ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-03-18 12:16:29
ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນເຊົ້າຂອງວັນທີ 17 ມີນາ 2026, ພິທີຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບປະທານປະເທດ. ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແລະ ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການສະເດັດມາຢ້ຽມຢາມຄັ້ງນີ້ ຊຶ່ງມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແຫ່ງ ການພົວພັນ ລາວ-ໄທ ທີ່ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາຂອງ ປະຊາຊົນສອງປະເທດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດໃນຕໍ່ໜ້າ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະບໍຣົມມະຣາດຊະຊົນນະນີ ພັນປີຫຼວງ ໃນໄລຍະຜ່ານມາ ຊຶ່ງບໍ່ພຽງແຕ່ເປັນການສູນເສຍ ແມ່ຜູ້ຍິ່ງໃຫຍ່ ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນສັກກາລະບູຊາຂອງປວງຊົນຊາວໄທທັງຊາດເທົ່ານັ້ນ ແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະຊາຊົນລາວອີກດ້ວຍ. ນອກຈາກນັ້ນ, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບັນດາໂຄງການພະລາຊະດໍາລິຂອງພະບໍລົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ ກໍຄື ການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາ ສປປ ລາວ ໂດຍສະເພາະໃນຂະແໜງການສຶກສາ, ກະສິກໍາ ແລະ ສາທາລະນະສຸກ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ຕະຫຼອດໄລຍະ 76 ປີຜ່ານມາ (19/12/1950-19/12/2026) ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດອັນສໍາຄັນຫຼາຍດ້ານ. ສອງຝ່າຍ ເຫັນດີເປັນເອກະພາບໃນການຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ຮ່ວມກັນສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທັງທາງບົກ ແລະ ທາງນໍ້າ ໃຫ້ສໍາເລັດໂດຍໄວ ເພື່ອເປັນມໍລະດົກອັນລໍ້າຄ່າ ໃຫ້ແກ່ຮຸ່ນລູກຮຸ່ນຫຼານສືບຕໍ່ໄປ ທັງເປັນຜົນດີໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດຂອງອະນຸພາກພື້ນ ແລະ ພາກພື້ນ ໄດ້ຢ່າງສະດວກສະບາຍຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າຊຶ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ນໍາພາ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄປຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ແລະ ຖືກຕ້ອນຮັບໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. ໃນຕອນແລງຂອງວັນດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ທີ່ ທໍານຽບປະທານປະເທດ ເປັນກຽດຈັດໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ອີກດ້ວຍ.
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ
--------
ໃນວັນທີ 17 ມີນານີ້ ທີ່ໂຮງແຮມຄຣາວພລາຊາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026.
ໃນໂອກາດດັ່ງກ່າວ, ທ່ານ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນໂອກາດທີ່ມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ: ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຄອງຄອຍໂອກາດອັນເປັນມົງຄຸນ ໃນການຕ້ອນຮັບການສະເດັດມາຢ້ຽມຢາມ ສປປ ລາວ ຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນຄັ້ງນີ້.
ໂອກາດອັນເປັນສິລິມົງຄຸນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ ຊຶ່ງໄດ້ສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ຂອງປະມຸກລັດ ທັງສອງປະເທດ ກໍຄື ການນຳໃນລະດັບຕ່າງໆ.
ໃນໂອກາດດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ ຜ່ານໂຄງການພະລາຊະດໍາລິຕ່າງໆ ທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາ ສປປ ລາວ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ.
ປະທານສະພາແຫ່ງຊາດລາວ ຍັງໄດ້ແຈ້ງໃຫ້ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ຊາບກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ການກະກຽມກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມີຂຶ້ນໃນອາທິດໜ້ານີ້.
ໃນຂະນະດຽວກັນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ໄທ-ລາວ ກໍຄືລະຫວ່າງ ອົງການນິຕິບັນຍັດຂອງສອງປະເທດ ຈົ່ງຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ໄທ-ລາວ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ
-----------
ໃນວັນທີ 17 ມີນາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ລັດຖະບານຂອງສອງປະເທດ ໃນໄລຍະຜ່ານມາ ທີ່ມີການພົວພັນຮ່ວມມືກັນຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຮ່ວມມືກັນຢ່າງສະເໝີຕົ້ນສະເໝີປາຍ, ການນຳຂັ້ນສູງຂອງສອງປະເທດໄດ້ມີການເດີນທາງໄປຢ້ຽມຢາມແລກປ່ຽນຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິໃນແຕ່ລະປີ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີໝາກຜົນສຳເລັດເປັນກ້າວໆ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ອັນພົ້ນເດັ່ນແມ່ນການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ-ການຄ້າ, ການພັດທະນາພື້ນຖານໂຄງລ່າງ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ກໍຄື ການຮ່ວມມືເພື່ອການພັດທະນາດ້ານຕ່າງໆ ເພື່ອນໍາເອົາຜົນປະໂຫຍດສູງສຸດ, ຄວາມຈະເລີນຜາສຸກ ແລະ ຄວາມສີວິໄລ ມາສູ່ປະຊາຊົນຂອງສອງຊາດ ລາວ-ໄທ ຢ່າງບໍ່ຢຸດຢັ້ງ. ພິເສດ, ໃນປີ 2025 ທີ່ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ຄົບຮອບ 75 ປີ ຢ່າງຟົດຟື້ນ ຊຶ່ງອັນສໍາຄັນທີ່ສຸດແມ່ນ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ໃນທ້າຍປີ 2025, ການສະເດັດຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນເດືອນເມສາ 2025, ການແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງນາຍົກລັດຖະມົນຕີ ພ້ອມທັງຮ່ວມເປີດໂຕ ກາສັນຍາລັກຄົບຮອບ 75 ປີ ແລະ ກິດຈະກຳປິ່ນອ້ອມອື່ນໆ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ໃຫ້ໂອກາດເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມທັງໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນນິມິດໝາຍທາງປະຫວັດສາດອັນສຳຄັນ ແຫ່ງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ ແລະ ໄທ ໃນຖານະປະເທດເພື່ອນມິດ-ບ້ານໃກ້ເຮືອນຄຽງທີ່ດີ, ພາຍຫຼັງ ພະບາດສົມເດັດ ພະເຈົ້າຢູ່ຫົວ ລາຊະການທີ 9 ໄດ້ສະເດັດຢ້ຽມຢາມ ສປປລາວ ໃນປີ 1994 ແລະ ເປັນການເພີ້ມພູນຄູນສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂື້ນ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງ ພະບໍຣົມວົງສານຸວົງ ທຸກພະອົງ ພ້ອມທັງຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ໂດຍຜ່ານບັນດາໂຄງການພະລາຊະດໍາລິຂອງພະບໍລົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ທີ່ຮ່ວມກັບລັດຖະບານລາວ ຈັດຕັ້ງປະຕິບັດຢູ່ ສປປ ລາວ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ.
ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ແຫຼ່ງ:ປະຊາຊົນ, ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



