ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2025-05-03 20:29:38
ໃນວັນທີ 9 ເມສາ ນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ, ທ່ານ ບົວຄົງ ນາມມະວົງ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກ, ຮອງລັດຖະມົນຕີ, ຄະນະພັກ, ຄະນະກົມ, ຄະນະພະແນກ ຂອງກະຊວງ ອຄ ແລະ ບັນດາສະຫາຍໃນຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຈາກ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ.
ທ່ານ ມະໄລທອງ ກົມມະສິດ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວອົງຄະນະພັກກະຊວງ ອຄ ລາຍງານໂດຍສັງເຂບ ສະພາບກົງຈັກການຈັດຕັ້ງຂອງກະຊວງໃນໄລຍະຜ່ານມາ ແລະ ຄວາມຄືບໜ້າການຄົ້ນຄວ້າປັບປຸງກົງຈັກ ຕາມມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ກໍຄື ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025.
ກະຊວງອຸດສາຫະກຳ ແລະ ການຄ້າ ເປັນກົງຈັກໜຶ່ງຂອງລັດຖະບານຊຸດທຳອິດ ທີ່ສ້າງຕັ້ງຂຶ້ນ ພາຍຫຼັງສະຖາປະນາ ສປປ ລາວ ໃນປີ 1975 ແລະ ໄດ້ຮັບການປັບປຸງມາເປັນແຕ່ລະໄລຍະ ອີງໃສ່ໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງການຂະຫຍາຍຕົວຂອງເສດຖະກິດ ແລະ ການພົວພັນກັບສາກົນ.
ປັດຈຸບັນ ກະຊວງ ອຄ ແມ່ນເຄື່ອນໄຫວຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ອຄ ສະບັບເລກທີ 275/ນຍ, ລົງວັນທີ 1 ກັນຍາ 2023 ຊຶ່ງມີພາລະບົດບາດຕົ້ນຕໍໃນການຄຸ້ມຄອງວຽກງານອຸດສາຫະກໍາ, ນິຄົມອຸດສາຫະກໍາ, ຫັດຖະກໍາ, ການຄຸ້ມຄອງເຄມີ, ວຽກງານການຄ້າພາຍໃນ ແລະ ການຄ້າຕ່າງປະເທດ, ການຄ້າຜ່ານເອເລັກໂຕຣນິກ, ການຄຸ້ມຄອງຕະຫຼາດ, ການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້, ການສົ່ງເສີມການແຂ່ງຂັນທາງທຸລະກິດ, ການຂຶ້ນທະບຽນວິສາຫະກິດ, ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ; ການອໍານວຍຄວາມສະດວກທາງດ້ານການຄ້າ, ວຽກງານຄົ້ນຄວ້າພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.
ໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ ປັດຈຸບັນມີ 1 ຫ້ອງການ, 11 ກົມ, 1 ສໍານັກງານ ແລະ 1 ສະຖາບັນ. ຢູ່ຂັ້ນທ້ອງຖິ່ນ ປະກອບມີ 18 ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ 148 ຫ້ອງການ ອຄ ເມືອງ, ນະຄອນ (ໝາຍວ່າກວມເອົາທຸກເມືອງທົ່ວປະເທດ) ແລະ ມີ 1 ຫ້ອງການອຸດສາຫະກຳ ແລະ ການຄ້າ ປະຈຳເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຖານະທຽບເທົ່າ ຫ້ອງການ ອຄ ເມືອງ.
ວິສາຫະກິດລັດລົງທຶນ ທີ່ຂຶ້ນກັບກະຊວງ ອຄ ມີ 9 ຫົວໜ່ວຍ, ລັດວິສາຫະກິດ ນ້ຳມັນເຊືຶ້ອໄຟລາວ; ລັດວິສາຫະກິດ ລ້ານຊ້າງພັດທະນາ ແລະ ບໍລິການຂາອອກ-ຂາເຂົ້າ; ລັດວິສາຫະກິດ ການຄ້າສາກົນ-ລາວບໍລິການ; ລັດວິສາຫະກິດ ສະໜອງວັດຖຸເຕັກນິກ; ລັດວິສາຫະກິດ ລາວຂາອອອກ-ຂາເຂົ້າ. ບໍລິສັດ ເບຍລາວ ຈຳກັດ; ບໍລິສັດ ຢາສູບລາວ ຈຳກັດ; ບໍລິສັດ ລາວ ວິຕ້າ ພັດທະນາ ຈໍາກັດ; ບໍລິສັດ ຄ້ຳປະກັນສິນເຊື່ອລາວ ຈຳກັດຜູ້ດຽວ; ທົ່ວຂະແໜງ ອຄ ມີລັດຖະກອນ ທັງໝົດ 3.105 ຄົນ (ຍິງ 985 ຄົນ). ໃນນີ້ ຢູ່ຂັ້ນກະຊວງ 625 ຄົນ (ຍິງ 250 ຄົນ); ຂັ້ນແຂວງ 1.080 ຄົນ (ຍິງ 344 ຄົນ) ແລະ ຂັ້ນເມືອງ 1.400 ຄົນ (ຍິງ 391 ຄົນ).
ທົ່ວອົງຄະນະພັກກະຊວງ ອຄ ປະກອບມີ: 19 ໜ່ວຍພັກຮາກຖານ, 1 ຄະນະພັກຮາກຖານ ທີ່ມີ 4 ໜ່ວຍພັກຂຶ້ນກັບ. ມີຄະນະບໍລິຫານງານພັກກະຊວງ ຈໍານວນ 17 ສະຫາຍ (ຍິງ 3 ສະຫາຍ), ຄະນະປະຈໍາພັກກະຊວງ 5 ສະຫາຍ (ຍິງ 1 ສະຫາຍ), ມີສະມາຊິກພັກທັງໝົດ ຈໍານວນ 798 ສະຫາຍ (ຍິງ 294 ສະຫາຍ). ໃນນີ້, ມີສະມາຊິກພັກສໍາຮອງ 41 ສະຫາຍ (ຍິງ 18 ສະຫາຍ).
ນັບແຕ່ສ້າງຕັ້ງໃນປີ 1975, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ການປັບປຸງ ເປັນແຕ່ລະໄລຍະ ອີງໃສ່ໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ຄວາມຄືບໜ້າໃນການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ເລກທີ 03/ຄບສພ ເພື່ອກະກຽມໃຫ້ແກ່ການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ ພາຍຫຼັງ ມີມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ຄະນະພັກ-ຄະນະນຳກະຊວງ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກຂອງກະຊວງ ແລະ ໄດ້ຊີ້ນຳກະກຽມຮອບດ້ານ ພ້ອມນີ້, ກໍໄດ້ຈັດປະຊຸມປຶກສາຫາລື ລະຫວ່າງ ຄະນະປະຈຳພັກ ແລະ ລະຫວ່າງຄະນະນຳ-ຫົວໜ້າກົມ ຫຼາຍຄັ້ງ ເພື່ອພິຈາລະນາ ປັບປຸງກົງຈັກຕາມທິດຊີ້ນຳຂອງຂັ້ນເທິງ ໄດ້ເປັນເອກະພາບວ່າ ໃນການດຳເນີນການປັບປຸງກົງຈັກ ຕ້ອງເປັນຂະບວນການການຮ່ວມມືສົມທົບແໜ້ນລະຫວ່າງຄະນະຮັບຜິດຊອບຂອງ 2 ກະຊວງ ເພື່ອຄົ້ນຄວ້າອອກແບບອົງກອນກົງຈັກ ທີ່ເໝາະສົມທີ່ສຸດ ສາມາດຕອບສະໜອງໄດ້ການຈັດຕັ້ງປະຕິບັດໜ້າທີ່ທີ່ຖືກມອບໝາຍໃຫ້, ຫຼີກເວັ້ນການຄົ້ນຄວ້າແບບເອກະລາດໃຜລາວ ແລະ ຕ້ອງວິເຄາະໄຈ້ ສັບຊ້ອນວຽກທີ່ຄ້າຍກັນ ເຂົ້າກັນຢ່າງເໝາະສົມ.
ໃນພິທີ ທ່ານ ຄຳພັນ ພົມມະທັດ ໄດ້ມີຄໍາເຫັນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ຍາດໄດ້ຜົນສຳເລັດໃນໄລຍະທີ່ຜ່ານມາ ແລະ ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກ, ຄະນະນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີເອົາໃຈໃສ່ ໂດຍໃຫ້ຖືສໍາຄັນນໍາພາວຽກງານການເມືອງ - ແນວຄິດ ຕໍ່ສະມາຊິກພັກ, ພະນັກງານ ພ້ອມທັງຮັບຜິດຊອບໂດຍກົງ ໃນການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ ແລະ ການສັບຊ້ອນຈັດວາງບຸກຄະລາກອນ ໃນຄັ້ງນີ້ໄປຕາມລະບົບ ແລະ ມີຜົນສໍາເລັດຕາມໄລຍະເວລາ, ຮັບປະກັນໄດ້ຄວາມສາມັກຄີ ແລະ ຄວາມສະຫງົບ ແລະ ໃຫ້ບັນດາສະມາຊິກພັກ, ພະນັກງານທຸກສະຫາຍ ຈົ່ງມີຄວາມອຸ່ນອ່ຽນ, ອົດທົນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດວຽກງານຕາມຄວາມຮັບຜິດຊອບໃຫ້ຫຼ້ອນໜ້າທີ່ການເມືອງຂອງຕົນ.
ແຫຼ່ງຂ່າວ: ໜັງສືພິມເສດຖະກິດການຄ້າ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ