ອອປສ ສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2026-03-17 10:32:00
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9 ມັງກອນ 1990-9 ມັງກອນ 2025) ຂຶ້ນໃນວັນທີ 8 ມັງກອນ 2025, ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງສປປລາວ, ມີທ່ານໄຊຊະນະໂຄດພູທອນກໍາມະການສູນກາງພັກຫົວໜ້າ ອອປສ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ອອປສ ແລະ ອົງການໄອຍະການທະຫານໃນຂອບເຂດທົ່ວປະເທດພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ອອປສ ເຂົ້າຮ່ວມ.
ໃນພິທີ, ທ່ານໄຊຊະນະໂຄດພູທອນໄດ້ລາຍງານຜົນງານການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຕະຫຼອດໄລຍະ 35 ປີຜ່ານມາ ໂດຍຍົກໃຫ້ເຫັນບັນດາຜົນສຳເລັດຫຼາຍດ້ານ, ອົງການໄອຍະການປະຊາຊົນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 9 ມັງກອນ 1990. ໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດຊຸດທີ II ໃນວັນທີ 23 ພະຈິກປີ 1989 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງສປປລາວສະບັບທຳອິດແລະປະກາດໃຊ້ໂດຍດຳລັດຂອງປະທານປະເທດເລກທີ 05 ລົງວັນທີ 9 ມັງກອນປີ 1990 ເປັນຂີດໝາຍປະຫວັດສາດສຳຄັນຂອງອົງການໄອຍະການປະຊາຊົນແລະໄດ້ກາຍເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນລາວ ຊຶ່ງເປັນອົງການອຳນາດລັດ, ມີພາລະບົດບາດກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ວິສາຫະກິດ, ອົງການຈັດຕັ້ງອື່ນໆຂອງລັດແລະສັງຄົມ, ຄະນະກຳມະການປົກຄອງທ້ອງຖິ່ນ, ລັດຖະກອນແລະພົນລະເມືອງ.ນັບແຕ່ນັ້ນມາ, ອົງການໄອຍະການປະຊາຊົນໄດ້ຜ່ານໄລະຍະແຫ່ງການທົດສອບແລະເຕີບໃຫ່ຍຂະຫຍາຍຕົວມາຮອດປັດຈຸບັນນີ້ພໍດີ35ປີ (9 ມັງກອນ 1990–9 ມັງກອນ 2025).ບົນເສັ້ນທາງແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ອົງການໄອຍະການປະຊາຊົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມບຸກບືນຫ້າວຫັນ, ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ ຕະຫຼອດຮອດສະມາຊິກພັກ-ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນທັງໝົດໃນແຕ່ລະຮຸ່ນ, ອົງການໄອຍະການປະຊາຊົນສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ, ປະຊາຊົນມອບໝາຍໃຫ້ສາມາດປັບປຸງ ແລະ ພັດທະນາຕົນເອງໃຫ້ກາຍເປັນອົງການທີ່ເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ ແລະ ບຸກຄະລາກອນໄດ້ໂດຍພື້ນຖານ ເປັນການປະກອບສ່ວນອັນສຳຄັນ, ມີຄວາມພາກພູມໃຈຕໍ່ຜົນສຳເລັດອັນຍິ່ງໃຫຍ່ຂອງອົງການໄອຍະການປະຊາຊົນໃນໄລຍະ 35ປີຜ່ານມາ ແຕ່ສິ່ງດັ່ງກ່າວນັ້ນຈະບໍ່ຢຸດເຊົາໃນແນວຄວາມຄິດໃໝ່ເພື່ອພັດທະນາຕົນເອງ ແລະ ຈະສືບຕໍ່ສ້າງອົງການໄອຍະການປະຊາຊົນບົນພື້ນຖານບົດຮຽນ ແລະ ຜົນສໍາເລັດທີ່ຍາດມາໄດ້ ແລະເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຕາມແນວທາງຂອງພັກ ຊຶ່ງໄດ້ກາຍມາເປັນມູນເຊື້ອອັນດີງາມຂອງອົງການໄອຍະການປະຊາຊົນໃນການປົກປ້ອງກົດໝາຍ ແລະ ຄວາມຍຸຕິທຳໃນສັງຄົມ.
ໂອກາດນີ້, ທ່ານທອງລຸນສີສຸລິດໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ພ້ອມຍົກໃຫ້ເຫັນຄວາມໝາຍສໍາຄັນພາລະບົດບາດຂອງອົງການໄອຍະການປະຊາຊົນ. ວຽກງານໄອຍະການຍັງເປັນວຽກງານໜຶ່ງທີ່ສຳຄັນ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ສະນັ້ນ, ຈຶ່ງຖືໄດ້ວ່າອົງການໄອຍະການປະຊາຊົນ ແມ່ນເຄື່ອງມືອັນສໍາຄັນຂອງຊົນຊັ້ນກໍາມະກອນ-ຊາວນາ, ປະຊາຊົນ ຕະຫຼອດຮອດພົນລະເມືອງລາວທັງໝົດທີ່ຮັກຊາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ພົນລະເມືອງ ແລະ ປົກປ້ອງຄວາມຍຸຕິທຳໃນສັງຄົມລາວ ເພື່ອແນໃສ່ປົກປ້ອງໝາກຜົນຂອງການປະຕິວັດ, ຮັບປະກັນຄວາມໝັ້ນຄົງໃຫ້ລະບອບປະຊາທິປະໄຕປະຊາຊົນລາວ ໂດຍມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ.
(ຂ່າວ-ພາບ: ວັນເພັງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


