ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-03-17 17:25:54
ໃນວັນທີ 3-6 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄໍາຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (The Far Eastern: Cooperation for Peace and Prosperity), ທີ່ ເມືອງວະລາດີວັດສະຕົກ ສ ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມການຮ່ວມມື, ການຄ້າ ແລະ ການລົງທຶນ ລະຫວ່າງ ສ ຣັດເຊຍ ແລະ ພາກພື້ນ ກໍຄືໃນໂລກ ໂດຍສະເພາະ ເພື່ອການສົ່ງເສີມການຮ່ວມມືດ້ານເສດຖະກິດໃນພາກຕາເວັນອອກໄກຂອງ ສ ຣັດເຊຍ ແລະ ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.
ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມໃນນາມເປັນແຂກກິດຕິມະສັກຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ສ ຣັດເຊຍ ແລະ ໄດ້ຂຶ້ນກ່າວປາໄສ ພ້ອມທັງ ຕອບຄໍາຖາມໃນກອງປະຊຸມພາກຄົບຄະນະຮ່ວມກັບ ປະທານາທິບໍດີ ວາລາດີເມຍ ປູຕິນ ແລະ ແຂກການນຳຂັ້ນສູງຈາກມົງໂກລີ ແລະ ສປ ຈີນ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ລະບົບໂຄງສ້າງເສດຖະກິດຂອງໂລກ ຊຶ່ງໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຍົກສູງການຮ່ວມມື ແລະ ແກ້ໄຂບັນຫາຮ່ວມກັນ ຜ່ານກົນໄກການປຶກສາຫາລື ແລະ ກົນໄກຫຼາຍຝ່າຍ ບົນພື້ນຖານການເຄົາລົບ ຊຶ່ງກັນ ແລະ ກັນ, ແລະ ສອດຄ່ອງກັບກົດໝາຍສາກົນ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງ ສ ຣັດເຊຍ ໃນເວທີສາກົນ ແລະ ຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ກ້າວໄປສູ່ການສ້າງຄວາມສົມບູນພູນສຸກຂອງພາກພື້ນໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ຣັດຊຍ ໃນປີ 2025 ນີ້. ຄຽງຄູ່ກັນນັ້ນ, ໄດ້ຍົກໃຫ້ເຫັນການປະຕິບັດນະໂຍບາຍການເຊື່ອມຈອດພາກພື້ນຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ ທີ່ມີຄວາມຄືບໜ້າເປັນກ້າວໆມາ.
ເວທີປຶກສາຫາລືເສດຖະກິດຕາເວັນອອກ ແມ່ນລິເລີ່ມໂດຍ ສ ຣັດເຊຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015 ເປັນຕົ້ນມາ ແລະ ໄດ້ຈັດຂຶ້ນທຸກໆປີ ຢູ່ເມືອງວະລາດີວັດສະຕົກ ຊຶ່ງຖືວ່າເປັນເວທີທີ່ສໍາຄັນ ແລະ ເປັນກົນໄກໜຶ່ງທີ່ມີປະສິດທິຜົນສູງ ໃນການສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດຂອງພາກພື້ນກໍຄືຂອງໂລກ ໂດຍສະເພາະແມ່ນການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການປະກອບສ່ວນຊຸກຍູ້ດ້ານການພັດທະນາໃນຂົງເຂດຕ່າງໆ. ເວທີການປຶກສາຫາລືດັ່ງກ່າວ ແມ່ນໄດ້ເປີດໂອກາດໃຫ້ແກ່ຜູ້ວາງນະໂຍບາຍທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມເປັນຈໍານວນຫຼວງາຍໃນແຕ່ລະປີ ເພື່ອແລກປ່ຽນວິໄສທັດດ້ານການພັດທະນາ ແລະ ປຶກສາຫາລື ກ່ຽວກັບ ບັນຫາຕ່າງໆ ທີ່ເປັນສິ່ງທ້າທາຍດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ; ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເວທີປຶກສາຫາລືພາກທຸລະກິດ ສປປ ລາວ - ສ ຣັດເຊຍ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຫຼາຍຂຶ້ນ; ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນຂອງຣັດເຊຍ ເພື່ອໂຄສະນານະໂຍບາຍ ສົ່ງເສີມການພົວພັນຮ່ວມມືຂອງ ສປປ ລາວ ກັບປະເທດຕ່າງໆ ໂດຍສະເພາະແມ່ນນະໂຍບາຍສົ່ງເສີມການຄ້າ ແລະ ການລົງທຶນຂອງ ສປປ ລາວ; ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໄອວານ ໂປລຢາຄົບ (Ivan Polyakov) ປະທານສະພາທຸລະກິດຣັດເຊຍ - ອາຊຽນ ແລະ ນັກສຶກສາລາວ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຂອງເມືອງດັ່ງກ່າວ.
ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ທັງເປັນການປະກອບສ່ວນຢ່າງຫ້າວຫັນ ໃນການສົ່ງເສີມການພົວພັນຮ່ວມມືອັນດີໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງ: ປະຊາຊົນ, ຂ່າວ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



