ກອງປະຊຸມປຶກສາຫາລື ການກະກຽມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-03-18 11:18:25
ໃນຕອນເຊົ້າວັນທີ 3 ກຸມພາ 2026, ທີ່ຫໍປະຊຸມແຫ່ງຊາດ, ຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ສ່ອງແສງຄວາມພ້ອມ ໃຫ້ແກ່ການກະກຽມກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະປີ 2021-2025 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ມີທ່ານຮອງປະທານ ແລະ ບັນດາທ່ານ ໃນຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມແບບເຊິ່ງໜ້າ, ຕາງໜ້າຄະນະຊີ້ນຳວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເນື້ອໃນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ, ລົງວັນທີ 21 ຕຸລາ 2025. ຫຼັງຈາກນັ້ນ ກໍໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ຕໍ່ບັນດາຮ່າງເອກະສານ ແລະ ຄໍາເຫັນເຈາະຈີ້ມ ຂອງທ່ານປະທານກອງປະຊຸມ ເປັນຕົ້ນຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງແຜນດໍາເນີນງານ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປີ 2026; ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະ 5ປີຜ່ານມາ (2021-2025).
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສັງລວມເນື້ອໃນຂອງກອງປະຊຸມ, ພ້ອມທັງມີຄຳເຫັນເນັ້ນໜັກ ຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນຄົ້ນຄວ້າຊອກຫາສາເຫດທີ່ແທ້ຈິງ ທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ, ລວມທັງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະຜ່ານມາ, ລວມທັງ ຫາງສຽງສັງຄົມ ຕໍ່ວຽກງານດັ່ງກ່າວ; ໃຫ້ກອງເລຂາຄະນະຊີ້ນຳລະດັບຊາດ ຄົ້ນຄວ້າປັບປຸງເນື້ອໃນ ບັນດາຮ່າງເອກະສານ ທີ່ນຳມາສະເໜີໃນກອງປະຊຸມຄັ້ງນີ້, ລວມທັງ ເອກະສານທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ, ເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບໄປລວງດຽວກັນຕື່ມ, ພ້ອມກັນນັ້ນ ກໍກວດກາ ແລະ ຄົ້ນຄວ້າປັບປຸງວັດຖຸພັນຍ້ອງຍໍ ໃຫ້ມີຄວາມທົນທານ, ມີຄຸນນະພາບ, ຮູບຊົງສະຫງ່າງາມ ແລະ ມີລັກສະນະເຄັ່ງຂຶມກວ່າເກົ່າ, ທັງກວດກາຄືນຜະລິດຕະພັນຍ້ອງຍໍ ທີ່ໄດ້ຜະລິດໄວ້ແລ້ວ ເພື່ອຫຼີກລ່ຽງການເຊື່ອມຄຸນນະພາບ; ຮີບຮ້ອນຄົ້ນຄວ້າ ອອກຄຳແນະນໍາ ກ່ຽວກັບການຄັດເລືອກ, ການສະເໜີເປົ້າໝາຍ ບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນ ເພື່ອບໍ່ໃຫ້ມີການຍ້ອງຍໍຊໍ້າຊ້ອນ, ຮັບປະກັນຄວາມວ່ອງໄວ, ທັນການ ແລະ ຖືກຕ້ອງຕາມກົດໝາຍ; ສືບຕໍ່ກະກຽມກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະ 2021-2025ແລະ ທິດທາງແຜນການຮອດປີ 2030 ໂດຍເອົາໃຈໃສ່ດ້ານເນື້ອໃນ, ວັດຖຸພັນ (ຫຼຽນ-ໃບຍ້ອງຍໍ), ງົບປະມານ ແລະ ຄັດເລືອກໄດ້ວຽກດີຄົນເດັ່ນແທ້; ໃຫ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມບັນດາມະ ຕິ, ຄໍາສັ່ງ, ຄຳແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ, ແລ້ວຄົ້ນຄວ້າຜັນຂະຫຍາຍເປັນນິຕິກໍາຂັ້ນຂອງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃຫ້ຄະນະຊີ້ນໍາ ກະຊວງ, ອົງການ ແລະ ທ້ອງຖິ່ນ ກວດກາເປົ້າໝາຍທີ່ໄດ້ຮັບການປະດັບຫຼຽນລະນຶກ 70 ປີ ຂອງພັກ ແຕ່ຍັງບໍ່ໄດ້ຮັບເງິນນະໂຍບາຍ ໂດຍສະເພາະ ພະນັກງານບໍານານ ເພື່ອສະຫຼຸບລາຍງານ ຕໍ່ຂັ້ນເທິງ ໃຫ້ທິດຊີ້ນໍາ ໂດຍໄວ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



