ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2025-09-20 15:43:02
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການໃນວັນທີ 9 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະ ທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງ ແລະ ຮັບ ຮອງເອົາການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃນໄລຍະ 2021-2025. ພ້ອມນັ້ນ, ຍັງໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາແຜນພັດທະນາແມ່ຍິງລາວ 5 ປີ ໄລຍະ 2026-2030 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ກໍຄືຂອງສະຫະພັນແມ່ຍິງໃນໄລຍະໃໝ່, ແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, 3 ແຜນດໍາເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຂອງສະຫະພັນແມ່ຍິງລາວ ສະໄໝທີ IX, ເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ແລະ ບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງການນຳຈາກຄະນະໂຄສະນາອົບຮົມສູນກາງພັກ, ອົງການພາຄີ, ແຂວງ, ຕາງໜ້າຄະນະສະຫະພັນແມ່ຍິງແຂວງ ແລະ ຕົວແບບການພັດທະນາຈໍານວນໜຶ່ງ. ພ້ອມທັງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX. ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມສໍາຄັນ ສໍາລັບສະຫະພັນແມ່ຍິງລາວໃນການສ້າງຄວາມເຂັ້ມແຂງໃຫ້ການ ຈັດຕັ້ງ, ການກໍານົດເປົ້າໝາຍໃນການສຶກສາອົບຮົມສະມາຊິກສະຫະພັນແມ່ຍິງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມເອື້ອເຟື້ອເຜື່ອແຜ່, ອະນຸລັກ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງແມ່ຍິງລາວບັນດາເຜົ່າ ສ້າງໃຫ້ແມ່ຍິງລາວມີວິທະຍາສາດທັນສະໄໝ ເປັນແມ່ຍິງລາວໃໝ່ ແລະ ພັດທະນາແມ່ຍິງລາວບັນດາເຜົ່າໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີຄວາມກ້າວໜ້າ, ມີຄວາມສະເໝີພາບຍິງ-ຊາຍ ສາມາດເຮັດໜ້າທີ່ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກໃນຄອບຄົວ ແລະ ສັງຄົມ.
ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ໃນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030). ຮັບຟັງແຜນພັດທະນາແມ່ຍິງລາວໄລຍະ 5 ປີ (2026-2030).
ຂ່າວ-ພາບ: ບຸນອູ້ມ
ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 10 ກັນຍາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ); ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ບັນດາສະຫາຍຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນວາລະກອງປະຊຸມ ບັນດາທ່ານຜູ້ແທນ ໄດ້ເປັນເຈົ້າການສຸມທຸກກໍາລັງສະຕິປັນຍາ, ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃນການຄົ້ນຄວ້າປຶກສາຫາລື ກ້າວໄປເຖິງຄວາມເປັນເອກະພາບ ໃນລະດັບສູງຕໍ່ການຮັບຮອງເອົາທຸກບັນຫາ ເປັນຕົ້ນ: ການສະຫຼຸບຕີລາຄາ, ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ 10 ແຜນງານ 65 ໂຄງການ ໃນໄລຍະ 2021-2025 ຜ່ານມາ.
ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ພ້ອມທັງກໍານົດທິດທາງ, ຄາດຄະເນສູ້ຊົນ 5 ປີ (2026-2030) ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຮັບຮອງເອົາວິໃສທັດ ຮອດປີ 2035 ແລະ ແຜນພັດທະນາແມ່ຍິງລາວ ຊຶ່ງກວມເອົາ 09 ເປົ້າໝາຍ ແລະ 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຮັບຮອງເອົາກົດລະບຽບສະບັບປັບປຸງໃໝ່ ແນໃສ່ປັບປຸງອົງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ໜັກແໜ້ນ ເຂັ້ມແຂງ ສົມເປັນການຈັດຕັ້ງມະຫາຊົນໃນການພັດທະນາແມ່ຍິງລາວ ແລະ ຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຢ່າງແທ້ຈິງ.
ຜູ້ແທນກອງປະຊຸມໃຫຍ່ ໄດ້ເປັນເອກະສັນຮັບຮອງເອົາ ຄໍາຂວັນຂອງສະຫະພັນແມ່ຍິງລາວ ຄື: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ຂໍ້ແຂ່ງຂັນ 03 ດີ ຄື: “ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ”.
ເປັນເອກະພາບຮັບຮອງເອົາກົດລະບຽບສະບັບປັບປຸງ, ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ໃນການນຳພາ-ຊີ້ນຳຂະບວນການແມ່ຍິງ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະ ແຜນພັດທະນາແມ່ຍິງແຫ່ງຊາດ ໃນໄລຍະ 2021-2025 ຜ່ານມາ ຊຶ່ງມີດ້ານດີຫຼາຍດ້ານ ທີ່ພາໃຫ້ມີຜົນສໍາເລັດຕາມແຜນການກໍຄືເປົ້າໝາຍທີ່ວາງໄວ້.
ພ້ອມນີ້ຍັງຊອກເຫັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ລວມທັງບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບ່ອນອີງໃຫ້ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ນຳໃຊ້ເຂົ້າໃນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາແມ່ຍິງລາວ ໃນ 05 ປີ ຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ຍິງລາວ ສະໄໝທີ IX ຈໍານວນ 61 ສະຫາຍ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້.
ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ:
1. ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານ ສສຍລ;
2. ສະຫາຍ ນາງ ທໍາມາ ເພັດວິໄຊ ເປັນຮອງປະທານ;
3. ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ;
5.?ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານ
ກອງປະຊຸມໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ:
1. ສະຫາຍນາງ ຜາສຸກ ວົງວິຈິດ ເປັນປະທານກວດກາຄະນະບໍລິຫານງານ ສສຍລ ສະໄໝທີ IX.
2. ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ເປັນຮອງປະທານກວດກາ ຄະນະບໍລິຫານງານ ສສຍລ ສະໄໝທີ IX.;
3. ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດກາ ຄະນະບໍລິຫານງານ ສສຍລ ສະໄໝທີ IX.
ກອງປະຊຸມໃຫຍ່ ຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ ສະຫາຍ ປອ ບຸນທອງ ຈິດມະນີ,ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປລາວ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງນີ້, ຊຶ່ງສະຫາຍໄດ້ຍ້ອງຍໍ ຊົມເຊີຍ ຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງ, ແມ່ຍິງລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ແຂງແຮງ ໃນພາລະກິດລວມ ຂອງປະເທດຊາດ, ສົມແລ້ວ ກັບການຕີລາຄາທີ່ຜ່ານມາວ່າ: ຍາມໃດກໍ່ສູ້ຊົນຄຽງບ່າຄຽງໄຫຼ່ເພດຊາຍ ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ແມ່ຍິງຖືເປັນສັນຍາລັກ, ເປັນຜູ້ສືບທອດ ແລະ ເສີມຂະຫຍາຍ ວັດທະນະທຳ ແລະ ມູນເຊື້ອອັນດີງາມ ຂອງຊາດ.
ໃນຕອນທ້າຍ, ຜູ້ແທນສົມບູນໄດ້ຍົກບັດປະຊາມະຕິ ຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ໄດ້ປິດລົງດ້ວຍຜົນສໍາລັດຢ່າງຈົບງາມ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ