ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເລືອກເອົາປະທານ-ຮອງປະທານ ສະພາແຫ່ງຊາດ ແລະ 4 ອົງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2026-03-23 20:32:12 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-23 20:32:12
ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເລືອກເອົາປະທານ-ຮອງປະທານ ສະພາແຫ່ງຊາດ
ຂປລ. ວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມກັນລົງຄະແນນສຽງເລືອກເອົາປະທານ ສະພາແຫ່ງຊາດ ຊຸດທີ X ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ພ້ອມທັງເຫັນດີເປັນເອກະພາບເລືອກເອົາ ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ ຊຸດທີ X ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໃຫ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ X ອີກສະໄໝໜຶ່ງ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກສະຕິບັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ຈະສັດຊື່ບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ແລະ ຈະຮ່ວມກັບໝູ່ຄະນະ ກໍຄື ສະມາຊິກສະພາແຫ່ງຊາດ ຊຸດທີ X ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມສະພາແຫ່ງຊາດ ເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ສະແດງຄວາມຫວັງວ່າ ລັດຖະບານ, ບັນດາສະມາຊິກສະ ພາແຫ່ງຊາດ, ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ກໍຄື ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ໃຫ້ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອສະພາແຫ່ງຊາດ ຊຸດທີ X ເພື່ອເຮັດຫລ້ອນໜ້າທີ່ອັນມີກຽດ ສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ພ້ອມນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ຍັງໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ປະກອບມີ: 1. ກຳມາທິການກົດໝາຍ ແລະ ຍຸຕິທຳ, 2. ກຳມາທິການເສດຖະກິດ ແລະ ການເງິນ, 3. ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, 4. ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, 5. ກຳມາທິການການຕ່າງປະເທດ ແລະ 6. ຫ້ອງວ່າການສະພາແຫ່ງຊາດ ໂດຍທ່ານ ບຸນຈັນ ສີວົງພັນ ເປັນຫົວຫ້ອງວ່າການສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເປັນປະທານກໍາມາທິການວັດທະນະທໍາ-ສັງ ຄົມ ແລະ ຊົນເຜົ່າ, 3. ທ່ານ ນາງ ທຸມມາລີ ວົງພະຈັນ ເປັນປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ, 4. ທ່ານ ໂພໄຊ ໄຂຄໍາພິທູນ ເປັນປະທານກຳມາທິການການຕ່າງປະເທດ, ທ່ານ ພົຈວ. ສຸລິໄຊ ພິຈິດ ເປັນປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່ານ ຈັນທະບູນ ສຸກອາລຸນ ເປັນປະທານກໍາມາທິການເສດຖະກິດ ແລະ ການເງິນ.
ພ້ອມນີ້, ຍັງໄດ້ເອົາຮອງເອົາກຳມະການຄະນະປະຈຳສະພາແຫ່ງຊາດ ຈຳນວນ 6 ທ່ານ: ທ່ານ ບຸນຈັນ ສີວົງພັນ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ, ທ່ານ ໂພໄຊ ໄຂຄໍາພິທູນ, ທ່ານ ພົຈວ. ສຸລິໄຊ ພິຈິດ ແລະ ທ່ານ ຈັນທະບູນ ສຸກອາລຸນ.
ຂ່າວ: ທະນູທອງ, ພາບ: ຂັນໄຊ
ສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາການເລືອກຕັ້ງ 4 ອົງການ
ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 23 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາການເລືອກຕັ້ງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ. ຊຶ່ງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາ ດັ່ງນີ້: ທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ; ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ; ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ.
ຂ່າວ: ພູວັນ, ພາບ: ຕຸໄລເພັດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


