ທ່ານປະທານປະເທດແຫ່ງສປປລາວເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 10 ຄັ້ງ | ເວລາ | 2026-03-17 10:01:48
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງ ສ ຣັດເຊຍ, ທ່ານທອງລຸນສີສຸລິດເລຂາທິການໃຫຍ່ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better WorldTogether) ໂດຍການເປັນປະທານຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນໄລຍະວັນທີ 22-24 ຕຸລາ 2024 ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນກໍຄືທົ່ວໂລກລວມທັງການສ້າງຄວາມເຂັ້ມແຂງແລະຄວາມພະຍາຍາມຮ່ວມກັນໃນການເສີມຂະຫຍາຍສາຍພົວພັນແລະສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິທຳແລະເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວມີຂັ້ນປະມຸກລັດແລະຫົວໜ້າລັດຖະບານຈາກ 25 ປະເທດໃນຈໍານວນ 36 ປະເທດທີ່ຖືກເຊີນແລະ 2 ອົງການຈັດຕັ້ງສາກົນຄື: ອົງການສະຫະປະຊາຊາດແລະທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.
ໂອກາດນີ້, ທ່ານປະທານປະເທດໄດ້ກ່າວຄຳເຫັນຕໍ່ກອງປະຊຸມໂດຍໄດ້ຍົກໃຫ້ເຫັນວ່າສປປລາວໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາແບບຍືນຍົງແລະການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນແລະໃນໂລກໂດຍຢຶດຖືຫຼັກການການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງແລະການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງກຸ່ມBRICS ຊຶ່ງເປັນກົນໄກການຮ່ວມມືໜຶ່ງທີ່ເຂັ້ມແຂງ, ມີບົດບາດແລະອິດທິພົນໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ກຸ່ມBRICS ເພື່ອເພີ່ມບົດບາດຂອງຕົນໃນການຂັບເຄື່ອນໂລກໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງການຮ່ວມມືໃນລະດັບຕ່າງໆ ທັງໃນຂອບສອງຝ່າຍແລະຫຼາຍຝ່າຍລະຫວ່າງກຸ່ມBRICSແລະປະເທດກໍາລັງພັດທະນາແລະເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອຊຶ່ງກັນແລະກັນໂດຍສະເພາະຊ່ວຍເຫຼືອປະເທດໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີິຈີຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາແລະການພັດທະນາຊັບພະຍາກອນມະນຸດໃຫ້ນັບມື້ນັບກວ້າງຂວາງແລະເຂົ້າສູ່ລວງເລິກເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ. ໃນໂອກາດກອງປະຊຸມສຸດຍອດBRICS ຄັ້ງນີ້, ສປປລາວຍັງໄດ້ສະແດງເຈດຈຳນົງໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມBRICSເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.
ໃນໂອກາດດັ່ງກ່າວ, ທ່ານປະທານປະເທດແຫ່ງສປປລາວຍັງໄດ້ພົບປະສອງຝ່າຍກັບທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍ, ທ່ານສີຈິ້ນຜິງປະທານປະເທດແຫ່ງສປຈີນ, ທ່ານປະທານາທິບໍດີກາຊັກສະຖານ, ທ່ານປະທານາທິບໍດີອາແຊັກບາຍຊານ, ທ່ານນາຍົກລັດຖະມົນຕີສສຫວຽດນາມແລະບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍແລະຫຼາຍຝ່າຍ.
ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີຊຶ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍສະມາຊິກ 9 ປະເທດຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ, ແລະສະຫະນະຄອນອາຣັບອາເມຣັດແລະມີອີກຫຼາຍກວ່າ 45 ປະເທດທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.
ແຫຼ່ງ: ປະຊາຊົນ, ຂ່າວ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

