ນາຍົກລັດຖະມົນຕີ ກ່າວປາໄສ ທີ່ຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2026-03-16 23:01:04
ທ່ານນາຍົກລັດຖະມົນຕີ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ
ໃນຕອນເຊົ້າຂອງວັນທີ 22 ເມສາ 2024, ທີ່ບາງກອກ ປະເທດໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດກ່າວປາໄສດ້ວຍຮູບແບບບັນທຶກເປັນວິດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ ຊຶ່ງຈັດຂຶ້ນແຕ່ວັນທີ 22 ຫາ 26 ເມສາ 2024ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດີຈີຕອນເພື່ອພັກດັນການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ(Leveraging Digital Innovation for Sustainable Development in Asia and the Pacific),ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານປະທານາທິບໍດີຟິລິບປິນ, ທ່ານນາຍົກລັດຖະມົນຕີ 3 ປະເທດຄື: ບັງກລາເທດ, ກຳປູເຈຍ ແລະ ໄທ, ທ່ານປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຫຼາຍກວ່າ 20ພາກສ່ວນ.
ໃນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫຼື UNESCAPຕະຫຼອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມຢູ່ພາກພື້ນອາຊີ-ປາຊີຟິກເປັນກ້າວໆມານັບຈາກການຟື້ນຟູພາຍຫຼັງສົງຄາມໂລກຄັ້ງທີສອງໄປຈົນເຖິງການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າແລະການລົງທຶນ, ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດແລະອື່ນໆ. ພ້ອມກັນນັ້ນ, ທ່ານຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າແລະພັດທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງແລະທົ່ວເຖິງກັນເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບເປັນປະເທດດ້ອຍພັດທະນາພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລໄປສູ່ການເປັນປະເທດເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານສປປລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະກໍຄືການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 10 ປີ (2021-2030) ແລະແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ5 ປີ (2021-2025) ຊຶ່ງຂະບວນການຫັນເປັນດີຈີຕອນຂອງສປປລາວ ຕາມທິດ 3 ເສົາຄ້ຳຄື: 1. ການພັດທະນາລັດຖະບານດີຈີຕອນ (Digital Government); 2. ການພັດທະນາເສດຖະກິດດີຈີຕອນ(Digital Economy); ແລະ 3.ການພັດທະນາສັງຄົມ ດີຈີຕອນ (Digital Society).ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ ປີ 2024 ນີ້ເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບສປປລາວທີ່ໄດ້ຮັບກຽດເປັນປະທານໝູນວຽນອາຊຽນພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງຂອງອາຊຽນ (ASEAN: Enhancing Connectivity and Resilience)ແລະກໍເປັນປີທ່ອງທ່ຽວລາວ(Visit Laos Year2024).
ສຳລັບຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ຊຶ່ງໃນກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກຈາກນັ້ນ, ກໍຈະໄດ້ພົບປະສອງຝ່າຍຕື່ມອີກ.
ຂ່າວ-ພາບ:ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

