ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-03-17 14:45:09
ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປລ) (22 ມີນາ 1955 – 22 ມີນາ 2025) ໄດ້ຈັດຂຶ້ນໃນວັນທີ 22 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ
ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາທ່ານທູດ-ທູຕານຸທູດຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ບັນດາການນໍາຂັ້ນສູງຈາກພາກສ່ວນຕ່າງໆ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກ່ອນກ້າວເຂົ້າສູ່ພິທີທາງການ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສາລະຄະດີ ເລື່ອງ “70 ປີ ພາຍໃຕ້ການນໍພາຂອງພັກ” ໃຫ້ຮູ້ເຖິງປະຫວັດແຫ່ງການກໍາເນີດຂອງພັກ ແລະ ການນໍາພາຂອງພັກໃນຕະຫຼອດໄລຍະຜ່ານມາ; ພ້ອມນີ້, ກໍໄດ້ຮັບຊົມການສະແດງສິລະປະ ທີ່ເຊີດຊູໃຫ້ເຫັນຮູ້ເຖິງຜົນງານອັນໃຫຍ່ຫຼວງຂອງພັກ ແລະ ສື່ເຖິງຄວາມຊາບຊຶ້ງໃຈ ຕໍ່ບຸນຄຸນຂອງພັກ ທີ່ໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ເພື່ອປະຊາຊົນລາວບັນດາເຜົ່າ.ພາຍຫຼັງສິ້ນສຸດ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນນາມຈັດຕັ້ງພິທີຄັ້ງນີ້ ໄດ້ຂຶ້ນເຊີນເຄົາລົບທຸງຊາດ ເພື່ອກ້າວສູ່ພິທີໂຮມຊຸມນຸມຢ່າງເປັນທາງການ ແລະ ໄດ້ກ່າວຈຸດປະສົງຂອງພິທີ.
ສະຫາຍ ທອງລຸນ ສີສຸດລິດ ໄດ້ຂຶ້ນກ່າວສູນທອນພົດ ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ມື້ນີ້, ຄະນະບໍລິຫານງານສູນກາງພັກ ປປລ, ຄະນະພັກ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ຕາງໜ້າໃຫ້ທົ່ວພັກແລະປວງຊົນລາວທັງຊາດໄດ້ຮ່ວມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດຂຶ້ນທີ່ນະຄອນຫຼວງວຽງຈັນ, ໝາກຫົວໃຈຂອງປວງຊົນລາວທັງຊາດພ້ອມໆກັບບັນດາແຂວງໃນທົ່ວປະເທດພ້ອມໆກັນໃນເວລາດຽວກັນນີ້ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ70ປີ ທີ່ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນແລະນໍ້າໃຈຟົດຟື້ນປະຕິວັດ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແລະສູນກາງແນວລາວສ້າງຊາດຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມແລະຄໍາອວຍພອນໄຊອັນປະເສີດໄປຍັງບັນດາສະຫາຍອະດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນໃນທົ່ວປະເທດ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າແລະພີ່ນ້ອງເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານແລະການດໍາລົງຊີວິດຂອງທຸກຄົນມານະໂອກາດນີ້ດ້ວຍ.
ໃນພິທີອັນສຳຄັນຍິ່ງນີ້, ພວກເຮົາສຸດທີ່ອາໄລອາວອນແລະຈົດຈໍາລໍ້າລຶກບຸນຄຸນອັນປະເສີດຂອງປະທານໄກສອນພົມວິຫານຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງຝຶກຝົນຫຼໍ່ຫຼອມ, ຖະນຸບໍາລຸງສ້າງພັກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ, ຜູ້ນໍາພາພາລະກິດປະຕິວັດແລະນຳພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ, ຜູ້ອອກແບບ, ບຸກເບີກແລະນໍາພາພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ. ພ້ອມກັນນີ້,ພວກເຮົາກໍມີຄວາມຄິດຄະນຶງຫາແລະຈົດຈໍາລໍ້າລຶກເຖິງວິລະກໍາອັນລໍ້າເລີດ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດາຜູ້ນໍາຮຸ່ນກໍ່ຕັ້ງແລະຮຸ່ນສືບທອດຂອງພັກ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດແລະປະຊາຊົນລາວຜູ້ຮັກຊາດທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງເຂົ້າໃນພາລະກິດປະຕິວັດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບແລະຄວາມສົມບູນພູນສຸກຂອງປະເທດແລະປະຊາຊົນລາວໃນໄລຍະທີ່ຜ່ານມາ.
ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂໍຮຽນເຊີນບັນດາສະຫາຍທີ່ເຂົ້າຮ່ວມພິທີທັງຢູ່ທີ່ນີ້ແລະກຳລັງຮ່ວມພິທີດັ່ງກ່າວນີ້ຢູ່ທຸກໆແຫ່ງໃນທົ່ວປະເທດລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍຜູ້ທີ່ລ່ວງລັບໄປ. ຈາກນັ້ນ, ສະຫາຍ ກໍໄດ້ຫວນຄືນມູນເຊື້ອແຫ່ງການນໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປລ, ການນໍາພາຂອງພັກໃນຕະຫຼອດ 70 ປີ ຜ່ານມາ; ເພື່ອສືບຕໍ່ເສີມຂະຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ແລະການສືບຕໍ່ພາລະກິດປະຕິວັດຂອງພັກເຮົາໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ, ສະຫາຍ ໄດ້ຕາງໜ້າສູນກາງພັກ, ການນຳພັກ-ລັດຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດຈົ່ງອອກແຮງຖະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງທຸກການຈັດຕັ້ງແລະສະມາຊິກພັກໃຫ້ສູງຂຶ້ນ.
ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ຍັງໄດ້ຈັດໃຫ້ມີການຂຶ້ນກ່າວສະແດງຄວາມຮູ້ສຶກຂອງຜູ້ຕາງໜ້າກຳລັງປະກອບອາວຸດ, ຜູ້ຕາງໜ້າຊາວຜູ້ອອກແຮງງານ ແລະ ຊາວໜຸ່ມລາວ ຕໍ່ພັກ ກໍຄື 70 ປີ ພາຍໃຕ້ການນໍາພາຂອງພັກ ປປລ.
ໃນປີຄົບຮອບໃຫຍ່ອີກກາລະໂອກາດ ທີ່ໄດ້ໝູນວຽນມານີ້, ບຸນໃຫຍ່ແຫ່ງການສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກ ປປລ ກໍໄດ້ມີບັນດາແຂວງ, ເມືອງ ແລະ ບ້ານຕ່າງໆ ໃນຂອບເຂດທົ່ວປະເທດກໍໄດ້ເຕົ້າໂຮມປະຊາຊົນພາຍໃນບ້ານຂອງຕົນ ເຂົ້າໂຮມຊຸມນຸມ ເພື່ອຮັບຊົມພິທີໂຮມຊຸມນຸມໃຫຍ່ ໄປພ້ອມໆກັນ.
(ຂ່າວ: ສຸກສະຫວັນ, ພາບ: ພູວຽງຄໍາ+ຕຸໄລເພັດ+ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



