ຖອດຖອນບົດຮຽນວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 25 ຄັ້ງ | ເວລາ | 2026-03-23 03:59:45 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-23 03:59:45
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຈັດຂຶ້ນໃນວັນທີ 17 ມີນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະກຳມະການເລືອກຕັ້ງລະດັບຊາດ, ມີຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ອົງຄະນະພັກ, ອຳນາດການປົກຄອງ ແລະ ຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ ໄດ້ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຕໍ່ກັບການກະກຽມ ແລະ ດໍາເນີນການເລືອກຕັ້ງຄັ້ງນີ້ ຊຶ່ງໄດ້ສ້າງເງື່ອນໄຂສະດວກ ແລະ ຮັບປະກັນໃຫ້ແກ່ການເລືອກຕັ້ງດໍາເນີນໄປຢ່າງຖືກຕາມຫຼັກການ ແລະ ຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ເຮັດໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ມີຄວາມຕື່ນຕົວໄປໃຊ້ສິດຂອງຕົນຢ່າງຄົບຖ້ວນ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸໄດ້ 4 ຄາດໝາຍໃຫຍ່ ຕາມມະຕິ ຂອງກົມການເມືອງສູນກາງພັກວາງອອກ. ຜົນສໍາເລັດດັ່ງກ່າວນັ້ນ ເປັນຂີດໝາຍອັນສໍາຄັນໃນການສືບຕໍ່ປັບປຸງບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ອໍານາດລັດຂອງພວກເຮົາ ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ໃນກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້, ພວກເຮົາໄດ້ພ້ອມກັນຮັບຟັງການລາຍງານກ່ຽວກັບການກະກຽມ ແລະ ການດໍາເນີນການເລືອກຕັ້ງ, ການປະກອບຄໍາເຫັນຈາກຜູ້ຕາງໜ້າອະນຸກຳມະການຢູ່ສູນກາງ ແລະ ທ້ອງຖິ່ນ ຈໍານວນໜຶ່ງ ແລະ ມີການອະທິບາຍຊີ້ແຈງຕໍ່ຄວາມສົນໃຈ ຊຶ່ງມີເນື້ອໃນຄື: ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບສະພາບການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V; ຮັບຟັງການປະກອບຄໍາເຫັນຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ; ຮັບຟັງການປະກອບຄໍາເຫັນ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈໍານວນ 8 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ໄຊຍະບູລີ, ຫົວພັນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ແຂວງໄຊສົມບູນ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ກ່າວອີກວ່າ: ບັນດາເນື້ອໃນທີ່ກອງປະຊຸມຂອງພວກເຮົາໄດ້ນໍາມາພິຈາລະນາໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ. ສະນັ້ນ, ຈຶ່ງສະເໜີໃຫ້ຜູ້ແທນກອງປະຊຸມ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ກໍຄືບັນດາສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນບົດຮຽນທີ່ດີໃຫ້ແກ່ການກະກຽມການເລືອກຕັ້ງໃນຊຸດຕໍ່ໄປ.
(ຂ່າວ: ສົມຫວັງ; ແຫຼ່ງຂ່າວ: ຂປລ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


