ກອງປະຊຸມເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງອົງການ OECD
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2025-05-03 20:08:35
ໃນວັນທີ 2 ພຶດສະພາ 2025 ຜ່ານມາ ທີ່ ບາງກອກ ປະເທດໄທ; ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ (ຕປທ) ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (OECD Southeast Asia Regional Programme 2025),ໂດຍການເປັນເຈົ້າພາບຂອງໄທ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຈັດຫາໂອກາດ ໃນການຮັບຟັງ ກ່ຽວກັບ ຄວາມຄືບໜ້າການສະໝັກເຂົ້າເປັນສະມາຊິກຂອງອົງການ OECD ຂອງ ໄທ ແລະ ອິນໂດເນເຊຍ ຊຶ່ງເປັນສອງປະເທດທີ່ມີເສດຖະກິດຂະໜາດໃຫຍ່ໃນພາກພື້ນອາຊຽນ, ພ້ອມທັງເປີດໂອກາດໃຫ້ແກ່ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮູ້ກ່ຽວກັບການຍາດແຍ່ງຜົນປະໂຫຍດຈາກການຮ່ວມມືກັບອົງການ OECD ກໍຄືການພົບປະເຮັດວຽກ ກັບບັນດານັກຊ່ຽວຊານ ແລະ ຜູ້ກໍານົດນະໂຍບາຍ ແລະ ຍຸດທະສາດຂອງອົງການດັ່ງກ່າວ. ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບ ບົດບາດຂອງອົງການ OECD ໃນການຊ່ວຍເຫຼືອ ແລະ ສະໜັບສະໜູນບັນດາປະເທດໃນພາກພື້ນ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບຈາກຕ່າງປະເທດ. ກອງປະຊຸມຄັ້ງນີ້ ໃຫ້ກຽດກ່າວເປີດໂດຍທ່ານລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານເລຂາທິການໃຫຍ່ຂອງອົງການOECD ລວມທັງປະເທດປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້(ຫວຽດນາມ ແລະ ອົສຕຣາລີ) ແລະ ຍີ່ປຸ່ນ ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 250ທ່ານ ມາຈາກສະມາຊິກຂອງອົງການOECDແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຄື: ໄທ, ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ສິງກະໂປ, ກຳປູເຈຍ, ບູໄນ ແລະ ຟີລິບປິນ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະກອບຄຳເຫັນໃນພາກ Closing Plenary: a partner for prosperityຊຶ່ງໄດ້ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ການປະກອບສ່ວນຂອງອົງການ OECD ໃນການຮ່ວມມື ແລະ ພັດທະນາພາກພື້ນອາຊຽນ ໂດຍຜ່ານຂໍ້ລິເລີ່ມແຜນຍຸດທະສາດ ສຳລັບ ພາກພື້ນອິນໂດ-ປາຊີຟິກ ເວົ້າສະເພາະກໍແມ່ນໂຄງການອາຊີຕາເວັນອອກສ່ຽງໃຕ້ (Southeast Asia Regional Programme) ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2014. ພ້ອມດຽວກັນ, ຍັງໄດ້ຍົກໃຫ້ແຜນບຸລິມະສິດຂອງ ລັດຖະບານ ສປປ ລາວ ກໍຄື ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຮ່ວມມືກັບພາຍນອກ, ການຄ້າ, ການລົງທຶນ ລວມທັງການພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ: ກະສິກຳ, ພະລັງງານສະອາດ, ບໍ່ແຮ່ ແລະ ອື່ນໆ. ນອກຈາກນີ້, ທ່ານ ລັດຖະມົນຕີ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງໄດ້ພົບກັບ ທ່ານ ມາດໄທສ ຄໍແມນ(Mathias Cormann)ເລຂາທິການໃຫຍ່ຂອງອົງການ OECD ເພື່ອປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OECD ໂດຍຜ່ານໂຄງການອາຊີຕາເວັນອອກສ່ຽງໃຕ້ ໃນຕໍ່ໜ້າ.
ໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງອົງການ OECDສ້າງຕັ້ງຂຶ້ນໃນປີ 2014 ໂດຍແນວຄິດລິເລີ່ມຂອງທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ ແລະ ອົງການ OECD ໃນການເຊື່ອມໂຍງອາຊຽນ ແລະ OECDເຂົ້າຫາກັນ ທັງນີ້ກໍເພື່ອສະໜັບສະໜູນ ບັນດາປະເທດອາຊຽນ ໃນການກຳນົດ ແລະ ປະຕິຮູບນະໂຍບາຍເສດຖະກິດຂອງບັນດາປະເທດໃຫ້ມີປະສິດທິພາບ ແລະ ນຳຜົນປະໂຫຍດມາສູ່ພາກພື້ນ.
(ຂ່າວ-ພາບ: ກຕທ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ