ກະຊວງ ປກສ ສະຫລຸບວຽກງານ ການຫັນເປັນດີຈິຕອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2025-05-06 22:00:41
ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຫັນເປັນດີຈິຕອນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຮັບຜິດຊອບການຫັນເປັນດີຈິຕອນ, ມີຄະນະຮັບຜິດຊອບການຫັນເປັນດີຈິຕອນຂອງກະຊວງ ປກສ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ, ຜູ້ປະຈຳການຄະນະຮັບ ຜິດຊອບການຫັນເປັນດີຈິຕອນ ໄດ້ຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານຫັນເປັນດີຈິຕອນ ຂອງກະ ຊວງປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ເຊິ່ງຄະນະຮັບຜິດຊອບແຕ່ລະພາກສ່ວນໄດ້ເອົາໃຈໃສ່ ໂຄສະນາເຜີຍແຜ່ ແນວແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳຕ່າງໆ ທີ່ຕິດພັນເຖິງວຽກງານຫັນເປັນດີຈິຕອນ ໃຫ້ນາຍ ແລະ ພົນຕຳຫລວດຮັບຮູ້, ເຂົ້າໃຈ ແລະ ຫັນປ່ຽນຈິນຕະ ນາການ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຕາມທິດ 3 ເສົາຄໍ້າ ຂອງລັດຖະບານ ເພື່ອພັດທະ ນາລັດດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ; ເປັນໃຈກາງໃນພົວພັນປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມບັນດາກົມ-ກອງວິຊາສະເພາະ ຈັດຕັ້ງປະຕິບັດກິດຈະກຳ ໂຄງ ການຕ່າງໆ, ສຶກສາຄົ້ນຄວ້ານໍາໃຊ້ລະບົບ ບໍລິຫານລັດດິຈິຕອນເຂົ້າມານໍາໃຊ້ພາຍໃນກໍາລັງ; ເປີດຝຶກອົບ ຮົມລະບົບຫ້ອງການທັນສະໄໝ (E-Office) ໂດຍໄດ້ເຊີນຄູອາຈານຈາກສູນບໍລິຫານລັດດີຈິຕອນ ກະ ຊວງ ເຕັກໂນໂລຊີ ແລະ ການສື່ສານ ມາສິດສອນວິທີຄຸ້ມຄອງນໍາໃຊ້ໂປຣແກຣມ ໃຫ້ວິຊາການກົມຄຸ້ມຄອງເອກະສານ ຫ້ອງວ່າການກະຊວງ ແລະ ກົມສື່ສານ. ນອກນັ້ນ, ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງອີກຈຳນວນໜຶ່ງ.
ສຳລັບ ທິດທາງແຜນການ ປະຈຳປີ 2025 ແມ່ນສືບຕໍ່ເຊີດຊູບົດບາດການນໍາພາ ຂອງຄະນະພັກທຸກຂັ້ນ ເພື່ອປູກຈິດສໍານຶກໃຫ້ຄະນະພັກ-ຄະນະນໍາທຸກຄົນເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຫັນເປັນດີຈິຕອນ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ທຽບທັນກັບຂະແໜງການອື່ນ; ພັດທະນາພື້ນຖານໂຄງລ່າງ ໂດຍການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະໃຫ້ຫລາຍຂຶ້ນ, ສຸມໃສ່ຈັດຕັ້ງປະຕິບັດ ກິດຈະກຳໂຄງການສ້າງເຄືອຂ່າຍເນັດເວີກ ຂອງກະຊວງໃຫ້ສໍາເລັດຕາມລະດັບຄາດໝາຍ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ທາງດ້ານດີຈິຕອນສາມາດນໍາໃຊ້ເຕັກໂນໂລຊີ ໄດ້ຢ່າງຄ່ອງແຄ້ວ, ເຂົ້າໃຈເນື້ອໃນຂອງດີຈິຕອນ ແລະ ເຂົ້າເຖິງການນໍາໃຊ້ເຕັກໂນໂລຊີດີຈິຕອນຢ່າງມີຄຸນນະພາບ, ຄົ້ນຄ້ວາ, ປະດິດສ້າງ ແລະ ສື່ສານດ້ວຍເຄື່ອງມືທີ່ເໝາະສົມ; ຊຸກຍູ້, ສົ່ງເສີມ ແລະ ເປີດກ້ວາງການຮ່ວມມືກັບຄູ່ຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ເພື່ອຫັນເປັນດີຈິຕອນຂອງກະຊວງປ້ອງກັນຄວາມສະຫງົບ, ຫລຸດຜ່ອນການໃຊ້ງົບປະມານຂອງລັດໃນການລົງທຶນ, ເຮັດໃຫ້ມີສ່ວນຮ່ວມທັງພາກລັດ ແລະ ເອກະຊົນ.
ຂ່າວ: ກະແຕ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ