ພິທີຖະແຫຼງຂ່າວ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2025-09-20 16:06:36
ຕອນບ່າຍວັນທີ 10 ກັນຍາ 2025, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫຼງຂ່າວຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX; ມີຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຜູ້ແທນສົມບູນ ພ້ອມດ້ວຍສື່ມວນຊົນອ້ອມຂ້າງ ເຂົ້າຮ່ວມ.
ທ່ານປະທານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ດຳເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 9-10 ກັນຍາ 2025, ກອງປະຊຸມຄັ້ງນີ້ໄດ້ເປັນກຽດຕ້ອນຮັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 373 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງ ຈໍານວນ 1.699.096 ຄົນ ໃນທົ່ວປະເທດ ແລະ ມີແຂກຖືກເຊີນເຂົ້າຮ່ວມ 150 ທ່ານ, ຍິງ 129 ທ່ານ, ຊາຍ 21 ທ່ານ.
ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາໃສ່ການຄົ້ນຄ້ວາປະກອບຄຳຄິດເຫັນຢ່າງເລິກເຊິ່ງເຮັດໃຫ້ກອງປະຊຸມໃຫຍ່ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສຳເລັດລົງຢ່າງຈົບງາມ ເຊິ່ງສະແດງອອກລຸ່ມນີ້:
I. ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຢັ້ງຢືນ ເຖິງຄວາມຕັດສິນໃຈສູງ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃນການສືບຕໍ່ນໍາພາ-ຊີ້ນໍາ ຮອບດ້ານ ເພື່ອພັດທະນາການຈັດຕັ້ງສະຫະພັນແມ່ຍິງລາວ ໃນຖານະເປັນອົງການຕົວ ແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ ແລະ ເດັກ ແລະ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ປະກອບຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນຮັບຮອງເອົາ ລາຍງານການເມືອງ, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ແລະ ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຊຶ່ງໄດ້ຕີລາຄາ ດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການ ນໍາພາ-ຊີ້ນໍາ ຕະຫຼອດ ສະໄໝໄລຍະ 05 ປີ ຜ່ານມາ. ກອງປະຊຸມ ໃຫຍ່ໄດ້ເປັນເອກະສັນ ຮັບຮອງເອົາເນື້ອໃນສໍາຄັນດັ່ງນີ້:
1. ຮັບຮອງເອົາ ລາຍງານການເມືອງ ທັງສອງພາກ ພ້ອມທັງກໍານົດ ທິດທາງ, ຄາດໝາຍສູ້ຊົນ 5 ປີ (2026-2030) ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ;
2. ຮັບຮອງເອົາ ວິໃສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ຊຶ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ;
3. ຮັບຮອງເອົາ ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ IX;
4. ຮັບຮອງເອົາ ຄຳຂັວນ ແລະ ຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວ ສະໄໝ IX ສືບຕໍ່ຮັກສາ ແລະ ປະຕິບັດ:
1) ຄໍາຂວັນ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນ ກັບການພັດທະນາປະເທດຊາດ”
2) ຂໍ້ແຂ່ງຂັນ 3 ດີ ຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”.
II. ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຟັງການປະກອບຄໍາ ເຫັນຈາກ ຄະນະພັກ, ຄະນະນຳ ຂອງກະຊວງ-ອົງການ ແລະ ແຂວງ ທີ່ໄດ້ຕີລາຄາຢ່າງ ຖືກຕ້ອງ ຕໍ່ຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ພ້ອມທັງຢັ້ງຢືນຈະສືບຕໍ່ຮ່ວມມື ສະໜັບສະໜູນ ແລະ ເອົາໃຈໃສ່ ສ້າງເງື່ອນໄຂເອື້ອຍອໍານວຍໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວ ຕາມພາລະບົດບາດຂອງຕົນ ໃຫ້ມີຜົນສຳເລັດສູງໃນຕໍ່ໜ້າ; ຮັບຟັງການລາຍງານຂອງຕົວແບບບັນດາເອື້ອຍນ້ອງແມ່ຍິງ ທີ່ມີຫົວຄິດປະດິດສ້າງ ດ້ວຍຄວາມບຸກບືນ ຫ້າວຫັນ ພັດທະນາຕົນເອງ, ສ້າງເສດຖະກິດຄອບຄົວ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຊຶ່ງໄດ້ຢັ້ງຢືນເຖິງໝາກຜົນແຫ່ງການນໍາພາ-ຊີ້ນໍາຂອງພັກ,ລັດ, ອົງການປົກຄອງ, ອົງການຈັດຕັ້ງການເມືອງ-ສັງຄົມ ແລະ ສະຫະພັນແມ່ຍິງ ແຕ່ລະຂັ້ນ.
III.ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈໍານວນ 61 ທ່ານ ຊຶ່ງລ້ວນແລ້ວແຕ່ແມ່ນຜູ້ມີມາດຖານເງື່ອນໄຂ ທີ່ໄດ້ກໍານົດໄວ້ ເຊິ່ງປະກອບດ້ວຍ ຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ທຸກຂົງເຂດ ແລະ ຊົນເຜົ່າ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝ ທີ IX ໄດ້ພ້ອມກັນເປັນເອກະສັນຮັບຮອງເອົາ ປະທານ ແລະ ຮອງປະທານ ຄື: ເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ສະຫາຍ ນາງ ທໍາມາ ເພັດວິໄຊ; ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ; ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານ.
• ໄດ້ເປັນເອກະສັນກັນຮັບຮອງເອົາ ປະທານ ແລະ ຮອງປະທານກວດກາຄື: ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາສູນກາງສະຫະພັນແມ່ຍິງລາວ; ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດກາ ນອກຈາກນັ້ນຍັງມີກໍາມະການກວດກາ 2 ສະຫາຍ.
IV.ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ຊຶ່ງກ່ອນອື່ນໝົດ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນງານການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງ, ແມ່ຍິງລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ແຂງແຮງ ໃນພາລະກິດລວມ ຂອງປະເທດຊາດ, ສົມແລ້ວກັບການຕີລາຄາທີ່ຜ່ານມາວ່າ: “ບ່ອນໃດທີ່ມີການຈັດຕັ້ງສະຫະພັນແມ່ຍິງລາວທີ່ເຂັ້ມແຂງ, ໜັກແໜ້ນ ບ່ອນນັ້ນກໍສາມາດເຮັດໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບການພັດທະນາ ແລະ ສ້າງການຫັນປ່ຽນໃໝ່ ທີ່ຕັ້ງໜ້າ” ເຊິ່ງໄດ້ເນັ້ນໜັກໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນເອົາໃຈໃສ່:
1. ບັນດາສະຫາຍກໍາມະການສູນກາງສະຫະພັນແມ່ຍິງລາວ ຊຸດໃໝ່ ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາ ຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ເປັນໂຄງການ ແລະ ຫັນເປັນນິຕິກໍາລະອຽດ ຂອງສະຫະພັນແມ່ຍິງລາວແຕ່ລະຂັ້ນ, ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາຂອງຂະ ແໜງການ ແລະ ທ້ອງຖິ່ນຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ; ພ້ອມກັນ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ສະຫະພັນແມ່ຍິງ ກະຊວງ-ອົງການ ແລະ ທ້ອງຖິ່ນ-ຮາກຖານ ຕະຫຼອດເຖິງ ສະມາຊິກພັກ, ພະນັກງານ, ສະມາຊິກສະຫະ ພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ເປັນເອກະພາບກັນ, ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຊີວິດຕົວຈິງ ໃຫ້ເປັນຂະບວນການທີ່ແຂງແຮງ ແລະ ເປັນຮູບປະທໍາຢ່າງແທ້ຈິງ.
2. ຕ້ອງເພິ່ມທະວີ-ຮັດແໜ້ນ ຄວາມສາມັກຄີ ເປັນເອກະພາບ ພາຍໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຊຸດໃໝ່ ເປັນຫຼັກແຫຼ່ງນໍາພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ໃນຖັນແຖວສະມາຊິກສະຫະ ພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ; ສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງໃນທຸກດ້ານ; ໃນເງື່ອນໄຂທີ່ພວກເຮົາ ມີຂັ້ນຕາແສງ ທີ່ເປັນຂັ້ນປົກ ຄອງລຸ່ມສຸດ ຈະຕ້ອງສ້າງຕັ້ງຄະນະສະຫະພັນແມ່ຍິງ ຢູ່ຂັ້ນຕາແສງ ກໍ່ຄືຢູ່ຮາກຖານບ້ານຄືແນວໃດ ໃຫ້ສອດຄ່ອງ, ເຮັດໃຫ້ອົງການຈັດຕັ້ງສະຫະ ພັນແມ່ຍິງແຕ່ລະຂັ້ນ ສາມາດເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນຢ່າງເຕັມສ່ວນ; ເອົາໃຈໃສ່ປັບປຸງແບບແຜນນໍາພາ, ວິທີເຮັດວຽກ ໃຫ້ແທດຕົວຈິງ, ຕິດແທດກັບຮາກຖານ, ເຮັດວຽກມີແຜນ ການ, ແຜນງານ, ມີໂຄງການລະອຽດຈະແຈ້ງ, ມີການຊີ້ນໍາ, ຊຸກຍູ້, ຕິດ ຕາມ, ກວດກາ, ປະເມີນຜົນ, ສະຫຼຸບຖອນຖອນບົດຮຽນ ໃນແຕ່ລະໄລຍະ ໃຫ້ຖືກ ຕ້ອງສ່ອງແສງຄວາມເປັນຈິງ ຢ່າງພາວະວິໄສ; ເອົາໃຈໃສ່ຂະ ຫຍາຍສະມາຊິກ ແລະ ການຈັດຕັ້ງສະຫະພັນແມ່ຍິງ ໃຫ້ກວ້າງຂວາງ ກວມເອົາທັງໝົດແມ່ຍິງໃນຕົວເມືອງ, ເຂດຊົນນະບົດ, ນັກຮຽນຮູ້ປັນ ຍາຊົນ, ຜູ້ປະກອບອາຊີບໃນຂົງເຂດການຜະລິດ, ຊາວຄ້າຂາຍ, ບັນດາຫົວໜ່ວຍທຸລະກິດ ທັງຂອງລັດ ແລະ ຂອງເອກະຊົນ, ຢູ່ໂຮງຈັກໂຮງງານ ແລະ ຫົວໜ່ວຍຮາກຖານຕ່າງໆ ແນໃສ່ເຮັດໃຫ້ແມ່ຍິງທຸກສາຂາອາຊີບ ໄດ້ເຂົ້າສັງກັດໃນການຈັດຕັ້ງ ເພື່ອເຕົ້າໂຮມກຳລັງແຮງສັງລວມ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຂອງສະຫະພັນແມ່ຍິງ ກໍຄື ໃນພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
3. ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກ ສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ທົ່ວເຖິງເລິກເຊິ່ງ, ມີຄວາມເປັນເອກະພາບ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຂອງພວກສະຫາຍຄັ້ງນີ້; ຕ້ອງຍົກສູງຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິ ວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີ ຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ສືບທອດເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມ ຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ, ແກ້ໄຂໃຫ້ຕົກແນວຄິດຕີຕົວຕ່ຳ, ແນວຄິດຄອງເດີມ, ແນວຄິດຄັບແຄບ, ອະຄະຕິ-ບໍ່ສົ່ງເສີມກັນ, ບໍ່ກ້າປະເຊີນ ແລະ ບໍ່ເປັນເຈົ້າການຊອກຫາທາງອອກທີ່ຖືກຕ້ອງ, ແກ້ໄຂແນວຄິດເອື່ອຍອີງ ແລະ ຄວາມບໍ່ເປັນເຈົ້າການບຸກບືນສູ້ຊົນ ຂອງແມ່ຍິງບັນດາເຜົ່າ, ຕ້ອງສ້າງຄ່ານິຍົມທີ່ຖືກຕ້ອງ, ກ້າວໜ້າ ມີວິທະຍາສາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຖືເອົາຜົນສໍາເລັດ ຂອງວຽກງານ ກໍຄື ການສ້າງໃຫ້ມີຂະບວນການຕົວຈິງ ເປັນໄມ້ຫຼາວັດແທກຄວາມສາມາດ ແລະ ຄວາມກ້າວໜ້າ ຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ. ຕັ້ງ ໜ້າເສີມຂະຫຍາຍຜົນງານ ແລະ ວິລະກໍາອັນໂດດເດັ່ນ ຂອງການນໍາເພດຍິງຮຸ່ນຕ່າງໆ, ແມ່ຍິງ ຕ້ອງເປັນເຈົ້າການໃນການຍົກລະດັບທາງດ້ານການສຶກສາ, ຕັ້ງໜ້າຮໍ່າຮຽນທິດສະດີການເມືອງ, ແນວທາງ, ນະ ໂຍບາຍ ຂອງພັກ-ລັດ, ວິຊາສະເພາະ, ວິທະຍາສາດເຕັກນິກ, ກ້າຕໍ່ສູ້ກັບສິ່ງທີ່ກີດຂວາງ ຕໍ່ການພັດທະນາຕົນເອງ, ສ້າງໃຫ້ໄດ້ຖັນແຖວເອື້ອຍນ້ອງແມ່ຍິງບັນດາເຜົ່າ ໃຫ້ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດສູງ, ເປັນຄົນດີຂອງຄອບຄົວ, ຂອງສັງຄົມ, ເປັນຜູ້ສືບທອດທີ່ດີເດັ່ນ, ຈົງຮັກພັກດີ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຂອງພັກ ແລະ ຂອງປະເທດຊາດ.
4. ຕ້ອງຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນຕົ້ນແມ່ນ ການເຊື່ອຖືງົມງວາຍ, ການຖືກກົດໜ່ວງຈາກຮີດ ຄອງປະເພນີທີ່ຫຼ້າຫຼັງ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ການພົວພັນກັບການຄ້າຂາຍ, ການເສບສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າປະເວນີ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນ້ອຍ, ການໄປອອກແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕ່າງປະເທດ. ຕ້ານ, ຕີຖອຍ, ຈໍາກັດຮັດແຄບ ແລະ ກ້າວໄປເຖິງການລົບລ້າງຮີດຄອງອັນເກົ່າແກ່-ຫຼ້າຫຼັງ ໂດຍສະເພາະ ທັດສະນະ ແລະ ຄວາມເຊື່ອຖື ທີ່ບໍ່ຖືກ ຕ້ອງ ທີ່ຍັງເປັນແອກກົດໜ່ວງແມ່ຍິງ, ເປັນສິ່ງກີດກັ້ນແມ່ຍິງ ບໍ່ໃຫ້ເຂົ້າເຖິງການສຶກສາ, ການຮັກສາສຸຂະພາບ ແລະ ການປະກອບສ່ວນພັດທະ ນາໃນສັງຄົມ ຈົນມີຄໍາເວົ້າສຽດສີທີ່ວ່າ: “ແມ່ຍິງບໍ່ໃຫ້ຫຼິ້ນການເມືອງ ຜ້າເຫຼືອງບໍ່ໃຫ້ຫຼິ້ນການບ້ານ”, ແມ່ຍິງບໍ່ຈໍາເປັນຕ້ອງຮຽນສູງ, ແມ່ຍິງເປັນຜູ້ຖືຮີດທີ່ເອີ້ນວ່າ “ຄະລໍາ, ຜິດຜີບ້ານ-ຜີເຮືອນ”... ເຫຼົ່ານີ້ເປັນຕົ້ນ. ພ້ອມກັນນັ້ນ ແມ່ຍິງກໍຕ້ອງເດັດດ່ຽວຕ້ານຢັນຕໍ່ທຸກການບຸກໂຈມຕີ-ໃສ່ຮ້າຍປ້າຍສີ-ບິດເບືອນຄວາມຈິງ ໃນສະໜາມຮົບແນວຄິດ-ວັດທະນະທໍາ, ສະກັດກັ້ນ ແລະ ແກ້ໄຂຜົນສະທ້ອນອັນບໍ່ດີ ທີ່ເກີດມາຈາກການຫັນ ປ່ຽນຕົນເອງ ແລະ ມາຈາກພາຍນອກ ໃຫ້ໄດ້.
5. ໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້້ນ ເອົາໃຈໃສ່ເປັນພິເສດ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຖັນແຖວແມ່ຍິງ ສືບຕໍ່ໄດ້ຮັບການພັດທະນາຮອບດ້ານ, ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ-ໜ້າທີ່ ຂອງແມ່ຍິງ, ຊຸກຍູ້, ສົ່ງເສີມຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ ກໍຄື ບົດບາດ ຍິງ-ຊາຍ ທີ່ໄດ້ກໍານົດໃນກົດໝາຍ ແລະ ກົດລະບຽບຂອງ ສະຫະພັນແມ່ຍິງລາວ ແລະ ກົດໝາຍອື່ນໆ ໄດ້ຮັບການປະຕິບັດຢ່າງຖືກຕ້ອງ ແລະ ດີຂຶ້ນກວ່າເກົ່າ; ເອົາໃຈໃສ່ສ້າງແຜນກຳນົດພະນັກງານ, ແຜນບໍາລຸງສ້າງພະນັກງານເພດຍິງແຕ່ລະຂັ້ນ, ຖືສໍາຄັນການສ້າງພະນັກງານເພດຍິງ, ສ້າງຖັນແຖວແມ່ຍິງລາວ ໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າໃນທຸກດ້ານ, ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ສາມາດບັນຈຸ, ສັບຊ້ອນ ແລະ ຖືກແຕ່ງຕັ້ງເຂົ້າໃນຕໍາແໜ່ງ ນໍາພາ-ຄຸ້ມຄອງທຸກຂັ້ນ ໃຫ້ມີຈໍານວນ ແລະ ຄຸນນະພາບເພີ່ມຂຶ້ນ ຕາມທິດກໍ່ສ້າງແມ່ຍິງລາວບັນດາເຜົ່າ ໃຫ້ເປັນຜູ້ສືບທອດພາລະກິດປະຕິວັດ, ໃຫ້ເປັນ “ລູກສາວຜູ້ປະເສີດ ຂອງພັກ ແລະ ຂອງປະເທດຊາດ” ຢ່າງແທ້ຈິງ.
6. ຍູ້ຂະບວນການປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ຂະບວນແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ, ການສ້າງບ້ານພັດທະນາ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ເລິກເຊິ່ງ ຕິດພັນກັບການສ້າງຂະບວນການລວມ ຂອງພັກ, ຂອງຊາດ ເພື່ອພັດທະນາການຈັດຕັ້ງ ກໍຄື ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ, ສ້າງສະຖາບັນຄອບຄົວ ແລະ ສັງຄົມ ໃຫ້ມີຄວາມສະຫງົບ, ປອດໄພ, ສິວິໄລ, ກ້າວໜ້າ; ສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເຂົ້າຮ່ວມຢ່າງແຂງແຮງ ໃນການແກ້ໄຂຄວາມທຸກຍາກຫຼ້າຫຼັງ ທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ ທີ່ຝືດເຄືອງໃນປະຈຸບັນ; ແມ່ຍິງລາວບັນດາເຜົ່າ ຕ້ອງຍົກລະດັບຄວາມຮູ້ໃໝ່ ໃນການຜະລິດເປັນສິນຄ້າ, ການບໍລິການ, ຮູ້ເຮັດທຸລະກິດ-ຄຸ້ມຄອງເສດຖະກິດ, ຊຸກຍູ້ສົ່ງ ເສີມໃຫ້ແມ່ຍິງລາວບັນດາເຜົ່າ ຮັບຮູ້-ເຂົ້າໃຈ ແລະ ເປັນເຈົ້າການສ້າງພື້ນຖານເສດຖະກິດ ໄປຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືການສ້າງຄວາມເຂັ້ມແຂງ ໃຫ້ຕົນເອງ, ກຸ້ມຕົນເອງ ແລະ ເພິ່ງຕົນເອງ ໄດ້ຢ່າງໜັກແໜ້ນ, ສຸມໃສ່ພັດທະນາແມ່ຍິງ ທີ່ດ້ອຍໂອກາດ, ເຂດຫ່າງໄກສອກຫຼີກ ທີ່ຍັງທຸກຍາກ ເພື່ອສ້າງຄວາມເຂັ້ມແຂງ, ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ເຂົາເຈົ້າ ດ້ວຍການສົ່ງເສີມທຸລະກິດຄອບຄົວ, ຂະໜາດນ້ອຍ, ຂະໜາດກາງ, ພະຍາຍາມສ້າງເງື່ອນໄຂໃຫ້ເຂົາເຈົ້າເຂົ້າເຖິງການສຶກສາ, ໄດ້ຝຶກອົບຮົມວິຊາອາຊີບ ທີ່ເໝາະສົມກັບທ່າແຮງຂອງເຂົາເຈົ້າ ແລະ ທ້ອງຖິ່ນ, ເຂົ້າເຖິງແຫຼ່ງທຶນ, ເຂົ້າເຖິງຕະຫຼາດ ແລະ ເຂົ້າເຖິງນະວັດຕະກຳໃໝ່ ໃນການຜະລິດກະສິກໍາ, ຫັດຖະກໍາຕໍ່າຫູກທໍໄໝ, ການປຸງແຕ່ງ, ການຄ້າຂາຍ ແລະ ອື່ນໆ. ສ້າງໂອກາດໃຫ້ແມ່ຍິງ ຢູ່ຊົນນະບົດ ໃຫ້ຮູ້ຜະລິດເປັນສິນຄ້າ ທີ່ຫຼາກຫຼາຍຮູບແບບ ຕາມທ່າແຮງບົ່ມຊ້ອນ ຂອງຕົນ ສາມາດຕອບສະໜອງການບໍລິໂພກ ຂອງຄອບຄົວ ແລະ ຄວາມຕ້ອງການ ຂອງຕະຫຼາດ; ຊຸກຍູ້, ສົ່ງເສີມ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການ ລົງເຖິງທ້ອງຖິ່ນຮາກຖານ ເຮັດການບໍລິການຊື້-ຂາຍສິນຄ້າ, ທັງແນະນໍາ ຝຶກອົບຮົມຄວາມຮູ້ໃນການຜະລິດ, ການບໍລິການ ຊື້-ຂາຍ ຕາມຄວາມຕ້ອງການ ຂອງຕະຫຼາດ ແລະ ມີການຜູກພັນ ຊື້-ຂາຍ ຢ່າງເປັນທໍາ ແນໃສ່ຍົກລະດັບໃຫ້ເອື້ອຍນ້ອງແມ່ຍິງ ໄດ້ປັບປຸງວິທິທໍາມາຫາກິນແບບໃໝ່, ວິຖີຊີວິດແບບໃໝ່, ສ້າງຄ່ານິຍົມ ໃໝ່ ທີ່ກ້າວໜ້າທັນສະໄໝ ແລະ ສາມາດຮັບມືກັບສິ່ງທ້າທາຍໄດ້. ໄປຄຽງຄູ່ກັນນັ້ນ ຕ້ອງສົ່ງເສີມການສ້າງກອງທຶນ ຂອງການຈັດຕັ້ງສະຫະ ພັນແມ່ຍິງ ແຕ່ລະຂັ້ນ, ພ້ອມທັງເອົາໃຈໃສ່ຄົ້ນຄວ້າ ແລະ ຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ກໍຄືລະດົມຈາກທົ່ວສັງຄົມ ເພື່ອນໍາໃຊ້ເຂົ້າໃນການພັດທະນາວິຊາຊີບ, ພັດທະນາສີມືແຮງງານ ໃຫ້ແກ່ແມ່ຍິງລາວບັນດາເຜົ່າໃຫ້ນັບມື້ດີຂຶ້ນ.
7. ຄະນະນໍາ ສູນກາງສະຫະພັນແມ່ຍິງລາວ ຊຸດໃໝ່ ຕ້ອງເປັນເຈົ້າການເພີ່ມທະວີການພົວພັນຮ່ວມມື ກັບອົງການຈັດຕັ້ງແມ່ຍິງ ປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນມິດໃນໂລກ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ ເພື່ອຍາດແຍ່ງເອົາທຶນຮອນ, ຄວາມຮູ້, ບົດຮຽນ, ປະສົບການ ໃຫ້ເປັນກໍາລັງແຮງສັງລວມ ເຂົ້າໃນການປັບປຸງ, ຍົກລະດັບ ແລະ ພັດທະນາແມ່ຍິງລາວ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
V. ກອງປະຊຸມໃຫຍ່ ສະແດງຄວາມຮູ້ບຸນຢ່າງສູງ ຕໍ່ການນຳພັກ, ສະພາແຫ່ງຊາດ ແລະ ລັດຖະບານ ເຊິ່ງຍາມໃດກໍໃຫ້ຄວາມໃກ້ຊິດນຳພາ-ຊີ້ນຳ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສະຫະພັນແມ່ຍິງລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສຶກສາອົບຮົມກໍ່ສ້າງສະມາຊິກສະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ 5 ຄຸນລັກສະນະຂອງແມ່ຍິງລາວ, ມີຄວາມຮູ້ ຄວາມສາມາດ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເຮັດໃຫ້ແມ່ຍິງລາວມີບົດບາດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຄອບຄົວ.
ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍ ສັນລະເສີນ ຄະນະສະຫະພັນແມ່ຍິງ, ຄະນະພັກ, ຄະນະນຳ ອົງການປົກຄອງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 8 ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້.
VI. ກອງປະຊຸມໃຫຍ່ ຮຽກຮ້ອງມາຍັງຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ສະໄໝທີ IX, ຄະນະສະຫະພັນແມ່ຍິງທຸກຂັ້ນຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າ ໃນການພັດທະນາຕົນເອງຮອບດ້ານ ມີຄວາມກ້າວໜ້າ, ການປະຕິບັດສິດສະເໝີພາບຍິງ-ຊາຍ ຕາມກົດໝາຍ; ຮຽກຮ້ອງມາຍັງສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຕິດພັນກັບການພັດທະນາປະເທດຊາດ ໃນໄລຍະໃໝ່.
ແຫຼ່ງ: ສູນກາງສະຫະພັນແມ່ຍິງລາວ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ