ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວມີຜົນສຳເລັດຫຼາຍດ້ານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2025-09-20 15:46:37
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວມີຜົນສຳເລັດຫຼາຍດ້ານ
-----------------------------
ໂດຍ: ບຸນອູ້ມ
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ມີຜົນສຳເລັດຫຼາຍດ້ານ ທັງເປັນການຕີລາຄາຄືນເຖິງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ວາງແຜນວຽກຈຸດສຸມໃນການພັດທະນາວຽກງານແມ່ຍິງໃນຕໍ່ໜ້າໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຖະແຫຼງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ໃນວັນທີ 10 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຄັ້ງນີ້ໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການ ເມືອງທັງສອງພາກ ພ້ອມທັງກໍານົດທິດທາງຄາດໝາຍສູ້ຊົນ 5 ປີ (2026-2030) ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ຮັບຮອງເອົາວິໃສທັດຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ຊຶ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ; ຮັບຮອງເອົາກົດລະບຽບຂອງສະຫະພັນແມ່ຍິງລາວສະ ໄໝທີ IX; ຮັບຮອງເອົາຄຳຂວັນ ແລະ ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ສະໄໝ IX ສືບຕໍ່ຮັກສາ ແລະ ປະ ຕິບັດ: ຄໍາຂວັນ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ຂໍ້ແຂ່ງຂັນ 3 ດີ ຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”. ສະຫະພັນແມ່ຍິງລາວຊຸດໃໝ່ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາ ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກໍາລະອຽດ ສະຫະພັນແມ່ຍິງລາວແຕ່ລະຂັ້ນ, ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ; ເພີ່ມທະວີ-ຮັດແໜ້ນຄວາມສາມັກ ຄີເປັນເອກະພາບພາຍໃນຄະນະບໍລິຫານງານ ສສຍລ ຊຸດໃໝ່; ເປັນຫຼັກແຫຼ່ງນໍາພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນໃນຖັນແຖວສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ; ສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ; ສາມາດເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ; ເອົາໃຈໃສ່ປັບປຸງແບບແຜນນໍາພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ຕິດແທດກັບຮາກຖານ, ເຮັດວຽກມີແຜນການ, ແຜນງານ, ມີໂຄງການລະອຽດຈະແຈ້ງ, ມີການຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕ້ອງສ່ອງແສງຄວາມເປັນຈິງຢ່າງພາວະວິໄສ; ເອົາໃຈໃສ່ຂະຫຍາຍສະມາຊິກ ແລະ ການຈັດຕັ້ງສະຫະພັນແມ່ຍິງໃຫ້ກວ້າງຂວາງ ກວມເອົາທັງໝົດແມ່ຍິງໃນຕົວເມືອງ, ຊົນນະບົດ, ນັກຮຽນຮູ້ປັນຍາຊົນ, ຜູ້ປະກອບອາຊີບໃນຂົງເຂດການຜະລິດ, ຊາວຄ້າຂາຍ, ບັນດາຫົວໜ່ວຍທຸລະກິດລັດ-ເອກະຊົນ ແລະ ຫົວໜ່ວຍຮາກຖານຕ່າງໆ ເພື່ອເຕົ້າໂຮມກຳລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດໃນຖັນແຖວສະມາຊິກແມ່ຍິງລາວບັນດາເຜົ່າ; ຍົກສູງຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ສືບທອດເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ; ມີວິທະຍາສາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ. ຕັ້ງໜ້າເສີມຂະຫຍາຍຜົນງານ ແລະ ວິລະກໍາອັນໂດດເດັ່ນຂອງການນໍາເພດຍິງຮຸ່ນຕ່າງໆ, ຕັ້ງໜ້າຮໍ່າຮຽນທິດສະດີການເມືອງ, ແນວທາງ, ນະໂຍບາຍຂອງພັກ-ລັດ, ສ້າງໃຫ້ໄດ້ຖັນແຖວເອື້ອຍນ້ອງແມ່ຍິງບັນດາເຜົ່າໃຫ້ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດສູງ, ເປັນຄົນດີຂອງຄອບຄົວ, ສັງຄົມ; ຕ້ານ, ຕີຖອຍ, ຈໍາກັດຮັດແຄບ ແລະ ກ້າວໄປເຖິງການລຶບລ້າງຮີດເກົ່າຄອງເດີມ-ຫຼ້າຫຼັງ. ພ້ອມກັນນັ້ນ, ແມ່ຍິງຕ້ອງເດັດດ່ຽວຕ້ານຢັນຕໍ່ທຸກການບຸກໂຈມຕີ-ໃສ່ຮ້າຍປ້າຍສີ-ບິດເບືອນຄວາມຈິງ; ໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນເອົາໃຈໃສ່ເປັນພິເສດໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຖັນແຖວແມ່ຍິງ ສືບຕໍ່ໄດ້ຮັບການພັດທະນາຮອບດ້ານ, ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງແມ່ຍິງ, ຊຸກຍູ້, ສົ່ງເສີມຄວາມສະ ເໜີພາບລະຫວ່າງຍິງ-ຊາຍ ກໍຄືບົດບາດຍິງ-ຊາຍທີ່ໄດ້ກໍານົດໃນກົດໝາຍ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ ແລະ ກົດໝາຍອື່ນໆ; ເອົາໃຈໃສ່ສ້າງແຜນກຳນົດພະນັກງານ, ຖືສໍາຄັນການສ້າງພະນັກງານເພດຍິງ, ສ້າງຖັນແຖວແມ່ຍິງລາວໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າໃນທຸກດ້ານມີມາດຖານເງື່ອນໄຂຄົບຖ້ວນ ສາມາດບັນຈຸສັບຊ້ອນ ແລະ ຖືກແຕ່ງຕັ້ງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງທຸກຂັ້ນໃຫ້ມີຈໍານວນ ແລະ ຄຸນນະພາບເພີ່ມຂຶ້ນຕາມທິດກໍ່ສ້າງແມ່ຍິງລາວບັນດາເຜົ່າໃຫ້ເປັນຜູ້ສືບທອດພາລະກິດປະຕິວັດ, ໃຫ້ເປັນ “ລູກສາວຜູ້ປະເສີດຂອງພັກ ແລະ ຂອງປະເທດຊາດ” ຢ່າງແທ້ຈິງ. ຍູ້ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງເລິກເຊິ່ງ ເພື່ອພັດທະນາການຈັດຕັ້ງ ກໍຄືສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ, ສ້າງສະຖາບັນຄອບຄົວ ແລະ ສັງຄົມໃຫ້ມີຄວາມສະຫງົບ, ປອດໄພ, ສິວິໄລ, ກ້າວໜ້າ; ເຂົ້າຮ່ວມຢ່າງແຂງແຮງໃນການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ໃນປັດຈຸບັນ; ແມ່ຍິງລາວບັນດາເຜົ່າ ຕ້ອງຍົກລະດັບຄວາມຮູ້ໃໝ່ ໃນການຜະລິດເປັນສິນຄ້າ, ການບໍລິການ, ຮູ້ເຮັດທຸລະກິດ-ຄຸ້ມຄອງເສດຖະກິດ, ຊຸກຍູ້ສົ່ງເສີມໃຫ້ແມ່ຍິງລາວຮັບຮູ້-ເຂົ້າໃຈ ແລະ ເປັນເຈົ້າການສ້າງພື້ນຖານເສດຖະກິດ ໄປຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ກໍຄືການສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ກຸ້ມຕົນເອງ ແລະ ເພິ່ງຕົນເອງ, ສຸມໃສ່ພັດທະນາແມ່ຍິງທີ່ດ້ອຍໂອກາດ, ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກເພື່ອສ້າງຄວາມເຂັ້ມແຂງ, ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ເຂົາເຈົ້າ ດ້ວຍການສົ່ງເສີມທຸລະກິດຄອບຄົວຂະໜາດນ້ອຍ, ຂະໜາດກາງ ແລະ ຝຶກອົບຮົມວິຊາອາຊີບທີ່ເໝາະສົມກັບທ່າແຮງຂອງເຂົາເຈົ້າ ສາມາດເຂົ້າເຖິງແຫຼ່ງທຶນ, ເຂົ້າເຖິງຕະຫຼາດ ແລະ ເຂົ້າເຖິງນະວັດຕະກຳໃໝ່ໃນການຜະລິດກະສິກໍາ, ຫັດຖະກໍາຕໍ່າຫູກທໍໄໝ, ການປຸງແຕ່ງ, ການຄ້າຂາຍ ແລະ ອື່ນໆ.
ສ້າງໂອກາດໃຫ້ແມ່ຍິງຢູ່ຊົນນະບົດໃຫ້ຮູ້ຜະລິດເປັນສິນຄ້າທີ່ຫຼາກຫຼາຍຮູບແບບ ຕາມທ່າແຮງບົ່ມຊ້ອນຂອງຕົນ ຕອບສະໜອງການບໍລິໂພກຂອງຄອບຄົວ ແລະ ຄວາມຕ້ອງການຂອງຕະຫຼາດ; ຊຸກຍູ້, ສົ່ງເສີມ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການລົງເຖິງທ້ອງຖິ່ນຮາກຖານເຮັດການບໍລິການຊື້-ຂາຍສິນຄ້າ ທັງແນະນໍາຝຶກອົບຮົມຄວາມຮູ້ໃນການຜະລິດ, ການບໍລິການຊື້-ຂາຍຕາມຄວາມຕ້ອງການຂອງຕະຫຼາດ ແນໃສ່ຍົກລະດັບໃຫ້ເອື້ອຍນ້ອງແມ່ຍິງໄດ້ປັບປຸງວິທິທໍາມາຫາກິນແບບໃໝ່, ວິຖີຊີວິດແບບໃໝ່, ສ້າງຄ່ານິຍົມໃໝ່ທີ່ກ້າວໜ້າທັນສະ ໄໝ ສາມາດຮັບມືກັບສິ່ງທ້າທາຍໄດ້. ໄປຄຽງຄູ່ກັນນັ້ນ. ຕ້ອງສົ່ງເສີມການສ້າງກອງທຶນຂອງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ພ້ອມທັງເອົາໃຈໃສ່ຄົ້ນຄວ້າ ແລະ ຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ພັດທະນາສີມືແຮງງານໃຫ້ແມ່ຍິງລາວບັນດາເຜົ່າໃຫ້ນັບມື້ດີຂຶ້ນ. ຄະນະນໍາ ສສຍລ ຊຸດໃໝ່ຕ້ອງເປັນເຈົ້າການເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນມິດໃນໂລກ, ອົງການ ຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ ເພື່ອຍາດແຍ່ງເອົາທຶນຮອນ, ຄວາມຮູ້ບົດຮຽນ, ປະສົບການໃຫ້ເປັນກໍາລັງແຮງສັງລວມເຂົ້າໃນການປັບປຸງ, ຍົກລະດັບ ແລະ ພັດທະນາແມ່ຍິງລາວໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຫັດຖະກຳແຕ້ມທຽນຊົນເຜົ່າ ເຮັດໃຫ້ປະຊາຊົນພົ້ນທຸກ
----------------------------
ໂດຍ: ພູວັນ
ຫັດຖະກຳແຕ້ມທຽນຂອງແມ່ຍິງຊົນເຜົ່າໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງວຽກເຮັດງານທໍາ ສ້າງລາຍຮັບໃຫ້ເອື້ອຍນ້ອງແມ່ຍິງຈາກອາຊີບເຮັດນາປູກເຂົ້າ, ລ້ຽງສັດ ແລະ ທໍາມາຫາກິນແບບທຳມະຊາດກາຍເປັນຕົວແບບກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງມີລາຍຮັບໝັ້ນ ຄົງ ຫຼຸດພົ້ນອອກຈາກຄວາມທຸກຍາກ.
ທ່ານ ນາງ ເນັ່ງ ທໍ່ ຕົວແບບກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້ “ຫັດຖະກຳແຕ້ມທຽນຂອງແມ່ຍິງຊົນເຜົ່າທີ່ສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງ” ວ່າ: ກ່ອນ ໜ້ານີ້ຄອບຄົວໄດ້ຢຶດຖືອາຊີບເຮັດນາປູກເຂົ້າ ແລະ ລ້ຽງສັດເປັນອາຊີບ ທໍາມາຫາກິນແບບທຳມະຊາດລາຍຮັບພໍແຕ່ກຸ້ມກິນ ບາງປີກໍອຶດຢາກຂາດເຂີນ ມາຮອດປີ 2020 ພວກຂ້າພະເຈົ້າເຫັນວ່າ ຕະຫຼາດທັງພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການຊື້ກະໂປ່ງເກົ່າ, ເສື້ອເກົ່າຂອງເຜົ່າມົ້ງ ຜ້າບ່ຽງເຜົ່າໄທດຳ ໂສ້ງແມ່ຍິງເຜົ່າຢ້າວ ຈຶ່ງພ້ອມກັນມາຄົ້ນ ຄວ້ານຳຄອບຄົວທົດລອງເກັບຊື້ເຄື່ອງເກົ່າໄປຂາຍ ພ້ອມນັ້ນ, ກໍຜະລິດຂຶ້ນໃໝ່ທີ່ຄືກັບແບບເກົ່າເພື່ອຂາຍ. ຜ່ານການທົດລອງເຫັນວ່າໄດ້ຂາຍດີມີກຳໄລ ແລະ ຕະຫຼາດມີຄວາມຕ້ອງການໂດຍສະເພາະແມ່ນຕະຫຼາດຕ່າງປະເທດ ແລະ ພາຍໃນປະ ເທດຈຳນວນໜຶ່ງ.ມາຮອດປີ 2021 ຈຶ່ງໄດ້ເອກະພາບພາຍໃນ 3 ຄອບຄົວພ້ອມກັນສ້າງກຸ່ມແຕ້ມທຽນ 3 ເອື້ອຍນ້ອງຂຶ້ນແຕ່ກໍຍັງເປັນກຸ່ມການຜະລິດຂະໜາດນ້ອຍໃນເບື້ອງຕົ້ນມີຕົ້ນທຶນທັງໝົດ 500 ລ້ານກີບ, ໃນນັ້ນທຶນຄົງທີ່ມີ 200 ລ້ານກີບ ທຶນໝູນວຽນ 300 ລ້ານກີບ, ມີພະນັກ ງານໃນກຸ່ມ 6 ຄົນ ຜ່ານການດຳເນີນມາເປັນໄລຍະ 1 ປີ ເຫັນວ່າມີລາຍຮັບດີ ມາຮອດປີ 2022 ຈຶ່ງໄດ້ຂະຫຍາຍກິດຈະ ການເອົາເງິນທີ່ທ້ອນຈາກກຳໄລມີ 1 ຕື້ກີບ ມາລົງທຶນໃສ່ຕື່ມ ໃນນີ້ມີທຶນ ໝູນວຽນ 800 ລ້ານກີບ ມາຮອດປັດຈຸ ບັນມີພະນັກງານໃນກຸ່ມທັງໝົດ 50 ຄົນ ຍິງ 41 ຄົນ ປະກອບ 2 ໜ່ວຍງານ ມີ 10 ຈຸງານຄື: ໜ່ວຍງານບໍລິຫານ ແລະ ຄຸ້ມຄອງມີ 5 ຈຸງານ, ໜ່ວຍງານການຜະ ລິດມີ 5 ຈຸງານ. ປັດ ຈຸບັນສາມາດຜະລິດສົ່ງອອກຂາຍໄດ້ 63,128 ຜືນ ມີລາຍຮັບທັງໝົດ 51 ຕື້ກວ່າກີບ ສາມາດສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງເຂດໃກ້ຄຽງໃຫ້ມີລາຍໄດ້ທີ່ໝັ້ນຄົງ. ຈາກຜົນຜະລິດ ທີ່ໄດ້ຮັບໃນການດຳ ເນີນທຸລະກິດມາຮອດປັດຈຸບັນການຜະລິດທີ່ສົ່ງອອກມີ 4 ປະເພດຄື: ຝ້າຍຂາວ, ຝ້າຍສີ ຝ້າຍແຕ້ມທຽນ ຝ້າຍແຕ້ມແສ່ວມີ 63,128 ຜືນ ມີລາຍຮັບທັງໝົດ 51 ຕື້ກວ່າກີບ ຕົ້ນທຶນທັງໝົດ 44 ຕື້ກວ່າກີບ ຍອດກໍາໄລ 6 ຕື້ກວ່າກີບ, ພະນັກ ງານກໍາມະກອນໄດ້ຮັບເງິນເດືອນຕ່ຳສຸດ 3,500,000 ກີບ ແລະ ສູງສຸດ 5,500,000 ກີບ ພ້ອມນັ້ນໄດ້ສົ່ງປະ ເພດຝ້າຍແຕ້ມທຽນໃຫ້ເອື້ອຍນ້ອງແມ່ຍິງບັນດາບ້ານໃນທົ່ວເມືອງຫຍິບແສ່ວປະດັບສີ ລາ ຄາ 85,000 -100,000 ກີບຕໍ່ທ່ອນ, ຜົນຈາກການຜະລິດສາມາດແກ້ໄຂຄອບຄົວທຸກ ຍາກຂອງກຸ່ມແຕ້ມທຽນ 3 ເອື້ອຍນ້ອງມີຄື: ມີເຮືອນຖາ ວອນ 4 ຫຼັງ, ລົດໃຫຍ່ 4 ຄັນ, ລົດຈັກ 7 ຄັນ, ໂຮງສີເຂົ້າ 1 ເຄື່ອງ, ງົວ 100 ໂຕ ມີເງິນສົ່ງລູກຫຼານໄປສຶກສາຮໍ່າຮຽນ ແລະ ມີເງິນທ້ອນຈຳນວນໜຶ່ງ. ທ່ານ ນາງ ເນັ່ງ ທໍ່ ກ່າວໃຫ້ຮູ້ອີກວ່າ: ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດ ແລະ ເຮັດໃຫ້ທຸລະກິດຂະຫຍາຍ ຕົວຍິ່ງຂຶ້ນໃນຕໍ່ໜ້າຈະສືບຕໍ່ຮັກສາເສີມຂະຫຍາຍໃຫ້ກວ້າງ ຂວາງຕື່ມອີກໂດຍສະເພາະຈຸງານຜະ ລິດແຜ່ນແພ ຈະປຸກລະດົມຊາວບ້ານ ແລະ ບັນດາບ້ານພາຍໃນເມືອງສົບເບົາທີ່ມີເງື່ອນໄຂປູກຕົ້ນຝ້າຍມົ້ງເພື່ອສະໜອງໃຫ້ກຸ່ມຫັດຖະ ກຳແຕ້ມທຽນເພື່ອຜະລິດໃຫ້ໄດ້ຫຼາຍ ແລະ ຫຼຸດຜ່ອນການນຳເຂົ້າວັດຖຸດິບ ຈາກຕ່າງປະເທດ ຂະຫຍາຍສາຂາສົ່ງສິນຄ້າຢູ່ພາຍໃນ ຕ່າງແຂວງ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ຈະສົມທົບພາກ ສ່ວນທີ່ກ່ຽວຂ້ອງເພື່ອສະເໜີຂໍຈົດທະບຽນຊັບສິນທາງປັນຍາຫັດຖະກຳແຕ້ມທຽນ, ຈະສືບ ຕໍ່ຍົກລະດັບຄຸນນະ ພາບ ແປຮູບຜະລິດ ຕະພັນໃຫ້ຫຼາກຫຼາຍ ແລະ ມີຄຸນນະພາບສູງຂຶ້ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ມີລາຍຮັບທີ່ໝັ້ນຄົງ ຊຸກຍູ້ສົ່ງເສີມ ປົກປັກຮັກສາຮີດຄອງປະເພນີ ແລະ ວັດ ທະນະທຳອັນດີງາມຂອງຫັດຖະກຳແຕ້ມທຽນຂອງແມ່ ຍິງຊົນເຜົ່າ ປະກອບ ສ່ວນເຂົ້າໃນການພັດທະນາ ແລະ ສ້າງ ສາປະເທດຊາດ.
ເອື້ອຍນ້ອງແມ່ຍິງກອງທັບ ກັບ ການປະກອບສ່ວນສ້າງຜົນງານພະລາທິການ
.
ໂດຍ: ບຸນອູ້ມ
ທ່ານ ພັອ ນາງ ໄພວອນ ອິນທະບຸດ ປະທານສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໄດ້ສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃນຫົວຂໍ້: “ການສ້າງພະລາທິການກັບທີ່” ວ່າ: ອົງການຈັດຕັ້ງມະຫາຊົນ ແມ່ນແຂນຂວາຂອງພັກ, ເປັນກໍາລັງແຮງອັນຕົ້ນຕໍໃຫ້ແກ່ ພາລະກິດປະຕິວັດ. ສະນັ້ນ, ຕະຫຼອດໄລຍະທີ່ຜ່ານມາ ຄະນະນໍາສະຫະພັນແມ່ຍິງພວກເຮົາ ໄດ້ຕັ້ງໜ້າເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ເຕົ້າໂຮມຄວາມສາມັກຄີ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ແມ່-ເດັກ, ຖືເອົາການຈັດຕັ້ງປະບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຜນພັດທະນາແມ່ຍິງລາວ ແລະ ແຜນຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະວຽກງານຮັບປະກັນດ້ານພະລາທິການ-ເຕັກນິກທໍາການຜະລິດເປັນສິນຄ້າເຮັດໃຫ້ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ກົມກອງລວມໝູ່ນັບມື້ດີຂຶ້ນ.
ວຽກງານສ້າງພະລາທິການກັບທີ່ ເວົ້າລວມ, ເວົ້າສະເພາະແມ່ນ ພະນັກງານ-ນັກຮົບເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດຢູ່ກົມກອງຢ່າງຫ້າວຫັນ ຕາມທິດເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນວຽກງານ 4 ປູກ 4 ລ້ຽງ: (4 ປູກແມ່ນ: ປູກໄມ້ອຸດສາຫະກໍາ, ປູກໄມ້ກະສິກໍາ; ປູກຕົ້ນໄມ້ປະດັບ ແລະ ພືດລົ້ມລຸກ, 4 ລ້ຽງມີ: ລ້ຽງສັດ 4 ຂາ, ສັດປີກ; ສັດນ້ຳ ແລະ ສັດເຄິ່ງບົກເຄິ່ງນ້ຳ), ໄດ້ມີຫຼາຍກົມກອງລວມໝູ່, ຄອບຄົວ ແລະ ບຸກຄົນ ສຸມໃສ່ຂຸດຄົ້ນທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີເຂົ້າໃນການປູກ, ການລ້ຽງ, ການຫຍິບປັກຖັກແສ່ວ, ຕ່ຳຫູກທໍໄໝ ແລະ ອື່ນໆ ເພື່ອແກ້ໄຂຊີວິດການເປັນຢູ່ເຊັ່ນ: ການປູກເຂົ້າໄດ້ 5.964 ໂຕນ, ປະເພດພືດຜັກຕ່າງໆໄດ້ 14.972 ໂຕນ, ພືດທາດແປ້ງ 427.598 ໂຕນ, ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ເປັນຮົ່ມໄດ້ 623.576 ຕົ້ນ, ໄມ້ອຸດສາຫະກໍາໄດ້ 3.437.589 ຕົ້ນ, ດ້ານການລ້ຽງ: ປະເພດ ງົວ-ຄວາຍ 36.828 ໂຕ, ໝູ 20.520 ໂຕ, ແບ້ ແລະ ແກະ 36.718 ໂຕ, ປະເພດສັດປີກ 769.323 ໂຕ, ປະເພດສັດນ້ຳ 5.462 ໂຕນ ແລະ ບັນດາກົມກອງທ້ອງຖິ່ນສາມາດສ້າງລາຍຮັບຈາກການຜະລິດກະສິກໍາ ແລະ ການບໍລິການໄດ້ທັງໝົດ 385 ຕື້ກວ່າກີບ (ນັບທັງເງິນສົດ ແລະ ວັດຖຸ).
ສະຫະພັນແມ່ຍິງຢູ່ບັນດາກົມກອງຮາກຖານ ຍັງໄດ້ສ້າງກຸ່ມທ້ອນເງິນເປັນຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະບັນຊາແຕ່ລະກົມກອງເພື່ອສະດວກໃຫ້ແກ່ຜູ້ທີ່ຂາດທຶນຮອນ ໃນການສ້າງພະລາທິການກັບທີ່ ຊຶ່ງໃນປັດຈຸບັນມີ 100 ກຸ່ມ, ມີອະນຸກໍາມະການກຸ່ມ 478 ສະຫາຍ, ມີຈໍານວນສະມາຊິກທັງໝົດ 24.501 ສະຫາຍ. ໃນນັ້ນ, ມີເພດຍິງ 9.768 ສະຫາຍ, ເພດຊາຍ 14.733 ສະຫາຍ, ລວມມີເງິນທ້ອນທັງໝົດ 52 ຕື້ກວ່າກີບ, ການປະກອບສ່ວນຂອງເອື້ອຍນ້ອງສະຫະພັນແມ່ຍິງພວກເຮົາໃນວຽກງານສ້າງພະລາທິການກັບທີ່ໃນທົ່ວກອງທັບ ແມ່ນມີລັກສະນະຕັ້ງໜ້າ ສາມາດຮັບປະກັນເຮັດໃຫ້ກົມກອງໄດ້ເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ກົມກອງກໍຄືປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບໂດຍພື້ນຖານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດມີທ່ວງທ່າກ້າວຂຶ້ນ.
ສຳລັບວຽກງານໃນຕໍ່ໜ້າ ເອື້ອຍນ້ອງສະຫະພັນແມ່ຍິງໃນທົ່ວກອງທັບ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວກໍຄື ແຜນພັດທະນາຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ກາຍເປັນຮູບປະທໍາຕົວຈິງ ຊຶ່ງພວກເຮົາຈະພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກສະຫະພັນແມ່ຍິງ ແລະ ນັກຮົບເພດຍິງທຸກຄົນໃນທົ່ວກອງທັບໃຫ້ມີຄວາມຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, 4 ໜ້າທີ່ໃຫຍ່, 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດ, ແຜນພັດທະນາແມ່ຍິງ 10 ແຜນງານ, 65 ໂຄງການຂອງສູນກາງສະຫະພັນແມ່ຍິງລາວ ກໍຄື 8 ແຜນງານ 29 ໂຄງການຂອງສະຫະພັນແມ່ຍິງກອງທັບ ໃຫ້ມີຜົນສໍາເລັດ. ເອົາໃຈໃສ່ຂຸດຄົ້ນທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີເຂົ້າໃນການປູກ, ການລ້ຽງ, ຫຍິບປັກຖັກແສ່ວ, ຕ່ຳຫູກທໍໄໝ ແລະ ອື່ນໆ. ປັບປຸງວຽກງານກອງທຶນເງິນທ້ອນ ຂອງສະຫະພັນແມ່ຍິງແຕ່ລະກົມກອງຂອງຕົນໃຫ້ກາຍເປັນແຫຼ່ງທຶນເພື່ອສ້າງພະລາທິການກັບທີ່ໃຫ້ມີຄວາມເຂັ້ມແຂງຂຶ້ນ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ