ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ຣາຊະອານາຈັກກຳປູເຈຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-03-18 11:46:54 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2026-03-18 11:46:54
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ
ໃນຕອນເຊົ້າຂອງວັນທີ 6 ກຸມພາ 2026, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນເຕໂຈ ນະຄອນຫຼວງພະນົມເປັນຣາຊະອານາຈັກກຳປູເຈຍ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກກຳປູເຈຍ ແຕ່ວັນທີ 6-7 ກຸມພາ 2026. ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຈຍ ຮົນ ທີ່ປຶກສາ
ການຢ້ຽມຢາມຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ເພື່ອເປັນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ນອກຈາກນີ້, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຍັງຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມສຸດຍອດ 2 ພັກ ລາວ-ກໍາປູເຈຍ ຄັ້ງທີ 16 ອີກດ້ວຍ.
ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກກຳປູເຈຍ ໃນວັນທີ 6-7 ກຸມພາ 2026. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2026 ທີ່ ພະລາຊະວັງ.
ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ໃນນາມຮັກສາການແທນພະມະຫາກະສັດ ແຫ່ງ ຮາຊະອານາຈັກ ກຳປູເຈຍ. ໃນໂອກາດພົບປະຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບດ້ວຍນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນຂອງສົມເດັດ ອັກຄະມະຫາ
ເສນາບໍດີ ເຕໂຈ ຮຸນເຊນ ໃນນາມຮັກສາການແທນພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ປະຊາຊົນກໍາປູເຈຍ ໃນຄັ້ງນີ້ ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ພະບາດສົມເດັດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ພະມານດາ ໂມນີນຽດ ສີຫານຸ ດ້ວຍຄວາມເຄົາລົບຮັກຢ່າງຍິ່ງ. ພ້ອມດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງສະພາບການພັດທະນາຂອງ ສປປ ລາວ ໃຫ້ຊາບໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ປະທັບໃຈ ທີ່ເຫັນວ່າ ຣາຊະອານາຈັກ ກໍາປູເຈຍ ມີການພັດທະນາແບບກ້າວກະໂດດ, ປະຊາຊົນມີຄວາມຜາສຸກ ແລະ ມີຄວາມຢູ່ດີກິນດີ.
ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນຖານເພື່ອນມິດສະໜິດສະໜົມ, ບ້ານໃກ້ເຮືອນຄຽງ “ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ” ທີ່ມີຮີດຄອງປະເພນີຄ້າຍຄືກັນ ແລະ ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ກໍຄືການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ກໍາປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ພິເສດ, ໃນປີ 2026 ນີ້ ເປັນປີຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ແລະ ຄົບຮອບ 7 ປີ ທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ຊຶ່ງສອງປະເທດ ຈະໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງເນື່ອງໃນປີທີ່ມີຄວາມໝາຍສໍາຄັນນີ້.
ໃນໂອກາດນີ້, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນແຮງຊຸກດັນອັນສໍາຄັນ ທີ່ຈະເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອທີ່ດີງາມ ລະຫວ່າງ ລາວ-ກໍາປູເຈຍ ໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ກໍໄດ້ແຈ້ງຊາບວ່າ ພະບາດສົມເດັດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຍິນດີສະເດັດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນເດືອນ ມິຖຸນາ 2026 ທີ່ຈະມາເຖິງນີ້ ຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ເດີນທາງມາເຂົ້າຮ່ວມກອງປະຊຸມສູດຍອດ ຝຣັງໂກໂຟນນີຄັ້ງທີ 20 ຊຶ່ງຣາຊະອານາຈັກ ກໍາປູເຈຍ ຈະເປັນເຈົ້າພາບໃນກາງເດືອນພະຈິກ 2026.
ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈພະມາຫາກະສັດ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ທັງໃນໄລຍະການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະໄດ້ຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ຕ້ອນຮັບການສະເດັດຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນເດືອນມິຖຸນາ 2026 ທີ່ຈະມາເຖິງນີ້ ພ້ອມທັງຕອບຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນນີຄັ້ງທີ 20 ຊຶ່ງຣາຊະອານາຈັກ ກໍາປູເຈຍ ຈະເປັນເຈົ້າພາບໃນກາງເດືອນພະຈິກ 2026 ນີ້.
ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນຳພາຄະນະ ວາງພວງມາລາ ທີ່ ອານຸສາວະລີເອກະລາດ ແລະ ອານຸສາວະລີ ພະບາດສົມເດັດ ພະໂນໂຣດົມ ສີຫານຸ ອະດີດພະມະຫາກະສັດ ແຫ່ງກຳປູເຈຍ ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງຢ່າງເປັນທາງການ ຊຶ່ງຈັດເປັນກຽດໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ໃນນາມຮັກສາການແທນພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍອີກດ້ວຍ.
ກອງປະຊຸມສຸດຍອດ ຄັ້ງທີ 16 ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ
ໃນໂອກາດຢ້ຽມຢາມລັດຖະກິດ ຣາຊະອານາຈັກກຳປູເຈຍ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 16 ປະຈຳປີ 2026 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ໃນວັນທີ 7 ກຸມພາ 2026 ຊຶ່ງຝ່າຍກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ກອງປະຊຸມສຸດຍອດດັ່ງກ່າວ ເປັນກົນໄກໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ປະຊາຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນປະທານ.
ພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສອງຝ່າຍກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາເລັດກອງປະຊຸມສຸດຍອດ ລະຫວ່າງພັກ ປປ ລາວ ແລະ ພັກ ປະຊາຊົນ ກຳປູເຈຍໃນຄັ້ງນີ້, ເຊື່ອໝັ້ນວ່າ ຈະເປັນຂີດໝາຍໃໝ່ທີ່ສໍາຄັນໃນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ ແລະ ສົມເດັດ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ມື້ນັບຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
ໃນວັນທີ 7 ກຸມພາ 2026 ທີ່ ນະຄອນຫຼວງພະນົມເປັນ ຮາຊະອານາຈັກກໍາປູເຈຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນໂອກາດເດີນທາງຕິດຕາມ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4, ກອງປະຊຸມພົບປະສຸດຍອດສອງ ພັກ ລາວ-ກໍາປູເຈຍ ຄັ້ງທີ 16 ແລະ ກອງປະຊຸມພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປະເຈຍ ແຕ່ວັນທີ 6-7 ກຸມພາ 2026.
ໃນໂອກາດນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ຕ່າງກໍສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະເຮັດວຽກຮ່ວມກັນໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນຢ່າງຍິ່ງ ທັງເປັນການຢືນຢັນຄືນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ, “ບ້ານແກ່ວ ເມືອງດອງ” ທີ່ມີມາແຕ່ບູຮານນະການ ເພື່ອຮັດແໜ້ນການເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ
ໝັ້ນຄົງ ແລະ ຍາວນານ” ລະຫວ່າງ ສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເປັນຕົ້ນ ການພົວພັນຮ່ວມມືດ້ານ ການເມືອງ, ການຕ່າງປະເທດ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ-ການລົງທຶນ-ການທ່ອງທ່ຽວ, ດ້ານ ກະສິກໍາ, ພະລັງງານ ແລະ ການເຊື່ອມໂຍງໂຄງລ່າງພື້ນຖານ, ວຽກງານຊາຍແດນ ແລະ ອື່ນໆ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງໄດ້ຮັບການຍົກລະດັບເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ” ແລະ ພວມໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ຜ່ານການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂະແໜງການຕ່າງໆ ຢ່າງເປັນປົກກະຕິ. ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນ ໃນທຸກລະດັບ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກັນລະອຽດ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາສອງຝ່າຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ສືບຕໍ່ຈັດກອງປະຊຸມຕາມກົນໄກສອງຝ່າຍທີ່ມີນໍາກັນແລ້ວນັ້ນ ເປັນຕົ້ນ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ (JC), ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ (JBC) ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ການສະເດັດຢ້ຽມຢາມ ສປປ ລາວ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນເດືອນມິຖຸນາ 2026 ທີ່ຈະມາເຖິງນີ້ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ (15/6/1956-15/6/2026). ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ, ສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຂອງຝ່າຍຣາຊະອານາຈັກ
ກໍາປູເຈຍ ໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕະຫຼອດໄລຍະຜ່ານມາ ແລະ ໄດ້ຢືນຢັນຄືນ ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບຖານເພື່ອນມິດສະໜິດສະໜົມ, ບ້ານໃກ້ເຮືອນຄຽງ, “ບ້ານແກ່ວ ເມືອງດອງ” ທີ່ມີມາແຕ່ບູຮານນະການ ກໍຄືການເປັນ “ຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງ ແລະ ຍາວນານ”. ພ້ອມດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ເຊື້ອເຊີນ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ລາວ-ຫວຽດນາມ-ກໍາປູເຈຍ ແລະ ກອງປະຊຸມສຸດຍອດສອງພັກ ລາວ-ກໍາປູເຈຍ ຊຶ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2027. ໃນເວລາດຽວກັນ, ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ຢືນຢັນຄືນວ່າ ຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ກໍຄືການເປັນ “ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ” ໃຫ້ແຕກດອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ກໍາປູເຈຍ ແລະ ລາວ.
(ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ - ພາບ: ຕຸໄລເພັດ ພິມເມືອງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



