ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ເປີດຂຶ້ນຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 16 ຄັ້ງ | ເວລາ | 2025-09-20 16:38:18
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ເປີດຂຶ້ນຢ່າງເປັນທາງການ
..................................
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າບັນດາສະຫາຍສະມາຊິກພັກອາວຸໂສບຳນານພ້ອມດ້ວຍບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 218ສະຫາຍ ຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກະຊວງການຕ່າງປະເທດຈໍານວນ 725 ສະຫາຍ ຍິງ 260 ສະຫາຍ ແລະ ທົ່ວອົງຄະນະພັກກະຊວງການຕ່າງປະເທດ (ລວມທັງສະມາຊິກພັກນັກສຶກສາທີ່ກຳລັງສຶກສາຢູ່ຕ່າງປະເທດຈໍານວນ 1,290 ສະຫາຍ ຍິງ 226 ສະຫາຍ). ປັດຈຸບັນ, ທົ່ວອົງຄະນະພັກປະກອບມີ 59 ໜ່ວຍພັກຂຶ້ນກັບກະຊວງ (ລວມທັງ 41 ໜ່ວຍພັກສໍານັກງານການທູດຢູ່ຕ່າງປະເທດ) ເເລະ ມີ 1 ຄະນະພັກຮາກຖານ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ນີ້ ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງກະຊວງການຕ່າງປະເທດ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກະຊວງການຕ່າງປະເທດ ຊຶ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາຂອງຄະນະພັກໃນອົງຄະນະພັກກະຊວງການຕ່າງປະເທດ ໄດ້ຮັບການເຊີດຊູສູງຂຶ້ນກວ່າເກົ່າ.
ໃນວາລະການດໍາເນີນກອງປະຊຸມໃນຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມໃຫຍ່ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ໂດຍໄດ້ສະຫຼຸບຕີລາຄາການນໍາພາຂອງອົງຄະນະພັກກະຊວງການປະເທດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດໃນໄລຍະ 5 ປີຜ່ານມາ (2021-2025) ພ້ອມທັງວາງທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນໍາພາຂອງອົງຄະນະພັກກະຊວງການຕ່າງປະເທດ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ໂດຍຢຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ”, ຕາມທິດນໍາ “ເພີ່ມມິດຫຼຸດຜ່ອນສັດຕູ” ແລະ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ແລະ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບກັບບັນດາປະເທດໃນໂລກໂດຍບໍ່ໄດ້ຈຳແນກລະບອບການເມືອງ. ພ້ອມດຽວກັນນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງບົນພື້ນຖານໄຈ້ແຍກໃຫ້ເຫັນໝາກຜົນທີ່ພົ້ນເດັ່ນທີ່ຍາດມາໄດ້, ບັນດາຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໃນກອງປະຊຸມ, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຕາງບັນດາໜ່ວຍພັກສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າສະມາຊິກພັກ, ເອກອັກຄະລັດຖະທູດ ແລະ ຕາງໜ້າໃຫ້ນັກການທູດອາວຸໂສ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ນີ້ຍັງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ພ້ອມນີ້, ກອງປະຊຸມ ຍັງຈະໄດ້ຮັບການໂອ້ລົມ ແລະ ໃຫ້ການຊີ້ທິດເຍືອງທາງ ຈາກສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ກໍຄື ການປະຕິບັດການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ໄດ້ຮັບ ໝາກຜົນຍິ່ງໆຂຶ້ນ ຕາມຄໍາຂວັນທີ່ວ່າ: ບຸກທະລຸດ້ານການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວໃນດ້ານການເປັນເສນາທິການ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ພູວຽງຄຳ
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ
---------------------------
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫຼັງດໍາເນີນມາແຕ່ວັນທີ 10-11 ກັນຍາ 2025 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາລາຍງານການເມືອງຂອງຄະນະບໍລິຫານງານພັກ ສະໄໝທີ IV ທີ່ສະເໜີໂດຍສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ; ຮັບຮອງເອົາແຜນພັດທະນາຂອງກະຊວງການຕ່າງປະເທດໄລຍະປີ 2026-2030. ຜູ້ແທນກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ການສະຫຼຸບຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນແມ່ນບັນດາຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນການເຄື່ອນໄຫວວຽກງານຕ່າງປະເທດ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ຍັງໄດ້ເປັນເອກະພາບຮັບຮອງເອົາບັນດາທິດທາງລວມ ແລະ ຄາດຫມາຍສູ້ຊົນ ໃນ 5 ປີ ຕໍ່ໜ້າ (2026-2030) ທີ່ໄດ້ກໍານົດ 3 ເປົ້າໝາຍຕົ້ນຕໍ ລວມມີ 4 ແຜນງານ 35 ໂຄງການຈຸດສຸມ ແລະ ໄດ້ກໍານົດ 3 ທິດທາງໜ້າທີ່ລວມໃນ 3 ດ້ານຄື: ສືບຕໍ່ປະຕິບັດຕາມແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືສາກົນ ດ້ວຍຫຼາຍຮູບແບບ ແລະ ຫຼາຍລະດັບ; ສືບຕໍ່ປັບປຸງ ແລະ ກໍ່ສ້າງກົງຈັກການຈັດຕັ້ງພັກຢ່າງຮອບດ້ານ ໂດຍຖືເອົາຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ມີຄຸນນະພາບເປັນຄັນທຸງນໍາໜ້າ, ເອົາໃຈໃສ່ນໍາພາຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນໃຫ້ເປັນກໍາລັງສໍາຄັນຂອງພັກ ແລະ ຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ ແລະ ລັດ ໃນຂົງເຂດວຽກງານການຕ່າງປະເທດ ອອກເປັນອັນລະອຽດຢ່າງມີແບບແຜນ, ມີວິທະຍາສາດ ແລະ ມີປະສິດທິພາບ, ຍົກສູງຂີດຄວາມສາມາດໃນການເປັນເສນາທິການ, ສືບຕໍ່ການປະສານກົມກຽວການທູດການເມືອງ, ການທູດເສດຖະກິດ ແລະ ການທູດປະຊາຊົນ, ສືບຕໍ່ຜັນຂະຫຍາຍບັນດາແຜນງານໂຄງການທີ່ກໍາລັງປະຕິບັດໃຫ້ສໍາເລັດຜົນຢ່າງສົມບູນ ໂດຍໃຫ້ຢູ່ໃນທ່າບຸກ, ມີຈຸດສຸມ ແລະ ສ້າງຄວາມກົມກຽວ, ໂລ່ງລຽນ ແລະ ຫັນໃຫ້ເປັນທັນສະໄໝ, ຜັນຂະຫຍາຍການຕົກລົງໃນບາງດ້ານທີ່ຍັງຊັກຊ້າ, ສືບຕໍ່ຄົ້ນຄວ້າຍຸດທະສາດ ແລະ ການວິເຄາະວິໄຈສະພາບການໃນສ່ວນທີ່ເຫັນວ່າຍັງບໍ່ທັນຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ວ່ອງໄວ ແລະ ເລິກເຊິ່ງ.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຸດທີ V ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 18 ສະຫາຍ ຍິງ 3 ສະຫາຍ ແລະ ໄດ້ເລືອກເອົາ 15 ສະຫາຍ ຍິງ 3 ສະຫາຍ, ຄື: 1. ສະຫາຍ ທອງສະຫວັນ ພົມວິຫານ, 2. ສະຫາຍ ໄມທອງ ທໍາມະວົງສາ, 3. ສະຫາຍ ພົງສະຫວັນ ສີສຸລາດ, 4. ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ, 5. ສະຫາຍ ວັນດີ ບຸດສະດີ, 6. ສະຫາຍ ອານຸພາບ ວົງໜໍ່ແກ້ວ, 7.ສະຫາຍ ອານຸສິນ ຂັດຕິຍະລາດ, 8. ສະຫາຍ ນາງ ມຸກດາວັນ ສີສຸລິດ, 9. ສະຫາຍ ດວງມະນີ ຍອດສີອຸດົມ, 10. ສະຫາຍ ບໍວອນທັດ ດວງຈັກ, 11. ສະຫາຍ ສຸລິສັກ ສຸລິນທອນ, 12. ສະຫາຍ ນາງ ແສງດາວັນ ວົງໄຊ, 13. ສະຫາຍ ກັນຍາ ຄໍາມຸງຄຸນ, 14. ສະຫາຍ ອຸດຕະມະ ສິດທິພົງ ແລະ 15. ສະຫາຍ ສີສຸພັນ ແກ້ວບັນດາວົງ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ເລືອກເອົາຄະນະພັກປະຈໍາກະຊວງ, ໄດ້ເປັນເອກະສັນຮັບຮອງເອົາເລຂາ-ຮອງເລຂາ ແລະ ເລືອກເອົາປະທານ-ຮອງປະທານກວດກາພັກກະຊວງ, ໂດຍໄດ້ເລືອກເອົາຄະນະປະຈໍາພັກກະຊວງ 5 ສະຫາຍ, ປະກອບມີ: ສະຫາຍ ທອງສະຫວັນ ພົມວິຫານ, ສະຫາຍ ໄມທອງ ທໍາມະວົງສາ, ສະຫາຍ ພົງສະຫວັນ ສີສຸລາດ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ແລະ ສະຫາຍ ວັນດີ ບຸດສະດີ; ໄດ້ເປັນເອກະສັນກັນຮັບຮອງເອົາ ສະຫາຍ ທອງສະຫວັນ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ໄມທອງ ທໍາມະວົງສາ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ; ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນປະທານກວດກາພັກ; ສະຫາຍ ສີສຸພັນ ແກ້ວບັນດາວົງ ແລະ ສະຫາຍ ນາງ ຂັນມາລາ ພັນດານຸວົງ ເປັນຮອງປະທານກວດກາພັກ. ກອງປະຊຸມໄດ້ໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ຈໍານວນ 7 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງນີ້ ມີຄວາມປິຕິຊົມຊື່ນ ແລະ ຮູ້ສືກເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບການເຂົ້າຮ່ວມ ແລະ ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ ຕະຫຼອດໄລຍະ 5 ປີຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນໍາ ຂອງບັນດາສະມາຊິກພັກໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານໃຫ້ໝົດໄປ. ຄຽງຄູ່ກັນນີ້, ຍັງຮຽກຮ້ອງໃຫ້ຄະນະບໍລິຫານງານພັກກະຊວງຊຸດໃໝ່ ໃຫ້ສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນ ນຳພາ-ຊີ້ນໍາຈັດຕັ້ງປະຕິບັດ ໂດຍສະເພາະ ວຽກງານພົວພັນຕ່າງປະເທດ ໂດຍຄະນະພັກກະຊວງການຕ່າງປະເທດ ເປັນເຈົ້າການນຳພາພະນັກງານ, ສະມາຊິກພັກ ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ໂດຍມີການຈັດບຸລິມະສິດ, ກຳນົດເປົ້າໝາຍ, ຈຸດສຸມ ແລະ ສ້າງເປັນແຜນການເຄື່ອນໄຫວລະອຽດ ພາຍໃຕ້ຄຳຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ” ໂດຍຢຶດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ຫຼາຍລະດັບ ແລະ ຫຼາຍຮູບແບບ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ວາງອອກ ໃຫ້ປະສົບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ພູວຽງຄຳ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ