ສູນທອນພົດປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-03-28 22:08:27
ສູນທອນພົດປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X
………………………………………………………………………..
(ສພຊ) - ໃນພິທີປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໄດ້ ດໍາເນີນມາເປັນເວລາ 5 ວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕຂອງບັນ ດາທ່ານສະມາຊິກສະພາແຫ່ງຊາດ ໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນທີ່ນໍາມາພິຈາລະນາໃນກອງປະ ຊຸມຄັ້ງນີ້ ໄດ້ມີຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນການພັກ ເລກທີ 26/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ການເລືອກຕັ້ງໄດ້ດໍາເນີນຢ່າງມີຜົນສໍາເລັດຕາມແຜນການທີ່ວາງໄວ້, ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວປະເທດ ໄດ້ນໍາໃຊ້ສິດປະຊາທິປະໄຕຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເລືອກຕັ້ງເອົາຕົວແທນຂອງຕົນເພື່ອປະຕິບັດສິດອໍານາດຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການພິຈາລະນາຮັບຮອງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ ກໍຄືຂອງທ້ອງຖິ່ນ.
ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆຂອງອົງການອໍານາດແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານ.
ການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດ ດັ່ງກ່າວມາຂ້າງເທິງນັ້ນ ເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະລະບົບອຳນາດລັດປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການໃນ 5 ປີຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍຫັນເປັນແຜນງານ, ໂຄງການ, ກິດຈະກຳອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ ແລະ ປະຕິບັດໃຫ້ປາກົດເປັນຈິງ.
ກອງປະຊຸມໄດ້ຮັບຟັງການກ່າວອໍາລາ ແລະ ກ່າວຮັບໜ້າທີ່ ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ການຮັບໜ້າທີ່ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມດ້ວຍຄະແນນສຽງສູງ ເຊິ່ງສະແດງເຖິງຄວາມມຸ່ງໝັ້ນ, ການຕັດສິນໃຈຂອງບັນດາທ່ານການນໍາຂັ້ນສູງ ໃນການເພີ່ມທະວີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ຂອງຕົນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ແລະ ພ້ອມຈະເຮັດໜ້າທີ່ອັນສຸດທີ່ມີກຽດນີ້ ຕາມການມອບໝາຍຂອງພັກ-ລັດ ແລະ ປະຊາຊົນ ເພື່ອພ້ອມກັນສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປັດຈຸບັນ ແລະ ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງ, ນໍາເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕາມທິດສັງຄົມນິຍົມ.
ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ທີ່ໃນສະພາບການພາກພື້ນ, ສາກົນ ມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ໄດ້ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກຳນົດໃນແຜນ 5 ປີຜ່ານມາ ແລະ ມີຜົນສໍາເລັດຫຼາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດທົ່ວປະເທດມີສະຖຽນລະພາບ, ດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີໝາກຜົນດີຂຶ້ນເທື່ອລະກ້າວ.
ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວ, ກອງປະຊຸມຍັງໄດ້ສະເໜີໃຫ້ລັດຖະບານເພີ່ມທະວີການຊີ້ນໍາບັນຊາບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2055, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງໄດ້ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບຸລິມະສິດ ເປັນຈໍານວນ 200 ກວ່າໂຄງການ; ພ້ອມກັນນັ້ນ, ໄດ້ກຳນົດມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ ແບບບຸກທະລຸທີ່ແທດເໝາະກັບຕົວຈິງຕື່ມ ເຮັດໃຫ້ການຈັດຕັ້ງປະຕິບັດເກີດມີໝາກມີຜົນຕົວຈິງ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງດ້ານຫຼັກການ ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄພ ລາວ-ຫວຽດນາມ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT ເຊິ່ງເປັນໂຄງການຂະໜາດໃຫຍ່, ໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຕາມຍຸດທະສາດໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ.
ກອງປະຊຸມສະແດງຄວາມຊົມເຊີຍຕໍ່ການຕັດໃຈຂອງລັດຖະບານຕໍ່ໂຄງການລົງທຶນທີ່ສໍາຄັນດັ່ງກ່າວ ແລະ ເຫັນດີຮັບຮອງເອົາດ້ານຫຼັກການແບບມີເງື່ອນໄຂ; ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ກວດກາສັນຍາສຳປະທານໃຫ້ລະອຽດ, ຮັດກຸມ ເພື່ອໃຫ້ລັດໄດ້ຮັບຜົນປະໂຫຍດສູງ, ເອົາໃຈໃສ່ບັນຫາການຊົດເຊີຍຜົນກະທົບຈາກໂຄງການ, ການກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະນໍາເຂົ້າຊົ່ວຄາວ, ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອຖິ່ນ ແລະ ບັນຫາອື່ນໆ ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ປkກົດເປັນຈິງ, ນໍາເອົາຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເຊິ່ງກອງປະຊຸມໄດ້ສະເໜີໃຫ້ສອງອົງການດັ່ງ ກ່າວ ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ມີຄຸນນະພາບ, ມີຄວາມເຂັ້ມແຂງ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ຈັນຍາບັນ-ຈັນຍາທຳຂອງພະນັກງານໃນສອງອົງການດັ່ງກ່າວ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີປະສົບການຕົວຈິງ ເຊິ່ງຈະເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນ ມີບາດກ້າວຫັນປ່ຽນທີ່ດີຂຶ້ນ, ປະກອບສ່ວນເຂົ້າໃນການປັບປຸງລະບົບຍຸຕິທຳໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນໄລຍະຜ່ານມາ ແລະ ເປັນເອກະພາບຕໍ່ທິດທາງ, ແຜນການເຄື່ອນໄຫວຂອງສອງອົງການໃນ 5 ປີຕໍ່ໜ້າ; ແຕ່ກອງປະຊຸມໄດ້ສະເໜີສອງອົງການເອົາໃຈໃສ່ຄົ້ນຄວ້າການສ້າງ, ປັບປຸງກົດໝາຍໃນຂົງເຂດຕົນຮັບຜິດຊອບ, ຊຸກຍູ້ການແກ້ໄຂຜົນກວດກາ, ຜົນການກວດສອບ, ເພີ່ມທະວີການກວດກາປົກກະຕິ, ກວດກາແຕ່ຫົວທີ່ບັນດາໂຄງການລົງທຶນຂະໜາດໃຫຍ່ ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນເພີ່ມ; ຖືເອົາການແກ້ໄຂຜົນການສອບເປັນເງື່ອນໄຂ ແລະ ບ່ອນອີງໃນການຕີລາຄາ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ຂອງອົງການ, ຂອງພະນັກງານ-ລັດຖະກອນ; ການບຳລຸງສ້າງພະນັກງານໃຫ້ມີຈັນຍາບັນ, ຈັນຍາທຳ ແລະ ມີຄວາມຊຳນານທາງດ້ານວິຊາສະເພາະ ເພື່ອຮັບໃຊ້ການປະຕິບັດວຽກງານຂອງສອງອົງການ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາແຜນເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ.
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 91 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 72 ສະບັບ ເຊິ່ງກວມເອົາງຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາກະຊວງ, ອົງການທີ່ກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີໃນການສ້າງ ແລະ ປັບປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ ທັງເພີ່ມທະວີການປະສານສົມທົບກັບກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມຂອງເນື້ອໃນກົດໝາຍ ເຮັດໃຫ້ລັດປະຊາທິປະໄຕປະຊາຊົນ ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ.
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ດໍາເນີນມາຮອດນີ້ ໄດ້ສໍາເລັດຕາມແຜນການກໍານົດໄວ້, ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ຖືເປັນໝາກຜົນແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາແຕ່ລະເນື້ອໃນສໍາຄັນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໄດ້ສາເລັດລົງແລ້ວ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງ ການກວດສອບແຫ່ງລັດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດທີ່ປະຈຳຢູ່ແຕ່ລະເຂດເລືອກຕັ້ງ ຈົ່ງໄດ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ທົ່ວເຖິງທັນເວລາ; ຮຽກຮ້ອງມາຍັງທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ຈົ່ງໃຫ້ການຮ່ວມມື, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ໃຫ້ເກີດດອກອອກຜົນເປັນຈິງ.
ກອງປະຊຸມສະເໜີມາຍັງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ຈົ່ງເປັນເຈົ້າການໃນການຕິດຕາມກວດກາການປະຕິບັດໜ້າທີ່ຂອງບັນດາອົງການອໍານາດລັດ ຕາມສິດ ແລະ ໜ້າທີ່ຂອງຕົນຕາມທີ່ກົດໝາຍກຳນົດໄວ້.
ກອງປະຊຸມສະແດງຄວາມຂອບໃຈຢ່າງສູງມາຍັງບັນດາທ່ານຜູ້ນໍາຂັ້ນສູງ, ອະດີດການນໍາຂັ້ນສູງ ຂອງພັກ-ລັດ ທີ່ໄດ້ຊີ້ນໍາຢ່າງໃກ້ຊິດ ແລະ ສະຫຼະເວລາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້; ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັບສະພາແຫ່ງຊາດ ພ້ອມກັນກະກຽມເນື້ອໃນຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມຄັ້ງນີ້ ທັນຕາມກຳນົດເວລາ; ຂອບໃຈ ແລະ ຊົມເຊີຍກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສື່ມວນຊົນ ກໍຄືຄໍາສະເໜີຂອງປະຊາຊົນ ໂດຍຜ່ານໂທລະສັບສາຍດ່ວນຂອງກອງປະຊຸມ; ຂໍຂອບໃຈທຸກພາກສ່ວນກ່ຽວຂ້ອງທີ່ໄດ້ມີສ່ວນຮ່ວມໃນປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ ມີຜົນສໍາເລັດຢ່າງຈົບງາມ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານຜູ້ນໍາ, ອະດີດການນໍາຂັ້ນສູງພັກ-ລັດ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ນັກປະຕິວັດອາວຸໂສ, ແຂກທັງພາຍໃນ ແລະ ຕ່າງປະເທດ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ພະນັກງານ, ທະຫານ, ຕຳຫຼວດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາທ່ານ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍປະກາດປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
ແຫຼ່ງ: ຂ່າວ ຜູ້ແທນປະຊາຊົນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


