ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-06-19 11:23:12 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-06-19 11:23:12
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມສົ່ງທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ.
ໃນຕອນບ່າຍຂອງວັນທີ 7 ພຶດສະພານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ RexT. Gatchalian ລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ແຫ່ງ ສ ຟິລິບປິນ,ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຟິລິບປິນ ຈໍານວນໜຶ່ງ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ໄຂຂຶ້ນທີ່ປະເທດ ຟີລິບປິນ ພາຍໃຕ້ຄໍາຂວັນ ”ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.
ພິທີເປີດຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ພຶດສະພາ 2026 ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026 ພາຍໃຕ້ຄໍາຂວັນ ”ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ໂດຍການເຂົ້າຮ່ວມຂອງຜູ້ນໍາຂອງປະເທດສະມາຊິກອາຊຽນ, ຕາງໜ້າຄະນະຜູ້ແທນ ແລະ ເລຂາທິການໃຫຍ່ອາຊຽນ.
ພາຍຫລັງສໍາເລັດການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48, ທ່ານ ນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ ແລະ ແບບວົງແຄບ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງ ຟິລິບປິນ, ລວມທັງຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ ໂດຍສະເພາະ ອາຊຽນ ໄດ້ເລີ່ມຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ລວມທັງແຜນຍຸດທະສາດຂອງທັງສາມເສົາຄ້ຳປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ.
ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງພາກພື້ນ, ສະຖຽນລະພາບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມປອດໄພຂອງປະຊາຊົນອາຊຽນ ທ່າມກາງສະພາບການຄວາມຂັດແຍ່ງທີ່ເກີດຂຶ້ນໃນປັດຈຸບັນຢູ່ບາງພາກພື້ນ ໂດຍສະເພາະ ສະພາບການໃນຕາເວັນອອກກາງ ອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດຂອງພາກພື້ນ ແລະ ໃນໂລກ. ກອງປະຊຸມ ໄດ້ເຫັນດີຮັບຮອງເອົາບັນດາຖະແຫລງການ ແລະ ເອກະສານທີ່ສຳຄັນ ເປັນຕົ້ນແມ່ນ ຖະແຫລງການຜູ້ນຳອາຊຽນ ວ່າດ້ວຍການຮ່ວມມືທາງທະເລ, ຖະແຫລງການຜູ້ນຳອາຊຽນ ວ່າດ້ວຍການຮັບມືກັບວິກິດການໃນຕາເວັນອອກກາງ ແລະ ອື່ນໆ ເພື່ອເປັນພື້ນຖານໃຫ້ແກ່ອາຊຽນ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງມີແຜນ ຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບາງປະເທດສະມາຊິກອາຊຽນ ຈໍານວນໜຶ່ງ.
ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ
ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 7-8 ພຶດສະພາ 2026.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງ ຜົນສຳເລັດການຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2025 ຜ່ານມາ ລວມທັງການຈັດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 3 (JCBC -3) ທີ່ ມະນີລາ ປະເທດຟີລິບປິນ ໃນເດືອນສິງຫາ 2025 ຊຶ່ງເປັນກົນໄກການຮ່ວມມືທີ່ສໍາຄັນ ເພື່ອທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆ ລະຫວ່າງສອງປະເທດ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນຕໍ່ໜ້າເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືດ້ານພະລັງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການລົງທຶນຂອງຟີລິບປິນ ໂດຍສະເພາະໃນຂະແໜງພະລັງງານສະອາດ ຢູ່ ສປປ ລາວ ຊຶ່ງມີທ່າຂະຫຍາຍຕົວ ແລະ ສະເໜີໃຫ້ຊຸກຍູ້ນັກລົງທຶນຈາກ ຟີລິບປິນ ເຂົ້າໄປສຶກສາເບິ່ງໂອກາດໃນການລົງທຶນ ຢູ່ ສປປ ລາວ ໃນຂະແໜງການຕ່າງໆໃຫ້ຫຼາຍຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຟີລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການພັດທະນາຊັບພະຍາກອນມະນຸດ ກໍຄືການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ ພ້ອມທັງໄດ້ຢືນຢັນໃຫ້ການສະໜັບສະໜູນຟີລິບປິນ ໃນການເປັນປະທານອາຊຽນ ໃນປີ 2026 ນີ້ ເພື່ອຮັບປະກັນຜົນສໍາເລັດອັນຈົບງາມ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນ ທ່ານ ເຟີດີນານ ມາກອສ ຈູເນຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ແຕກດອກອອກຜົນຍິ່ງໆຂື້ນ ຊຶ່ງທ່ານ ເຟີດີນານ ມາກອສ ຈູເນຍ ກໍໄດ້ສະແດງຄວາມຍິນດີຈະເດີນທາງມາຢ້ຽມຢາມ ສປປ ລາວ ຕາມຄຳເຊີນໃນເວລາທີ່ສະດວກສອງຝ່າຍ.
ໃນຂະນະດຽວກັນ, ທ່ານປະທານາທິບໍດີ ກໍໄດ້ສະແດງຄວາມຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອພົນລະເມືອງຂອງຟີລິບປິນ ຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດໃນຄັ້ງນີ້ ຂອງຄະນະຜູ້ແທນ ສປປ ລາວ. ພ້ອມນີ້, ສອງຝ່າຍ ໄດ້ມອບໝາຍໃຫ້ ສອງກະຊວງການຕ່າງປະເທດ ເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດໃນປີ 2026 ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ
ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ໃນໂອກາດດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງສອງປະເທດ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ການຮ່ວມມືໃນຄອບຄົວອາຊຽນ. ສອງຝ່າຍ ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການເງິນ ແລະ ທະນາຄານ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ພິເສດ ໃນປີ 2026 ນີ້ ເປັນປີຄົບຮອບ 60 ປີການສ້າງຕັ້ງສາຍພົວພັນການທູດ ລາວ-ມາເຊເລຍ ຊຶ່ງສອງຝ່າຍ ມີແຜນຈະຈັດຫຼາຍກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ສະເໜີລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມໃຫ້ນັກທຸລະກິດ ມາເລເຊຍ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງໄດ້ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ໃນປີ 2026 ນີ້ ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ກໍຄື ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ສູງຂື້ນສູ່ລະດັບໃໝ່ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ພ້ອມທັງມີຄວາມຍິນດີ ທີ່ຈະເດີນທາງຢ້ຽມຢາມທາງການ ສປປ ລາວ ໃນເວລາ ທີ່ສອງຝ່າຍມີຄວາມສະດວກ.
ຂ່າວ: ກຕທ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



