ຜົນສໍາເລັດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 00:12:28
ຜົນສໍາເລັດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ
…………………..
ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະ ທານປະເທດ ແຫ່ງ ສາທາລະ ນະລັໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະ ທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມ ຢາມສັນຖະວະໄມຕີຢ່າງເປັນທາງການຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 910 ສິງຫາ 2021.
ການຢ້ຽມຢາມຄັ້ງນີ້ ຂອງສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະ ທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະ ເທດ ລາວ ແລະ ຫວຽດນາມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດໃນວັນທີ 9 ສິງ ຫາ 2021 ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວ ຄະນະຜູ້ແທນຂັ້ນສູງຂອງສອງຝ່າຍກໍໄດ້ເຂົ້າ ຮ່ວມພົບປະສອງຝ່າຍທີ່ທໍານຽບປະທານປະເທດ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ແຈ້ງໃຫ້ກັນຊາບສະພາບການທີ່ພົ້ນເດັ່ນພາຍໃນປະເທດຂອງຕົນ; ແລກປ່ຽນ ທັດສະນະ ແລະ ຄຳຄິດຄຳ ເຫັນຕໍ່ກັບສະພາບພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສອງຝ່າຍໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງໄດ້ເປັນເອກະພາບກັນ ແລະ ຕີລາ ຄາສູງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມສືບຕໍ່ໄດ້ ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງກວ້າງ. ສອງຝ່າຍເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝາຍ ໂດຍສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນຕາມທິດກະທັດຮັດ; ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສອງຝ່າຍ ສືບຕໍ່ເອົາໃຈໃສ່ເພີ່ມທະວີດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ທີ່ນັບມື້ນັບສັບສົນ ຫຼາຍຮູບຫຼາຍສີ ເອົາໃຈ ໃສ່ຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນເອກະລາດ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ.
ສອງຝ່າຍ ເຫັນດີສະເໜີໃຫ້ບັນດາກະຊວງຂະແໜງການ ທີ່ກ່ຽວຂ້ອງເອົາໃຈໃສ່ຂົງເຂດການຮ່ວມມືດ້ານການເຊື່ອມໂຍງພື້ນຖານໂຄງລ່າງ, ການ ທ່ອງທ່ຽວ, ການຮ່ວມມືທາງດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ໃນນັ້ນ, ມີຫຼາຍໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງການທາງດ່ວນ ວຽງຈັນຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 8, ໂຄງການເສັ້ນ ທາງລົດໄຟ ວຽງຈັນຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງ ການຊື້ຂາຍໄຟຟ້າ ແລະ ອື່ນໆ.
ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບໃນປີ 2022 ກໍຄືວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ລາວຫວຽດນາມ ຄົບ ຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານຂອງພາກລັດຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ; ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ; ບົດບັນທຶກເພີ່ມເຕີມແຜນການຮ່ວມມື ປະຈໍາປີ 2020 ລະ ຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ບົດບັນ ທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 20212025; ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດ ໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນໃຫ້ແກ່ພາກເອກະຊົນ 7 ເອກະສານ ອີກດ້ວຍ.
ໃນໂອກາດການຢ້ຽມ ຢາມ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ພົບປະກັບສະ ຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກ ງານນາຍົກລັດຖະມົນຕີການພົບປະໄດ້ດໍາເນີນໄປໃນບັນ ຍາກາດທີ່ອົບອຸ່ນ, ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງຖານສະຫາຍອ້າຍນ້ອງ. ພິເສດ ໃນການມາຢ້ຽມ ຢາມຄັ້ງນີ້, ສະຫາຍ ຫງວຽນ ຊວັນ ຟຸກ ກໍໄດ້ນໍາເອົາຂອງ ຂວັນມາມອບໃຫ້ແກ່ ສປປ ລາວ ກໍຄືໂຄງການຊ່ວຍເຫຼືອກໍ່ ສ້າງໂຮງຮຽນຝຶກອົບຮົມວິຊາຊີບຢູ່ເມືອງໜອງບົກ ແຂວງຄໍາມ່ວນ ເປັນມູນຄ່າເຖິງ 5 ລ້ານໂດລາ.
ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ທີ່ທໍານຽບປະທານປະເທດ ດ້ວຍບັນຍາກາດອັນສະໜິດສະໜົມອົບອຸ່ນຖານມິດສະຫາຍອ້າຍນ້ອງ.
ໃນໂອກາດຢ້ຽມຢາມຄັ້ງນີ້, ວັນທີ 10 ສິງຫາ 2021, ສະ ຫາຍ ຫງວຽນ ຊວັນ ຟຸກ ຍັງໄດ້ ພົບປະກັບສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ທີ່ສະພາແຫ່ງຊາດ. ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງຂອງພັກລັດ ຫວຽດນາມ ຊາບກ່ຽວກັບສະ ພາບການພັດທະນາເສດຖະກິດສັງຄົມຂອງລາວ, ການເຄື່ອນໄຫວປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່, ໄດ້ຕີລາຄາການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າລະ ຫວ່າງສອງພັກ, ສອງລັດກໍຄື ສະພາແຫ່ງຊາດ ທັງສອງປະເທດ. ພ້ອມນັ້ນ, ສະຫາຍປະ ທານສະພາແຫ່ງຊາດກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອ, ສະໜັບສະ ໜູນຢ່າງໃຫຍ່ຫຼວງ, ລ້ຳຄ່າ, ທັນ ການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ.
ໃນຂະນະດຽວກັນ, ສະ ຫາຍ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບ ໃຈຕໍ່ການສະໜັບສະໜູນ, ຊ່ວຍ ເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃຫ້ແກ່ພັກລັດ ແລະ ປະຊາຊົນຫວຽດນາມໃນເມື່ອກ່ອນກໍຄືປັດຈຸບັນ ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຫວຽດນາມລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກຢ່າງມີປະສິດທິຜົນ, ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຫວຽດນາມລາວ.
ພາຍຫຼັງສຳເລັດການພົບປະກັບສະຫາຍປະທານສະພາແຫ່ງຊາດ, ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມວິສາ ມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ການນຳຂັ້ນສູງຂອງລາວເຂົ້າຮ່ວມຢ່າງຫຼວງຫຼາຍ. ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ໄດ້ກ່າວຄໍາປາໄສທີ່ສໍາຄັນຕໍ່ກອງປະຊຸມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ແລະ ຕາງໜ້າໃຫ້ພັກລັດ ແລະ ປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບຮັບຫໍສະພາແຫ່ງຊາດຫຼັງ ໃໝ່ ພາຍຫຼັງທີ່ມີການກໍ່ສ້າງມາເປັນໄລຍະໜຶ່ງ; ປະດັບຫຼຽນໄຊແຮງງານ ຊັ້ນ I ແລະ ຊັ້ນ II ໃຫ້ແກ່ກົມກອງ ແລະ ບຸກຄົນ ຈໍານວນໜຶ່ງຂອງທັງສອງຝ່າຍ ຫວຽດນາມລາວ. ສະຫາຍ ຫງວຽນ ຊວັນ ຟຸກ ແລະ ສະ ຫາຍ ທອງລຸນ ສີສຸລິດ ຍັງໄດ້ພ້ອມກັນເປີດແຖບຜ້າຫິນສີລາຈາ ລຶກທີ່ມີເນື້ອໃນ "ຫໍສະພາແຫ່ງຊາດຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດ ນາມ" ແລະ ຮ່ວມກັນປູກຕົ້ນ ໄມ້ທີ່ລະນຶກ ເພື່ອເປັນສິລິມົງຄຸນແກ່ສະພາແຫ່ງຊາດລາວ.
ນອກຈາກນັ້ນ, ສະຫາຍ ຫງວຽນ ຊວັນ ຟຸກ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ; ສະ ຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຄໍາໃບ ດຳລັດ ປະ ທານສະມາຄົມມິດຕະພາບ ລາວຫວຽດນາມ. ຢ້ຽມຢາມບັນດາອະດີດການນໍາລາວຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ ແລະ ເຂົ້າຮ່ວມພິທີວາງພວງ ມາລາ ທີ່ອະນຸສາວະລີນັກຮົບນິລະນາມ.
ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງກັບຄືນປະເທດໃນຕອນແລງຂອງວັນທີ 10 ສິງຫາ 2021 ພາຍຫຼັງສໍາເລັດການຢ້ຽມຢາມເຮັດວຽກ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຜົນສຳເລັດຢ່າງຈົບງາມ.
(ຂ່າວ: ກະຊວງການຕ່າງປະ ເທດ)ດ ປະຊາທິປະໄຕ ປະຊາ ຊົນລາວ, ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມ ຢາມສັນຖະວະໄມຕີຢ່າງເປັນທາງການຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 9-10 ສິງຫາ 2021.
ການຢ້ຽມຢາມຄັ້ງນີ້ ຂອງສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະ ທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະ ເທດ ລາວ ແລະ ຫວຽດນາມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດໃນວັນທີ 9 ສິງ ຫາ 2021 ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວ ຄະນະຜູ້ແທນຂັ້ນສູງຂອງສອງຝ່າຍກໍໄດ້ເຂົ້າ ຮ່ວມພົບປະສອງຝ່າຍທີ່ທໍານຽບປະທານປະເທດ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ແຈ້ງໃຫ້ກັນຊາບສະພາບການທີ່ພົ້ນເດັ່ນພາຍໃນປະເທດຂອງຕົນ; ແລກປ່ຽນ ທັດສະນະ ແລະ ຄຳຄິດຄຳ ເຫັນຕໍ່ກັບສະພາບພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສອງຝ່າຍໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງໄດ້ເປັນເອກະພາບກັນ ແລະ ຕີລາ ຄາສູງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມສືບຕໍ່ໄດ້ ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງກວ້າງ. ສອງຝ່າຍເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝາຍ ໂດຍສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນຕາມທິດກະທັດຮັດ; ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສອງຝ່າຍ ສືບຕໍ່ເອົາໃຈໃສ່ເພີ່ມທະວີດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ທີ່ນັບມື້ນັບສັບສົນ ຫຼາຍຮູບຫຼາຍສີ ເອົາໃຈ ໃສ່ຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນເອກະລາດ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ.
ສອງຝ່າຍ ເຫັນດີສະເໜີໃຫ້ບັນດາກະຊວງຂະແໜງການ ທີ່ກ່ຽວຂ້ອງເອົາໃຈໃສ່ຂົງເຂດການຮ່ວມມືດ້ານການເຊື່ອມໂຍງພື້ນຖານໂຄງລ່າງ, ການ ທ່ອງທ່ຽວ, ການຮ່ວມມືທາງດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ໃນນັ້ນ, ມີຫຼາຍໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 8, ໂຄງການເສັ້ນ ທາງລົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງ ການຊື້-ຂາຍໄຟຟ້າ ແລະ ອື່ນໆ.
ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບໃນປີ 2022 ກໍຄືວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບ ຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານຂອງພາກລັດຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ; ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ; ບົດບັນທຶກເພີ່ມເຕີມແຜນການຮ່ວມມື ປະຈໍາປີ 2020 ລະ ຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ບົດບັນ ທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດ ໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນໃຫ້ແກ່ພາກເອກະຊົນ 7 ເອກະສານ ອີກດ້ວຍ.
ໃນໂອກາດການຢ້ຽມ ຢາມ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ພົບປະກັບສະ ຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກ ງານນາຍົກລັດຖະມົນຕີການພົບປະໄດ້ດໍາເນີນໄປໃນບັນ ຍາກາດທີ່ອົບອຸ່ນ, ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງຖານສະຫາຍອ້າຍນ້ອງ. ພິເສດ ໃນການມາຢ້ຽມ ຢາມຄັ້ງນີ້, ສະຫາຍ ຫງວຽນ ຊວັນ ຟຸກ ກໍໄດ້ນໍາເອົາຂອງ ຂວັນມາມອບໃຫ້ແກ່ ສປປ ລາວ ກໍຄືໂຄງການຊ່ວຍເຫຼືອກໍ່ ສ້າງໂຮງຮຽນຝຶກອົບຮົມວິຊາຊີບຢູ່ເມືອງໜອງບົກ ແຂວງຄໍາມ່ວນ ເປັນມູນຄ່າເຖິງ 5 ລ້ານໂດລາ.
ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ທີ່ທໍານຽບປະທານປະເທດ ດ້ວຍບັນຍາກາດອັນສະໜິດສະໜົມອົບອຸ່ນຖານມິດສະຫາຍອ້າຍນ້ອງ.
ໃນໂອກາດຢ້ຽມຢາມຄັ້ງນີ້, ວັນທີ 10 ສິງຫາ 2021, ສະ ຫາຍ ຫງວຽນ ຊວັນ ຟຸກ ຍັງໄດ້ ພົບປະກັບສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ທີ່ສະພາແຫ່ງຊາດ. ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ຫວຽດນາມ ຊາບກ່ຽວກັບສະ ພາບການພັດທະນາເສດຖະກິດ-ສັງຄົມຂອງລາວ, ການເຄື່ອນໄຫວປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່, ໄດ້ຕີລາຄາການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າລະ ຫວ່າງສອງພັກ, ສອງລັດກໍຄື ສະພາແຫ່ງຊາດ ທັງສອງປະເທດ. ພ້ອມນັ້ນ, ສະຫາຍປະ ທານສະພາແຫ່ງຊາດກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອ, ສະໜັບສະ ໜູນຢ່າງໃຫຍ່ຫຼວງ, ລ້ຳຄ່າ, ທັນ ການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ.
ໃນຂະນະດຽວກັນ, ສະ ຫາຍ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບ ໃຈຕໍ່ການສະໜັບສະໜູນ, ຊ່ວຍ ເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃຫ້ແກ່ພັກ-ລັດ ແລະ ປະຊາຊົນຫວຽດນາມໃນເມື່ອກ່ອນກໍຄືປັດຈຸບັນ ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກຢ່າງມີປະສິດທິຜົນ, ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຫວຽດນາມ-ລາວ.
ພາຍຫຼັງສຳເລັດການພົບປະກັບສະຫາຍປະທານສະພາແຫ່ງຊາດ, ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມວິສາ ມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ການນຳຂັ້ນສູງຂອງລາວເຂົ້າຮ່ວມຢ່າງຫຼວງຫຼາຍ. ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ໄດ້ກ່າວຄໍາປາໄສທີ່ສໍາຄັນຕໍ່ກອງປະຊຸມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ແລະ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດຫຼັງ ໃໝ່ ພາຍຫຼັງທີ່ມີການກໍ່ສ້າງມາເປັນໄລຍະໜຶ່ງ; ປະດັບຫຼຽນໄຊແຮງງານ ຊັ້ນ I ແລະ ຊັ້ນ II ໃຫ້ແກ່ກົມກອງ ແລະ ບຸກຄົນ ຈໍານວນໜຶ່ງຂອງທັງສອງຝ່າຍ ຫວຽດນາມ-ລາວ. ສະຫາຍ ຫງວຽນ ຊວັນ ຟຸກ ແລະ ສະ ຫາຍ ທອງລຸນ ສີສຸລິດ ຍັງໄດ້ພ້ອມກັນເປີດແຖບຜ້າຫິນສີລາຈາ ລຶກທີ່ມີເນື້ອໃນ “ຫໍສະພາແຫ່ງຊາດຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດ ນາມ” ແລະ ຮ່ວມກັນປູກຕົ້ນ ໄມ້ທີ່ລະນຶກ ເພື່ອເປັນສິລິມົງຄຸນແກ່ສະພາແຫ່ງຊາດລາວ.
ນອກຈາກນັ້ນ, ສະຫາຍ ຫງວຽນ ຊວັນ ຟຸກ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ; ສະ ຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຄໍາໃບ ດຳລັດ ປະ ທານສະມາຄົມມິດຕະພາບ ລາວ-ຫວຽດນາມ. ຢ້ຽມຢາມບັນດາອະດີດການນໍາລາວຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ ແລະ ເຂົ້າຮ່ວມພິທີວາງພວງ ມາລາ ທີ່ອະນຸສາວະລີນັກຮົບນິລະນາມ.
ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງກັບຄືນປະເທດໃນຕອນແລງຂອງວັນທີ 10 ສິງຫາ 2021 ພາຍຫຼັງສໍາເລັດການຢ້ຽມຢາມເຮັດວຽກ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຜົນສຳເລັດຢ່າງຈົບງາມ.
(ຂ່າວ: ກະຊວງການຕ່າງປະ ເທດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ