະການກ່ຽວກັບການຊຸກຍູ້ການຟື້ນຟູການພັດທະນາແລະການສ້າງສາຫັນເປັນທັນສະໄໝ. ສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ເນັ້ນໜັກວ່າ, ຕ້ອງໄດ້ຮັດແໜ້ນຮາກຖານການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ແລະຂະຫຍາຍຈຸດເຕີບໂຕຂອງການຮ່ວມມື. ໂດຍອີງໃສ່ທ່າແຮງຂອງເສັ້ນທາງຄົມມະນາຄົມຄຳຂອງທາງລົດໄຟລາວ-ຈີນ, ເພື່ອຊຸກຍູ້ການພັດທະນາຮອບດ້ານຕາມທາງລົດໄຟແລະວຽກງານກວດກາ “ປະຕູດຽວ, ຄັ້ງດຽວ”, ຊຸກຍູ້ການຮ່ວມມືແລວທາງເສດຖະກິດຈີນ-ລາວໃຫ້ຍົກລະດັບຄຸນນະພາບຂຶ້ນແລະເລັ່ງລັດການເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທ. ເພີ່ມທະວີການຮ່ວມມືໃນຂົງເຂດດັ້ງເດີມເຊັ່ນ: ກະສິກຳ, ໄຟຟ້າແລະອື່ນໆ, ພ້ອມທັງຂະຫຍາຍການຮ່ວມມືໃນຂົງເຂດພົ້ນເດັ່ນໃໝ່ເຊັ່ນ: ປັນຍາປະດິດ (AI) ແລະເສດຖະກິດດິຈິຕອນ. ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດກໍໄດ້ສະແດງຄວາມຍິນດີທີ່ຈະລົງເລິກການຮ່ວມມືກັບຝ່າຍຈີນໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນແຮ່ທາດ, ພະລັງງານສະອາດ, ເສດຖະກິດດິຈິຕອນ, ກະສິກຳທັນສະໄໝ, ເຄມີນິເວດແລະຂົງເຂດອື່ນໆ, ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າ. ເຊື່ອໝັ້ນວ່າໄປຄຽງຄູ່ກັບຄວາມກວ້າງແລະຄວາມເລິກຂອງການຮ່ວມມືຈີນ-ລາວທີ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ, ສອງຝ່າຍຈະຫັນປ່ຽນທ່າແຮງການເຊື່ອມໂຍງເຊື່ອມຈອດໃຫ້ກາຍເປັນທ່າແຮງແຫ່ງການພັດທະນາຕົວຈິງ, ພ້ອມທັງຕັ້ງໜ້າບຳລຸງສ້າງກຳລັງຂັບເຄື່ອນການເຕີບໂຕໃໝ່,ເພື່ອເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງສາຫັນເປັນທັນສະໄໝແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງສອງປະເທດ.
ຄຳຖາມທີ 2: ສະຫາຍເລຂາທິການໃຫຍ່, ປະທານປະເທດທອງລຸນສີສຸລິດໄດ້ເລືອກເອົາແຂວງເຈີ້ຈຽງເປັນຈຸດໝາຍທຳອິດໃນການຢ້ຽມຢາມສປຈີນໃນຄັ້ງນີ້ແລະໄດ້ໄປທັດສະນະສຶກສາຢູ່ບໍລິສັດອາລີບາບາ (Alibaba), ບໍລິສັດເຕັກໂນໂລຊີຢຸນເຊິນຊູ່ (Deep Robotics) ແລະເມືອງອ່ານຈີ໋ (Anji). ຕາມການສັງເກດຂອງສະຫາຍ, ການເດີນທາງໄປແຂວງເຈີ້ຈຽງໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງແນວໃດແດ່ໃຫ້ແກ່ຝ່າຍລາວ? ແລະໄດ້ໃຫ້ບົດຮຽນອັນໃດແດ່ແກ່ສອງຝ່າຍໃນການເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດຊາດແລະການຊຸກຍູ້ການຮ່ວມມືສ້າງສາຫັນເປັນທັນສະໄໝ?
ຄຳຕອບຊີ້ແຈງ: ນັບຕັ້ງແຕ່ເດືອນຕຸລາ 2002 ຫາເດືອນມີນາ 2007, ສະຫາຍ ສີ ຈິ້ນຜິງ ໄດ້ປະຕິບັດງານຢູ່ແຂວງເຈີ້ຈຽງເປັນເວລາ 6 ປີ. ໃນຊ່ວງເວລານັ້ນ, ສະຫາຍໄດ້ວາງແຜນແລະຊຸກຍູ້ການຕັດສິນໃຈຍຸດທະສາດອັນສຳຄັນ "ຍຸດທະສາດ 88" ດ້ວຍຕົນເອງ (ຊຶ່ງແມ່ນການເສີມຂະຫຍາຍ "ທ່າແຮງ 8 ດ້ານ" ຂອງແຂວງເຈີ້ຈຽງ, ແລະວາງ "ມາດຕະການ 8 ດ້ານ" ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ນິເວດວິທະຍາໃຫ້ມີຄຸນນະພາບສູງແລະຍືນຍົງຢ່າງຮອບດ້ານ), ພ້ອມທັງໄດ້ສະເໜີທິດສະດີ "ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນ", ແລະຊຸກຍູ້ໂຄງການ "ພັນແລະໝື່ນ", ຊຶ່ງໄດ້ແຕ້ມແຜນຜັງການປະຕິຮູບຂອງແຂວງເຈີ້ຈຽງໃນສະຕະວັດໃໝ່ແລະໄດ້ສະໜອງອົງປະກອບ, ບົດຮຽນກໍຄືຕົວແບບຂອງເຈີ້ຈຽງໃຫ້ແກ່ການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນ. ໃນຊຸມປີມໍ່ໆມານີ້, ແຂວງເຈີ້ຈຽງໄດ້ດຳເນີນການຮ່ວມມືຢ່າງໃກ້ຊິດໃນຫຼາຍໆດ້ານກັບລາວ, ທັງເປັນສັກຂີພິຍານໃຫ້ແກ່ປະຫວັດສາດແຫ່ງການໄປມາຫາສູ່ກັນຢ່າງສະໜິດສະໜົມລະຫວ່າງສະຫາຍເລຂາທິການໃຫຍ່ສີຈິ້ນຜິງກັບຝ່າຍລາວ. ໃນເດືອນກໍລະກົດ 2005, ສະຫາຍສີຈິ້ນຜິງໃນເວລານັ້ນດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຈຳສະພາປະຊາຊົນແຂວງເຈີ້ຈຽງໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນມາຢ້ຽມຢາມລາວ, ຊຶ່ງເປັນຄັ້ງທຳອິດທີ່ສະຫາຍໄດ້ມາຢ້ຽມຢາມສປປລາວ. ໃນທ້າຍເດືອນມິຖຸນາຫາຕົ້ນເດືອນກໍລະກົດ 2006, ສະຫາຍຈູມມາລີໄຊຍະສອນຊຶ່ງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງສປປລາວໃນເວລານັ້ນກໍໄດ້ໄປຢ້ຽມຢາມແຂວງເຈີ້ຈຽງ, ແລະສະຫາຍສີຈິ້ນຜິງກໍໄດ້ເຂົ້າຮ່ວມພົບປະ.
ຂ້າພະເຈົ້າເຫັນວ່າ, ການທີ່ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດເລືອກເອົາແຂວງເຈີ້ຈຽງເປັນຈຸດໝາຍທຳອິດໃນການຢ້ຽມຢາມສປຈີນນັ້ນ, ບໍ່ພຽງແຕ່ແມ່ນການລົງເລິກການຮ່ວມມືລະຫວ່າງລາວກັບແຂວງເຈີ້ຈຽງເທົ່ານັ້ນ, ແຕ່ສິ່ງສຳຄັນແມ່ນເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບການນຳເອົາແນວຄິດສີຈິ້ນຜິງວ່າດ້ວຍສັງຄົມນິຍົມທີ່ມີອັດຕະລັກສະນະຈີນໃນຍຸກໃໝ່ໄປຈັດຕັ້ງປະຕິບັດຈົນປະສົບຜົນສຳເລັດໃນທ້ອງຖິ່ນ, ແລະເພື່ອສຳຜັດກັບຜົນສຳເລັດຕົວຈິງຂອງການສ້າງສາຫັນເປັນທັນສະໄໝແບບອັດຕະລັກສະນະຈີນ. ໃນໄລຍະຢູ່ແຂວງເຈີ້ຈຽງ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ໄປທັດສະນະສຶກສາຢູ່ບໍລິສັດອາລີບາບາ, ບໍລິສັດເຕັກໂນໂລຊີຢຸນເຊິນຊູ່ແລະເມືອງອ່ານຈີ໋, ຊຶ່ງການຈັດວາງແຜນການເດີນທາງດັ່ງກ່າວແມ່ນມີຄວາມໝາຍອັນເລິກເຊິ່ງທີ່ສຸດ. ນັບຕັ້ງແຕ່ບໍລິສັດອາລີບາບາໄປຮອດບໍລິສັດຢຸນເຊິນຊູ່, ສິ່ງທີ່ໄດ້ເຫັນຄືພະລັງແຫ່ງການປະດິດສ້າງໃໝ່ຂອງການພັດທະນາເສດຖະກິດດິຈິຕອນແລະປັນຍາປະດິດ (AI); ນັບຕັ້ງແຕ່ບ້ານຢີສຸ່ນໄປຮອດໂຄງການ "ພັນແລະໝື່ນ", ສິ່ງທີ່ໄດ້ເຫັນຄືໝາກຜົນອັນອຸດົມສົມບູນຂອງການສ້າງສາອາລິຍະທຳນິເວດແລະການຟື້ນຟູຊົນນະບົດຢ່າງຮອບດ້ານ. ອາດເວົ້າໄດ້ວ່າ, ເສັ້ນທາງການທັດສະນະສຶກສາໃນຄັ້ງນີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຈັງຫວະການຂັບເຄື່ອນຂອງເຕັກໂນໂລຊີນະວັດຕະກຳຂອງຈີນໃນຍຸກປັດຈຸບັນເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງພຶດຕິກຳຕົວຈິງອັນມີຊີວິດຊີວາຂອງຈີນໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງແລະສົ່ງເສີມຄວາມສີວິໄລຮ່ວມກັນ.
ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ເບິ່ງຢ່າງຕັ້ງອົກຕັ້ງໃຈແລະສອບຖາມຢ່າງລະອຽດຕະຫຼອດເສັ້ນທາງ. ໃນເວລານຳພາທັດສະນະສຶກສາຢູ່ບ້ານຢີສຸ່ນ, ເມື່ອໄດ້ຮັບຊາບວ່າໂຄງການ "ພັນແລະໝື່ນ" ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງມາເປັນເວລາ 20 ກວ່າປີແລະໄດ້ປ່ຽນແປງໂສມໜ້າຂອງຊົນນະບົດຈີນຢ່າງເລິກເຊິ່ງ, ສະຫາຍໄດ້ກ່າວຊົມເຊີຍຈາກໃຈຈິງວ່າ"ອັນນີ້ແມ່ນດີເລີດແທ້ໆ, ຕ້ອງໄດ້ສຶກສາຮ່ຳຮຽນເອົາ". ໃນເວລາກຳລັງໂອ້ລົມກັບຜູ້ປະກອບການເຮືອນພັກຊົນນະບົດ, ສະຫາຍໄດ້ສອບຖາມຢ່າງລະອຽດກ່ຽວກັບການພັດທະນາອຸດສາຫະກຳ, ການເພີ່ມລາຍຮັບຂອງປະຊາຊົນແລະການສະໜັບສະໜູນດ້ານນະໂຍບາຍຕ່າງໆ. ສິ່ງນີ້ສະແດງໃຫ້ເຫັນວ່າຝ່າຍລາວບໍ່ພຽງແຕ່ໃຫ້ຄວາມສົນໃຈຕໍ່ກັບຜົນສຳເລັດຂອງການພັດທະນາທີ່ຈີນຍາດມາໄດ້ເທົ່ານັ້ນ, ແຕ່ຍັງໃຫ້ຄວາມສົນໃຈເປັນພິເສດວ່າຜົນສຳເລັດເຫຼົ່ານັ້ນຍາດມາໄດ້ດ້ວຍວິທີການແນວໃດ. ສິ່ງທີ່ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ເບິ່ງໃນຄັ້ງນີ້ຄືພຶດຕິກຳຕົວຈິງແຫ່ງການພັດທະນາຂອງແຂວງເຈີ້ຈຽງ, ແຕ່ສິ່ງທີ່ສະຫາຍຄິດຄືເສັ້ນທາງການພັດທະນາຂອງລາວ; ສິ່ງທີ່ສະຫາຍຊອກຮູ້ຄືບົດຮຽນຄວາມສຳເລັດຂອງຈີນ, ແຕ່ສິ່ງທີ່ສະຫາຍກຳລັງວາງແຜນຄືອະນາຄົດແຫ່ງການຫັນເປັນທັນສະໄໝຂອງລາວ.
ມີສະຫາຍລາວຫຼາຍທ່ານໄດ້ຮ່ວມແບ່ງປັນຄວາມປະທັບໃຈອັນເລິກເຊິ່ງທີ່ໄດ້ຮັບຈາກແຂວງເຈີ້ຈຽງໃຫ້ຂ້າພະເຈົ້າຟັງ, ຊຶ່ງສະຫຼຸບໄດ້ໃນ 3 ຈຸດຕົ້ນຕໍດັ່ງນີ້:
ໜຶ່ງແມ່ນ, ຕ້ອງຢຶດໝັ້ນການຊອກຮູ້ຄວາມຈິງຈາກພຶດຕິກຳຕົວຈິງແລະການຕັດສິນໃຈຢ່າງວິທະຍາສາດ.ຫຼັງຈາກທີ່ສະຫາຍສີຈິ້ນຜິງເຂົ້າມາຮັບຕຳແໜ່ງຢູ່ແຂວງເຈີ້ຈຽງໃນເດືອນຕຸລາ 2002, ສະຫາຍໄດ້ຢຶດໝັ້ນໃນການນຳເອົາການລົງເກັບກຳຂໍ້ມູນຕົວຈິງມາເປັນຕົວເປີດທາງ, ໂດຍໄດ້ລົງໄປຮາກຖານຢ່າງຕໍ່ເນື່ອງ, ຢ້ຽມຢາມຄອບຄົວຊາວນາ, ຂຶ້ນໄປຕາມເກາະດອນແລະເຂົ້າໄປຕາມວິສາຫະກິດຕ່າງໆ. ໃນທີ່ສຸດ, ໃນເດືອນທີ 10 ຂອງການປະຕິບັດງານຢູ່ແຂວງເຈີ້ຈຽງ, ສະຫາຍສີຈິ້ນຜິງໄດ້ເປີດເຜີຍ "ການອອກແບບລະດັບມະຫາພາກ" ຂອງສະຫາຍຢ່າງເປັນທາງການ, ຊຶ່ງກໍຄື "ຍຸດທະສາດ 88". ການລົງມືເຮັດວຽກຕົວຈິງ, ການກຳແໜ້ນສະພາບຄວາມເປັນຈິງ, ແລະການສະແຫວງຫາໝາກຜົນຕົວຈິງ, ພ້ອມທັງການກຳນົດຍຸດທະສາດທີ່ສອດຄ່ອງກັບສະພາບຄວາມເປັນຈິງແລະມີປະສິດທິຜົນ, ນີ້ຄືກ້າວທຳອິດ, ແລະກ້າວທຳອິດນີ້ຕ້ອງກ້າວຢ່າງໜັກແໜ້ນແລະຊັດເຈນ, ຫຼັງຈາກນັ້ນຈຶ່ງຈະສາມາດກ້າວໄປຂ້າງໜ້າໄດ້ຢ່າງໝັ້ນຄົງໃນທຸກໆກ້າວ.
ສອງແມ່ນ, ຕ້ອງລົງມືເຮັດຕົວຈິງຢ່າງຕັ້ງໜ້າແລະສ້າງຜົນງານຢ່າງຕໍ່ເນື່ອງຍາວນານ.ບໍ່ພຽງແຕ່ຕ້ອງອີງໃສ່ປັດຈຸບັນເພື່ອແກ້ໄຂຄວາມຮ້ອນຮົນແລະຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນເທົ່ານັ້ນ, ແຕ່ຍັງຕ້ອງມຸ່ງໜ້າສູ່ໄລຍະຍາວເພື່ອຮັດແໜ້ນຮາກຖານແຫ່ງການພັດທະນາ. ສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ເນັ້ນໜັກວ່າ, ຄວາມສຳເລັດບໍ່ຈຳເປັນຕ້ອງແມ່ນຂ້ອຍເປັນຜູ້ປະກາດ, ແຕ່ຄວາມສຳເລັດຕ້ອງມີຂ້ອຍຮ່ວມສ້າງ. ບໍ່ວ່າຈະແມ່ນການແຕ້ມແຜນຜັງດຽວແລ້ວສູ້ຊົນເຮັດຈົນເຖິງທີ່ສຸດຕະຫຼອດ 20 ກວ່າປີຂອງ "ຍຸດທະສາດ 88" ຫຼື ແມ່ນການສູ້ຊົນຢ່າງຕໍ່ເນື່ອງຍາວນານເພື່ອຊຸກຍູ້ການປ່ຽນແປງອັນໃຫຍ່ຫຼວງຂອງຊົນນະບົດໃນໂຄງການ "ພັນແລະໝື່ນ", ລ້ວນແຕ່ຕ້ອງການການລົງມືເຮັດຕົວຈິງເປັນອັນດັບທຳອິດ, ແລະຕ້ອງເຮັດຢ່າງຕໍ່ເນື່ອງຈາກຄະນະໜຶ່ງສູ່ອີກຄະນະໜຶ່ງ.
ສາມແມ່ນ, ການຫັນເປັນທັນສະໄໝແບບອັດຕະລັກສະນະຈີນນັ້ນບໍ່ພຽງແຕ່ມີພະລັງຂັບເຄື່ອນອັນແຮງກ້າຈາກການພັດທະນາທີ່ຊຸກຍູ້ດ້ວຍເຕັກໂນໂລຊີນະວັດຕະກຳເທົ່ານັ້ນ, ແຕ່ຍັງມີທິດສະດີການພັດທະນາທີ່ພູເຂົາຂຽວແລະນ້ຳໃສກໍຄືພູເຂົາຄຳແລະພູເຂົາເງິນທີ່ຊ່ວຍຊຸກຍູ້ເຊິ່ງກັນແລະກັນອີກດ້ວຍ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບກັນຢ່າງກົມກຽວລະຫວ່າງຄຸນນະພາບຂອງການພັດທະນາ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະການປົກປັກຮັກສາສິ່ງແວດລ້ອມນິເວດ.
ໃນປັດຈຸບັນ, ນັບມື້ນັບມີຫຼາຍປະເທດໃນທົ່ວໂລກໃຫ້ຄວາມສົນໃຈຕໍ່ກັບປະເທດຈີນ, ບໍ່ພຽງແຕ່ສົນໃຈຕໍ່ກັບຜົນສຳເລັດຂອງການພັດທະນາທີ່ຈີນຍາດມາໄດ້ເທົ່ານັ້ນ, ແຕ່ຍັງຫວັງທີ່ຈະເຂົ້າໃຈເຖິງ "ລະຫັດລັບແຫ່ງບົດຮຽນ" ທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງຈີນອີກດ້ວຍ. ການເດີນທາງໄປແຂວງເຈີ້ຈຽງຂອງສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໃນຄັ້ງນີ້, ຈຶ່ງຖືເປັນການຢ້ຽມຢາມແຫ່ງການແລກປ່ຽນເພື່ອຊອກຫາບົດຮຽນຄວາມສຳເລັດຂອງພັກກອມມູນິດຈີນໃນການບໍລິຫານປະເທດຊາດຢ່າງແທ້ຈິງ. ເຊື່ອໝັ້ນວ່າໄປຄຽງຄູ່ກັບການຖອດຖອນບົດຮຽນເຊິ່ງກັນແລະກັນທີ່ໄດ້ຮັບການລົງເລິກຢ່າງຕໍ່ເນື່ອງ, ສອງປະເທດຈີນ-ລາວຈະສາມາດນຳເອົາສະພາບຄວາມເປັນຈິງຂອງການພັດທະ ນາຂອງຕົນໄປປະສານສົມທົບເຂົ້າກັບກົດເກນແຫ່ງການສ້າງສາຫັນເປັນທັນສະໄໝແບບສັງຄົມນິຍົມໄດ້ດີກວ່າເກົ່າ, ເພື່ອຮ່ວມກັນກ້າວເດີນໄປຂ້າງໜ້າບົນເສັ້ນທາງການສະແຫວງຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ.
ຄຳຖາມທີ 3: ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຂໍຮຽນຖາມສະຫາຍເອກອັກຄະລັດຖະທູດ, ສະຫາຍເຫັນວ່າມີຈຸດເດັ່ນອັນໃດແດ່ທີ່ໜ້າສົນໃຈໃນຖະແຫຼງການຮ່ວມສະບັບນີ້?
ຄຳຕອບຊີ້ແຈງ: ຂ້າພະເຈົ້າເຫັນວ່າ, ຖະແຫຼງການຮ່ວມສະບັບນີ້ບໍ່ພຽງແຕ່ມີລະດັບຄວາມສູງທາງດ້ານຍຸດທະສາດເທົ່ານັ້ນ, ແຕ່ຍັງມີຄວາມເລິກເຊິ່ງໃນພຶດຕິກຳຕົວຈິງອີກດ້ວຍ; ບໍ່ພຽງແຕ່ໄດ້ກຳນົດເປົ້າໝາຍແຫ່ງການສູ້ຊົນຮ່ວມກັນຢ່າງຈະແຈ້ງເທົ່ານັ້ນ, ແຕ່ຍັງໄດ້ກຳນົດເສັ້ນທາງໃນການບັນລຸເປົ້າໝາຍດັ່ງກ່າວຢ່າງຊັດເຈນ, ຊຶ່ງຖືເປັນເອກະສານກຳນົດທິດທາງແລະແຜນຜັງເສັ້ນທາງ (Roadmap) ໃນການຊີ້ນຳການພັດທະນາການພົວພັນຈີນ-ລາວໃນຕໍ່ໜ້າ.
ກ່ອນອື່ນໝົດ, ເນື້ອໃນຕົ້ນຕໍຂອງຖະແຫຼງການຮ່ວມກໍຄືການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່ ຊຶ່ງໄດ້ບັນລຸການຍົກລະດັບໃໝ່ຂອງການກຳນົດທິດທາງການພົວພັນສອງຝ່າຍ. ນັບຕັ້ງແຕ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວມາຮອດການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ການເພີ່ມຄຳສັບເຫຼົ່ານີ້ເຂົ້າໄປແມ່ນມີເນື້ອໃນອັນອຸດົມສົມບູນແລະມີຄວາມໝາຍອັນກວ້າງໃຫຍ່ໄພສານ, ພ້ອມທັງມີນ້ຳໜັກຢ່າງຫຼວງຫຼາຍ. ຄຳວ່າ"ຍຸກໃໝ່"ແມ່ນໄດ້ສະແດງໃຫ້ເຫັນເຖິງການທີ່ສອງຝ່າຍອີງໃສ່ພາລະກິດສັງຄົມນິຍົມຂອງຕົນແລະກ້າວເຂົ້າສູ່ໄລຍະໃໝ່ຂອງການສ້າງສາຫັນເປັນທັນສະໄໝ, ໂດຍໄດ້ຮ່ວມກັນວາງແຜນຜັງຍຸດທະສາດທີ່ມຸ່ງໜ້າສູ່ການພັດທະນາການພົວພັນສອງປະເທດໃນໄລຍະຍາວ. ຄຳວ່າ"ໃນທຸກສະພາບການ" ແມ່ນໄດ້ສະແດງໃຫ້ເຫັນວ່າພາຍໃຕ້ສະພາບແວດລ້ອມມະຫາພາກຂອງການປ່ຽນແປງໃນຮອບຮ້ອຍປີທີ່ພວມຜັນແປໄປຢ່າງໄວວານັ້ນ, ບໍ່ວ່າສະພາບການສາກົນແລະພາກພື້ນຈະມີການປ່ຽນແປງໄປຄືແນວໃດກໍຕາມ, ສອງຝ່າຍກໍຈະຍັງຄົງຢຶດໝັ້ນໃນການສະໜັບສະໜູນເຊິ່ງກັນແລະກັນຢ່າງໜັກແໜ້ນ, ຈະຢືນຢູ່ຄຽງຂ້າງກັນສະເໝີໃນບັນຫາທີ່ຕິດພັນກັບຜົນປະໂຫຍດແກນກາງ ແລະ ຄວາມກັງວົນອັນໃຫຍ່ຫຼວງຂອງກັນ ແລະ ກັນ, ເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມໝັ້ນຄົງຂອງອຳນາດລັດ ແລະ ຄວາມໝັ້ນຄົງຂອງລະ ບອບການເມືອງ, ພ້ອມທັງຮ່ວມກັນປົກປັກຮັກສາຜົນປະໂຫຍດແຫ່ງການພັດທະນາ.
ທີສອງ, ຖະແຫຼງການຮ່ວມໄດ້ວາງການວາງແຜນຢ່າງເປັນລະບົບໃຫ້ແກ່ການພັດທະນາການພົວພັນຈີນ-ລາວໃນອະນາຄົດ.ຖະແຫຼງການໄດ້ກຳນົດຢ່າງຈະແຈ້ງວ່າຕ້ອງເລີ່ມຕົ້ນຈາກ"5 ສູງ"ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. "5 ສູງ" ເຫຼົ່ານັ້ນປະກອບມີ: ສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ, ດໍາເນີນການຮ່ວມມືດ້ານຄວາມໝັ້ນຄົງຢ່າງຫນຽວແຫນ້ນສູງ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງມີຄຸນນະພາບສູງ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນແລະການແລກປ່ຽນວັດທະນະທໍາຢ່າງມີຄວາມຖີ່ສູງ, ປະສານງານດ້ານຍຸດທະສາດໃຫ້ແໜ້ນແຟ້ນແລະມີມາດຕະຖານສູງ, .ເຊິ່ງກວມເອົາທັງຂົງເຂດການເມືອງ, ຄວາມໝັ້ນຄົງ, ການພັດທະນາ, ມະນຸດສະທຳແລະການປະສານງານສາກົນ, ເພື່ອຊີ້ບອກທິດທາງແລະຈຸດສຸມໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນທິດທາງການຮ່ວມມືຕົວຈິງໃຫ້ແກ່ບັນດາກະຊວງ, ຂະແໜງການແລະທ້ອງຖິ່ນຕ່າງໆຂອງສອງພັກສອງລັດໃນຕໍ່ໜ້າ.
ທີສາມ, ຖະແຫຼງການຮ່ວມໄດ້ສະເໜີມາດຕະການໃໝ່ໆທີ່ມີລັກສະນະບຸກທະລຸແລະມີຄວາມໝາຍເປັນຂີດໝາຍປະຫວັດສາດ.ເປັນຕົ້ນແມ່ນການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດຂັ້ນລັດຖະມົນຕີ 3+3 (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ແລະໄດ້ສະເໜີການຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງຈີນ-ລາວ.ການສະເໜີຍົກລະດັບຄຸນນະພາບຂອງແລວທາງເສດຖະກິດຈີນ-ລາວ, ການສ້າງກົນໄກການຮ່ວມມືພັດທະນາຊັບພະຍາກອນແຮ່ທາດຢ່າງຮອບດ້ານ, ພ້ອມທັງໄດ້ວາງການວາງແຜນຢ່າງຮອບດ້ານໃຫ້ແກ່ຂົງເຂດປັນຍາປະດິດ (AI), ເສດຖະກິດດິຈິຕອນແລະການສ້າງໂຄງລ່າງພື້ນຖານດິຈິຕອນ. ການສະເໜີຈັດຕັ້ງປະຕິບັດໂຄງການ “ພັນແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດລະຫວ່າງລາວ-ຈີນ. ມາດຕະການເຫຼົ່ານີ້ບໍ່ພຽງແຕ່ອີງໃສ່ຄວາມຕ້ອງການແຫ່ງການພັດທະນາໃນປັດຈຸບັນເທົ່ານັ້ນ, ແຕ່ຍັງມຸ່ງໜ້າສູ່ການສ້າງສາຫັນເປັນທັນສະໄໝໃນອະນາຄົດ, ເພື່ອເພີ່ມເນື້ອໃນຍຸກໃໝ່ແລະພະລັງຂັບເຄື່ອນການພັດທະນາໃໝ່ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່.
ຄຳຖາມທີ 4: ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ລາວໄດ້ເຫັນດີເປັນເອກະພາບກັນໃນການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" ລະຫວ່າງການຕ່າງປະເທດ, ປ້ອງກັນຊາດແລະປ້ອງກັນຄວາມສະຫງົບ. ຂໍຮຽນຖາມສະຫາຍເອກອັກຄະລັດຖະທູດ, ສະຫາຍມີທັດສະນະຕີລາຄາແນວໃດຕໍ່ກັບຄວາມໝາຍສຳຄັນຂອງກົນໄກດັ່ງກ່າວ ?
ຄຳຕອບຊີ້ແຈງ: ຈີນ ແລະລາວຕ່າງກໍແມ່ນປະເທດສັງຄົມນິຍົມ, ໃນປັດຈຸບັນຕ່າງກໍພວມປະເຊີນກັບສະພາບແວດລ້ອມພາຍນອກທີ່ມີຄວາມສັບສົນແລະຂ້ຽວຂາດກວ່າເກົ່າ, ທັງມີພາລະກິດແຫ່ງການປະຕິຮູບ, ການພັດທະນາແລະການຮັກສາສະຖຽນລະພາບທີ່ໜັກໜ່ວງແລະສາກົນກວ່າເກົ່າ. ພວກຕົນມີຄວາມຈຳເປັນແລະມີຄວາມຮັບຜິດຊອບທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງດ້ານຍຸດທະສາດຕື່ມອີກ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຊຶ່ງບໍ່ພຽງແຕ່ເພື່ອປົກປັກຮັກສາຄວາມໝັ້ນຄົງຂອງສອງປະເທດໃຫ້ດີກວ່າເກົ່າເທົ່ານັ້ນ, ແຕ່ຍັງເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງສາກົນແລະພາກພື້ນອີກດ້ວຍ.
ໃນຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກສອງລັດໄດ້ຮ່ວມກັນປະກາດສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ), ແລະຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງຈີນ-ລາວ, ຊຶ່ງນີ້ແມ່ນການຈັດຕັ້ງກົນໄກທີ່ມີລັກສະນະລະບົບອັນສຳຄັນໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນຄວາມຮຽກຮ້ອງຕ້ອງການອັນຈຳເປັນໃນການຊຸກຍູ້ພາລະກິດສັງຄົມນິຍົມຂອງທົ່ວໂລກໃຫ້ເຕີບໃຫຍ່ຂະຫຍາຍຕົວ. ພວກຂ້າພະເຈົ້າຍິນດີທີ່ຈະຮ່ວມມືກັບຝ່າຍລາວ, ໂດຍຖືເອົາການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ "3+3" ເປັນກາລະໂອກາດ, ຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມກັນຂອງຜູ້ນຳສູງສຸດຂອງສອງຝ່າຍຢ່າງເດັດດ່ຽວ, ຮ່ວມກັນປົກປັກຮັກສາລະບອບສັງຄົມນິຍົມແລະຕຳແໜ່ງການເປັນພັກກຳອຳນາດຂອງພັກກອມມູນິດ, ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດແລະການບັງຄັບໃຊ້ກົດໝາຍດ້ານຄວາມໝັ້ນຄົງ, ສະກັດກັ້ນແລະປາບປາມການພະນັນອອນລາຍ, ການຕົ້ມຕຸ໋ນທາງໂທລະຄົມມະນາຄົມແລະອາຊະຍາກຳຂ້າມຊາດອື່ນໆຢ່າງເດັດຂາດ, ເພື່ອສະໜັບສະໜູນແລະປົກປັກຮັກສາຜົນປະໂຫຍດແກນກາງແລະຄວາມກັງວົນອັນໃຫຍ່ຫຼວງຂອງກັນແລະກັນຢ່າງມີພະລັງແລະເດັດດ່ຽວຍິ່ງຂຶ້ນ, ເລັ່ງລັດຊຸກຍູ້ໃຫ້ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເກີດດອກອອກຜົນແລະມີປະສິດທິຜົນຕົວຈິງ.
ຄຳຖາມທີ 5: ເຊື່ອໝັ້ນວ່າໄປຄຽງຄູ່ກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້ທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງເປັນກ້າວໆນັ້ນ, ການພົວພັນຈີນ-ລາວຈະບັນລຸການພັດທະນາຄັ້ງໃໝ່. ສຳລັບປະຊາຊົນລາວແລ້ວ, ສິ່ງນີ້ຈະນຳເອົາຜົນປະໂຫຍດຕົວຈິງອັນໃດແດ່ທີ່ສາມາດເບິ່ງເຫັນໄດ້ແລະຈັບຕ້ອງໄດ້?
ຄຳຕອບຊີ້ແຈງ: ເປົ້າໝາຍສຸດທ້າຍຂອງການຮ່ວມມືຈີນ-ລາວກໍຄືການເຮັດໃຫ້ປະຊາຊົນຂອງທັງສອງປະເທດໄດ້ຮັບຜົນປະໂຫຍດຕົວຈິງ. ໝາກຜົນອັນສຳຄັນຫຼາຍປະການທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນທີ່ສຸດແລ້ວຈະໄດ້ຮັບການສະແດງອອກໃນໂອກາດການມີວຽກເຮັດງານທຳ, ລະດັບລາຍຮັບແລະການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງແທ້ຈິງ.
ກ່ອນອື່ນໝົດ, ປະຊາຊົນລາວຈະມີໂອກາດໃນການພັດທະນາແລະການເພີ່ມລາຍຮັບຫຼາຍຂຶ້ນ. ຄືກັບທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ໃນການພົບປະເຈລະຈາຂອງຜູ້ນຳສູງສຸດຂອງສອງຝ່າຍແລະໃນຖະແຫຼງການຮ່ວມຕ່າງກໍໄດ້ເນັ້ນໜັກວ່າ, ຕ້ອງໄດ້ຊຸກຍູ້ການສ້າງແລວທາງເສດຖະກິດຈີນ - ລາວ ໃຫ້ຍົກລະດັບຄຸນນະພາບຂຶ້ນ, ແລະເລັ່ງລັດການພັດທະນາຮອບດ້ານຕາມທາງລົດໄຟລາວ-ຈີນ. ໃນຖະແຫຼງການຮ່ວມຍັງໄດ້ກຳນົດຢ່າງຈະແຈ້ງວ່າ, ຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອັດຕາພາສີ 0% ສຳລັບສິນຄ້າຂອງລາວທີ່ສົ່ງອອກໄປຈີນທັງໝົດ 100% ຂອງລາຍການພາສີ, ລົງເລິກການຮ່ວມມືດ້ານການຄ້າເອເລັກໂຕຣນິກ (E-commerce), ເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າກະສິກຳແລະສິນຄ້າຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງແລະຂະໜາດຍ່ອຍ (MSMEs) ຂອງລາວໄປຍັງປະເທດຈີນ. ຄວາມຮັບຮູ້ຮ່ວມກັນເຫຼົ່ານີ້ຈະຊ່ວຍສ້າງຕຳແໜ່ງງານໃຫ້ຫຼາຍຂຶ້ນ, ຊຸກຍູ້ການພັດທະນາຂອງຂະແໜງການໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງແລະການຜະລິດ, ພ້ອມທັງຊຸກຍູ້ການສົ່ງອອກສິນຄ້າທີ່ມີຄຸນນະພາບດີຂອງລາວໄປປະເທດຈີນໃຫ້ຫຼາຍຂຶ້ນ. ສິ່ງເຫຼົ່ານີ້ຈະຫັນປ່ຽນເປັນຕົວເງິນຕົວຈິງຢູ່ໃນກະເປົ໋າຂອງປະຊາຊົນລາວ, ເຮັດໃຫ້ຄອບຄົວຄົນລາວໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.
ທີສອງ, ເຍົາວະຊົນແລະຊາວໜຸ່ມລາວຈະມີໂອກາດໃນການສຶກສາຮ່ຳຮຽນແລະການເຕີບໃຫຍ່ຂະຫຍາຍຕົວຫຼາຍຂຶ້ນ.ຖະແຫຼງການຮ່ວມໄດ້ກຳນົດຢ່າງຈະແຈ້ງວ່າ, ຝ່າຍຈີນຈະຈັດຕັ້ງປະຕິບັດໂຄງການ “ພັນແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດລະຫວ່າງລາວ-ຈີນ, ຊຶ່ງກໍຄືການຊ່ວຍບຳລຸງສ້າງບຸກຄະລາກອນດ້ານການຄຸ້ມຄອງແລະເຕັກນິກວິຊາສະເພາະໃຫ້ແກ່ຝ່າຍລາວຈຳນວນ 3,000 ຄົນ, ແລະພາຍໃນປີ 2028 ຈະບັນລຸເປົ້າໝາຍການນຳເອົານັກຮຽນ-ນັກສຶກສາລາວ 10,000 ຄົນໄປສຶກສາຮ່ຳຮຽນຢູ່ສປຈີນໃນແຕ່ລະປີ. ຝ່າຍຈີນຈະເພີ່ມທະວີການແລກປ່ຽນແລະຮ່ວມມືກັບຝ່າຍລາວໃນຂົງເຂດການສຶກສາຊັ້ນສູງ, ອາຊີວະສຶກສາ, ການສຶກສາດ້ານພາສາ, ການສຶກສາດີຈີຕອນ ແລະ ປັນຍາປະດິດ (AI), ພ້ອມທັງ (ສູນຝຶກອົບຮົມວິຊາຊີບຫຼູປານ). ຈະສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາລາວທີ່ມີຜົນການຮຽນດີເດັ່ນໄດ້ໄປສຶກສາຮ່ຳຮຽນຢູ່ສປຈີນ, ເພື່ອບຳລຸງສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃຫ້ແກ່ຂົງເຂດການຮ່ວມມືທີ່ສຳຄັນຂອງສອງຝ່າຍ, ທັງຈະສືບຕໍ່ສະໜັບສະໜູນຝ່າຍລາວໃນການຍົກລະດັບຄຸນນະພາບການສຶກສາໂດຍຜ່ານການປະສານສົມທົບລະຫວ່າງການຊ່ວຍເຫຼືອດ້ານໂຄງລ່າງພື້ນຖານ (Hardware) ແລະການຊ່ວຍເຫຼືອດ້ານວິຊາການ (Software), ພ້ອມທັງສະໜັບສະໜູນລາວໃນການສ້າງປຶ້ມແບບຮຽນສຳລັບໂຮງຮຽນສາມັນສຶກສາ. ສິ່ງເຫຼົ່ານີ້ລ້ວນແຕ່ໝາຍຄວາມວ່າເຍົາວະຊົນແລະຊາວໜຸ່ມລາວຈຳນວນຫຼວງຫຼາຍຈະມີໂອກາດຫຼາຍຂຶ້ນໃນການຮຽນຮູ້ເຕັກໂນໂລຊີທັນສະໄໝ, ກຳແໜ້ນທັກສະວິຊາຊີບ, ເພື່ອປັບຕົວໃຫ້ເຂົ້າກັບຄວາມຕ້ອງການແຫ່ງການພັດທະນາເສດຖະກິດໃນອະນາຄົດໄດ້ດີກວ່າເກົ່າ, ທັງຈະສາມາດສ້າງອະນາຄົດອັນຈົບງາມໃຫ້ແກ່ຕົນເອງແລະຄອບຄົວອີກດ້ວຍ. ໃນໂອກາດນີ້, ຂ້າພະເຈົ້າຂໍຖືໂອກາດຜ່ານບັນດາອົງການສື່ມວນຊົນຕ່າງໆ, ເພື່ອຊຸກຍູ້ແລະໃຫ້ກຳລັງໃຈແກ່ຊາວໜຸ່ມລາວທີ່ມີຄວາມມຸ່ງໝັ້ນໃຫ້ພາກັນສະໝັກເຂົ້າຮຽນໃນສະຖາບັນການສຶກສາຕ່າງໆຂອງຈີນແລະສະໝັກທຶນການສຶກສາປະເພດຕ່າງໆຂອງຈີນໃຫ້ຫຼາຍຂຶ້ນ, ເມື່ອໄດ້ໄປສຶກສາຮ່ຳຮຽນຈົບຊັ້ນສູງຢູ່ຈີນແລ້ວ, ກໍກັບຄືນມາສ້າງສາພັດທະນາປະເທດຊາດແລະອຸທິດຕົນເຂົ້າໃນພາລະກິດມິດຕະພາບລາວ-ຈີນ. ສະຖານທູດຈີນຍິນດີທີ່ຈະສະໜອງການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ຫຼາຍຂຶ້ນແກ່ນັກຮຽນ-ນັກສຶກສາລາວທີ່ຈະເດີນທາງໄປສຶກສາຕໍ່ຢູ່ ສປ ຈີນ.
ທີສາມ, ປະຊາຊົນລາວຈະໄດ້ຊົມໃຊ້ການບໍລິການສາທາລະນະທີ່ມີຄຸນນະພາບສູງກວ່າເກົ່າ.ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ກຳນົດຢ່າງຈະແຈ້ງວ່າຈະລົງເລິກການຮ່ວມມືດ້ານເຕັກໂນໂລຊີດິຈິຕອນແລະປັນຍາປະດິດ (AI), ສະໜັບສະໜູນລາວໃນການສ້າງສູນຂໍ້ມູນແຫ່ງຊາດ (National Data Center), ລະບົບຄລາວ (Cloud Computing) ແລະເຄືອຂ່າຍການສື່ສານທີ່ທັນສະໄໝ, ພ້ອມທັງຊຸກຍູ້ການສ້າງລະບົບລັດຖະບານເອເລັກໂຕຣນິກ (E-Government). ໃນຂະນະດຽວກັນ, ຈະສືບຕໍ່ເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດບຸກຄະລາກອນການແພດ, ສຸຂະພາບແມ່ Assessment ແລະເດັກ, ການຄວບຄຸມແລະປ້ອງກັນພະຍາດຕິດຕໍ່, ຢາພື້ນເມືອງແລະຂົງເຂດອື່ນໆ, ພ້ອມທັງຮ່ວມກັນຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ “ນ້ອຍແຕ່ງາມ” ໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: "ໂຄງການແສງສະຫວ່າງ" ແລະ "ໂຄງການນໍ້າໃຈຄວາມຮັກ". ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນ, ໂດຍອີງໃສ່ຫ້ອງທົດລອງທີ່ກ່ຽວຂ້ອງກັບການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນຕາມແຜນຂອງໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນພື້ນຖານ, ເພື່ອລົງເລິກການຮ່ວມມືຄົ້ນຄວ້າຮ່ວມກັນໃນການປ້ອງກັນແລະປິ່ນປົວພະຍາດເຂດຮ້ອນສອງຝ່າຍຈີນ-ລາວ. ໂດຍຜ່ານການຮ່ວມມືຈີນ-ລາວເຫຼົ່ານີ້, ປະຊາຊົນລາວຈະສາມາດຊົມໃຊ້ການບໍລິການດ້ານການສື່ສານທີ່ວ່ອງໄວຂຶ້ນ, ການບໍລິການພາກລັດທີ່ສະດວກສະບາຍຂຶ້ນ, ການບໍລິການທາງດ້ານການແພດທີ່ມີຄຸນນະພາບດີຂຶ້ນ, ແລະການບໍລິການດ້ານປັນຍາປະດິດ (AI) ທີ່ກ້າວໜ້າຂຶ້ນ.
ການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ ໃນທີ່ສຸດແລ້ວຕ້ອງໄດ້ຮັບການຈັດຕັ້ງປະຕິບັດເພື່ອຄວາມສຸກຮັ່ງມີຂອງປະຊາຊົນ. ພວກຂ້າພະເຈົ້າຍິນດີທີ່ຈະຮ່ວມມືກັບຝ່າຍລາວ, ເພື່ອຫັນເອົາໝາກຜົນການຢ້ຽມຢາມສປຈີນຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນຄັ້ງນີ້, ໃຫ້ກາຍເປັນຜົນປະໂຫຍດຕົວຈິງທີ່ສ້າງຄວາມສຸກແລະເອື້ອອຳນວຍໃຫ້ແກ່ປະຊາຊົນຢ່າງກວ້າງໃຫຍ່ໄພສານ.
ສຸດທ້າຍນີ້, ຂ້າພະເຈົ້າຂໍຖືໂອກາດນີ້ຮ່ວມແບ່ງປັນພາບເຫດການອັນໜຶ່ງທີ່ສ້າງຄວາມຕື້ນຕັນໃຈໃຫ້ແກ່ຂ້າພະເຈົ້າເປັນຢ່າງຍິ່ງໃນລະຫວ່າງການຢ້ຽມຢາມຄັ້ງນີ້. ນັ້ນແມ່ນໃນຕອນແລງຂອງວັນທີ 4 ມິຖຸນາ, ຢູ່ທີ່ເຮືອນຮັບຮອງແຂກລັດຖະບານຕ້ຽວຢູຖ່າຍ (钓鱼台国宾馆), ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດໄດ້ໃຫ້ກຽດພົບປະຢ່າງສະໜິດສະໜົມກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວແລະຕົວແທນອະດີດນັກຮົບເກົ່າຈີນທີ່ເຄີຍຊ່ວຍລາວຕໍ່ຕ້ານຈັກກະພັດອາເມຣິກາ. ທຸກໆທ່ານຕ່າງກໍໄດ້ຮ່ວມກັນຫວນຄືນຄວາມຫຼັງດ້ວຍຄວາມຜູກພັນອັນເລິກ ເຊິ່ງກ່ຽວກັບເສັ້ນທາງປະຫວັດສາດອັນສະຫວ່າງສະໄຫວທີ່ຈີນແລະລາວໄດ້ຮ່ວມທຸກຮ່ວມສຸກ, ຮ່ວມຊາຕາກຳ ແລະ ຜ່ານຜ່າອຸປະສັກນາໆປະການຮ່ວມກັນໃນຊຸມປີແຫ່ງສົງຄາມປະຕິວັດ, ກໍຄືການລົງເລິກການຮ່ວມມືແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນໃນໄລຍະແຫ່ງການສ້າງສາສັງຄົມນິຍົມຕະຫຼອດ 65 ປີທີ່ຜ່ານມາ. ໃນເວລານັ້ນ, ອະ ດີດນັກຮົບຍິງຂອງຄະນະສິລະປະກອນຈີນທີ່ເຄີຍມາຊ່ວຍເຫຼືອລາວໄດ້ຮ້ອງເພງປະຕິວັດລາວ "ຕ້ານຈັກກະພັດຜູ້ຮຸກຮານ" ທີ່ລາວໄດ້ຮຽນຮູ້ເມື່ອ 60 ກວ່າປີກ່ອນເປັນພາສາລາວ, ທຸກໆທ່ານທີ່ຢູ່ໃນຫ້ອງຕ່າງກໍໄດ້ຕົບມືໃຫ້ຈັງຫວະຮ່ວມກັນ, ສະຫາຍເລຂາທິການໃຫຍ່ທອງລຸນສີສຸລິດແລະພັນລະຍາຂອງເພິ່ນກໍໄດ້ຮ່ວມຮ້ອງເພງນັ້ນໄປພ້ອມໆກັນ. ພາບເຫດການໃນຄັ້ງນີ້, ຖືເປັນການຢັ້ງຢືນອັນເລິກເຊິ່ງເຖິງຄວາມຜູກພັນອັນແທ້ຈິງຂອງສອງປະເທດທີ່ມີສາຍນ້ຳແລະພູເຂົາຕິດຈອດກັນ, ທັງເປັນສຽງສະທ້ອນອັນອົບອຸ່ນຂອງການມີຊາຕາກຳຮ່ວມກັນ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ບົນພື້ນຖານແຫ່ງມິດຕະພາບອັນເປັນມູນເຊື້ອທີ່ເລິກເຊິ່ງ, ຂ້າມຜ່ານສາຍນ້ຳແລະພູເຂົາແລະນັບມື້ນັບໝັ້ນຄົງຍາວນານນີ້, ໄປຄຽງຄູ່ກັບການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມກັນທາງດ້ານຍຸດທະສາດໃໝ່ທີ່ຜູ້ນຳສູງສຸດຂອງສອງພັກສອງລັດບັນລຸໄດ້ໃນໄລຍະຕໍ່ໜ້ານັ້ນ, ອະນາຄົດຂອງການພົວພັນຈີນ-ລາວຈະຕ້ອງມີຄວາມສະຫວ່າງສະໄຫວແລະຮຸ່ງເຮືອງສີວິໄລຢ່າງແນ່ນອນ, ແລະປະຊາຊົນຂອງທັງສອງປະເທດຈະໄດ້ຮັບຄວາມສຸກຮັ່ງມີແລະຜົນປະໂຫຍດອັນຫຼວງຫຼາຍຈາກສິ່ງນີ້ຢ່າງແທ້ຈິງ
ແຫຼ່ງ: ປະຊາຊົນ
ການຮ່ວມມືຈີນ - ລາວ ເປັນແບບຢ່າງໃໝ່ໃຫ້ແກ່ການຮ່ວມມືໃຕ້-ໃຕ້
ຫວ່າງມໍ່ໆມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມຈີນ. ສອງປະເທດໄດ້ອອກຖະແຫຼງການຮ່ວມໂດຍໄດ້ລະບຸຢ່າງຈະແຈ້ງວ່າ: ຈະສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍເລິກເຊິ່ງຍາວນານ, ສອງປະເທດໄດ້ລົງເລິກການຮ່ວມມືຮອບດ້ານບົນພື້ນຖານສະພາບແຫ່ງຊາດຂອງກັນ ແລະ ກັນ ຊຶ່ງໄດ້ເປັນແບບຢ່າງໃໝ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ຮ່ວມກັນພັດທະນາ ແລະ ຄົ້ນຫາເສັ້ນທາງສູ່ຄວາມທັນສະໄໝ.
ກ່ອນອື່ນ, ຄຸນຄ່າອັນເປັນແບບຢ່າງຂອງການຮ່ວມມືຈີນ-ລາວ ໄດ້ສະແດງໃຫ້ເຫັນຢູ່ໃນການຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃນດ້ານປະສົບການການພັດທະນາ. ການເດີນທາງຢ້ຽມຢາມຈີນຄັ້ງນີ້ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມແຂວງເຈີ້ຈ່ຽງເປັນຈຸດທຳອິດ. ຜົນງານພົ້ນເດັ່ນຂອງແຂວງເຈີ້ຈ່ຽງລວມມີ: ລາຍຮັບທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງແຂວງໃນປີ 2025 ມີຫຼາຍກວ່າ 70,000 ຢວນ, ຊ່ອງວ່າງດ້ານລາຍຮັບຂອງຕົວເມືອງ ແລະ ຊົນນະບົດໄດ້ສືບຕໍ່ຫຼຸດໜ້ອຍລົງ. ໂດຍອີງໃສ່ເສດຖະກິດດີຈີຕອນ, ການສ້າງ ຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດ ແລະ ການບໍລິການດ້ານການບໍລິຫານຂອງພາກລັດທີ່ມີປະສິດທິພາບສູງ, ແຂວງເຈີ້ຈ່ຽງ ໄດ້ສ້າງລະບົບການເຕີບໂຕທີ່ກວມລວມ. ບົດຮຽນເຫຼົ່ານີ້ພໍດີສາມາດຕອບສະໜອງກັບຄວາມຕ້ອງການດ້ານການພັດທະນາຂອງລາວໄດ້ຢ່າງຊັດເຈນ: ປະຖິ້ມຮູບແບບການເຕີບໂຕທີ່ຫຼ້າຫຼັງ ແລະ ເຮັດໃຫ້ໝາກຜົນດ້ານການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຖ້ວນໜ້າຢ່າງທົ່ວເຖິງ; ປະຖິ້ມເສັ້ນທາງເກົ່າທີ່ວ່າ “ສ້າງມົນລະພິດກ່ອນແລ້ວຈຶ່ງປັບປຸງແກ້ໄຂ” ແລະ ຢຶດໝັ້ນໃຫ້ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດກ້າວເດີນໄປໜ້າຄວບຄູ່ກັນ. ການຈັດຕັ້ງປະຕິບັດຂອງແຂວງເຈີ້ຈ່ຽງ ໄດ້ເປັນແບບຢ່າງທີ່ມີຊີວິດຊີວາໃຫ້ແກ່ລາວໃນການວາງແນວທາງການພັດທະນາຂອງຕົນ.
ຮູບແບບການພັດທະນາອຸດສາຫະກຳທີ່ສ້າງຂຶ້ນບົນພື້ນຖານສະພາບຕົວຈິງຂອງຕົນແມ່ນຈຸດເດັ່ນອີກຈຸດໜຶ່ງໃນການຮ່ວມມືຈີນ-ລາວ. ລາວມີອຸດສາຫະກຳທີ່ມີເອກະລັກພິເສດຕ່າງໆເຊັ່ນ: ກາເຟ, ຫັດຖະກຳພື້ນເມືອງ ແລະ ອື່ນໆທີ່ອີງໃສ່ການຜະລິດແບບຄອບຄົວ ທີ່ກະແຈກກະຈາຍມາດົນແລ້ວ, ເຮັດໃຫ້ມີມູນຄ່າເພີ່ມຕ່ຳ. ຂະນະທີ່ຫຼາຍອຸດສາຫະກຳຂອງແຂວງເຈີ້ຈ່ຽງຈີນໄດ້ພັດທະນາຈາກເສດຖະກິດຄອບຄົວ, ອີງໃສ່ການພັດທະນາແບບເຕົ້າໂຮມທຶນຂອງປະຊາຊົນ. ປັດຈຸບັນໄດ້ພັດທະນາເປັນວິສາຫະກິດເອກະຊົນຫຼາຍກວ່າ 3,7 ລ້ານແຫ່ງ. ຮູບແບບການພັດທະນານີ້ແມ່ນສອດຄ່ອງກັບການພັດທະນາອຸດສາຫະກຳຂອງລາວ. ການແລກປ່ຽນດ້ານອຸດສາຫະກຳລະຫວ່າງຈີນ ແລະ ລາວ, ບໍ່ແມ່ນໃຫ້ລາວຮຽນຄັດລອກການພັດທະນາຂອງຈີນ, ຫາກແມ່ນນຳພາຜູ້ຜະລິດໃນທ້ອງຖິ່ນຂອງລາວຮ່ວມກັນພັດທະນາເພື່ອບຳລຸງສ້າງອຸດສາຫະກຳທ້ອງຖິ່ນທີ່ມີຄວາມສາມາດຕ້ານທານກັບຄວາມສ່ຽງໄດ້ເປັນຢ່າງດີ, ເຮັດໃຫ້ປະຊາຊົນສາມາດເຂົ້າຮ່ວມການພັດທະນາແລະ ຊົມໃຊ້ໝາກຜົນແຫ່ງການພັດທະນາໄດ້ຢ່າງແທ້ຈິງ.
ເສດຖະກິດດີຈີຕອນເພີ່ມຄວາມສາມາດໃຫ້ແກ່ການພັດທະນາ ແລະ ເປີດຊ່ອງທາງໃໝ່ໃຫ້ແກ່ການພັດທະນາແຫ່ງຊາດ. ທິດສະດີໃນການພັດທະນາແບບດັ້ງເດີມເຫັນວ່າ: ປະເທດຕ້ອງສຳເລັດການຫັນເປັນອຸດສາຫະກຳກ່ອນຈຶ່ງຈະສາມາດກ້າວໄປສູ່ການຊຸກຍູ້ການຫັນເປັນແບບຂໍ້ມູນຂ່າວສານ, ແຕ່ການຮ່ວມມືຈີນ-ລາວ ໄດ້ທັບມ້າງຮູບແບບເກົ່ານີ້. ຜະລິດຕະພັນກະສິກຳຂອງລາວສ່ວນຫຼາຍແມ່ນສົ່ງອອກໄປຈີນ ແລະ ສ່ວນຫຼາຍແມ່ນຜະລິດຕະພັນຂັ້ນຕົ້ນມາເປັນເວລາດົນນານ, ຍັງບໍ່ທັນມີຍີ່ຫໍ້ທີ່ມີຊື່ສຽງໂດ່ງດັງປານໃດ. ປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ເວລາໃນການຂົນສົ່ງສິນຄ້າຈາກລາວເຂົ້າໄປຈີນຫຼຸດລົງຢ່າງຫຼວງຫຼາຍ, ຈີນຍັງໄດ້ຍົກເວັ້ນ ຫຼື ຫຼຸດພາສີນຳເຂົ້າຕໍ່ສິນຄ້າຈາກລາວພາຍໃຕ້ຂອບ RCEP. ຖານຂໍ້ມູນຄົ້ນຫາແຫຼ່ງຜະລິດສິນຄ້າຂອງແຂວງເຈີ້ຈ່ຽງ ໄດ້ສະໜອງວິທີແກ້ໄຂທາງເຕັກໂນໂລຊີທີ່ສົມບູນແບບຊຸດໜຶ່ງ: ຖ້າຫາກກາເຟຂອງລາວໄດ້ເຊື່ອມຕໍ່ເຂົ້າໃນລະບົບຄົ້ນຫາແຫຼ່ງຜະລິດ Block-chain, ຜູ້ບໍລິໂພກຈີນຈະສາມາດຮັບຮູ້ເຖິງຂໍ້ມູນຕ່າງໆຂອງກາເຟເຊັ່ນ: ສວນກາເຟ, ເວລາເກັບກ່ຽວ, ວິທີປຸງແຕ່ງ ແລະ ອື່ນໆໂດຍຜ່ານຈາກການສະແກນ QR-Code ຢູ່ຕາມສິນຄ້າ. ເຮັດແນວນີ້, ຈະເຮັດໃຫ້ຍີ່ຫໍ້ຕ່າງໆຂອງລາວມີມູນຄ່າເພີ່ມຂຶ້ນ. ໃນຂໍ້ທີ 4 ຫົວຂໍ້ຍ່ອຍທີ 12 ໃນຖະແຫຼງການຮ່ວມຈີນ-ລາວຄັ້ງນີ້ໄດ້ກຳນົດເສັ້ນທາງຢ່າງຈະແຈ້ງໃຫ້ແກ່ການຮ່ວມມືດີຈີຕອນຈີນ-ລາວ ຄື: ຊຸກຍູ້ການສ້າງສູນຂໍ້ມູນແຫ່ງຊາດ, ລະບົບຄລາວຄອມພິວຕີງ ແລະ ເຄືອຂ່າຍໂທລະຄົມທັນສະໄໝຂອງລາວ, ສະໜັບສະໜູນລາວສ້າງລະບົບບໍລິຫານເອເລັກໂຕຣນິກ, ເພີ່ມທະວີການຮ່ວມມືໃນຂົງເຂດປັນຍາປະດິດ, ຄວາມໝັ້ນຄົງທາງອິນເຕີເນັດ ແລະ ອື່ນໆ. ເຕັກໂນໂລຊີດີຈີຕອນເພີ່ມຄວາມສາມາດດ້ານການພັດທະນາໄດ້ຊີ້ທິດເຍືອງທາງໃຫ້ແກ່ບັນດາປະເທດເຂດໂລກໃຕ້ທີ່ມີພື້ນຖານອຸດສາຫະກຳທີ່ອ່ອນແອ.
ການແລກປ່ຽນບົດຮຽນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດໄດ້ສ້າງພື້ນຖານດ້ານລະບຽບການທີ່ໝັ້ນແກ່ນໃຫ້ແກ່ຈີນ ແລະ ລາວລົງເລິກການຮ່ວມມືກັນ. ຖະແຫຼງການຮ່ວມຈີນ-ລາວ ໄດ້ຈັດເອົາການລົງເລິກການແລກປ່ຽນບົດຮຽນດ້ານການກໍ່ສ້າງພັກ ແລະ ການປົກຄອງປະເທດເປັນວຽກງານຈຸດສຸມເພື່ອຊ່ວຍເຫຼືອລາວຍົກປະສິດທິພາບດ້ານການບໍລິຫານໃຫ້ສູງຂຶ້ນ. ນີ້ຈະຕ່າງກັບຮູບແບບການຮ່ວມມືຂອງບາງປະເທດທີ່ວາງເງື່ອນໄຂທາງການເມືອງ, ການຮ່ວມມືຈີນ-ລາວ ໄດ້ຢຶດໝັ້ນຄວາມສະເໝີພາບ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ເຄົາລົບເສັ້ນທາງການພັດທະນາຂອງກັນ ແລະ ກັນ, ນີ້ເປັນຫຼັກການທີ່ຈຳເປັນຕ້ອງຢຶດໝັ້ນໃນການຮ່ວມມືລະຫວ່າງປະເທດເຂດໂລກໃຕ້.
ໃນໂລກປັດຈຸບັນ, ລັດທິຝ່າຍດຽວ ແລະ ຊ່ອງວ່າງດ້ານການພັດທະນາຍັງສືບຕໍ່ເປັນສິ່ງທ້າທາຍຕໍ່ບັນດາປະເທດກຳລັງພັດທະນາ. ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຈະຖືເອົາການຮ່ວມມືດ້ວຍຄວາມຈິງໃຈເຂົ້າແທນການປະເຊີນໜ້າ ແລະ ໂຕ້ແຍ້ງກັນ, ຢຶດຖືການຊົມໃຊ້ປະສົບການເພື່ອບັນລຸຄວາມກ້າວໜ້າຮ່ວມກັນ. ຈາກການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຍົກລະດັບອຸດສາຫະກຳໃຫ້ສູງຂຶ້ນຮອດການປະດິດສ້າງໃໝ່ດ້ານດີຈີຕອນ ແລະ ການຖອດຖອນບົດຮຽນດ້ານການບໍລິຫານ, ແບບຢ່າງດ້ານການຮ່ວມມືຈີນ-ລາວ ພວມຂະຫຍາຍໄປສູ່ຂອບເຂດທີ່ກວ້າງຂວາງກວ່າເກົ່າ. ເຊື່ອໝັ້ນວ່າ: ຮູບແບບການພັດທະນາທີ່ຊ່ວຍຊູຍູ້ໜູນກັນ ແລະ ຮ່ວມມືກັນກ້າວໄປໜ້າແບບນີ້ຈະເພີ່ມພະລັງຂັບເຄື່ອນໃຫ້ແກ່ຄວາມສາມັກຄີ ແລະ ການພັດທະນາຂອງບັນດາປະເທດເຂດໂລກໃຕ້ຢ່າງຕໍ່ເນື່ອງພ້ອມທັງຊຸກຍູ້ພາລະກິດອັນຍິ່ງໃຫຍ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ.
ບົດໂດຍ: ວິທະຍຸໂທລະພາບສູນກາງກາງ (CMG)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



