ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-06-19 10:36:07
ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII
ໃນຕອນເຊົ້າຂອງວັນທີ 28 ເມສາ 2026 ນີ້, ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍເປັນຄະນະປະທານຂອງທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ X; ໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍອະດີດຜູ້ນຳຂັ້ນສູງ, ຄອບຄົວການນຳພັກ-ລັດ, ມີຜູ້ແທນສົມບູນ ແລະ ແຂກຖືກເຊີນຈາກຕາງໜ້າຜູ້ຊົງຄຸນວຸດທິ, ຕາງໜ້າບັນດາເຜົ່າ, ສາສະໜາ ແລະ ຊັ້ນຄົນຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍພີ່ນ້ອງຄົນລາວຢູ່ຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 636 ທ່ານ, ຍິງ 136 ທ່ານ ແລະ ພະສົງ 29 ອົງເຂົ້າຮ່ວມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ;
ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດຂອງແນວລາວສ້າງຊາດສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ເຊິ່ງເປັນການຢືນຢັນເຖິງເຈດຈໍານົງອັນແຮງກ້າຂອງແນວລາວສ້າງຊາດ ໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເພື່ອພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ;
ໂອກາດກ່າວເປີດກອງປະຊຸມ, ທ່ານປະທານ ສນຊ ໄດ້ເນັ້ນໜັກວ່າ ໃນໄລຍະ 5 ປີຜ່ານມາ (ສະໄໝທີ XI), ແນວລາວສ້າງຊາດ ໄດ້ເຮັດໜ້າທີ່ເປັນ “ໃຈກາງເຕົ້າໂຮມມະຫາສາມັກຄີທົ່ວປວງຊົນລາວທັງຊາດ” ຢ່າງມີຜົນ ສຳເລັດ ເປັນຕົ້ນ: ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຄອບຄົວ-ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ, ການເຄື່ອນໄຫວປຸກລະດົມທົ່ວສັງຄົມ ເພື່ອຕ້ານການລະບາດຂອງພະຍາດ, ໄພທຳມະຊາດ ແລະ ການມີສ່ວນຮ່ວມສຳຄັນ ໃນວຽກງານບຸກຄະລາກອນ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X; ໃນນີ້, ບັນດາເນື້ອໃນສຳຄັນທີ່ຈະໄດ້ຄົ້ນຄວ້າ ແລະ ຮັບຮອງໃນກອງປະຊຸມ ປະກອບມີ: ລາຍງານການເມືອງ ແລະ ແຜນພັດທະນາແນວລາວສ້າງຊາດ 5 ປີຕໍ່ໜ້າ (2026-2030) ເພື່ອຫັນປ່ຽນວຽກງານແນວໂຮມ ໃຫ້ມີບາດກ້າວບຸກທະລຸ; ການປັບປຸງກົດລະບຽບຂອງແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບການໃໝ່; ພ້ອມທັງການຮັບຮອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ທີ່ມີໂຄງປະກອບຫຼາກຫຼາຍຈາກທຸກຊັ້ນຄົນ, ສາສະໜາ, ປັນຍາຊົນ ແລະ ພີ່ນ້ອງຄົນລາວຢູ່ຕ່າງປະເທດ ເພື່ອຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ການເມືອງອັນໜັກແໜ້ນ ໃນໄລຍະຕໍ່ໄປ;
ພ້ອມນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງໃຫ້ຜູ້ແທນທຸກທ່ານ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄວາມເຫັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນສຳເລັດຢ່າງສະຫງ່າງາມ; ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະດຳເນີນໄປເປັນເວລາ 2 ວັນ (28-29 ເມສາ 2026), ຊຶ່ງຖືເປັນເຫດການການເມືອງທີ່ສຳຄັນຍິ່ງ ໃນການເຕົ້າໂຮມກຳລັງແຮງສັງລວມຂອງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິ ຄັ້ງທີ XI ແລະ ວາງຄຳຂວັນສູ່ຄຸນນະພາບໃໝ່
ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ ພວມຜັນຂະຫຍາຍມະຕິ XII ຂອງພັກ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ກ່າວເນັ້ນໜັກວ່າ: ໃນໄລຍະ 5 ປີຜ່ານມາ, ແນວລາວສ້າງຊາດ ໄດ້ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ຈາກອົງການບໍລິຫານ ໄປສູ່ ການມີສ່ວນຮ່ວມຂອງສັງຄົມຢ່າງກວ້າງຂວາງ; ພົ້ນເດັ່ນແມ່ນການວາງຄຳຂວັນ “4 ເສີມສ້າງ” (ເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ, ຄຸນວຸດທິ ແລະ ຄຸນນະທຳ) ເພື່ອເປັນເຂັມທິດໃນການເຄື່ອນ ໄຫວວຽກງານແນວໂຮມໃນໄລຍະໃໝ່; ເຖິງວ່າຈະຜ່ານຜ່າສິ່ງທ້າທາຍຈາກວິກິດການເສດ ຖະກິດ, ໄພທຳມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19, ແຕ່ແນວລາວສ້າງຊາດ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ດັ່ງນີ້: ການເສີມສ້າງມະຫາສາມັກຄີ ສາມາດສ້າງຄອບຄົວສາມັກຄີປອງດອງໄດ້ 9 ແສນກວ່າ ຄອບຄົວ (66.83%), ບ້ານສາມັກຄີປອງດອງໄດ້ 6 ພັນກວ່າບ້ານ (73.91%) ແລະ ປະກາດຮັບຮອງການປະຕິບັດຂະບວນການ ເປັນເມືອງສາມັກຄີປອງດອງ ໄດ້ 107 ເມືອງ ໃນທົ່ວປະເທດ; ວຽກງານສາສະໜາ ແລະ ຊັ້ນຄົນ ໄດ້ເສີມສ້າງຄວາມປອງດອງ ລະຫວ່າງ ສາສະໜາຕ່າງໆ ແລະ ປຸກລະດົມທຸກຊັ້ນຄົນ, ລວມທັງພີ່ນ້ອງຄົນລາວຢູ່ຕ່າງປະເທດ ພາຍໃຕ້ຄຳຂວັນ “ຮັກບ້ານເກີດ” ເພື່ອຮ່ວມກັນພັດທະນາປະເທດຊາດ ກໍຄື ການຮ່ວມກັນສ້າງພື້ນຖານໂຄງລ່າງ, ຫົນທາງເຂົ້າບ້ານ, ໂຮງຮຽນ, ຫໍສະໝຸດ, ນໍ້າລິນ, ນໍ້າສະອາດ… ໄດ້ລະດົມທຶນຊ່ວຍເຫຼືອສັງຄົມ ແລະ ຜູ້ປະສົບໄພບິບັດຕ່າງໆໄດ້ 58 ຕື້ກວ່າກີບ, ພ້ອມທັງສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ;
ສຳລັບທິດທາງໃນຕໍ່ໜ້າ ໄລຍະປີ 2026-2030, ກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ກຳນົດທິດທາງລວມ ພາຍໃຕ້ຄຳຂວັນ: “ຍົກສູງບົດບາດຂອງແນວລາວສ້າງຊາດ ສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມ ຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ”;
ທ່ານຮອງປະທານ ສນຊ ໄດ້ກ່າວຕື່ມກ່ຽວກັບບົດຮຽນທີ່ຖອດຖອນໄດ້ ວ່າ: ວຽກງານແນວໂຮມຍັງແມ່ນປັດໄຈຕັດສິນ ຂອງການປະຕິວັດໃນທຸກຍຸກທຸກສະໄໝ; ໃນໄລຍະໃໝ່, ບຸກຄະລາກອນ ຂອງແນວລາວສ້າງຊາດ ຕ້ອງບຸກທະລຸດ້ານຈິນຕະນາການ, ເພີ່ມທະວີຄວາມຮັບຜິດຊອບທາງການເມືອງ ແລະ ຫັນເປັນທັນສະໄໝ ເພື່ອເຮັດໃຫ້ອົງການແນວລາວສ້າງຊາດ ເປັນສັນຍາລັກ ແລະ ເປັນສູນກາງເຕົ້າໂຮມກຳລັງແຮງສັງລວມຢ່າງແທ້ຈິງ, ແນໃສ່ ຈັດຕັ້ງຜັນຂະຫຍາຍ ມະຕິ XII ຂອງພັກ, ຂອງແນວລາວສ້າງຊາດ ແລະ ແຜນພັດທະນາເສດຖະກິດແຫ່ງຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ເສດຖະກິດເຂັ້ມແຂງ ແລະ ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງຍືນຍົງ.
ແຜນພັດທະນາອົງການແນວລາວສ້າງຊາດ 5 ປີຕໍ່ໜ້າ (2026-2030)
ໃນວາລະກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ທີ່ໄຂຂຶ້ນຢ່າງສົມກຽດ ໃນວັນທີ 28 ເມສາ 2026, ທ່ານ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີ ແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຊຶ່ງເປັນແຜນຍຸດທະສາດສຳຄັນໃນການຫັນປ່ຽນວຽກງານແນວໂຮມໃຫ້ກ້າວສູ່ຄຸນນະພາບໃໝ່;
ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນວ່າ: ໄລຍະ 5 ປີຜ່ານມາ (2021-2025) ແນວລາວສ້າງຊາດ ໄດ້ຈັດຕັ້ງປະຕິບັດ 5 ແຜນງານ ແລະ 41 ໂຄງການ ໄດ້ຮັບຜົນສຳເລັດເປັນຢ່າງດີ ຄື: ສາມາດຈັດຕັ້ງປະຕິບັດໄດ້ 34 ໂຄງການ (ເທົ່າກັບ 82,92%) ຂອງແຜນການ, ໂດຍນຳໃຊ້ງົບປະມານທັງໝົດ 62 ຕື້ກວ່າກີບ; ຜົນງານພົ້ນເດັ່ນ ຄືການສ້າງຄວາມສາມັກຄີປອງດອງບັນດາເຜົ່າ, ຊັ້ນຄົນ, ການສົ່ງເສີມຮີດຄອງປະເພນີ ຂອງຊາດ, ຂອງເຜົ່າ, ການປົກປັກຮັກສາພິທີກຳທາງສາສະໜາ, ປັບປຸງນິຕິກຳ, ການປະຕິບັດການທູດປະຊາຊົນ ແລະ ການຮ່ວມມືກັບສາກົນ ໂດຍສະເພາະກັບ ຫວຽດນາມ, ກຳປູເຈຍ ແລະ ຈີນ ທີ່ມີຄວາມແໜ້ນແຟ້ນຍິ່ງຂຶ້ນ; ສ່ວນບົດຮຽນທີ່ຖອດຖອນໄດ້ ແມ່ນການກຳແໜ້ນແນວທາງຂອງພັກ, ຄວາມຮັບຜິດຊອບສູງຂອງພະນັກງານ ແລະ ການຮູ້ຈັກນຳໃຊ້ທ່າແຮງຈາກທຸກພາກສ່ວນໃນສັງຄົມ ໃນການດຶງດູດກໍາລັງແຮງດ້ານແຫຼ່ງທຶນ ແລະ ສະຕິປັນຍາ;
ສຳລັບແຜນພັດທະນາໃນໄລຍະ 5 ປີຕໍ່ໜ້າ (2026-2030), ທ່ານຮອງປະທານ ໄດ້ເນັ້ນໜັກເຖິງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ ໂດຍປະກອບມີ 6 ແຜນງານ ແລະ 62 ໂຄງການ ຄື:
1. ແຜນງານເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວ: ເນັ້ນການຄົ້ນ ຄວ້າວິທະຍາສາດ, ອະນຸລັກວັດທະນະທຳບັນດາເຜົ່າ ແລະ ພົວພັນກັບຄົນລາວຢູ່ຕ່າງປະເທດ;
2. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນງາມຄວາມດີ: ປຸກລະດົມຈິດສຳນຶກຮັກບ້ານເກີດ ແລະ ສ້າງກິດຈະກຳທີ່ເປັນປະໂຫຍດໃຫ້ແກ່ສັງຄົມ;
3. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນວຸດທິ: ພັດທະນາຫຼັກສູດ ບົດບາດຂອງຊັ້ນຄົນ ແລະ ສ້າງຕັ້ງສະມາຄົມຊາວກະສິກອນລາວ;
4. ແຜນງານເຕົ້າໂຮມ ແລະ ເສີມສ້າງຄຸນນະທຳ: ສົ່ງເສີມຈະລິຍະທຳ, ຄ່ານິຍົມທີ່ຖືກຕ້ອງ ແລະ ພັດທະນາວຽກງານສາສະໜາ;
5. ແຜນງານສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ: ປັບປຸງກົດໝາຍ, ກົງຈັກການຈັດຕັ້ງ, ບຳລຸງພະນັກງານ ແລະ ຫັນເປັນທັນສະໄໝ;
6. ແຜນງານຮ່ວມມືກັບອົງການພາຄີ ແລະ ສາກົນ: ຮັດແໜ້ນສາຍພົວພັນກັບແນວໂຮມປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ;
ເພື່ອໃຫ້ບັນລຸຄາດໝາຍທີ່ວາງໄວ້, ທ່ານຮອງປະທານ ສນຊ ໄດ້ສະເໜີມາດຕະການທີ່ສຳຄັນ ເປັນຕົ້ນແມ່ນ: ການຫັນແຜນພັດທະນາເປັນແຜນການລະອຽດ ຂອງແຕ່ລະກົມ ແລະ ທ້ອງຖິ່ນ, ການສ້າງຄວາມເຂັ້ມແຂງໃນການຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງງົບປະມານຈາກລັດ, ປຸກລະດົມຈາກພາກສ່ວນເສດຖະກິດ ແລະ ການປະຕິບັດນະໂຍບາຍ “ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໂດຍການສ້າງລາຍຮັບວິຊາການທີ່ຖືກຕ້ອງຕາມກົດໝາຍ;ໃນຕອນທ້າຍ, ທ່ານ ຮອງປະທານໄດ້ຮຽກຮ້ອງໃຫ້ ຄະນະກໍາມະການ, ຄະນະພັກ, ຄະນະນຳ ແລະ ພະນັກງານແນວລາວສ້າງຊາດ ທຸກຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເປັນເຈົ້າການໃນການປະສານສົມທົບກັບອົງການພາຄີ, ອົງການຈັດຕັ້ງ ພັກ-ລັດ ເພື່ອຮ່ວມກັນຈັດຕັ້ງປະຕິບັດແຜນພັດທະນາຄັ້ງນີ້ ໃຫ້ມີໝາກຜົນຕົວຈິງ, ມຸ່ງໄປສູ່ການສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ.
ແນວລາວສ້າງຊາດ ປັບປຸງກົດລະບຽບ ສະໄໝທີ XII ເພື່ອເພີ່ມທະວີຄວາມສາມັກຄີ ແລະ ປັບປຸງກົງຈັກໃຫ້ເຂັ້ມແຂງ
ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ທ່ານ ນາງ ສີພະ ຈັນ ນັນທະວົງສາ ຮອງປະທານ ສນຊ ທັງເປັນປະທານກວດກາ ສນຊ ໄດ້ນຳສະເໜີຮ່າງການປັບປຸງກົດລະບຽບ ເພື່ອເປັນບ່ອນອີງທີ່ສໍາຄັນໃນການຍົກສູງບົດບາດ ຂອງແນວແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບການພັດທະນາປະເທດຊາດ ໃນໄລຍະໃໝ່;
ການປັບປຸງກົດລະບຽບຄັ້ງນີ້ ແມ່ນເພື່ອເຮັດໃຫ້ອົງການແນວລາວສ້າງຊາດ ເປັນ “ຄັນທຸງ” ທີ່ເຂັ້ມແຂງໃນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ແລະ ພີ່ນ້ອງຄົນລາວທີ່ອາໄສຢູ່ຕ່າງປະເທດ; ສິ່ງສຳຄັນແມ່ນເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ມະຕິຕ່າງໆ ຂອງພັກ-ລັດ ທີ່ໄດ້ກຳນົດຄືນກ່ຽວກັບການຈັດຕັ້ງບໍລິຫານຂັ້ນທ້ອງຖິ່ນ (ເຊັ່ນ: ການສ້າງຕັ້ງຕາແສງ);
ເນື້ອໃນສຳຄັນທີ່ໄດ້ປັບປຸງຮ່າງກົດລະບຽບໃໝ່ ປະກອບມີ 12 ໝວດ 59 ມາດຕາ, ໂດຍປະກອບມີ ດັ່ງນີ້:
1. ການປັບປຸງບຸກຄະລາກອນ: ກຳນົດໃຫ້ຫຼີກລ່ຽງການເອົາເຈົ້າໜ້າທີ່ລັດ ທີ່ໃຊ້ສິດອຳນາດໂດຍກົງ (ເຊັ່ນ: ຕຳຫຼວດ, ສານ, ອາຍະການ, ພາສີ) ມາເປັນກຳມະການ ສນຊ ເພື່ອຮັບປະກັນບົດບາດການເປັນຕົວແທນ ໃຫ້ແກ່ປະຊາຊົນຢ່າງແທ້ຈິງ;
2. ການຈັດຕັ້ງຮາກຖານ: ປ່ຽນຄຳສັບຈາກ “ແນວລາວສ້າງຊາດບ້ານ” ມາເປັນ “ແນວລາວສ້າງຊາດຮາກຖານ” ແລະ ກຳນົດໂຄງປະກອບກົງຈັກແຕ່ລະຂັ້ນໃຫ້ຈະແຈ້ງ;
3. ເນື້ອໃນການເຄື່ອນໄຫວໃໝ່: ເພີ່ມໝວດໃໝ່ (ໝວດທີ V) ທີ່ເນັ້ນໃສ່ “4 ການຫັນ ປ່ຽນ, 4 ຮ່ວມ ແລະ 4 ເສີມສ້າງ” ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານແນວໂຮມ;
4. ການສົ່ງເສີມລາຍຮັບ: ເພີ່ມເນື້ອໃນກ່ຽວກັບການຊອກແຫ່ຼງລາຍຮັບ ທີ່ຖືກຕ້ອງຕາມກົດໝາຍ ເພື່ອຮັບໃຊ້ກິດຈະກຳ ຂອງອົງການແນວລາວສ້າງຊາດ;
ສຳລັບທິດທາງຕໍ່ໜ້າ ກົດລະບຽບສະບັບປັບປຸງໃໝ່ນີ້ ຈະເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວ ຂອງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ເພື່ອແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມທິດສັງຄົມນິຍົມຢ່າງໝັ້ນຄົງ.
ເລຂາທິການໃຫຍ່, ປະທານປະເທດ ຊີ້ທິດເຍືອງທາງ ໃຫ້ແນວລາວສ້າງຊາດ ຍົກສູງບົດບາດມະຫາສາມັກຄີ ສູ່ຄຸນນະພາບໃໝ່.
ໃນວັນທີ 29 ເມສາ 2026, ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການເຄື່ອນ ໄຫວວຽກງານແນວໂຮມໃນ 5 ປີຜ່ານມາ ແລະ ໄດ້ເນັ້ນໜັກທິດທາງແຜນການຍຸດທະສາດ ເພື່ອຜ່ານຜ່າສິ່ງທ້າທາຍ ແລະ ນຳພາປະເທດຊາດກ້າວໄປຂ້າງໜ້າ;
ສະຫາຍເລຂາທິການໃຫຍ່ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ “ແນວລາວອິດສະຫຼະ” ແລະ “ແນວລາວຮັກຊາດ” ທີ່ເປັນກຳລັງແຮງຕັດສິນໄຊຊະນະຂອງການປະຕິວັດ; ໃນ 5 ປີຜ່ານມາ, ສນຊ ໄດ້ເຮັດໜ້າທີ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ປະກອບສ່ວນສຳຄັນໃນການແກ້ໄຂຄວາມທຸກຍາກ ແລະ ຮັກສາສະຖຽນລະພາບທາງການ ເມືອງ ເຖິງວ່າຈະປະເຊີນກັບວິກິດການໂລກ ແລະ ການລະບາດຂອງພະຍາດໂຄວິດ-19 ກໍຕາມ;
ສະຫາຍໄດ້ຢ້ຳຄືນວິໄສທັດທີ່ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວ່າ: ຮອດປີ 2035 ສູ້ຊົນໃຫ້ GDP ບັນລຸ 7% ຕໍ່ປີ, ກາຍເປັນປະເທດທີ່ມີລາຍຮັບປານກາງສູງ; ຮອດປີ 2055 ປະເທດລາວຈະເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ແລະ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ; ໄລຍະ 2026-2030 ຕ້ອງຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຫຼຸດອັດຕາຄວາມທຸກຍາກ ໃຫ້ຍັງເຫຼືອຕົວເລກດຽວ;
ເພື່ອບັນລຸຄາດໝາຍດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ໄດ້ຊີ້ນຳ 6 ດ້ານທີ່ສຳຄັນ ສໍາລັບວຽກງານແນວໂຮມໂດຍ ສຸມໃສ່:
1. ເສີມສ້າງມະຫາສາມັກຄີ: ເພີ່ມທະວີຄວາມຮັບຜິດຊອບຂອງຄົນລາວຕໍ່ຊະຕາກຳຂອງຊາດ, ສະກັດກັ້ນການສວຍໃຊ້ສາສະໜາ ແລະ ປະຊາທິປະໄຕຈອມປອມເພື່ອແບ່ງແຍກຄວາມສາມັກຄີ;
2. ຍົກສູງບົດບາດຕິດຕາມ-ກວດກາ: ຈັດຕັ້ງປະຕິບັດຫຼັກການ “ປະຊາຊົນຮູ້, ປຶກສາຫາລື, ເຂົ້າຮ່ວມ, ກວດກາ ແລະ ໄດ້ຮັບຜົນປະໂຫຍດ” ຢ່າງເປັນຮູບປະທຳ;
3. ປ່ຽນແປງໃໝ່ວິທີການຂົນຂວາຍ: ຫັນລົງຮາກຖານໃຫ້ໃກ້ຊິດແທດຕົວຈິງ, ຫຼີກລ່ຽງການບໍລິຫານແບບຫ້ອງການ ແລະ ເປັນເຈົ້າການໃນການໄກ່ເກ່ຍຄວາມຂັດແຍ້ງໃນຊຸມຊົນ;
4. ຊຸກຍູ້ການຜະລິດ ແລະ ເສດຖະກິດເອກະລາດ: ປຸກລະດົມໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາໃຫ້ກາຍເປັນສະຫະກອນ;
5. ເພີ່ມທະວີການທູດປະຊາຊົນ: ຮັດແໜ້ນຄວາມສາມັກຄີກັບປະເທດເພື່ອນມິດ ແລະ ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື;
6. ເຕົ້າໂຮມຄົນລາວຢູ່ຕ່າງປະເທດ: ສ້າງເງື່ອນໄຂໃຫ້ພີ່ນ້ອງເຊື້ອຊາດລາວທີ່ມີຈິດໃຈຮັກຊາດ ອວ່າຍໜ້າມາຫາປະເທດຊາດ ເພື່ອຮ່ວມກັນພັດທະນາ.
ສະຫາຍໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ຄະນະກຳມະການສູນກາງ ສນຊ ສະໄໝທີ XII ທີ່ໄດ້ຮັບ ຮອງເອົາ 250 ສະຫາຍ, ໂດຍມີ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ເປັນປະທານ, ຈະສາມາດສ້າງບາດກ້າວບຸກທະລຸໃໝ່ ຕາມທິດທາງ “ເປີດກວ້າງ, ເຂັ້ມແຂງ, ບຸກທະລຸ ແລະ ເປັນປຶກແຜ່ນແໜ້ນໜາ” ເພື່ອພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຕາມທິດທາງວາງໄວ້ຢ່າງສະຫງ່າຜ່າເຜີຍ.
ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຖືກຮັບຮອງເອົາຢ່າງເປັນເອກະພາບ
ໃນວັນທີ 29 ເມສາ 2026, ທ່ານ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ຫົວໜ້າຄະນະກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານມະຕິ ເຊິ່ງເນື້ອໃນສຳຄັນ ຂອງມະຕິກອງປະ ຊຸມ ປະກອບມີ:
1. ໄດ້ຮັບຮອງລາຍງານການເມືອງ ແລະ ບົດສຳຫຼວດການນຳພາ 5 ປີຜ່ານມາ (2021-2025) ເຊິ່ງສາມາດຮັກສາຄວາມສາມັກຄີປອງດອງ ແລະ ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງໜັກແໜ້ນ;
2. ເຫັນດີຮັບຮອງແຜນພັດທະນາອົງການ ແນວລາວສ້າງຊາດ 5 ປີຕໍ່ໜ້າ (2026-2030) ເຊິ່ງປະກອບມີ 6 ແຜນງານ ແລະ 62 ໂຄງການ ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ;
3. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດລະບຽບ ຂອງແນວລາວສ້າງຊາດ (ສະບັບປັບປຸງ) ຢ່າງເປັນເອ ກະພາບ ເພື່ອແນໃສ່ປັບປຸງກົນໄກການເຄື່ອນໄຫວ ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາ ແລະ ເງື່ອນໄຂໃໝ່ ໃນໄລຍະໃໝ່ ຢ່າງແທ້ຈິງ;
4. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ຈຳນວນ 250 ທ່ານ, ຍິງ 55 ທ່ານ, ພຣະສົງ 20 ອົງ ເພື່ອເປັນແກ່ນສານເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ໄດ້ເປັນເອກະພາບຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳ ສູນກາງແນວລາວສ້າງຊາດ ຈໍານວນ 11 ທ່ານ, ຍິງ 3 ທ່ານ ຄື: 1) ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ; 2) ທ່ານ ລາວປາວຊົ່ງ ນະວົງໄຊ; 3) ທ່ານ ນາງ ບຸດສະດີ ທະນະເມືອງ; 4) ທ່ານ ປອ ດາວຽກສັກ ຫວ່າງວິຈິດ; 5) ທ່ານ ນາງ ໄຊທິດາ ພົມວິຫານ; 6) ທ່ານ ປອ ວິຣະພົງສ໌ ພົມດວງສີ; 7) ທ່ານ ສຸລິປັນຍາ ຣາຊສົມບັດ; 8). ທ່ານ ໄທລໍ່ ຫວາເຊັ້ງ; 9) ທ່ານ ຄໍາຢາດ ຣາຊດາວົງ; 10) ທ່ານ ນາງ ແພງພັນ ບຸບຜາພອນ ແລະ 11) ທ່ານ ວັນດີ ຈັນສົມບັດ.
ກອງປະຊຸມໃຫຍ່ຮັບຮອງເອົາການແຕ່ງຕັ້ງປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດ ປະຈຳການ ຈຳນວນ 7 ທ່ານ, ຍິງ 2 ທ່ານ ຄື: ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເປັນປະທານ ແລະ ຮອງປະທານ 6 ທ່ານ ຄື: ທ່ານ ລາວປາວຊົ່ງ ນະວົງໄຊ; ທ່ານ ນາງ ບຸດສະດີ ທະນະເມືອງ; ທ່ານ ປອ ດາວຽກສັກ ຫວ່າງວິຈິດ; ທ່ານ ນາງ ໄຊທິດາ ພົມ ວິຫານ; ທ່ານ ປອ ວິຣະພົງສ໌ ພົມດວງສີ ແລະ ທ່ານ ສຸລິປັນຍາ ຣາຊສົມບັດ;
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາການແຕ່ງຕັ້ງຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ຈຳນວນ 7 ທ່ານ, ຍິງ 2 ທ່ານ ຄື: 1) ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ; 2) ທ່ານ ນາງ ອິນລາວັນ ແກ້ວບຸນພັນ; 3) ທ່ານ ຫຽມ ພົມມະຈັນ; 4)ທ່ານ ອ໋ອດ ພົງສະຫວັນ; 5) ທ່ານ ຢົງ ຈັນທະລັງສີ; 6) ທ່ານ ພູວົງ ພະມີສິດ ແລະ 7) ທ່ານ ເຕີຍ ສົມສັກ;
ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາທ່ານປະທານກວດກາ ແລະ ຮອງປະທານກວດກາ ສູນກາງແນວລາວສ້າງຊາດຈຳນວນ 5 ທ່ານ ຍິງ 2 ທ່ານ ຄື: ທ່ານ ນາງ ໄຊທິດາ ພົມວິຫານ ເປັນປະທານກວດກາ ແລະ ຮອງປະທານກວດກາ 4 ທ່ານ ຄື: ທ່ານ ນາງ ແພງພັນ ບຸບຜາພອນ; ທ່ານ ຈັກກະພັນ ພົງດາລັດ; ທ່ານ ດົວທໍ່ ເຊັ່ງຟົງຢົງນູ; ທ່ານ ພູມະໄລ ແສນຄໍາພອນ;
5. ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ ໜັກ 6 ເນື້ອໃນສຳຄັນ ເພື່ອໃຫ້ແນວລາວສ້າງຊາດ ເພີ່ມທະວີການເຕົ້າໂຮມຄວາມສາມັກຄີ, ຍົກສູງບົດບາດການຕິດຕາມກວດກາສຽງສະທ້ອນຈາກສັງຄົມ, ປ່ຽນແປງວິທີການຂົນຂວາຍມະຫາຊົນໃຫ້ທັນສະໄໝ ແລະ ປຸກລະ ດົມປະຊາຊົນ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ;
ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກຊັ້ນຄົນ, ທຸກເພດ-ໄວ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນເຊີດຊູນ້ຳ ໃຈຮັກຊາດ, ສຸມສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສິວິໄລ;
ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຖືກຮັບຮອງເອົາຢ່າງເປັນເອກະພາບ ໃນວັນທີ 29 ເມສາ 2026.
ອັດລົງຢ່າງສະຫງ່າຜ່າເຜີຍ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII
ໃນວັນທີ 29 ເມສາ 2026, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ກ່າວປິດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ ດ້ວຍບັນຍາກາດຟົດຟື້ນ ແລະ ຄວາມຮັບຜິດຊອບສູງ;
ໝາກຜົນສຳຄັນຂອງກອງປະຊຸມ ຄື: ໄດ້ເປັນເອກະພາບຮັບຮອງເອົາລາຍງານການເມືອງ, ທິດທາງວຽກງານ 5 ປີຕໍ່ໜ້າ (ໃຫ້ສອດຄ່ອງກັບມະຕິ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ), ກົດລະບຽບຂອງແນວລາວສ້າງຊາດ ສະບັບປັບປຸງ ແລະ ບົດສຳຫຼວດການນຳພາຂອງຄະນະກຳມະການ ຊຸດເກົ່າ, ໄດ້ລົງປະຊາມະຕິຮັບຮອງເອົາການແຕ່ງຕັ້ງ ຄະນະກຳມະການສູນກາງ ສນຊ ສະໄໝທີ XII ຈຳນວນ 250 ທ່ານ ເພື່ອເປັນແກນກາງ ໃນການເຕົ້າ ໂຮມຄວາມສາມັກຄີ; ໃນນີ້, ທ່ານປະທານ ສນຊ ໄດ້ເນັ້ນໜັກວ່າ ຄຳໂອ້ລົມຊີ້ນຳ ຂອງທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແມ່ນເຂັມທິດອັນສຳຄັນທີ່ສຸດ ໃນການເຄື່ອນໄຫວວຽກງານແນວໂຮມ ໃນໄລຍະໃໝ່;
ໂອກາດນີ້, ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ຄະນະກຳມະການ ຊຸດໃໝ່ ກ່າວຄຳໝັ້ນສັນຍາ ແລະ ທິດທາງໃນຕໍ່ໜ້າ ເຊິ່ງມີບາງເນື້ອໃນສຳຄັນ ວ່າ: ຈະສືບຕໍ່ເຕົ້າໂຮມມະຫາສາມັກຄີປວງຊົນລາວທັງຊາດ ໃຫ້ເປັນປຶກແຜ່ນແໜ້ນໜາ ພາຍໃຕ້ການນຳພາຂອງພັກ, ເຊີດຊູນ້ຳໃຈຮັກຊາດ ແລະ ຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ໃຫ້ໃກ້ຊິດກັບປະຊາຊົນທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ທັງພາຍໃນ ແລະ ຕ່າງປະເທດ; ໃນຕອນທ້າຍ, ທ່ານປະທານໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ, ພະນັກງານ, ນັກຮົບ ແລະ ສື່ມວນຊົນ ທີ່ໄດ້ປະກອບສ່ວນ ເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດ ພ້ອມທັງຢືນຢັນອຸດົມການ ທີ່ວ່າ: “ຄວາມສາມັກຄີເປັນສິ່ງທີ່ດີເລີດ, ເປັນສິ່ງປະເສີດກວ່າອາວຸດຊະຕາ, ຄວາມສາມັກຄີ ເປັນປຶກ ແຜ່ນແໜ້ນໜາ ພາຍໃຕ້ການນໍາພາຂອງພັກ ຄວາມປອງດອງກົມກຽວເປັນເອກະລັກ ວັດທະນະທໍາອັນດີງາມ ຂອງຄົນລາວພວກເຮົາ; ມະຫາສາມັກຄີ, ມະຫາໄຊຊະນະ!”
ແຫຼ່ງ: ພາບ-ຂ່າວ ສູນກາງແນວລາວສ້າງຊາດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



