ເລຂາທິການໃຫຍ່ ເຄື່ອນໄຫວຮ່ວມປູກຕົ້ນໄມ້ ແລະ ຢ້ຽມຢາມທ້ອງຖິ່ນຈຳນວນໜຶ່ງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-06-19 13:25:34 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-06-19 13:25:34
ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນປະຈຳປີ 2026
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະນະຄອນຫຼວງວຽງຈັນ (ນວ) ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ໂຮງຮຽນປະຖົມສົມບູນວຽງຄໍາ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດພ້ອມດ້ວຍພັນລະຍາ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະນຳ ນວ, ພະນັກງານລັດຖະກອນ, ຄູ-ອາຈານ, ນັກຮຽນ, ອານຸຊົນ-ເຍົາວະຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້, ເພື່ອຜັນຂະຫຍາຍນະໂຍບາຍ, ແຜນພັດທະນາ ແລະ ມະຕິກອງປະຊຸມ ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວໃນການປົກປ້ອງ, ລ້ຽງດູ, ສົ່ງເສີມ ແລະ ພັດທະນາ ພ້ອມທັງສຶກສາອົບຮົມຮຸ່ນຄົນສືບທອດ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ພັກ ທັງເປັນການປຸກລະດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບ, ສ້າງສະພາບແວດລ້ອມທີ່ປອດໄພ, ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ, ສິ່ງເສບຕິດ, ການສຶກສາ.
ຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມແນວຄິດຮັກຊາດ, ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດ ຜ່ານຂະບວນການປູກຕົ້ນໄມ້ ແລະ ຮັກສາສິ່ງແວດລ້ອມ. ພັກ ແລະ ລັດຖະບານ ໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປູກຈິດສຳນຶກໃຫ້ຄົນຮຸ່ນໃໝ່ ແລະ ທົ່ວສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້ ໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ. ການປູກຕົ້ນໄມ້ໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຂະບວນການທີ່ຟົດຟື້ນເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໂດຍສະເພາະແມ່ນສະພາບແວດລ້ອມພາຍໃນໂຮງຮຽນ, ພ້ອມນີ້ຍັງໄດ້ມີການມອບຂອງຂວັນໃຫ້ ຫຼານນ້ອຍນັກຮຽນ, ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້, ມີຕົ້ນບາລະມີ ແລະ ຕົ້ນລິ້ນຈີ່.
ຂ່າວ: ຍຸພິນທອງ
ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ
ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ວັນທີ 10 ມິຖຸນາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໄດ້ຮ່ວມປູກຕົ້ນໄມ້ ຢູ່ສະໜາມແດງ ບ້ານໂພນກຸງ ນະຄອນປາກເຊ ເພື່ອເປັນການປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ
ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ສິ່ງແວດລ້ອມທໍາມະຊາດ ໃຫ້ມີຄວາມອຸດົມສົມບູນ, ຕາມທິດສີຂຽວ ແລະ ຍືນຍົງ, ທັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄື ລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຕື່ນຕົວຮັກ, ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ເພາະວ່າ ປ່າໄມ້ ມີຄວາມສໍາຄັນທີ່ສຸດໃນການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ,
ປ້ອງກັນການປ່ຽນແປງດິນຟ້າອາກາດ ຊຶ່ງບົດບາດນີ້ ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້, ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ຄະນະປະຈຳພັກແຂວງ ເຂົ້າຮ່ວມ, ພ້ອມນີ້ ກໍໄດ້ມອບຂອງຂວັນໃຫ້ແກ່ນ້ອງນ້ອຍນັກຮຽນ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ
ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມ ສວນຖົ່ວລຽນ ໂຊກໄຊ ເມືອງປາກຊ່ອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແຂວງຈໍາປາສັກ ໂດຍໄດ້ເຄື່ອນໄຫວຢ້ຽມຢາມ ສວນຖົ່ວລຽນ ໂຊກໄຊ ບ້ານຫຼັກ 28 ເມືອງປາກຊ່ອງໃນວັນທີ 10 ມິຖຸນາຜ່ານມາ. ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ທໍາມະວົງ ເຈົ້າຂອງສວນຖົ່ວລຽນໂຊກໄຊ ແລະ ທ່ານ ເອລາວັນ ລາດປາກດີ ຄະນະລິເລີ່ມສະມາຄົມທຸລະກິດ ຖົ່ວລຽນລາວ ໄດ້ຜັດປ່ຽນກັນລາຍງານປະຫວັດຄວາມເປັນມາ ແລະ ສະພາບລວມກ່ຽວກັບການເຮັດສວນປູກຖົ່ວລຽນ ຢູ່ບ້ານຫຼັກ 28 ໂດຍຍົກໃຫ້ເຫັນສະພາບລວມໃນການປູກຖົ່ວລຽນເປັນສິນຄ້າ ຂອງສວນຖົ່ວລຽນ ໂຊກໄຊ ບ້ານຫຼັກ 28, ຍົກໃຫ້ເຫັນເຖິງການຂະຫຍາຍຕົວຂອງພືດເສດຖະກິດ ກໍຄືໝາກຖົ່ວລຽນ ທີ່ມີທ່າແຮງໃນການສົ່ງອອກ.
ສວນຖົ່ວລຽນ ໂຊກໄຊ ເປັນຕົວແບບທີ່ດີໃນການປູກຖົ່ວລຽນທີ່ໄດ້ມາດຕະຖານ, ສາມາດປະກອບສ່ວນໃນການພັດທະນາເສດຖະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດສາກົນ, ມີເນື້ອທີ່ 13 ເຮັກຕາ, ມີຕົ້ນຖົ່ວລຽນປະມານ 2,000 ຕົ້ນ, ໃນນັ້ນ ພັນໝອນທອງ 1.,950 ຕົ້ນ, ພັນມູຊັນຄີງ 10 ຕົ້ນ, ພັນພວງມະນີ 20 ຕົ້ນ ແລະ ພັນນົກກະຈິບ 10 ຕົ້ນ, ຜົນຜະລິດສະເລ່ຍ 100 - 140 ໂຕນ/ປີ. ປັດຈຸບັນໄດ້ເຂົ້າເປັນສະມາຊິກສະມາຄົມຖົ່ວລຽນລາວ ແລະ ມີສັນຍາຊື້ - ຂາຍ ກັບ ບໍລິສັດສົ່ງອອກໄປ ສປ ຈີນ, ສ່ວນລາຄາໝາກຖົ່ວລຽນ ແມ່ນຂາຍຕາມເກຣດ A- D. ປັດຈຸບັນ ທົ່ວແຂວງຈໍາປາສັກ ມີເນື້ອທີ່ປູກຖົ່ວລຽນເກືອບ 4,000 ເຮັກຕາ, ຄາດຄະເນຜົນຜະລິດປະມານ 16,730 ໂຕນ/ປີ; ກຸ່ມບໍລິສັດສົ່ງອອກ ມີ 6 ບໍລິສັດ ທີ່ຜ່ານການກວດກາຈາກພາສີຈີນ ເພື່ອກະກຽມສົ່ງອອກ, ມີຜົນຜະລິດຄຸນນະພາບສູງປະມານ 3,980 ໂຕນ.
ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສວນຖົ່ວລຽນໂຊກໄຊ ທີ່ປູກຖົ່ວລຽນຄຸນນະພາບ ສາມາດສົ່ງອອກໄປ ຕ່າງປະເທດ ໂດຍສະເພາະແມ່ນ ສປ ຈີນ ເຊິ່ງເປັນໃບໜ້າໃບຕາໃຫ້ແກ່ປະເທດຊາດບ້ານເມືອງ, ຍ້ອນແນວນັ້ນ, ຕ້ອງຮັກສາມູນເຊື້ອ ແລະ ສືບຕໍ່ຜະລິດໝາກຖົ່ວລຽນທີ່ມີຄຸນນະພາບສູງ, ສະອາດ, ປອດສານພິດ, ໄດ້ມາດຕະຖານ ຂອງການສົ່ງອອກ ໂດຍສະເພາະສົ່ງໄປ ສປ ຈີນ ແລະ ຈໍາໜ່າຍພາຍໃນ. ນອກຈາກນັ້ນ, ຕ້ອງປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ, ເອົາໃຈໃສ່ຂະຫຍາຍພັນຖົ່ວລຽນ ໃຫ້ເປັນພັນເອກະລັກສະເພາະຂອງສວນ. ພ້ອມນີ້, ທ່ານຍັງເນັ້ນໜັກໃຫ້ກະຊວງ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ຕ້ອງເອົາໃຈໃສ່ໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມ ທາງດ້ານເຕັກນິກວິຊາການ ໃນການບົວລະບັດຮັກສາ ເພື່ອໃຫ້ສວນຖົ່ວລຽນ ໂຊກໄຊ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ທູນທອງໃຈ
ເລຂາທິການໃຫຍ່ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງຈໍາປາສັກ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວ ວຽກງານຢູ່ແຂວງຈໍາປາສັກ ແລະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຈໍາປາສັກໃນວັນທີ 10 ມິຖຸນາຜ່ານມາ ທີ່ ຫ້ອງປະຊຸມໃຫຍ່ສະໂມສອນແຂວງ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ບັນດາສະຫາຍການນໍາພັກ - ລັດ ຈາກສູນກາງ, ບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະກຳມະການປົກຄອງແຂວງ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກໍາມະການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ລາຍງານສະພາບການນໍາພາ - ຊີ້ນໍາ ວຽກງານ ຮອບດ້ານຂອງແຂວງ ໃນໄລຍະຜ່ານມາ ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຮັບຊາບໂດຍສັງເຂບ.
ຈາກນັ້ນ ສະຫາຍ ທອງລຸນ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ, ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນະກໍາມະການປົກຄອງແຂວງ ສືບຕໍ່ສຸມໃສ່ຊອກຄົ້ນທ່າແຮງທີ່ບົ່ມຊ້ອນຂອງແຂວງ, ສືບຕໍ່ວາງມາດຕະການໃນການພັດທະນາ ໂດຍນໍາໃຊ້ທ່າແຮງດັ່ງກ່າວປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມໃຫ້ຈະເລີນເຕີບໂຕ; ຍົກສູງບົດບາດການນໍາພາຂອງຄະນະພັກ - ຄະນະກໍາມະການປົກຄອງແຕ່ລະຂັ້ນ, ເພີ່ມທະວີຄວາມເປັນແບບຢ່າງຂອງສະມາຊິກພັກ - ພະນັກງານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນໍາພາ - ຊີ້ນໍາແກ້ໄຂບັນຫາກຍຸ້ງຍາກ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ສາມາດພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກ ໃຫ້ນັບມື້ດີຂຶ້ນ; ຮັກສາໄດ້ ຄວາມສາມັກຄີພາຍໃນຄະນະພັກ - ຄະນະກໍາມະການປົກຄອງແຂວງ ໃຫ້ເປັນປຶກແຜ່ນແໜ້ນໜາ, ນໍາພາ - ຊີ້ນໍາວຽກງານ ປກຊ - ປກສ ໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນຕາແສງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ ມີສະຕິຕື່ນຕົວ, ປະກອບສ່ວນໃນການແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ, ມີສະຕິລະວັງຕົວຕໍ່ກົຮອຸບາຍມ້າງເພທໍາລາຍຂອງສັດຕູ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ການຕົວະຍົວະຫຼອກລວງໃນສື່ສັງຄົມອອນລາຍ, ສະແກມເມີ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ. ນອກນັ້ນ, ກໍເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ ເພື່ອດຶງດູດການລົງທຶນ ຈາກຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ທູນທອງໃຈ
ປະທານປະເທດ ຢ້ຽມຢາມ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍໄດ້ໄປຢ້ຽມຢາມ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນວັນທີ 10 ມິຖຸນາຜ່ານມາ, ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ບັນດາທ່ານການນໍາພັກ - ລັດ ຈາກສູນກາງ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ Cai jun ຕາງໜ້າຂາຮຸ້ນ ໄດ້ລາຍງານກ່ຽວກັບ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນ ຄ້າກະສິກຳ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານ ຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຊິ່ງທາງບໍລິສັດໄດ້ຊື້ດິນນໍາບຸກຄົນ, ມີເນື້ອທີ່ທັ້ງໝົດ 6,3 ເຮັກຕາ, ໃນນັ້ນ ເນື້ອທີ່ສ້າງຕັ້ງໂຮງງານ 2,4 ເຮັກຕາ ແລະ ໄດ້ລົງມືກໍ່ສ້າງໂຮງງານໃນວັນທີ 1 ມິຖຸນາ 2025, ຮອດວັນທີ 10 ທັນວາ 2025 ສໍາເລັດ, ມູນຄ່າການລົງທຶນທັງໝົດ 10,000,000 ໂດລາ, ເປັນການລົງທຶນຂອງຕ່າງປະເທດ 100% ເຊິ່ງມີຂາຮຸ້ນ 5 ທ່ານ. ປັດຈຸບັນ ມີພະນັກງານທັງໝົດ 80 ຄົນ, ໃນນັ້ນ ຄົນລາວ 60 ຄົນ ແລະ ວິຊາການຄົນຈີນ 20 ຄົນ ເຊິ່ງເຮັດວຽກ 8 ຊົ່ວໂມງ/ວັນ ແລະ ກຳມະກອນຄົນລາວຈະໄດ້ເງິນເດືອນ 4,2 ລ້ານກີບ/ເດືອນ.
ແຮງງານສ່ວນໃຫຍ່ 90% ແມ່ນແຮງງານຢູ່ພາຍໃນທ້ອງຖິ່ນ, ສ່ວນວິຊາການສ່ວນໃຫຍ່ ແມ່ນມາຈາກຕ່າງແຂວງ ຫຼື ນະຄອນຫຼວງ ແລະ ຜູ້ບໍລິຫານແມ່ນຄົນຈີນມາບໍລິຫານເບື້ອງຕົ້ນ. ປັດຈຸບັນໂຮງງານກໍາລັງສ້າງວິຊາການໃໝ່ ໂດຍໃຫ້ວິຊາການຄົນຈີນຖ່າຍທອດບົດຮຽນກ່ຽວກັບເຕັກໂນໂລຊີໃໝ່, ໃນຕໍ່ໜ້າ ທາງໂຮງງານຈະໄດ້ສົ່ງພະນັກງານຜູ້ດີເດັ່ນໄປຝຶກອົບຮົມຢູ່ ສປ ຈີນ ເພື່ອມາພັດທະນາທ້ອງຖິ່ນຂອງຕົນເອງ.
ທ່ານ Cai jun ໃຫ້ຮູ້ຕື່ມວ່າ: ກໍາລັງການຜະລິດຂອງໂຮງງານສາມາດຜະລິດແກັດເຈ້ຍສົ່ງອອກໄດ້ 200,000 ຊຸດ/ມື້ ຫຼື 6 ລ້ານຊຸດ/ເດືອນ, 72 ລ້ານຊຸດຕໍ່ປີ, ສາມາດຫຼຸດຜ່ອນການນໍາເຂົ້າແກັດເຈ້ຍຈາກຕ່າງປະເທດ. ດ້ານວັດຖຸດິບ, ກໍ້ເຈ້ຍ ແມ່ນຮັບຊື້ຈາກ ໂຮງງານ ຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ສ່ວນເຈ້ຍຂາວ ແລະ ສານທີ່ປະກອບສ່ວນໃນການຜະລິດ ແມ່ນນໍາເຂົ້າຈາກຕ່າງປະເທດ.
ສ່ວນຕະຫຼາດປັດຈຸບັນ ທາງໂຮງງານໄດ້ຜະລິດສົ່ງໃຫ້ຕາມສັນຍາ ຄື: ຜະລິດສົ່ງໃຫ້ໂຄງການປູກກ້ວຍ ຢູ່ແຂວງອັດຕະປື, ໂຄງການປູກກ້ວຍ ຢູ່ແຂວງສາລະວັນ, ໂຄງການປູກໝາກເງາະ ຢູ່ເມືອງປາກຊ່ອງ, ໂຮງງານ ຜະລິດເຫຼັກຕາປູ ແຂວງ ຈຳສັກ. ປັດຈຸບັນກໍາລັງມີແຜນຈະເຊັນສັນຍາຜະລິດແກັດເຈ້ຍ ໃຫ້ຫຼາຍໂຮງງານພາຍໃນແຂວງ ແລະ ຕ່າງແຂວງ ເປັນຕົ້ນແມ່ນໂຮງງານ ເບຍລາວ, ໂຮງງານກາເຟດາວ ແລະ ອື່ນໆ ຕາມການຕົກລົງເຫັນດີຂອງບັນໂຮງງານ ຫຼື ໂຄງການ ທັງພາຍໃນແຂວງ ແລະ ຕ່າງແຂວງ. ຖ້າເປັນໄປໄດ້ ກໍສະເໜີໃຫ້ການນໍາສູນກາງ ແລະ ແຂວງ ຊ່ວຍກະຕຸກຊຸກຍູ້ ບັນດາບໍລິສັດເຫຼົ່ານັ້ນຕື່ມ.
ນອກຈາກໂຮງງານແກັດເຈ້ຍແລ້ວ, ບໍລິສັດ ລາວຈຸນ ຍັງເກັບຊື້ເຄື່ອງປ່າຂອງດົງ, ໂດຍສະເພາະແມ່ນໝາກຈອງ ເຊິ່ງເປັນພືດເສດຖະກິດ ແລະ ມີຄຸນຄ່າໂພຊະນາການສູງ ທີ່ຫາຍາກ ເຊິ່ງບໍລິສັດ ໄດ້ຮ່ວມກັບພາກລັດ ໃນການຄຸ້ມຄອງ ແລະ ຈໍາໜ່າຍຜໝາກຈອງ ໂດຍມີສະພາບໍລິຫານ
ເປັນຜູ້ຄຸ້ມຄອງ. ຜ່ານມາ, ການນໍາແຂວງຈໍາປາສັກ ກໍໄດ້ອໍານວຍຄວາມສະດວກ ແລະ ຊີ້ນໍາໃຫ້ບໍລິສັດ ສຸມໃສ່ສົ່ງເສີມການອານຸລັກຮັກສາ ຕົ້ນໝາກຈອງ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ປັບປຸງການຫຸ້ມຫໍ່ໝາກຈອງ ໃຫ້ໄດ້ມາດຕະຖານສາກົນ ທັງສາມາດສ້າງມູນຄ່າເພີ່ມໃຫ້ແກ່ໝາກຈອງ.
ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ແນະນໍາໃຫ້ບໍລິສັດ ສູ້ຊົນຊອກເອົາວັດຖຸດິບພາຍໃນ ມາປະກອບສ່ວນໃນການຜະລິດອແກັດເຈ້ຍ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບຈາກຕ່າງປະເທດ ຕິດພັນກັບການຊຸກຍູ້ສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນມີວຽກເຮັດງານທໍາ, ຜະລິດແກັດເຈ້ຍຮັບໃຊ້ສັງຄົມໃຫ້ນັບມື້ກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ແຂວງຈໍາແາສັກ ກໍຄືປະເທດລາວ ປອດຈາກປາສະຕິກຕ່າງໆ. ພ້ອມນີ້, ກໍສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນປະກອບສ່ວນໃນການອະນຸລັກຮັກສາຕົ້ນໝາກຈອງບານໃຫ້ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດຂອງຊາດ ແລະ ຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ທູນທອງໃຈ
ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ
ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ ( ເມືອງລະ 4 ຕາແສງ ), ໃນນັ້ນ, ຕາແສງຕາເວັນອອກລອຍເມກ ແມ່ນໜຶ່ງ ໃນ 4 ຕາແສງ ຂອງເມືອງດາກຈຶງ, ມີສໍານັກງານປົກຄອງ ຕັ້ງຢູ່ບ້ານຊຽງຫຼວງ ເຊິ່ງເປັນສໍານັກງານ ຂອງແຂວງຕາເວັນອອກໃນເມື່ອກ່ອນ ໂດຍລວມສະພາບອາກາດຂອງເມືອງ ເປັນອາກາດເຢັນ ມີເມກລອຍ ສວຍງາມ ຕາມຮ່ອມພູຮ່ອມຜາ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຈຶ່ງໃຫ້ຂະໜານນາມວ່າ: “ ຕາແສງຕາເວັນອອກລອຍເມກ ”, ເຊິ່ງປ່ຽນຊື່ຈາກອົງການປົກຄອງຕາແສງຊຽງຫຼວງ ທີ່ເປັນເຂດມູນເຊື້ອປະຕິວັດ, ເປັນເຂດທີ່ໝັ້ນທີ່ເຄີຍເສຍສະຫຼະຢ່າງໃຫຍ່ຫຼວງໃນປາງສົງຄາມ ຈຶ່ງມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງທາງດ້ານປະຫວັດສາດ ຂອງຊາດລາວເຮົາ.
ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີປະກາດຕາແສງຕາເວັນອອກລອຍເມກ ໄດ້ໃຫ້ຄວາມໝາຍ ຄວາມສໍາຄັນເລິກເຊິ່ງ ຂອງຕາແສງຕາເວັນອອກລອຍເມກ ໃນແງ່ຂອງພູມສາດ ການເມືອງ, ການພັດທະນາເສດຖະກິດ-ສັງຄົມ ເຊິ່ງຄໍາວ່າ: “ຕາເວັນອອກ” ແລະ ຄໍາວ່າ “ລອຍເມກ” ທັງສອງຄຳນີ້ ສ່ອງແສງໃຫ້ເຫັນເຖິງທໍາມະຊາດທີ່ສວຍງາມ, ຍາມພະອາທິດຂຶ້ນ ໃນທິດຕາເວັນອອກ ຈະເຫັນແສງຕາເວັນສ່ອງແສງສະຫວ່າງ ຕັດຜ່ານທະເລໝອກ, ປຽບເໝືອນແສງສະຫວ່າງຂອງການເລີ່ມຕົ້ນໃໝ່ ທີ່ສາດສ່ອງລົງມາໃຫ້ແກ່ປະຊາຊົນບັນດາເຜົ່າ ຊາວຕາແສງຕາເວັນອອກລອຍເມກ; ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ເວົ້າສະເພາະ ກໍແມ່ນເນື້ອແທ້ຂອງການສ້າງຕັ້ງຕາແສງແມ່ນ “ການສືບຕໍ່ຜັນຂະຫຍາຍຜົນຂອງການລົງກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ” ແລະ ເປັນບາດກ້າວສໍາຄັນໃນການ “ສືບຕໍ່ບູລະນະການປົກຄອງໃນລະບອບປະຊາທິປະໄຕ ປະຊາຊົນ” ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍແນໃສ່ການຮັບປະກັນໃຫ້ປະຊາຊົນ ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ.
ຕາແສງຕາເວັນອອກເມກລອຍ ແມ່ນເປັນຕາແສງທີ່ມີລັກສະນະພິເສດ, ເຖິງແມ່ນວ່າ ເນື້ອທີ່ສ່ວນໃຫຍ່ ຈະເປັນເຂດພູດອຍ-ພູສູງ ກວມເອົາ 95% ແລະ ພູພຽງ ກວມເອົາພຽງແຕ່ 5%. ປະຊາຊົນຫຼາຍກວ່າ 88% ເຮັດການຜະລິດກະສິກໍາເປັນອາຊີບ; ແຕ່ຄວາມພິເສດຂອງຕາແສງ ແມ່ນມີທ່າແຮງຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ມີຊັບພະຍາກອນ ທີ່ດິນອຸດົມສົມບູນ, ມີແຫຼ່ງທ່ອງທ່ຽວທໍາມະຊາດ ທີ່ງົດງາມ, ມີມູນເຊື້ອ ແລະ ມີວັດທະນະທໍາຂອງທ້ອງຖິ່ນ ທີ່ເປັນເອກະລັກ, ມີທີ່ຕັ້ງຢູ່ຈຸດໃຈກາງ ທີ່ມີເສັ້ນທາງ 16B ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຈາກທ່າເຮືອຣາຊະອານາຈັກໄທ-ທ່າເຮືອນະຄອນດານັງ ສສ ຫວຽດນາມ ໂດຍຜ່ານດ່ານສາກົນດາກຕະອອກ, ມີທ່າແຮງດ້ານອຸດສະຫະກຳພະລັງງານ, ແຮ່ທາດ ເປັນຕົ້ນ: ພະລັງງານໄຟຟ້າແຮງລົມ, ຂຸດຄົ້ນແຮ່ບົກຊິດ ແລະ ອື່ນໆອີກຢ່າງຫຼວງຫຼາຍ.
ເພື່ອເປັນທິດ ແລະ ສ້າງເງື່ອນໄຂຕ່າງໆ ໃຫ້ແກ່ການພັດທະນາ ຕາແສງ ໃຫ້ມີການພັດທະນາ ສາມາດກາຍເປັນເຂດປົກຄອງທີ່ຕອບສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະນາຄົດ; ທ່ານ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະກໍາມະການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງຕາແສງ, ຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຈົ່ງພ້ອມກັນສຸມໃສ່ເຜີຍແຜ່, ເຊື່ອມຊຶມບັນດານິຕິກຳ ທີ່ຕິດພັນກັບວຽກງານຢູ່ຂັ້ນຕາແສງ ໂດຍໄວ, ຮີບຮ້ອນແບ່ງຄວາມຮັບຜິດຊອບ ລະຫວ່າງເມືອງ ແລະ ຕາແສງ ເພື່ອໃຫ້ການປະຕິບັດວຽກງານ ໃນການບໍລິການ ຮັບໃຊ້ປະຊາຊົນ ສະດວກ ວ່ອງໄວຂຶ້ນ, ຕ້ອງສ້າງຕາແສງ ໃຫ້ເປັນຫົວໜ່ວຍຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຢູ່ຂັ້ນບ້ານ ໃຫ້ໄດ້ຢ່າງແທ້ຈິງ, ຕ້ອງຫັນເອົາພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ພ້ອມນີ້ ປະຊາຊົນ ກໍຈົ່ງສະໜັບສະໜູນ ຮ່ວມແຮງຮ່ວມໃຈ ໃນການພັດທະນາຕາແສງຕາເວັນອອກລອຍເມກ ດ້ວຍການສ້າງອາຊີບ, ເຮັດການຜະລິດກະສິກໍາ, ການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ໃຫ້ເປັນທຸລະກິດ ເພື່ອປັບປຸງຄຸນນະພາບຊີວິດຂອງຕົນເອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ທີ່ສໍາຄັນອີກ ອົງການຈັດຕັ້ງຊາວໜຸມ, ແມ່ຍິງ ກໍຕ້ອງເປັນເຈົ້າການສ້າງຂະບວນການຢ່າງແຂງແຮງຕາມພາລະບົດບາດຂອງຕົນ ໄປພ້ອມກັບການປະຕິບັດ 3 ສ ຄື: ສະຫງົບ, ສະອາດ ແລະ ສີຂຽວ.
ຂ່າວ : ພຸດທະສອນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



