ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແລະ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2026-03-17 07:00:45
ເນື່ອງໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ການນຳຂັ້ນສູງ ເດີນທາງມາເຂົ້າຮ່ວມພິທີໄວ້ອາໄລ ແລະ ງານຊາປະນະກິດ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ລະຫວ່າງ ວັນທີ 25-26 ກໍລະກົດ 2024, ທີ່ນະຄອນຫຼວງຮ່າໂນ້ຍ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ສສ ຫວຽດນາມ. ການພົບປະຄັ້ງນີ້ໄດ້ດຳເນີນ ໃນບັນຍາກາດທີ່ໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ຊຶ່ງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ກ່າວບາງຕອນສຳຄັນວ່າ: ໃນນາມ ພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມໂສກເສົ້າເສຍໃຈ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ກ່າວເນັ້ນວ່າ ສະຫາຍ ຫງວຽນຝູຈ້ອງ ແມ່ນສະຫາຍທີ່ເຄົາລົບຮັກ, ເພື່ອນທີ່ຍິ່ງໃຫຍ່ ແລະ ໃກ້ຊິດ ສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ. ການຈາກໄປຂອງ ສະຫາຍ ຫງວຽນ ຝູຈ້ອງ ກໍແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຂອງ ພັກ, ລັດ ແລະ ປະຊາຊົນລາວ.
ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໄດ້ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ແບ່ງເບົາຄວາມທຸກໂສກນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສອງຝ່າຍໄດ້ຫວນຄືນເຖິງຄຸນງາມຄວາມດີຂອງ ສະຫາຍ ຫງວຽນຝູຈ້ອງ ຕໍ່ການພັດທະນາ ແລະ ປົກປັກຮັກສາປະເທດຫວຽດນາມ ແລະ ການເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ, ຈະພ້ອມກັນສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຟູຈ້ອງ ໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ໃນຕອນເຊົ້າວັນທີ 26 ກໍລະກົດ 2024, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ຍັງໄດ້ພົບປະກັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວສະແດງຄວາມເສຍໃຈນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສູນເສຍຜູ້ນຳທີ່ອົງອາດ ເດັດດ່ຽວໃນການປະຕິບັດລະບຽບຫຼັກການຂອງພັກ, ໂດຍສະເພາະ ແມ່ນວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວຂອບໃຈຕໍ່ການຊ່ວຍເຫຼືອຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນລາວ. ຍົກໃຫ້ເຫັນບັນດານະໂຍບາຍຕ່າງໆ ທີ່ລັດຖະບານລາວກຳລັງສຸມໃສ່ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ.
ຕໍ່ການສູນເສຍອັນໃຫຍ່ຫຼວງຄັ້ງນີ້, ສອງຝ່າຍ ໄດ້ຖືເອົາການສູນເສຍ ດັ່ງກ່າວ ກາຍເປັນກໍາລັງແຮງ ເພື່ອສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ສ້າງປະໄວ້ໃຫ້ສືບຕໍ່ແຕກດອກອອກຜົນ, ສືບຕໍ່ຮັດແໜ້ນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ຫວຽດນາມ-ລາວ ໃຫ້
ໜັກແໜ້ນຂຶ້ນຕື່ມ, ສຸມໃສ່ປະຕິບັດບັນດາຂໍ້ຕົກ ລົງໃນລະດັບສູງຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ແຫຼ່ງ:ປະຊາຊົນ, ຂ່າວ: ຄຕພ - ພາບ: ຕຸໄລເພັດ )
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ


