ກໍາລັງທະຫານຊາຍແດນກອງບັນຊາການທະຫານ ແຂວງບໍ່ແກ້ວປະທະກັບກຸ່ມຄ້າຂາຍຢາເສບຕິດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2025-05-06 18:14:55
ຂປລ. ເວລາປະມານ 4:00 ໂມງ ຂອງວັນທີ 3 ພຶດສະພາ 2025 ກອງຮ້ອຍປ້ອງກັນຊາຍແດນປະຈໍາຢູ່ເມືອງປາກທາ ແຂວງບໍ່ແກ້ວ ໄດ້ອອກເຄື່ອນໄຫວກວດກາລາດຕາເວນໃກ້ກັບເສັ້ນຊາຍແດນລາວ-ໄທ ໃນຂອບເຂດພູຜາມົນ, ເມືອງປາກທາ, ແຂວງບໍ່ແກ້ວ ແລະ ໄດ້ຖືກກຸ່ມແກ້ງຄ້າຂາຍຢາເສບຕິດດັກສະກັດລັດຍິງດ້ວຍກໍາລັງອາວຸດ. ຈາກນັ້ນ, ຈຶ່ງເກີດການປະທະກັນຂຶ້ນຈາກສອງຝ່າຍຢູ່ຈຸດດັ່ງກ່າວ.
ການປະທະກັບກຸ່ມແກ້ງຄ້າຂາຍຢາເສບຕິດຄັ້ງນີ້, ກໍາລັງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ປະສານກັບອໍານາດການປົກຄອງທ້ອງຖິ່ນໃນຂອບເຂດພື້ນທີ່ໃກ້ຄຽງ ສາມາດແກ້ໄຂ, ຄວບຄຸມສະຖານະການໄວ້ໄດ້ ແລະ ຈັບຕົວຜູ້ຕ້ອງຫາໄດ້ຈໍານວນ 4 ຄົນ; ສ່ວນພະນັກງານ-ນັກຮົບພວກເຮົາ ໄດ້ຮັບບາດເຈັບ ແລະ ເສຍຊີວິດຈໍານວນໜຶ່ງ. ເຫດການຄັ້ງນີ້ ໄດ້ກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ຂອບເຂດເມືອງປາກທາ, ແຂວງບໍ່ແກ້ວ ແລະ ໄດ້ສ້າງຄວາມແຕກຕື່ນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນໃກ້ຄຽງ ແລະ ໃນທົ່ວປະເທດ.
ຜ່ານການຕິດຕາມ ເຫັນວ່າ ກຸ່ມແກ້ງນີ້ໄດ້ນໍາໃຊ້ພື້ນທີ່ບໍລິເວນດັ່ງກ່າວເປັນເສັ້ນທາງເຄື່ອນໄຫວຂົນສົ່ງຢາເສບຕິດ ເຂົ້າ-ອອກ ລະຫວ່າງ ສປປ ລາວ ແລະ ປະເທດໄທ ຊຶ່ງສ້າງຜົນປະໂຫຍດໃຫ້ແກ່ພວກເຂົາໃນໄລຍະຜ່ານມາ; ການກະທໍາຂອງພວກເຂົາ ເປັນການກະທໍາທີ່ປ່າເຖື່ອນ ແລະ ເປັນການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ກໍຄື ກົດໝາຍລະຫວ່າງຊາດອີກດ້ວຍ.
ປັດຈຸບັນ ເຈົ້າໜ້າທີ່ຂອງພວກເຮົາ ໄດ້ເປັນເຈົ້າການຄວບຄຸມສະຖານະການ ເຮັດໃຫ້ສະພາບມີຄວາມສະຫງົບ ແລະ ສືບຕໍ່ຕິດຕາມຊອກຫາຫົວໂປ່ໂຕການໃຫຍ່ຂອງຂະບວນຄ້າຂາຍຢາເສບຕິດກຸ່ມດັ່ງກ່າວ ເພື່ອນໍາມາລົງໂທດ ແລະ ດໍາເນີນຄະດີ ຕາມຂະບວນການຍຸຕິທໍາຂອງ ສປປ ລາວ ຢ່າງເຂັ້ມງວດ ແລະ ເດັດຂາດ.
ພ້ອມກັນນີ້, ຈຶ່ງຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຮັບຮູ້, ເຂົ້າໃຈ, ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ເພື່ອຕອບຕ້ານການເຄື່ອນໄຫວ ແລະ ທໍາລາຍກຸ່ມແກ້ງດັ່ງກ່າວໃຫ້ດັບສູນໄປ. ຂໍໃຫ້ປະຊາຊົນທຸກຊັ້ນຄົນໃນສັງຄົມ ຈົ່ງມີສະຕິໃນການບໍລິໂພກຂໍ້ມູນຂ່າວສານຕ່າງໆ ເປັນຕົ້ນ ຂ່າວທີ່ບໍ່ສ້າງສັນ ແລະ ບໍ່ມີມູນຄວາມຈິງຈາກສື່ສັງຄົມອອນລາຍ; ຄວນຕິດຕາມຂ່າວທີ່ເປັນທາງການຈາກບັນດາສື່ຂອງກອງທັບປະຊາຊົນລາວ, ສື່ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ສໍານັກຂ່າວທາງການຂອງລັດຖະບານ ສປປ ລາວ ເພື່ອຫລີກລ່ຽງຄວາມເຂົ້າໃຈຜິດ ສ້າງການແຕກແຍກຄວາມສາມັກຄີ ແລະ ເພື່ອຮັກສາສາຍພົວພັນອັນດີງາມ ລະຫວ່າງ ປະຊາຊົນສອງປະເທດ ລາວ ແລະ ໄທ ທີ່ມີມາແຕ່ດົນນານໃຫ້ໝັ້ນຄົງຕະຫລອດໄປ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ