ສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ຄັ້ງທີ VI
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-03-23 05:34:25
ສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ຄັ້ງທີ VI
----------
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2025, ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ອະດີດການນໍາກະຊວງ ຍທຂ, ບັນດາຄະນະຜູ້ແທນສົມບູນອົງຄະນະພັກກະຊວງ ຍທຂ 245 ສະຫາຍ ຍິງ 57 ສະຫາຍ, ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປິດລົງດ້ວຍຜົນສຳເລັດແລະ ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ VI.
ໃນວາລະປິດກອງປະຊຸມ, ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຂຶ້ນລາຍງານວ່າ: ກອງປະຊຸມຄັັ້ງນີ້, ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ໄດ້ເປັນເອກະພາບຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງ, ໂດຍມີຄວາມເປັນເອກະພາບຢ່າງສົມບູນ ຕໍ່ການຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ແນວທາງປ່ຽນແປງໃໝ່ຂອງພັກໃນຊຸມປີຜ່ານມາ ຊຶ່ງຍົກໃຫ້ເຫັນບັນດາຜົນງານອັນພົ້ນເດັ່ນຫຼາຍດ້ານ. ພ້ອມກັນນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ຍັງໄດ້ສຸມສະຕິປັນຍາຂອງຕົນຄົ້ນຄວ້າປະກອບຄຳຄິດຄຳເຫັນເຂົ້າໃນບັນດາເອກະສານສໍາຄັນຕ່າງໆຂອງກອງປະຊຸມ ທີ່ເຕັມໄປດ້ວຍເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ຖືກຮັບຮອງເອົາດ້ວຍຄວາມເປັນເອກະພາບສູງ. ບັັນດາສະຫາຍຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຊຸດໃໝ່ ບົນພື້ນຖານຫຼັກການ, ມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 25 ສະຫາຍ, ເລືອກເອົາ 21 ສະຫາຍ ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ເຫຼັກໄຫຼ ສີວິໄລ ເປັນເລຂາຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI, ສະຫາຍ ງາມປະສົງ ເມືອງມະນີ ເປັນຮອງເລຂາ ແລະ ເລືືອກເອົາ ສະຫາຍ ລິດຕາ ຂັດທິຍະ ເປັນປະທານກວດກາພັກ, ສະຫາຍ ຈັນທະລາ ພິມມະຈັກ, ສະຫາຍ ສີພັນດອນ ສຸພັນທອນ ເປັນຮອງປະທານກວດກາ. ພ້ອມນັ້ນ, ເລືອກເອົາຄະນະປະຈໍາພັກ 7 ສະຫາຍ. ໃນນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມີຜູ້ແທນສົມບູນ 8 ສະຫາຍ, ສໍາຮອງ 2 ສະຫາຍ.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະບໍລິຫານງານພັກກະຊວງ ຍທຂ ຊຸດໃໝ່ ກ່ອນອື່ນສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງຄວາມສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ພ້ອມເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານພັກຊຸດໃໝ່ ສືບຕໍ່ຄົ້ນຄວ້າ ແລະ ຕົກລົງກ່ຽວກັບການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກກະຊວງຄືນໃໝ່ ໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງແຕ່ລະສະຫາຍ, ປະຕິບັດລະບອບການປະສານງານສາຍຕັ້ງ-ສາຍຂວາງ ໃນການຄຸ້ມຄອງພະນັກງານ-ວິຊາການ ແລະ ການປະຕິບັດໜ້າທີ່ວຽກງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ດີ; ໃຫ້ຮີບຮ້ອນຫັນເອົາມະຕິກອງປະຊຸມໃຫຍ່ ກໍຄືທິດທາງແຜນການ ໃຫ້ເປັນແຜນດໍາເນີນງານຕະຫຼອດສະໄໝ, ແຜນງານໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ໂດຍເລີ່ມແຕ່ຄະນະບໍລິຫານງານພັກກະຊວງ, ໜ່ວຍພັກຮາກຖານຫ້ອງການ, ບັນດາກົມ, ສະຖາບັນ ແລະ ກອງວິຊາການ ຈົນເຖິງບັນດາໜ່ວຍພັກຮາກຖານຕ່າງໆ ໃຫ້ທົ່ວເຖິງ; ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ບໍ່ວ່າວຽກນັ້ນຈະໝັກ ຫຼື ເບົາແມ່ນຂະແໜງການໃດ, ຂົງເຂດ ຫຼື ທ້ອງຖິ່ນໃດ ແລະ ບໍ່ຈຳແນກວຽກນັ້ນ ວ່າເຄີຍເຮັດຜ່ານມາ ຫຼື ບໍ່, ຈະຍົກຍ້າຍບ່ອນໃໝ່ ຫຼື ບໍ່, ຕ້ອງມີຄວາມຮັບຜິດຊອບຢ່າງແຂງແຮງເຖິງຜົນໄດ້ ຜົນເສຍ, ຕ້ອງທຸ້ມເທເຫື່ອແຮງ, ສະຕິປັນຍາຄວາມຮູ້ຄວາມສາມາດ, ຄວາມເສຍສະຫຼະ ເພື່ອເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ປະຕິບັດຢ່າງຖືກຕ້ອງຫຼັກການເຮັດວຽກ ແລະ ການນໍາພາຂອງພັກ ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ໝູນໃຊ້ສະຕິປັນຍາລວມໝູ່, ເພີ່ມທະວີຄວາມເປັນເອກະພາບປະຊາທິປະໄຕພາຍໃນພັກ ແມ່ນກໍາລັງແຮງ ແລະ ຜົນສຳເລັດ ຂອງທຸກວຽກງານ; ມີທັດສະນະມະຫາຊົນຢ່າງແທ້ຈິງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດລວມຂອງມະຫາຊົນ ໃຫ້ມະຫາຊົນ ແລະ ປະຊາຊົນມີສ່ວນຮ່ວມໃນວຽກງານຕ່າງໆ, ທຸກວຽກງານຈະໃຫຍ່ຫຼວງ ແລະ ຫຍຸ້ງຍາກສັບສົນ ແຕ່ຖ້າມີຄວາມສາມັກຄີເປັນເອກະພາບ ແລະ ປະຊາຊົນເຂົ້າຮ່ວມແລ້ວ ຈະຕ້ອງມີຜົນສໍາເລັດຢ່າງແນ່ນອນ.
ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ຍັງເນັ້ນໃຫ້ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ສະໄໝທີ VI ຕ້ອງເອົາໃຈໃສ່ ຢ່າງຕັ້ງໜ້າຝຶກຝົນຕົນເອງໃນຂະບວນການວຽກງານວິຊາສະເພາະຕົວຈິງ, ເຊື່ອມຊືມກຳແໜ້ນ ເປັນເຈົ້າການນໍາພາປະຕິບັດບັນດາແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຊອກຮູ້ຮໍ່າຮຽນນໍາມະຫາຊົນ, ລົງເລິກໃກ້ຊິດຕິດແທດ ແລະ ນໍາພາເຮັດວຽກຕົວຈິງ, ເພີ່ມຄວາມຮັບຜິດຊອບ, ຄວາມເປັນແບບຢ່າງໃນແບບແຜນວິທີນຳພາ, ວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ, ສຶກສາອົບຮົມສະມາຊິກໃນຄອບຄົວ, ລູກຫຼານ, ຍາດພີ່ນ້ອງຂອງຕົນ ໃຫ້ເປັນແບບຢ່າງໃນສັງຄົມ; ສໍາລັບສະຫາຍເລຂາຄະນະບໍລິຫານງານພັກກະຊວງນີ້ ກໍແມ່ນພະນັກງານຫຼັກແຫຼ່ງຜູ້ໜຶ່ງຂອງພັກ-ລັດ, ເຄີຍໄດ້ປະຕິບັດໜ້າທີ່ວຽກງານຢູ່ຂັ້ນທ້ອງຖິ່ນຮາກຖານມາແລ້ວ, ໄດ້ເຕີບໃຫຍ່ຢູ່ໃນຂະບວນການວຽກງານວິຊາສະເພາະຕົວຈິງ, ມີບົດຮຽນ ແລະ ປະສົບການໃນການຊີ້ນໍາ-ນໍາພາຢູ່ຫຼາຍບ່ອນ; ແຕ່ຢ່າງໃດກໍດີ ຮຽກຮ້ອງໃຫ້ບັນດາສະຫາຍທັງໝົດ ນັບທັງຄະນະພັກກະຊວງຊຸດເກົ່າ ແລະຊຸດໃໝ່ຕະຫຼອດເຖິງສະມາຊິກພັກ, ພະນັກງານ, ກຳມະກອນໃນແຕ່ລະກົມ, ສະຖາບັນ, ກອງວິຊາການ ແລະ ບັນດາວິສາຫະກິດອ້ອມຂ້າງກະຊວງ ຈົ່ງຊ່ວຍເຫຼືອສະໜັບສະໜູນ ແລະ ຮ່ວມມືກັບສະຫາຍເລຂາຄະນະບໍລິຫານງານພັກກະຊວງ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງໃຫ້ສໍາເລັດຜົນຕາມຜົນຂອງກອງປະຊຸມໃຫຍ່ໄດ້ເລືອກຕັ້ງ ແລະ ຕາມການມອບໝາຍຂອງຂັ້ນເທິງ; ໃຫ້ກະຊວງ ຍທຂ ຈົ່ງພ້ອມກັນສືບຕໍ່ສ້າງຜົນງານ ແລະ ຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງ ແລະ ບັນດາວັນປະຫວັດສາດທີ່ສໍາຄັນຂອງຊາດ ເປັນຕົ້ນແມ່ນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມກັນນັ້ນ, ບັນດາຜູ້ແທນສົມບູນ ແລະ ສໍາຮອງ ກໍພ້ອມກັນສືບຕໍ່ກະກຽມຄວາມພ້ອມໃນທຸກດ້ານ, ມີທັດສະນະອັນໜັກແໜ້ນ, ຮັກສາໄດ້ມູນເຊື້ອອັນດີງາມຂອງກະຊວງ ຍທຂ ໃຫ້ສົມກັບການເປັນຕົວແທນຂອງສະມາຊິກພັກໃນທົ່ວກະຊວງ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
(ຂ່າວ-ພາບ: ວັນເພັງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



