ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2026-03-17 17:12:14
ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2025:, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ທີ່ ນະຄອນທ່ຽນຈິ່ນ ສປ ຈີນ ຊຶ່ງໃນພາກພິທີເປີດ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫຼາຍຝ່າຍ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable development)” ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາສູງສຸດ ຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການການຈັດຕັ້ງສາກົນ. ໂດຍໄດ້ເນັ້ນຄືນຄວາມໝາຍຄວາມສໍາຄັນ ຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານຍັງໄດ້ກ່າວວ່າ: “ໃນທ່າມກາງສະພາບທີ່ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ”. ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ພ້ອມທັງ, ຢຶດໝັ້ນໃນຫຼັກການຂອງການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.
ໃນໄລຍະກອງປະຊຸມ ພິເສດ ໃນພາກກອງປະຊຸມບັນດາປະເທດສະມາຊິກບວກ ຫຼື “SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ ຊຶ່ງໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວບົດປາໄສໂດຍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກຂອງອົງການ ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ສປປ ລາວ. ທ່ານປະທານປະເທດ ຍັງໄດ້ເນັ້ນຕື່ມວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫຼັກການ ແລະ ເປົ້າໝາຍຂອງອົງການການຮ່ວມມືຊຽງໄຮ້ ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ທີ່ຍາມໃດກໍຢຶດໝັ້ນຫຼັກການ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພ້ອມທັງເນັ້ນຕື່ມວ່າ: ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ; ພົບປະສອງຝ່າຍກັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານຄະນະກຳມາທິການ ຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບ, ຮັກສາການປະທານາທິບໍດີ ແຫ່ງ ສສ ມຽນມາ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄ ພີ ຊາມາ ໂອລີ ນາຍົກລັດຖະມົນຕີ ແຫ່ງ ເນປານ; ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດດັ່ງກ່າວ.
ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນປີ 2001 ທີ່ນະຄອນຊຽງໄຮ້ ໂດຍ 6 ປະເທດກໍ່ຕັ້ງຄື: ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ. ປັດຈຸບັນ, ອົງການ SCO ມີປະເທດສະມາຊິກທັງໝົດ 10 ປະເທດ, ປະເທດສັງເກດການ 2 ປະເທດ ແລະ ປະເທດທີ່ເປັນຄູ່ຮ່ວມເຈລະຈາ 15 ປະເທດ (ລວມທັງ ສປປ ລາວ). ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ.
ການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ເປັນຄັ້ງປະຖົມມະລືກ ສໍາລັບ ສປປ ລາວ ໃນເວທີດັ່ງກ່າວ ຊຶ່ງສາມາດສະຫຼຸບຕີລາຄາໄດ້ວ່າການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີຜົນສໍາເລັດອັນຈົບງາມ ແລະ ເປັນການເສີມຂະຫຍາຍການຮ່ວມມືທາງການທູດ ໃຫ້ເຂົ້າເຖິງຂົງເຂດ ຢູຣາເຊຍ ພ້ອມທັງ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງອົງການ ໃຫ້ຫຼາຍຂຶ້ນຕື່ມ.
ແຫຼ່ງ: ປະຊາຊົນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



