ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2026-03-17 10:10:19
ໃນຕອນຄໍ່າຂອງວັນທີ 4 ພະຈິກ 2024, ທີ່ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ (4 ພະຈິກ 1974-4 ພະຈິກ 2024), ໂດຍການເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຫວນ ເອັດເຕບານ ລາໂຊ ເອີຣນານເດັດສ (Juan Esteban Lazo Hernandez)ກໍາມະການກົມການເມືອງສູນກາງພັກກອມມູນິດກູບາປະທານສະພາແຫ່ງຊາດອໍານາດປະຊາຊົນປະທານສະພາແຫ່ງລັດ ຜູ້ຕາງໜ້າພິເສດ ແຫ່ງ ສາທາລະນະລັດ ກູບາ; ສະຫາຍ ໄຊສົມພອນ ພົມວິຫານກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ; ສະຫາຍ ສະເຫຼີມໄຊ ກົມມະສິດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍ ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ສກູບາ ປະຈໍາ ສປປ ລາວ, ບັນດາແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີອັນມີຄວາມໝາຍສຳຄັນນີ້, ສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນກ່າວມີຄຳເຫັນຊຶ່ງຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສປປ ລາວ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ແລະ ຕາງໜ້າຝ່າຍກູບາ ໂດຍ ສະຫາຍ ຫວນ ເອັດເຕບານ ລາໂຊ ເອີຣນານເດັດສ. ສອງຝ່າຍ ໄດ້ຫວນຄືນມູນເຊື້ອແຫ່ງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສກູບາ ຕະຫຼອດໄລຍະ 50 ປີ ທີ່ຜ່ານມາ ບົນພື້ນຖານແຫ່ງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອຍາວນານ ນັບຕັ້ງແຕ່ໄລຍະທີ່ປະຊາຊົນລາວດໍາເນີນການປະຕິວັດຊາດ ປະຊາທິປະໄຕ ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ເພື່ອຄວາມເປັນເອກະລາດແຫ່ງຊາດ ໃນຊຸມປີ 1960-70 ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງສະພາແຫ່ງຊາດ, ສອງລັດຖະບານ ແລະ ປະຊາຊົນສອງຊາດທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມຢ່າງໜັກແໜ້ນ,ເຖິງວ່າ ສອງປະເທດ ຈະມີທີ່ຕັ້ງຢູ່ຫ່າງໄກກັນປານໃດກໍຕາມ ແຕ່ການພົວພັນຮ່ວມມືຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍກວມເອົາຫຼາຍຂົງເຂດວຽກງານ, ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຄະນະຜູ້ແທນຂັ້ນສູງຂອງ ສອງພັກ, ສອງສະພາແຫ່ງຊາດ, ສອງລັດ ກໍຄື ບັນດາກະຊວງ, ອົງການ ນັບທັງອົງການຈັດຕັ້ງມະຫາຊົນ ຂອງສອງປະເທດ ຢ່າງເປັນປະຈໍາ.
ພິເສດ ພັກ-ລັດຖະບານ, ສະພາແຫ່ງຊາດ ອໍານາດປະຊາຊົນ ແລະ ປະຊາຊົນກູບາອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫຍ່ຫຼວງແກ່ປະຊາຊົນລາວ ເປັນຕົ້ນ ການສົ່ງທີມຄະນະແພດມາຊ່ວຍ ສປປ ລາວ, ທັງໃນໄລຍະສົງຄາມຢູ່ເຂດທີ່ໝັ້ນການປະຕິວັດເມືອງວຽງໄຊ ກໍຄືພາຍຫຼັງການສະຖາປະນາ ສປປ ລາວ, ການສະໜອງຄູສອນພາສາແອັດສະປາໂຍນ ແລະ ຄູຝຶກກິລາອີກຈຳນວນໜຶ່ງແກ່ ສປປ ລາວ, ຊ່ວຍສ້າງຊັບພະຍາກອນມະນຸດແກ່ ສປປ ລາວ ເປັນຈຳນວນຫຼາຍຮ້ອຍຄົນ ແລະ ຫຼາຍສະຫາຍ ກໍໄດ້ມີໜ້າທີ່ຕຳແໜ່ງສຳຄັນໃນກົງຈັກ ພັກ-ລັດຖະບານລາວ. ພ້ອມນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໄດ້ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ, ມີການໄປມາຫາສູ່ກັນຂອງຄະນະຜູ້ແທນສະພາ, ພົບປະປຶກສາຫາລື ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານແລະ ສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ AIPA, IPU ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ຢືນຢັນສືບຕໍ່ຮ່ວມມືກັນໃນຂະແໜງການທີ່ສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ, ໂດຍສະເພາະ ດ້ານເສດຖະກິດ-ການຄ້າ, ສາທາລະນະສຸກ, ສຶກສາ-ກິລາ, ກະສິກໍາ ແລະ ອື່ນໆ, ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດດຽວກັນ,ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຈັດກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງສາຍພົວພັນການທູດ ລາວ-ກູບາ ໃນປີ 2024 ນີ້, ໂດຍສະເພາະ ການແລກປ່ຽນສານອວຍພອນຂອງການນຳຂັ້ນສູງ ລາວ-ກູບາ, ການສຳພາດສະຫາຍການນຳ ແລະ ບຸກຄົນທີ່ຕິດພັນກັບການເສີມຂະຫຍາຍການພົວພັນ ລາວ-ກູບາ,ປາຖະກະຖາ ໃນຫົວຂໍ້ສຳຄັນຕ່າງໆ, ປູກຕົ້ນໄມ້ມິດຕະພາບທີ່ສວນສາທາລະນະ ນະຄອນຫຼວງວຽງຈັນ, ແຂ່ງຂັນຂຽນບົດຄວາມ-ຮູບພາບການພົວພັນຮ່ວມມືສອງຝ່າຍ ແລະ ອື່ນໆ.ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກູບາ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ພິທີສະເຫຼີມສະຫຼອງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະໜິດແໜ້ນ,ໃນງານຍັງມີການວາງສະແດງຮູບພາບການພົວພັນຮ່ວມມືຂອງບັນດາອະດີດການນຳ ລາວ-ກູບາ ແຕ່ອະດີດເຖິງປັດຈຸບັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອມາຍາວນານ ລະຫວ່າງ ສປປ ລາວ ແລະ ສກູບາ.
(ແຫຼ່ງ: ປະຊາຊົນ, ຂ່າວ: ກະຊວງ ຕປທ, ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

