ບໍລິສັດ ບູຢອງລາວ ມອບລົດເມ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2026-03-14 19:43:21
ພິທີມອບ-ຮັບລົດເມຊ່ວຍເຫຼືອ ຈາກບໍລິສັດ ບູຢອງລາວ ຈຳກັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈໍານວນ 600 ຄັນ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຮັບລົດຈໍານວນ 600 ຄັນ ຊຶ່ງມອບໂດຍທ່ານ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ແລະ ຖືໂອກາດນີ້, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກຸ່ມບໍລິສັດ ບູຢອງ ທີ່ໃຫ້ການຊ່ວຍເຫຼືອມອບລົດຈຳນວນດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວ ໃນຄັ້ງນີ້ ຊຶ່ງລັດຖະບານ ຈະສ້າງແຜນແຈກຢາຍລົດຈໍານວນດັ່ງກ່າວ ໃຫ້ພາກສ່ວນຕ່າງໆ ຕາມຄວາມເໝາະສົມ ແລະ ຖືກເປົ້າໝາຍທີ່ຈະນໍາໃຊ້ຕົວຈິງ, ພ້ອມທັງ ຈະເອົາໃຈໃສ່ການຄຸ້ມຄອງນຳໃຊ້ ໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນລາວ; ຈະສືບຕໍ່ພົວພັນຮ່ວມມືກັບ ກຸ່ມບໍລິສັດ ບູຢອງ ເພື່ອເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.
ທ່ານ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ແມ່ນນັກລົງທຶນຈາກ ສ ເກົາຫຼີ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ເປັນເວລາຫຼາຍປີ ຊຶ່ງຕະຫຼອດໄລຍະການລົງທຶນດັ່ງກ່າວ ທ່ານໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ປະກອບສ່ວນທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ດ້ວຍຄວາມສະໝັກໃຈ ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2006 ເປັນຕົ້ນມາ ປະມານ 30 ລ້ານກວ່າໂດລາ ເປັນຕົ້ນ: ໄດ້ຊ່ວຍສ້າງໂຮງຮຽນປະຖົມ ຈໍານວນ 300 ຫຼັງ; ຊ່ວຍເຫຼືອກະດານດຳ ໃຫ້ບັນດາໂຮງຮຽນ ຈຳນວນ 30.000 ແຜ່ນ; ຊ່ວຍເຫຼືອເຄື່ອງນຸ່ງຫົ່ມ ແລະ ເກີບ 950 ກວ່າໂຕນ; ມອບລົດເມໃຫ້ລັດຖະບານລາວ ຈໍານວນ 600 ຄັນ ແລະ ອື່ນໆ. ສະເພາະລົດເມ ຈຳນວນ 600 ຄັນ ທີ່ມອບຊ່ວຍເຫຼືອລ້າໃນຄັ້ງນີ້ ມີມູນຄ່າທັງໝົດ 11.077.200 ໂດລາ; ໃນນີ້, ປີ 2023 ໄດ້ມອບ ຈໍານວນ 300 ຄັນ ແລະ ສ່ວນທີ່ເຫຼືອ ຈໍານວນ 300 ຄັນ ແມ່ນຈະສືບຕໍ່ນຳມາມອບໃນປີ 2024 ເຊິ່ງຈຸດປະສົງຂອງການມອບລົດດັ່ງກ່າວ ແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ປັບປຸງລະບົບການຂົນສົ່ງສາທາລະນະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສ້າງຄວາມສະດວກໃຫ້ນັກຮຽນ ແລະ ປະຊາຊົນໃນການເດີນທາງ, ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫຼຸດຜ່ອນບັນຫາລົດຕິດ, ແກ້ໄຂສະພາບການສັນຈອນແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.
ຕໍ່ຜົນງານການປະກອບສ່ວນ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍອີງຕາມກົດໝາຍ ວ່າດ້ວຍສັນຊາດລາວ ສະບັບເລກທີ 29/ສພຊ, ລົງວັນທີ 1 ພະຈິກ 2017 ແລະ ດຳລັດວ່າດ້ວຍພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ສະບັບເລກທີ 279/ລບ, ລົງວັນທີ 9 ສິງຫາ 2022, ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ຄົ້ນຄວ້າ, ເຫັນດີຕົກລົງປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ອອກຂໍ້ຕົກລົງນາມມະຍົດພົນລະເມືອງກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ທ່ານ ລີ ຈຸງ ກຶນ ເຊິ່ງໄດ້ຈັດພິທີຂຶ້ນຢ່າງສົມກຽດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບຫຼຽນ ແລະ ມອບຂໍ້ຕົກລົງ ໂດຍທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ.
ໃນພິທີດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນກ່າວບາງຕອນວ່າ: ການຊ່ວຍເຫຼືອຂອງກຸ່ມບໍລິສັດບູຢອງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ການປະດັບຫຼຽນໄຊພັດທະນາ ຊັ້ນ I ກໍເປັນຫຼຽນທີ່ສູງສຸດຂອງພັກ ແລະ ລັດຖະບານ ລາວ ແລະ ການມອບ-ຮັບນາມມະຍົດພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໃຫ້ທ່ານ ລີ ຈຸງ ກຶນ, ປະທານກຸ່ມບໍລິສັດ ບູຢອງ ກໍເປັນການຈັດພິທີຄັ້ງທຳອິດ ນັບແຕ່ລັດຖະບານ ໄດ້ມີນະໂຍບາຍນີ້ອອກມາ. ໃນນາມສ່ວນຕົວ, ກໍຄື ຕາງໜ້າໃຫ້ລັດຖະບານ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ທ່ານ ລີ ຈຸງ ກຶນ ໄດ້ເປັນພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໂດຍສະແດງຄວາມເຊື່ອໝັ້ນວ່າ ກຸ່ມບໍລິສັດ ບູຢອງ ກໍຄື ສ່ວນຕົວທ່ານ ລີ ຈຸງ ກຶນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ, ປະກອບສ່ວນດ້ານທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາ ຊ່ວຍພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຫຼາຍຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ລີ ຈຸງ ກືນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບຫຼຽນໄຊພັດທະນາ ຊັ້ນ I ແລະ ນາມມະຍົດພົນລະເມືອງກິດຕິມະສັກ ເຊິ່ງເປັນກຽດສູງສຸດ ໃນຊີວິດຂອງທ່ານເອງ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງສຸດຄວາມສາມາດ ແລະ ປະກົດຜົນເປັນຮູບປະທຳ ຫຼາຍຂຶ້ນເປັນກ້າວໆ.
ແຫຼ່ງ: ປະຊາຊົນ, ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

