ກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກ ຄຕພ ເປີດຂຶ້ນຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 20 ຄັ້ງ | ເວລາ | 2025-09-19 14:11:58 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-19 14:11:58
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ ທີ່ສະໂມສອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກບັນ ດາອົງການອ້ອມຂ້າງສຳນັກງານສູນກາງພັກ; ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາສະມາຊິກພັກສົມບູນທົ່ວອົງຄະນະພັກ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ,ໄດ້ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກສະໄໝທີ II ພ້ອມດ້ວຍແຜນພັດທະນາ ຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະປີ 2025-2029, ພ້ອມທັງຕີລາຄາເລິກເຊິ່ງຢ່າງກົງໄປກົງມາຕໍ່ການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກຜ່ານມາໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້, ຊຶ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານ ຂອງຄະນະພົວພັນຕ່າງປະ ເທດສູນກາງພັກໃຫ້ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ, ທັງຮັບປະກັນໃນການເປັນເສນາທິການວຽກງານຕ່າງປະເທດໃຫ້ສູນກາງພັກຢ່າງໜັກແໜ້ນ.
ອົງຄະນະພັກ ຄຕພ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກ ຄຕພ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າເຮັດໃຫ້ ຄຕພ ມີການພັດທະນາໜັກແໜ້ນຂຶ້ນເປັນກ້າວໆ, ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ການພົວພັນຮ່ວມມືກັບພັກອ້າຍນ້ອງເພື່ອນມິດຍຸດທະສາດໄດ້ຮັບການເພີ່ມທະວີ ແລະ ຫັນເຂົ້າສູ່ລວງເລິກ, ການພົວພັນກັບພັກການເມືອງອື່ນໆທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍສືບຕໍ່ເປີດກວ້າງ, ວຽກງານການທູດປະຊາຊົນຂອງພັກກໍໄດ້ຮັບການຍູ້ແຮງ ແລະ ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສະພາບແວດລ້ອມອັນອໍານວຍ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນມາໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກ້າວສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກຊຸດທີ III ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 9 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 7 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາ ສະຫາຍ ບຸນເຫຼືອ ພັນດານຸວົງ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ວາລະໄຊ ເລັ່ງສະຫວັດ ເປັນຮອງເລຂາຄະນະພັກ, ທັງເປັນປະທານກວດກາພັກ; ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນຮອງປະທານກວດກາ.
ໂອກາດທີ່ສະຫງ່າລາສີນີ້, ກອງປະຊຸມໃຫຍ່ ໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ຊຶ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກ ຄຕພ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງບັນດາສະຫາຍຄະນະບໍລິຫານງານພັກໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນແຕ່ລະດ້ານ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ສືບຕໍ່ນຳພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ໃຫ້ເຂົ້າສູ່ລວງເລິກ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະ ເທດ ຂອງພັກ, ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກທີ່ກອງປະຊຸມໃຫຍ່ຂອງພັກວາງອອກໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ. (ຂ່າວ: ແສງຈັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ