ສູນທອນພົດກ່າວເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-03-23 20:21:35
ສູນທອນພົດກ່າວເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X
....................................................................................
(ສພຊ) - ໃນພິທີເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຸດທີ IX ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ມື້ນີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນຢ່າງເປັນທາງການ ໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ສະບັບທີ 3 ຂອງພັກ ເຂົ້າໃນທຸກຂົງເຂດວຽກງານ ແລະ ມີຄວາມເບີກບານມ່ວນຊື່ນຕໍ່ຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈັດຂຶ້ນໃນວັນທີ 22 ກຸມພາ 2026 ຜ່ານມາ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກອງປະຊຸມສະແດງຄວາມປິຕິຊົມຊື່ນ ແລະ ຊົມເຊີຍ ຕໍ່ບັນດາທ່ານທີ່ໄດ້ຮັບຄວາມໄວ້ວາງໃຈ, ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນຜູ້ມີສິດເລືອກຕັ້ງໃນຂອບເຂດທົ່ວປະເທດ ທີ່ໄດ້ເລືອກເອົາບັນດາທ່ານເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ເຊິ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງພ້ອມພຽງ.
ກອງປະຊຸມຂໍສະແດງຄວາມຂໍ່ານັບຊົມເຊີຍມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງສຸດອົກສຸດໃຈ.
ກອງປະຊຸມຂໍສະແດງຄວາມຂໍ່ານັບຊົມເຊີຍບັນດາທ່ານຜູ້ນໍາຂັ້ນສູງພັກ-ລັດ, ບັນດາທ່ານອະດີດການນໍາຂັ້ນສູງ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ອະດີດຄະນະປະຈຳສະພາແຫ່ງຊາດ ຊຸດທີ IX, ບັນດາທ່ານທີ່ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາທ່ານທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາທ່ານນັກທຸລະກິດ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026 ທີ່ຜ່ານມາ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 175 ທ່ານ, ຍິງ 52 ທ່ານ (ເທົ່າກັບ 29.71% ຂອງຈໍານວນສະມາຊິກສະພາແຫ່ງຊາດ).
ຜົນສໍາເລັດໃນການເລືອກຕັ້ງຄັ້ງນີ້ ໄດ້ສະແດງເຖິງຄວາມຮັບຜິດຊອບສູງຂອງການຈັດຕັ້ງທຸກຂັ້ນ, ສະແດງໃຫ້ເຫັນສະຕິຕື່ນຕົວທາງດ້ານການເມືອງ ແລະ ການເສີມຂະຫຍາຍສິດປະຊາທິປະໄຕ ໃນການປະຕິບັດສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ ແລະ ຢັ້ງຢືນເຖິງຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນໍາພາຂອງພັກ, ການຕິດຕາມກວດກາຢ່າງເຄັ່ງຄັດຂອງສະພາແຫ່ງຊາດ ແລະ ການບໍລິຫານຂອງລັດຖະບານ ກໍຄືຕໍ່ລະບອບປະຊາທິປະໄຕປະຊາຊົນລາວຂອງພວກເຮົາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ສະເໜີມາຍັງກອງປະຊຸມ ຈົ່ງພ້ອມກັນຊົມເຊີຍຕໍ່ຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຢ່າງສຸດອົກສຸດໃຈ.
ໄລຍະ 5 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກ, ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ໄດ້ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນເປັນພື້ນຖານໃນຫຼາຍດ້ານ ເປັນຕົ້ນ: ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ ແນໃສ່ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາດ້ວຍກົດໝາຍ ໃຫ້ນັບມື້ມີປະສິດທິຜົນຍິ່ງໆຂຶ້ນ, ເສດຖະກິດແຫ່ງຊາດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການຂະຫຍາຍຕົວຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ຖານະບົດບາດ ແລະ ອິດທິພົນຂອງ ສປປລາວ ສືບຕໍ່ໄດ້ຮັບການຍົກສູງໃນເວທີພາກພື້ນ ແລະ ສາກົນ.
ສະພາແຫ່ງຊາດ ໃນຖານະເປັນອົງການອໍານາດລັດສູງສຸດ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄລຍະ 5 ປີຜ່ານມາ, ສະພາແຫ່ງຊາດ ຊຸດທີ IX ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ດ້ວຍຈິດໃຈຫ້າວຫັນ ແລະ ເປັນເຈົ້າການ ເຊິ່ງເດັ່ນກວ່າໝູ່ແມ່ນການປັບປຸງລັດຖະທຳມະນູນ ສະບັບປີ 2025 ແລະ ກົດໝາຍຈໍານວນໜຶ່ງທີ່ກ່ຽວຂ້ອງ, ໄດ້ມີການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນສະພາແຫ່ງຊາດ ຊຸດທີ X ສໍາເລັດໂດຍພື້ນຖານ, ເປັນເຈົ້າການປະຕິບັດພາລະບົດບາດນິຕິບັນຍັດ, ການຕົກລົງບັນຫາສໍາຄັນຂອງປະເທດຊາດ ແລະ ການຕິດຕາມກວດກາຢ່າງມີປະສິດທິຜົນ ເຮັດໃຫ້ສະພາແຫ່ງຊາດ ຊຸດທີ IX ສາມາດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ໄດ້ກຳນົດໄວ້.
ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1) ຮັບຟັງລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V;
2) ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງບັນດາຕຳແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງອົງການອໍານາດລັດ;
3) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
4) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການພິຈາລະນາ, ຮັບຮອງດ້ານຫຼັກການ ໂຄງການລົງທຶນກໍ່ເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT;
5) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ;
6) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນສູງສຸດ;
7) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ;
8.) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ;
9) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ ແຕ່ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X;
10) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.
ການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຍິ່ງ ເພາະຈະໄດ້ມີການພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດໃນ 5 ປີຕໍ່ໜ້າ. ສະນັ້ນ, ຂ້າພະເຈົ້າ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ສອດຄ່ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຮຽກຮ້ອງມາຍັງສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕາມວະລາທີ່ໄດ້ກຳນົດໄວ້, ພ້ອມທັງຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ຈົ່ງໄດ້ຕິດຕາມການດໍາເນີນກອງປະຊຸມໂດຍຜ່ານພາຫະນະສື່ມວນຊົນ ແລະ ສະເໜີຄໍາຄິດເຫັນໂດຍຜ່ານສາຍດ່ວນສະພາແຫ່ງຊາດ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າ ຂໍປະກາດເປີດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ນັບແຕ່ເວລານີ້ເປັນຕົ້ນໄປ.
ແຫຼ່ງ: ສະພາແຫ່ງຊາດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


