ເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2026-03-18 05:47:48
ພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ໄດ້ຈັດຂຶ້ນ ໃນວັນທີ 25 ທັນວານີ້, ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍການເປັນປະທານຮ່ວມ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະ ມົນຕີ, ລັດຖະມົນຕີ, ຫົວໜ້າກົມ ແລະ ບັນດາແຂກ ທີ່ກ່ຽວຂ້ອງຕ່າງໆ ສອງຝ່າຍເຂົ້າຮ່ວມ ຫຼາຍກວ່າ 500 ທ່ານ.
ໃນພິທີອັນມີຄວາມໝາຍສຳຄັນດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ຂຶ້ນກ່າວລາຍງານ ຜົນສຳເລັດຂອງໂຄງການກໍ່ສ້າງ #ຂົວມິດຕະພາບ ລາວ-ໄທ ແຫ່ງທີV (ບໍລິຄໍາໄຊ-ບຶງການ) ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງໂຄງການກໍ່ສ້າງດັ່ງກ່າວ,
ຊຶ່ງເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ຂອງລັດຖະບານທັງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໂດຍສະເພາະແມ່ນແຂວງບໍລິຄໍາໄຊ ແລະ ຈັງຫວັດບຶງການ ເພື່ອເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ,
ເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການທ່ອງທ່ຽວ ລະ ຫວ່າງສອງປະເທດ ມີຄວາມສະດວກ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ຜົນສໍາເລັດຂອງການກໍ່ສ້າງຂົວມິດຕະພາບແຫ່ງນີ້ ບໍ່ພຽງແຕ່ຊ່ວຍສົ່ງເສີມການພັດທະນາທາງເສດຖະກິດ-ສັງຄົມ ໃນລະດັບທ້ອງຖິ່ນ ແລະ ພາກພື້ນ ເທົ່ານັ້ນ ແຕ່ຍັງເປັນສັນຍາລັກທີ່ພົ້ນເດັ່ນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ. ນອກຈາກນີ້, ຜົນສໍາເລັດດັ່ງກ່າວ ຍັງມີຄວາມໝາຍສໍາຄັນ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ໃນເດືອນທັນວາ 2025 ນີ້.
ນອກຈາກນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດແຜ່ນປ້າຍທີ່ລະນຶກ ແລະ ປ້າຍກໍາມະສິດ ຂົວມິດຕະພາບ ລາວ-ໄທ ແຫ່ງທີ V, ຢ້ຽມຊົມການວາງສະແດງຮູບພາບ ແລະ ວີດີໂອ ກ່ຽວກັບ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ແລະ ໄດ້ຖ່າຍຮູບຮ່ວມກັນ ເພື່ອເປັນທີ່ລະນຶກໃຫ້ແກ່ທັງສອງຝ່າຍ.
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມດໍາເນີນການສຶກສາຄວາມເປັນໄປໄດ້ ແລະ ການອອກແບບລາຍລະອຽດຂອງຂົວ ໃນໄລຍະປີ 2012-2014; ໄດ້ມີການລົງນາມຂໍ້ຕົກລົງ ວ່າດ້ວຍ ການກໍ່ສ້າງຂົວ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ແລະ ກະຊວງຄົມມະນາຄົມ ຂອງໄທ ໃນວັນທີ 14 ມິຖຸນາ 2019; ໄດ້ເລີ່ມການກໍ່ສ້າງຢູ່ຝັ່ງໄທ ແຕ່ວັນທີ 30 ມິຖຸນາ 2020 ແລະ ຢູ່ຝັ່ງລາວ ແຕ່ວັນທີ 4 ມັງກອນ 2021; ແລະ ໄດ້ມີພິທີເທເບຕົງເຊື່ອມຕໍ່ຂົວ ແລະ ລົງນາມຂໍ້ຕົກລົງ ວ່າດ້ວຍ ກໍາມະສິດການນໍາໃຊ້, ການບໍລິຫານ ແລະ ການບູລະນະຮັກສາ-ສ້ອມແປງຂົວ ໃນວັນທີ 6 ມິຖຸນາ 2025 ຜ່ານມາ.
ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ເປັນຈຸດເຊື່ອມຕໍ່ລະຫວ່າງ ເມືອງປາກຊັນ, ແຂວງບໍລິຄໍາໄຊ ຂອງ ສປປ ລາວ ກັບ ອໍາເພີບຶງການ, ຈັງຫວັດບຶງການ ຂອງ ຣາຊະອານາຈັກໄທ ທີ່ເຊື່ອມຕໍ່ໂດຍກົງກັບທາງຫຼວງເລກທີ 13 (R13) ຂອງລາວ ໄປຫາທາງຫຼວງເລກທີ 244 ຂອງໄທ. ຂົວດັ່ງກ່າວມີຄວາມຍາວ 1,350 ແມັດ ແລະ ໄດ້ມີການຕິດຕັ້ງອຸປະກອນຕິດຕາມສະພາບການປ່ຽນແປງຂອງໂຄງສ້າງຂອງຂົວ. (ຂ່າວ: ກຕທ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



