ເປີດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024 ຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2026-03-17 07:24:16
ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂວັນ“ເພີີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງຂອງບັນດານະຄອນອາຊຽນ ເປີດຂຶ້ນຢ່າງເປັນທາງການ
ໃນວັນທີ 18 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານເຈົ້າຄອງ, ຮອງເຈົ້າຄອງນະຄອນຫຼວງອາຊຽນ, ມີບັນດາທ່ານເຈົ້ານະຄອນ-ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະນະຄອນຫຼວງດີລີຂອງຕີມໍແລັດສະເຕ,ມີເລຂາທິການໃຫຍ່ອາຊຽນ, ປະທານອົງການ, ເລທິການຂອງອົງການຕົວເມືອງ, ການປົກຄອງທ້ອງຖິ່ນອາຊີປາຊີຟິກ, ຜູ້ແທນຂັ້ນສູງຂອງເຄື່ອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນໃນຄັ້ັ້ງນີ້ ຊຶ່ງຈະເປັນໂອກາດອັນດີສໍາລັບບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ເຈົ້ານະຄອນອາຊຽນໃນການຈັດຕັ້ງຜັນຂະຫຍາຍຄໍາໝາຍໝັ້ນຂອງຕົນໃນກອງປະຊຸມຄັ້ງຜ່ານມາເຂົ້າໃນວຽກງານການພັດທະນາຕົວເມືອງໃຫ້ທັນສະໄໝ, ໜ້າຢູ່ ແລະ ຍືນຍົງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃນການຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການຈັດຕັ້ງປະຕິບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ສິິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມືກັນກ້າວໄປສູ່ລວງເລິກແລະເປັນຮູບປະທໍາ ພ້ອມທັງເຊື່ອໝັ້ນວ່າບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດານະຄອນອາຊຽນເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ, ການເຂົ້າຮ່ວມຂອງບັນດາທ່ານເປັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ແລະເຮັດໃຫ້ການຮ່ວມມືຂອງບັນດານະຄອນຫຼວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆນັບມື້ນັບເກີດດອກອອກຜົນຍິິ່ງຂຶ້ນ. ພ້ອມດຽວກັນນັ້ັ້ນ, ກອງປະຊຸມໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພັດທະນາ, ການແລກປ່ຽນບົດຮຽນທີ່ດີຮ່ວມກັນໃນການແກ້ໄຂບັນຫາຕ່າງໆຂອງຕົວເມືອງໄປພ້ອມກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນຂອງນະຄອນອາຊຽນໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນຫຼວງອາຊຽນ ແລະນະຄອນອາຊຽນ ພ້ອມທັງເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈໃສ່ແລກປ່ຽນຄວາມຮູ້-ຄວາມສາມາດແລະບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້ ແລະພ້ອມກັນດໍາເນີນກອງປະຊຸມດ້ວຍບັນຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນຊຶ່ງຄໍາຂວັນດັ່ງກ່າວສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປລາວ ຄື: “ເພີິ່ມທະວີການເຊືິ່ອມຈອດແລະຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊືິ່ອມໂຍງ-ເຊືິ່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ເປັນພາກພື້ນທີ່ມີການເຊືິ່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງເພື່ອການພັດທະນາ ແລະ ສາມາດຮັບມືກັບສິິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ.
ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນເປັນໄລຍະ 12 ປີ ມາແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ ຊຶ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ໂດຍສະເພາະບັນດາບົດຮຽນປະສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ. ກອງປະຊຸມຄັ້ງນີ້ ນວ ໄດ້ກຳນົດຄໍາຂວັນ ທີ່ສອດຄ່ອງກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ຊຶ່ງປະກອບມີ 5 ຂົງເຂດວຽກງານທີ່ສໍາຄັນຄື: ຕົວເມືອງທີ່ໜ້າຢູ່ ແລະຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ; ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອເຮັດໃຫ້ພວກເຮົາໄດ້ມີການ ແລກປ່ຽນທັດສະນະ ແລະປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສີຣິມຸງຄຸນເປີດກອງປະຊຸມໃນຄັ້ງນີ້ຢ່າງເປັນທາງການ.
(ແຫຼ່ງ: ປະຊາຊົນ, ຂ່າວ: ວັນເພັງ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

