ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2025-09-20 17:27:15 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-20 17:27:15
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ
…………………..
ສານປະຊາຊົນສູງສຸດ (ສສປສ) ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂັວນ: ຍົກສູງບົດບາດການນໍາພາຂອງພັກເຂົ້າໃນວຽກງານບໍລິຫານສານ-ບໍລິຫານຄະດີໃນໄລຍະໃໝ່ ເພື່ອໃຫ້ສານປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງໃນວັນທີ 10 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກສະໄໝທີ IV (2021-2025) ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ, ແຕ່ດ້ວຍການນໍາພາຂອງອົງຄະນະພັກ ແລະ ຄວາມບຸກບືນເປັນເຈົ້າການນໍາໜ້າຂອງສະມາຊິກພັກ ເຮັດໃຫ້ສານປະຊາຊົນຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສາມາດຍາດໄດ້ຜົນງານໃຫຍ່ຫຼວງໃນແຕ່ລະດ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ກົມ, ຫ້ອງການ, ສະຖາບັນຝຶກອົບຮົມ, ບັນດາຄະນະສານ, ອົງການຈັດຕັ້ງມະຫາຊົນ ຕະ ຫຼອດຮອດສະມາຊິກພັກ ພະນັກງານທຸກຄົນໃນທົ່ວສານປະຊາຊົນສູງສຸດ, ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ແລະ ປະຕິບັດ 5 ແຜນງານ 21 ໂຄງການ ທີ່ຄະນະພັກວາງອອກ. ໄດ້ມີການປັບປຸງ, ປ່ຽນແປງ ແລະ ຂະຫຍາຍດ້ານການຈັດຕັ້ງ ແລະ ບຸກຄະລາກອນເປັນກ້າວໆມາ, ການຕັດສິນຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາເທື່ອລະກ້າວ ເຮັດໃຫ້ສານປະຊາຊົນໄດ້ຮັບຄວາມເຄົາລົບນັບຖື, ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ ປະຊາຊົນນັບມື້ສູງຂຶ້ນ. ສະແດງອອກ 5 ປີຜ່ານມາ ຄະດີເຂົ້າມາສານທຸກຂັ້ນມີ 35,068 ເລື່ອງ, ແກ້ໄຂ 31,937 ເລື່ອງ ເທົ່າກັບ 91,07% ທຽບໃສ່ມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85%. ຄະດີຍັງຄ້າງ 3,131 ເລື່ອງ. ປັດຈຸບັນອົງຄະນະພັກສານປະຊາຊົນສູງສຸດ ມີຄະນະບໍລິຫານງານພັກ 10 ສະຫາຍ ຍິງ 3 ສະຫາຍ ມີ 14 ໜ່ວຍພັກຮາກຖານຂຶ້ນກັບ, ມີສະມາຊິກພັກທັງໝົດ 224 ສະຫາຍ ຍິງ 90 ສະຫາຍ, ສະມາຊິກພັກສຳຮອງ 5 ສະຫາຍ ຍິງ 3 ສະຫາຍ, ທຽບໃສ່ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດສະໄໝທີ IV ເພີ່ມຂຶ້ນ 62 ສະຫາຍ ເທົ່າກັບ 28,70 %. ກອງປະຊຸມໄດ້ຜ່ານບົດສະຫຼຸບການຊີ້ນຳ-ນໍາພາຂອງອົງຄະນະພັກສານປະຊາຊົນສູງສຸດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດໃນ 5 ປີກວ່າທີ່ຜ່ານມາ, ພ້ອມທັງວາງທິດທາງແຜນການໃນ 5 ປີຕໍ່ໜ້າ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກສານປະຊາຊົນສູງສຸດຊຸດໃໝ່.
ຂ່າວ-ພາບ: ຍຸພິນທອງ
ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ
………………………
ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ), ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຕາງໜ້າຄະນະພັກ, ບັນດາກະຊວງ, ສະຖາບັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຮອງເອົາເນື້ອໃນບົດລາຍງານການເມືອງ, ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ແລະ ບົດສໍາຫຼວດການນໍາພາລວມຂອງອົງຄະນະພັກ ສປສສ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າບັນດາໜ່ວຍພັກກົມ, ຄະນະສານ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເພື່ອໃຫ້ມີເນື້ອໃນຄົບຖ້ວນ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ສປສສ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 20 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 17 ສະຫາຍ ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເລືອກຕັ້ງເອົາສະຫາຍນາງ ວຽງທອງ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ບຸນຂວາງ ທະວີສັກ ເປັນຮອງເລຂາ; ສະຫາຍ ພົມມະຫາ ປັນຍານຸເດດ ເປັນປະທານຄະນະກວດກາພັກ; ສະຫາຍ ນາງ ທັນສະໄໝ ຊາມຸນຕີ ແລະ ສະຫາຍ ພອນສະຫວັນ ພວງພິດົກ ເປັນຮອງປະທານຄະນະກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຈໍານວນ 5 ສະຫາຍ.
ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ 7 ບັນຫາສຳຄັນດັ່ງນີ້: ໜຶ່ງ. ເປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນການ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າ ໂດຍເລີ່ມຈາກການຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມໃນຄະນະບໍລິຫານງານພັກ ສປສສ ລົງໄປເຖິງຄະນະພັກສານປະຊາຊົນແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ຜູ້ພິພາກສາຢູ່ບັນດາກົມກອງ, ຄະນະສານທັງສູນກາງ ແລະ ທ້ອງຖິ່ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ເປັນຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນສູງຕາມຄາດໝາຍ; ສອງ. ໃຫ້ຮີບຮ້ອນແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກຊຸດໃໝ່ໃຫ້ລະອຽດຈະແຈ້ງ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ, ມີຄວາມເສຍສະຫຼະເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ, ສາມ. ຕ້ອງຢືດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂຕໍ່ການປະພືດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ; ສ້າງຄວາມເຊື່ອໝັ້ນຈາກມະຫາຊົນ, ຕ້ອງຮູ້ອີງໃສ່ກໍາລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຂອງປະເທດຊາດ; ສີ່. ສືບຕໍ່ຝຶກຝົນຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າທີ່, ຄວາມເປັນແບບຢ່າງນໍາໜ້າດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດຕໍ່ອຸດົມການຂອງພັກ, ຕໍ່ຜົນປະໂຫຍດຂອງປະ ຊາຊົນ ແລະ ປະເທດຊາດ, ມີຄວາມສາມັກຄີພາຍໃນ ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະໃຫ້ມີຄວາມຕັ້ງໜ້າເຂັ້ມແຂງ; ຫ້າ. ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ການເມືອງຂອງສານປະຊາຊົນໃນການຕັດສິນ, ພິພາກສາຄະດີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທັງຮັບປະກັນຄຸນນະພາບໃນການຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະ ເປັນທໍາ ລວມທັງການຕິດຕາມ ແລະ ຄຸ້ມຄອງຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາຕັດສິນໃຫ້ຄົບຖ້ວນຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດ; ຫົກ. ຕ້ອງໄດ້ພ້ອມກັນກໍາແໜ້ນ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ; ເຈັດ. ສືບຕໍ່ນໍາພາສ້າງຄວາມສາ ມັກຄີກັບສານປະຊາຊົນຂອງປະເທດເພື່ອນມິດ ແລະ ສາກົນ ຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອພັດ ທະນາຂະແໜງການສານໃຫ້ໄດ້ດີ, ເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການຊ່ວຍເຫຼືອທາງດ້ານເຕັກນິກວິຊາການທາງກົດໝາຍ ແລະ ບົດຮຽນໃນການດໍາເນີນຄະດີໃຫ້ຫຼາຍ, ການເຂົ້າຮ່ວມຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຕ້ອງໄດ້ເຮັດວຽກ ແລະ ປະຕິບັດໜ້າທີ່ຮ່ວມກັບເຂົາໃຫ້ລະອຽດ, ຊັດເຈນ ແລະ ມີສະຕິຕໍ່ທັດສະນະຕ່າງໆ ທີ່ສໍາຄັນຕ້ອງໄດ້ຮຽນຮູ້ ແລະ ນໍາເອົາບົດຮຽນທີ່ເປັນປະໂຫຍດມາໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນ.
ຂ່າວ-ພາບ: ຍຸພິນທອງ
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ສານປະຊາຊົນສູງສຸດ ຄັ້ງທີ V ທີ່ໄດ້ຈັດຂຶ້ນໃນວັນທີ 10-11 ກັນຍາ 2025.
ກອງປະຊຸມໃຫຍ່ ດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສານປະຊາຊົນສູງສຸດ ໂດຍມີສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ບັນດາສະຫາຍຄະນະປະຈໍາພັກ, ຄະນະພັກ, ສະມາຊິກພັກ, ຜູ້ແທນສົມບູນ ແລະ ບັນດາສະຫາຍຜູ້ຕາງໜ້າຄະນະພັກ ທີ່ມາຈາກຄະນະຈັດຕັ້ງສູນກາງພັກ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວເປີດກອງປະຊຸມວ່າ:
1. ໃນກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າ, ພິຈາລະນາບົດສະຫລຸບການນໍາພາ-ຊີ້ນຳຂອງອົງຄະນະພັກ ສານປະຊາຊົນສູງສຸດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ສານປະຊາຊົນສູງສຸດ ໃນ 05 ປີທີ່ຜ່ານມາ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ການກໍານົດທິດທາງ, ໜ້າທີ່ ແຕ່ລະດ້ານໃນ 05 ປີຕໍ່ໜ້າ ເພື່ອສືບຕໍ່ເຮັດໃຫ້ການນຳພາ-ຊີ້ນຳ ກໍຄື ການຈັດຕັ້ງປະຕິບັດ ໃຫ້ມີບາດກ້າວຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດລ້ອນພາລະບົດບາດ ໜ້າທີ່ການພັດທະນາສານປະຊາຊົນ ໃຫ້ກ້າວສູ່ຂີດໝາຍໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອຮອງຮັບໜ້າທີ່ການເມືອງຂອງພັກ-ລັດ ທີ່ນັບມື້ນັບສູງຂຶ້ນ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນເທື່ອລະກ້າວ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ພ້ອມກັນ ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກສານປະຊາຊົນສູງສຸດ ຄັ້ງທີ V ຕື່ມອີກ.
2. ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ສະໄໝທີ IV ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງອົງຄະນະພັກສານປະຊາຊົນສູງສຸດໃນໄລຍະ 05 ປີຜ່ານມາ (2021-2025) ເປັນຕົ້ນ ແມ່ນການນໍາພາການບໍລິຫານຄະດີ ເຊິ່ງຄະນະພັກສານປະຊາຊົນສູງສຸດ ຍາມໃດກໍໄດ້ເອົາໃຈໃສ່ຢ່າງຈິງຈັງ, ໃກ້ຊິດ ແລະ ຖືເປັນວຽກໃຈກາງຈຸດສຸມໃນການນຳພາ-ຊີ້ນຳ ວຽກງານບໍລິຫານຄະດີ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ 037 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ມະຕິ 112 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບການດໍາເນີນຄະດີຕາມຂະບວນຍຸຕິທຳ, ໄປຄວບຄູ່ກັບການຈັດຕັ້ງຜັນຂະຫຍາຍ 02 ວາລະແຫ່ງຊາດ ຊຶ່ງໄດ້ກໍານົດເປັນແຜນງານ, ໂຄງການລະອຽດໃນການຈັດຕັ້ງປະຕິບັດ ແລະ ຖືເອົາຂະບວນການ 03 ສ້າງຕິດພັນກັບການພິຈາລະນາຕັດສິນຄະດີ 03 ຂັ້ນພາຍໃຕ້ຂໍ້ແຂ່ງຂັນ 03 ປ ຄື: “ໂປ່ງໃສ, ເປັນເອກກະລາດ, ເປັນທໍາ”.
3. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຂອງສານປະຊາຊົນສູງສຸດ ໃນໄລຍະ 5 ປີຜ່ານມາ, ມີຄະດີເຂົ້າມາສານທຸກຂັ້ນ ທັງໝົດ 35.068 ເລື່ອງ, ແກ້ໄຂ 31.937 ເລື່ອງ ເທົ່າກັບ 91,07%, ທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ IV ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85%, ຄະດີຍັງຄ້າງ 3.131 ເລື່ອງ.
4. ໄດ້ຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ຍົກໃຫ້ເຫັນທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ (2026-2030) ຕື່ມອີກ.
5. ສັງລວມແລ້ວ ໃນ 05 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການກໍຕາມ, ແຕ່ດ້ວຍການນໍາພາຂອງອົງຄະນະພັກ ແລະ ຄວາມບຸກເບີນເປັນເຈົ້າການນໍາໜ້າຂອງສະມາຊິກພັກ ໄດ້ເຮັດໃຫ້ສານປະຊາຊົນສູງສຸດ ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສາມາດຍາດໄດ້ຜົນງານອັນໃຫຍ່ຫລວງໃນແຕ່ລະດ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນກອງປະຊຸມ ຜູ້ແທນສົມບູນ ຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ຊຸດໃໝ່ ຕື່ມອີກ.
ຜົນສຳເລັດ ກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ V ອົງຄະນະພັກ ສານປະຊາຊົນສູງສຸດ ໄດ້ປິດລົງໃນວັນທີ 11 ກັນຍາ 2025.
………………………….
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກສານປະຊາຊົນສູງສຸດ, ບັນດາສະຫາຍສະມາຊິກພັກ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ໄດ້ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນກອງປະຊຸມໃຫຍ່, ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະສັນຢ່າງສົມບູນ ຮັບຮອງເອົາເນື້ອໃນລາຍງານການເມືອງ, ແຜນພັດທະນາລະ ບົບສານປະຊາຊົນ 05 ປີ ຄັ້ງທີ V ແລະ ບົດສໍາຫລວດການນໍາພາລວມຂອງອົງຄະນະພັກສານປະຊາຊົນສູງສຸດ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາເຫັນຈາກຜູ້ຕາງໜ້າ ບັນດາໜ່ວຍພັກກົມ, ຄະນະສານ ແລະ ຕາງໜ້າໃຫ້ 03 ອົງການຈັດຕັ້ງມະຫາຊົນຈາກ 07 ພາກສ່ວນ ເພື່ອເຮັດໃຫ້ ເນື້ອໃນມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ.
ສະມາຊິກພັກສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກສານປະຊາຊົນສູງສຸດ ຊຸດໃໝ່ ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ, ພ້ອມທັງຖືກຕ້ອງ, ສອດຄ່ອງກັບມາດຕະຖານ-ເງື່ອນໄຂທີ່ໄດ້ກຳ ນົດໄວ້ ໃນກົດລະບຽບຂອງພັກ ເຊິ່ງມີຜູ້ສະໝັກເລືອກຕັ້ງ ທັງໝົດ 20 ສະຫາຍ (ຍິງ 05 ສະຫາຍ) ແລະ ໃນນັ້ນເລືອກໄດ້ 17 ສະຫາຍ (ຍິງ 03 ສະຫາຍ) ເປັນຄະນະບໍລິຫານງານພັກສານປະຊາຊົນສູງສຸດ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກສານປະຊາຊົນສຸດ ສະໄໝ ທີ V ໄດ້ເຫັນດີເປັນເອ ກະພາບ ເລືອກເອົາ:
1. ສະຫາຍ ນາງ ວຽງທອງ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ;
2. ສະຫາຍ ບຸນຂວາງ ທະວີສັກ ເປັນຮອງເລຂາຄະນະບໍລິຫານງານພັກ.
ພ້ອມນີ້, ກອງປະຊຸມເລືອກເອົາຄະນະກວດກາພັກ:
1. ສະຫາຍ ພົມມະຫາ ປັນຍານຸເດດ ເປັນປະທານຄະນະກວດກາພັກ;
2. ສະຫາຍ ນາງ ທັນສະໄໝ ຊາມຸນຕີ ເປັນຮອງປະທານຄະນະກວດກາພັກ;
3. ສະຫາຍ ພອນສະຫວັນ ພວງພິດົກ ເປັນຮອງປະທານຄະນະກວດກາພັກ.
ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈໍານວນ 05 ສະຫາຍ.
ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້:
1. ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊູມໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ຄະນະພັກຊຸດໃໝ່ ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫ່ຍຄັ້ງນີ້ ໃຫ້ເປັນແຜນການ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າ;
2. ໃຫ້ຈັດຕັ້ງເຜີຍແຜ່, ເຊື້ອມຊຶມໃນຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ລົງໄປເຖິງຄະນະພັກຂອງສານປະຊາຊົນແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ຜູ້ພິພາກສາ ຢູ່ບັນດາກົມກອງ, ຄະນະສານ ທັງສູນກາງ ແລະ ທ້ອງຖິ່ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ;
3. ສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງນີ້ ເປັນຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິ ພາບ, ປະສິດທິຜົນສູງ ຕາມຄາດໝາຍ;
4. ໃຫ້ຮີບຮ້ອນໃຫ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກຊຸດໃໝ່ນີ້ ໃຫ້ລະອຽດຈະແຈ້ງ, ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສໍາເລັດໜ້າທີ່ທີ່ຖືກມອບໝາຍ;
5. ຕ້ອງໄດ້ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫລັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫລວງ, ເສື່ອມທາດຂາດຄຸນ, ສ້າງຄວາມເຊື້ອໝັ້ນຈາກມະຫາຊົນ, ຕ້ອງຮູ້ອີງໃສ່ກໍາລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຂອງປະເທດຊາດ;
6. ຕ້ອງປັບປຸງ ແລະ ເພີ່ມທະວີແບບແຜນວິທີນໍາພາທີ່ມີລະບອບການແບ່ງງານ, ການມອບໝາຍຄວາມຮັບຜິດ ຊອບຢ່າງຈະແຈ້ງຂາດຕົວ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ ແລະ ຄວາມສາມາດນໍາພາຂອງໝູ່ຄະນະ ກັບຄວາມສາມາດນໍາພາຂອງບຸກຄົນໃນຄະນະ, ຜູ້ຖືກມອບໝາຍຕ້ອງຮັບຜິດຊອບຕໍ່ຜົນໄດ້ຜົນເສຍ ຂອງວຽກງານທີ່ຕົນປະຕິບັດ;
7. ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ການເມືອງຂອງສານປະຊາຊົນ ໃນການຕັດສິນ, ພິພາກສາຄະດີ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ທັງຮັບປະກັນຄຸນນະພາບ ໃນການຕັດສິນຄະດີ ໃຫ້ມີຄວາມຖືກຕ້ອງ ແລະ ເປັນທໍາ ລວມທັງການຕິດຕາມ ແລະ ຄຸ້ມຄອງຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາຕັດສິນໃຫ້ຄົບຖ້ວນ ຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດ;
8. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ນໍາພາການຄົ້ນຄວ້າອອກນິຕິກໍາລຸ່ມກົດໝາຍ ໃຫ້ຫລາຍຂຶ້ນ ແລະ ເປັນລະບົບກວ່າເກົ່າ ເພື່ອອະທິບາຍກົດໝາຍ, ປະເພນີສານ ໃຫ້ມີຄວາມຈະແຈ້ງ, ຊັດເຈນ ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບ;
9. ຕ້ອງໄດ້ພ້ອມກັນກໍາແໜ້ນ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເຂົ້າສູ່ລວງເລິກ;
10. ພ້ອມນີ້, ຄະນະພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ນໍາພາສ້າງຄວາມສາມັກຄີກັບສານປະຊາຊົນ ຂອງປະເທດເພື່ອນມິດ ແລະ ສາກົນ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ