ຂະແໜງ ພບ ແຕ່ນີ້ຮອດປີ 2030 ຕ້ອງບືນຕົວໃຫ້ແຂງແຮງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: ຄັ້ງ | ເວລາ | 2026-04-11 20:52:50
ໂດຍ: ສຳນານ ພົມພັກດິ
ການຄາດຄະເນ ທິດທາງ ແລະ ໜ້າທີ່ລວມໃນການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່, ໃນໄລຍະ 2026-2030 ຈະສູ້ຊົນເຮັດໃຫ້ຂະແໜງດັ່ງກ່າວກາຍເປັນຂະແໜງເສດຖະກິດທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດທັງສະເພາະໜ້າ ແລະ ໄລຍະຍາວ, ສ້າງໃຫ້ກາຍເປັນປັດໄຈພື້ນຖານສໍາລັບການພັດທະນາຂະແໜງການອື່ນໆ. ໃນຂະນະດຽວກັນ ກໍເອົາໃຈໃສ່ເປັນພິເສດການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.
ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ ພະລັງງານ-ບໍ່ແຮ່ທົ່ວປະເທດ ປະຈຳປີ 2024 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັກຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນວ່າ: ແຕ່ນີ້ຮອດປີ 2030 ເຮັດແນວໃດຂະແໜງພະລັງງານ ແລະ ບໍ່ແຮ່ຕ້ອງບືນຕົວໃຫ້ແຂງແຮງ ແລະ ພະຍາຍາມສູ້ຊົນໃຫ້ບັນລຸໄດ້ 1/4 ຫຼື ປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP. ສູ້ຊົນຮັກສາຈັງຫວະການຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະເລ່ຍແຕ່ລະປີ ບໍ່ໃຫ້ຫຼຸດ 10-12%. ພ້ອມດຽວກັນນີ້, ກໍຕ້ອງເຮັດການບັງຄັບໃຊ້ກົດໝາຍ ແລະ ນິຕິກຳຕ່າງໆຢູ່ໃນຂະບວນການຄຸ້ມຄອງລັດໃນຂະແໜງ ພະລັງງານ ແລະ ບໍ່ແຮ່ ຢ່າງມີຜົນສັກສິດ, ສຸມໃສ່ແກ້ໄຂບັນຫາຕ່າງໆ ຢູ່ໃນຂອບເຂດຄວາມຮັບຜິດຊອບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂວິກິດການການເງິນລວມ ຂອງປະເທດຊາດ ຊຶ່ງກ່ອນອື່ນໝົດແມ່ນພວກເຮົາຕ້ອງສ້າງແຜນລະອຽດໃນການພັດທະນາໂດຍມີການວິໄຈວິເຄາະຜົນໄດ້ຜົນເສຍຄັກແນ່ ເຊັ່ນ: ຈະເຮັດຫຍັງ? ຢູ່ໃສ? ເວລາໃດ? ເຮັດກັບໃຜ? ເພື່ອຈຸດປະສົງຫຍັງ? ຮູບແບບການລົງທຶນຈະເຮັດແນວໃດ? ເພື່ອໃຫ້ລັດຖະບານ ແລະ ປະເທດຊາດເຮົາມີ ຜົນປະໂຫຍດສູງສຸດ. ຢາກຮັບປະກັນບັນລຸຈຸດປະສົງດັ່ງກ່າວ: ບັນຫາຕົ້ນຕໍແມ່ນພວກເຮົາຈະຕ້ອງເລືອກເອົາຜູ້ທີ່ຈະມາພັດທະນາ ຫຼື ລົງທຶນຕ້ອງແມ່ນມືອາຊີບ, ມີຄວາມສໍານິຊຳນານ, ມີທຶນຮອນ, ມີເຕັກນິກວິທະຍາສາດ, ວິທະຍາການສູງ. ພ້ອມດຽວກັນນີ້, ລັດຖະບານຕ້ອງມີນະໂຍບາຍຢ່າງຈະແຈ້ງເພື່ອສົ່ງເສີມ, ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຕ້ອງມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ຄວາມເດັດຂາດ ແລະ ໂປ່ງໃສ.
ໃນນັ້ນ, ການພັດທະນາວຽກງານພະລັງງານ ຕ້ອງຮັບປະກັນການນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າທີ່ເປັນການຂະຫຍາຍລະບົບສາຍສົ່ງໄຟຟ້າ, ແນໃສ່ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຢູ່ພາຍໃນເພື່ອເປັນທ່າແຮງໃນການພັດທະນາເສດຖະກິດຂອງຊາດ, ສົມທົບກັບການພັດທະນາເພື່ອສົ່ງອອກ, ສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ສຸມໃສ່ແກ້ໄຂໜີ້ສິນຂອງລັດວິສາຫະກິດໄຟຟ້າລາວເປັນເທື່ອລະກ້າວ,ໃນຂະນະດຽວກັນກ່ຽວກັບການປະຕິບັດແຜນພັດທະນາພະລັງງານ, ຕ້ອງເອົາໃຈໃສ່ໂຄງສ້າງກ່ຽວກັບລາຄາໄຟຟ້າໃນແຕ່ລະໄລຍະໃຫ້ສອດຄ່ອງສົມເຫດສົມຜົນ, ເອົາໃຈໃສ່ດຶງດູດທຶນຮອນເພື່ອສຸມໃສ່ການພັດທະນາລະບົບສາຍສົ່ງ, ເອົາໃຈໃສ່ປັບປຸງລະບົບຈຳໜ່າຍ, ການຫັນໄປສູ່ທັນສະໄໝໃນການໃຫ້ການບໍລິການແກ່ຜູ້ຊົມໃຊ້ ແລະ ນະໂຍບາຍດ້ານອື່ນໆຕິດພັນກັບການຍູ້ແຮງການຈັດຕັ້ງປະຕິບັດຍຸດທະສາດການພັດທະນາພະລັງງານທົດແທນ ແລະ ພະລັງງານທາງເລືອກສໍາລັບພາກຂົນສົ່ງ, ເອົາໃຈໃສ່ສົ່ງເສີມການອະນຸລັກ ແລະ ປະຢັດພະລັງງານຢ່າງກວ້າງຂວາງ, ພ້ອມດຽວກັນ, ກໍເປັນເຈົ້າການສົ່ງເສີມການນໍາໃຊ້ພາຫານະທີ່ນໍາໃຊ້ໄຟຟ້າ ເພື່ອເປັນການສົ່ງເສີມການນໍາໃຊ້ໄຟຟ້າຫຼາຍຂຶ້ນ ແລະ ຫຼຸດຜ່ອນການນໍາໃຊ້ເງິນຕາເພື່ອຊື້ນໍ້າມັນເຊື້ອໄຟ, ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກໃນການພັດທະນາວຽກງານພະລັງງານໄຟຟ້າໃນຕໍ່ໜ້ານີ້ ຕ້ອງເອົາໃຈໃສ່ປັບປຸງການກໍານົດແຜນໃຫ້ລະອຽດ, ຊັດເຈນ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ການພັດທະນາແຫຼ່ງຜະລິດກະແສໄຟຟ້າກັບການພັດທະນາລະບົບສາຍສົ່ງ-ສະຖານີ ແລະ ການຕະຫຼາດ. ນອກນັ້ນ ຕ້ອງສຸມໃສ່ການກໍານົດລາຄາໄຟຟ້າໃຫ້ເໝາະສົມກັບທຸກຝ່າຍໃນສັງຄົມ.
ໃນຂະນະດຽວກັນ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ຕ້ອງເຄື່ອນໄຫວໃຫ້ແຂງແຮງກວ່າເກົ່າ ເພື່ອເຮັດບົດບາດ ເປັນຜູ້ພັດທະນາວຽກງານສາຍສົ່ງແບບຄົບວົງຈອນ, ດຶງດູດ ຍາດແຍ່ງການຮ່ວມລົງທຶນນັບທັງພາຍໃນ ແລະ ຕ່າງປະເທດ, ຫຼຸດຜ່ອນການແບ່ງເບົາພາວະການລົງທຶນ ແລະ ໜີ້ສິນຂອງລັດຖະບານ ສ້າງເງື່ອນໄຂເຮັດໃຫ້ການພັດທະນາດ້ານນີ້ມີຄວາມສະດວກ ແລະ ຂະຫຍາຍຕົວໄວຂຶ້ນເພື່ອໃຫ້ທັນກັບຄວາມຕ້ອງການຂອງການສະໜອງໄຟຟ້າພາຍໃນ ແລະ ເຊື່ຶອມໂຍງກັບພາກພື້ນ, ປັບປຸງລັດວິສາຫະກິດໄຟຟ້າລາວໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ການພັດທະນາດ້ານບໍ່ແຮ່ຕ້ອງມີການເລືອກເຟັ້ນຢ່າງເຄັ່ງຄັດ, ເຮັດດ້ວຍຄວາມລະມັດລະວັງ ແລະ ຮັບປະກັນການພັດທະນາໃຫ້ໄປຕາມທິດຍືນຍົງ ແລະ ຄຸ້ມຄອງການຂຸດຄົ້ນບໍ່ແຮ່ໃຫ້ເກີດປະໂຫຍດສູງສຸດ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

