ເປີດບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2026-03-17 10:05:52
ພິທີເປີດບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ຕລຕ) ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2024, ທີ່ໂຮງແຮມສຸພັດຕຣາ, ໂດຍການໃຫ້ກຽດເປັນປະທານຕັດແຖບຜ້າເປີດບໍລິສັດດັ່ງກ່າວໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງ ການເງິນ, ທ່ານ ນາງວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ(ທຫລ), ຕາງໜ້າບັນດາກະຊວງ ຕະຫຼອດຮອດຄະນະອໍານວຍການທະນາຄານທຸລະກິດ, ສະພາອຸດສາຫະກໍາ ແລະ ການຄ້າ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.
ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາທຫລ ໄດ້ລາຍງານສະພາບຄວາມເປັນມາໃນການສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ (ຕລຕ) ຫຼື Lao Foreign Exchange Company Limited Co.,Ltd, (LFX) ມີສໍານັກງານຕັ້ງຢູ່ ຊັ້ນ 6 ຕຶກຕະຫຼາດຫຼັກຊັບລາວ, ຕລຕ ເປັນສະຖາບັນການເງິນໜຶ່ງ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງ ທຫລ ທີ່ມີການຮ່ວມທຶນກັນລະຫວ່າງ ລັດຖະບານ ແລະ ບັນດາທະນາຄານທຸລະກິດ (ທທກ) ຈໍານວນ 11 ແຫ່ງ (BCEL, APB, ST, BIC, JDB, LVB, LDB, IB, BFL, PSVB, MJBL). ຈຸດປະສົງ ເພື່ອຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫຼາດແລກປ່ຽນເງິນຕາຢ່າງເປັນທາງການ, ເປັນບ່ອນດັດສົມເງິນຕາຕ່າງປະເທດລະຫວ່າງກັນ ໃນສັງຄົມ ເພື່ອໃຫ້ເກີດຄວາມສົມດຸນທາງດ້ານເງິນຕາ ພ້ອມນີ້, ຍັງເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການສະໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ. ການດໍາເນີນງານໃນບໍລິສັດດັ່ງກ່າວ ແມ່ນໄດ້ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບອອນລາຍຜ່ານຊ່ອງທາງ ແອບພິເຄຊັນທາງມືຖືຜ່ານລະບົບ Mobile Banking ຫຼື ຜ່ານເວັບບຣາວເຊີທາງຄອມພິວເຕີ Internet Banking ໃນ 3 ສະກຸນເງິນ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ. ໃນປັດຈຸບັນ ສາມາດໃຊ້ບໍລິການຜ່ານແອບພິເຄຊັນຂອງທະນາຄານທຸລະກິດຈໍານວນ 7 ແຫ່ງ ແລະ ຈະຂະຫຍາຍການບໍລິການໃຫ້ໄດ້ທຸກທະນາຄານ ໃນອະນາຄົດ. ມາຮອດປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກໃບທະບຽນວິສາຫະກິດ ສະບັບເລກທີ 4016/ຈທວ,ລົງວັນທີ 22 ຕຸລາ 2024 ແລະ ໜັງສືແຈ້ງຕອບເຫັນດີ ໃນການດໍາເນີນທຸລະກິດ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ ສະບັບເລກທີ 1199/ກນງ, ລົງວັນທີ 29 ຕຸລາ 2024.
ໃນພິທີຄັ້ງນີ້, ທ່ານ ນາງວັດທະນາ ດາລາລອຍ ໄດ້ກ່າວວ່າ: ໂດຍເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນ ໃນການສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ໃນການປະກອບສ່ວນຮັກສາສະຖຽນລະພາບເງິນຕາແຫ່ງຊາດ.
(ແຫຼ່ງ: ປະຊາຊົນ, ຂ່າວ: ກົມນະໂຍບາຍເງິນຕາ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

