ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ 3 ພັກ ອ້າຍນ້ອງ ລາວ-ຫວຽດນາມ-ກຳປູເຈຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-03-18 11:58:24
ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ, ພັກປະຊາຊົນກຳປູເຈຍ ໃນໄລຍະແຫ່ງການພັດທະນາໃໝ່
ໃນວັນທີ 6 ກຸມພາ 2026, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ; ສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ; ສົມເດັດ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກຳປູເຈຍ ປະທານສະພາສູງ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ພົບປະສຸດຍອດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ ຊຶ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພົວພັນຮ່ວມມືລະຫວ່າງ ສາມພັກ, ສາມປະເທດ ແນ່ໃສ່ເພີ່ມທະວີຄວາມສາມັກຄີອັນແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ໃນໄລຍະແຫ່ງການພັດທະນາໃໝ່.
ການພົບປະດັ່ງກ່າວນີ້, ເປັນການສືບຕໍ່ກົນໄກທີ່ ສາມພັກໄດ້ຕົກລົງເອກະພາບກັນ ຊຶ່ງຄັ້ງນີ້ແມ່ນເປັນການພົບປະຄັ້ງທີ 4. ໃນການພົບປະ, ຜູ້ນໍາສູງສຸດສາມພັກ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ສະພາບການຂອງ ແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນຂອງການຮ່ວມມື ລະຫວ່າງ 3 ພັກ, 3 ປະເທດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມື ໃນຕໍ່ໜ້າ.
ຜູ້ນໍາສູງສຸດສາມຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານ ທີ່ ສາມພັກ, ສາມປະເທດ ສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ທີ່ ສາມຝ່າຍ ໄດ້ມີໃຫ້ແກ່ກັນ ໃນເມື່ອກ່ອນຈົນເຖິງປັດຈຸບັນ; ຢືນຢັນວ່າ ການພົວພັນ ລາວ-ຫວຽດນາມ-ກຳປູເຈຍ ມີຄວາມໝາຍຍຸດທະສາດສໍາຄັນ ຕໍ່ກັບການພັດທະນາຂອງແຕ່ລະປະເທດ; ຢືນຢັນຄືນເຖິງມູນເຊື້ອປະຫວັດສາດ ຄວາມສາມັກຄີ, ມິດຕະພາບ, ຄວາມສະໜິດສະໜົມ, ຊ່ວຍເຫຼືອຊຶ່ງກັນ ແລະກັນ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ສາມພັກ ແລະ ປະຊາຊົນສາມປະເທດ ທີ່ເປັນມໍລະດົກອັນລໍ້າຄ່າ ສໍາລັບທັງສາມຊາດ, ມີຄວາມໝາຍຍຸດທະສາດຍາວນານ ຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາຢູ່ແຕ່ລະປະເທດ ແລະ ຕ້ອງໄດ້ສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ.
ຜູ້ນໍາສູງສຸດສາມຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ທີ່ນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງ, ເລິກເຊິ່ງ, ແທດຕົວຈິງໃນບັນດາຂົງເຂດຂະແໜງການ, ໃນນັ້ນ ການພົວພັນດ້ານການເມືອງ ສືບຕໍ່ເປັນພື້ນຖານ, ເປັນເສົາຄໍ້າ ແລະ ເປັນທິດລວມແກ່ການພົວພັນສາມພັກ, ສາມປະເທດ ໃນຂົງເຂດ ແລະ ຂະແໜງການອື່ນໆ; ການພົວພັນທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີປະສິດ,ການຮ່ວມມືໃນຂົງເຂດເສດຖະກິດອາຊຽນ.
ກອງປະຊຸມພົບປະ ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ
ກອງປະຊຸມພົບປະ 3 ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ຈັດຂຶ້ນ ໃນວັນທີ 6 ກຸມພາ 2026 ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພະນະທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ. ການພົບປະໃນຄັ້ງນີ້ ມີຂຶ້ນພາຍຫຼັງກອງປະຊຸມສຸດຍອດຜູ້ນໍາສາມພັກການເມືອງ ຄັ້ງທີ IV ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກໍາປູເຈຍ ຊຶ່ງເປັນກົນໄກການຮ່ວມມືຍຸດທະສາດອັນສໍາຄັນຍິ່ງ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທີ່ມີມູນເຊື້ອມາແຕ່ດົນນານຂອງສາມຊາດອິນດູຈີນ.
ໃນໂອກາດດັ່ງກ່າວ, ສາມຝ່າຍ ໄດ້ຕີລາຄາສູງ ແລະ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມປະເທດ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນແມ່ນການຮ່ວມມືດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທີ່ມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ. ພ້ອມດຽວກັນນີ້, ສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ເຫັນດີເປັນເອກະພາບ ໃນການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດຜູ້ນໍາສາມພັກ ດ້ວຍການຊີ້ນໍາ ແລະ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງຕົນ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາ ຢ່າງມີປະສິດທິຜົນສູງສຸດ ເປັນຕົ້ນ ແມ່ນການຊຸກຍູ້ການເຊື່ອມໂຍງທາງດ້ານໂຄງລ່າງພື້ນຖານ, ພະລັງງານ ແລະ ເສດຖະກິດ ດ້ວຍການເລັ່ງລັດການກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ-ຂົນສົ່ງ ແລະ ລະບົບໂລຈີສຕິກ ເພື່ອເຊື່ອມໂຍງສາມພື້ນຖານເສດຖະກິດເຂົ້າກັນ ກໍຄືສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ ໂດຍສະເພາະ ແມ່ນຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ກະຕຸກຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນ.
ນອກຈາກນັ້ນ, ສາມຝ່າຍ ຍັງໄດ້ເຫັນດີທີ່ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ, ສຶກສາອົບຮົມຊາວໜຸ່ມໃຫ້ຮັບຮູ້ ແລະ ຮັກສາມູນເຊື້ອຄວາມສາມັກຄີຂອງສາມພັກ ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ທີ່ສາມປະເທດເປັນສະມາຊິກ ເພື່ອປົກປ້ອງຜົນປະໂຫຍດຮ່ວມກັນ ແລະ ເສີມສ້າງບົດບາດຂອງສາມປະເທດ ໃນເວທີໂລກ. ພ້ອມດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ແຈ້ງໃຫ້ທີ່ປະຊຸມຊາບໂດຍຫຍໍ້ ກ່ຽວກັບ ສະພາບການພົວພັນຮ່ວມມືສອງຝ່າຍອັນພົ້ນເດັ່ນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ບັນດານາຍົກລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ ສົມເດັດ ນາຍົກລັດຖະມົນຕີ ຮຸນ ມາແນດ ທີ່ໄດ້ໃຫ້ກຽດເປັນເຈົ້າພາບ ແລະ ອໍານວຍຄວາມສະດວກໃນການຈັດການພົບປະສາມນາຍົກລັດຖະມົນຕີໃນຄັ້ງນີ້ ພ້ອມທັງໄດ້ເຊື້ອເຊີນນາຍົກລັດຖະມົນຕີກໍາປູເຈຍ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາມນາຍົກລັດຖະມົນຕີລາວ-ຫວຽດນາມ-ກໍາປູເຈຍຄັ້ງທີ V ຊຶ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2027.
(ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ-ພາບ:ຕຸໄລເພັດ ພິມເມືອງ)
ຂ່າວ: ກະຊວງການຕ່າງປະເທດ, ພາບ: ຕຸໄລເພັດ ພິມເມືອງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



