ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2025-05-03 10:38:21
ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 28 ເມສາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ,ພາຍໃຕ້ການເປັນປະທານກ່າວເປີດ ກອງປະຊຸມຂອງ ສະຫາຍ ຂຸນສຸວັນ ສຸທຳມະວົງ ເລຂາໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ຊຶ່ງມີຮອງເລຂາ ຄະນະພັກ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຂຸນສຸວັນ ສຸທຳມະວົງ ກ່າວລາຍງານການເມືອງຕໍ່ກອງປະຊຸມວ່າ: ໜ່ວຍພັກກົມຈັດຕັ້ງ - ພະນັກງານ ແມ່ນໜຶ່ງໃນຈໍານວນ 14 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສານປະຊາຊົນສູງສຸດ ມີບົດບາດເປັນເສນາທິການໃຫ້ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໃນການຄົ້ນຄວ້າວຽກງານປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.
ດ້ານວຽກງານວິຊາສະເພາະ 5 ປີ ຜ່ານມາ ແມ່ນໄດ້ປະເມີນສຳເລັດຕາມຄາດໝາຍ ເປັນເສນາທິການໃຫ້ແກ່ອົງຄະນະພັກ ຈັດກອງປະຊຸມຄົບຄະນະບໍລິຫານງານພັກ 15 ຄັ້ງ, ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ 4 ຄັ້ງ; ເປັນເສນາທິການໃຫ້ຄະນະພັກ ໃນວຽກງານຂະຫຍາຍສະມາຊິກພັກ ຊຶ່ງສະແດງອອກໃນການເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ 54 ສະຫາຍ ຍິງ 27 ສະຫາຍ; ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມະຊິກພັກສໍາຮອງໄດ້ 51 ສະຫາຍ ຍິງ 21 ສະຫາຍ.
ປັດຈຸບັນທົ່ວອົງຄະນະພັກ ສານປະຊາຊົນສູງສຸດ ມີ 14 ໜ່ວຍພັກ, ມີສະມາຊິກພັກທັງໝົດ 216 ສະຫາຍ ຍິງ 83 ສະຫາຍ. ໃນນີ້ມີສະມາຊິກພັກສໍາຮອງ 9 ສະຫາຍ ຍິງ 6 ສະຫາຍ, ສະມາຊິກພັກອາວຸໂສບໍານານ 15 ສະຫາຍ ຍິງ 2 ສະຫາຍ.
ວຽກງານປັບປຸງກົງຈັກການຈັດຕັ້ງ ໄດ້ຄົ້ນຄວ້າ ແລະ ນໍາສະເໜີຫາສະພາແຫ່ງຊາດ ໃນການສ້າງຕັ້ງຄະນະສານປົກຄອງຢູ່ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ສໍາເລັດ; ໄດ້ປະສານສົມທົບກັບຄະນະພັກ-ຄະນະນໍາອົງການປົກຄອງທ້ອງຖິ່ນ, ສະພາສານປະຊາຊົນແຂວງ ທີ່ກ່ຽວຂ້ອງໃນການສ້າງຕັ້ງສານປະຊາຊົນເຂດ ຈໍານວນ 4 ເຂດ ຄື: ສານປະຊາຊົນເຂດ 4 ແຂວງສະຫວັນນະເຂດ; ສານປະຊາຊົນເຂດ 4 ແຂວງຫຼວງພະບາງ, ສານປະຊາຊົນເຂດ 2 ແຂວງເຊກອງ, ສານປະຊາຊົນເຂດ 3 ແຂວງສາລະວັນ ແລະ ໄດ້ປ່ຽນຊື່ສານປະຊາຊົນເຂດ 2 ແຂວງຜົ້ງສາລີ ມາເປັນ ສານປະຊາຊົນເຂດ 1 ແຂວງຜົ້ງສາລີ ໄດ້ສໍາເລັດ ຊຶ່ງປັດຈຸບັນການຈັດຕັ້ງຂອງສານປະຊາຊົນປະກອບມີ ສານປະຊາຊົນສູງສຸດ 1 ແຫ່ງ; ສານປະຊາຊົນພາກ 3 ແຫ່ງ; ສານປະຊາຊົນແຂວງ-ນະຄອນ 18 ແຫ່ງ ແລະ ສານປະຊາຊົນເຂດ 47 ແຫ່ງ; ສານທະຫານຂັ້ນສູງ 1 ແຫ່ງ ແລະ ສານທະຫານພາກ 3 ແຫ່ງ ແລະ ໃນປັດຈຸບັນກໍາລັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງຕັ້ງສານປະຊາຊົນເຂດ 2 ແຂວງອັດຕະປື; ໄດ້ຫັນເອົາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນເຂດໃນນະຄອນຫຼວງວຽງຈັນ ລົງກໍ່ສ້າງຮາກຖານຢູ່ສານປະຊາຊົນຂອບເຂດທົ່ວປະເທດໄດ້ ຈຳນວນ 34 ທ່ານ ຍິງ 4 ທ່ານ; ສໍາເລັດການແຕ່ງຕັ້ງ ຫົວໜ້າກົມ, ຫົວໜ້າຄະນະສານ ຂອງສານປະຊາຊົນສູງສຸດ 13 ທ່ານ, ຮອງຫົວໜ້າກົມ 13 ທ່ານ ຍິງ 5 ທ່ານ; ຮອງຫົວໜ້າຄະນະສານ 12 ທ່ານ ຍິງ 3 ທ່ານ; ແຕ່ງຕັ້ງຫົວໜ້າພະແນກ 26 ທ່ານ ຍິງ 12 ທ່ານ; ຮອງຫົວໜ້າພະແນກ 50 ທ່ານ ຍິງ 17 ທ່ານ; ສໍາເລັດການແຕ່ງຕັ້ງ ປະທານ ສານປະຊາຊົນທ້ອງຖິ່ນ 43 ທ່ານ ຍິງ 6 ທ່ານ; ແຕ່ງຕັ້ງ ຮອງປະທານ ສານປະຊາຊົນທ້ອງຖິ່ນ 72 ທ່ານ ຍິງ 7 ທ່ານ; ແຕ່ງຕັ້ງ ຜູ້ຮັກສາການປະທານສານປະຊາຊົນທ້ອງຖິ່ນ 29 ທ່ານ ຍິງ 4 ທ່ານ; ຫົວໜ້າຄະນະສານ 109 ທ່ານ; ແຕ່ງຕັ້ງ ຜູ້ພິພາກສາຊັ້ນໜຶ່ງ 209 ທ່ານ ຍິງ 77 ທ່ານ; ຕໍາແໜ່ງບໍລິຫານ 85 ທ່ານ ຍິງ 42 ທ່ານ; ແຕ່ງຕັ້ງຜູ້ຊ່ວຍຜູ້ພິພາກສາ 230 ທ່ານ ຍິງ 62 ທ່ານ; ຈ່າສານ 74 ທ່ານ, ສໍາເລັດການເລື່ອນຊັ້ນຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນ ຊັ້ນສອງ ຈໍານວນ 130 ທ່ານ; ເລື່ອນຊັ້ນຜູ້ພິພາກສາ ຊັ້ນສອງ ຂຶ້ນເປັນ ຊັ້ນສາມ 51 ທ່ານ; ຊັ້ນສາມ ຂຶ້ນເປັນ ຊັ້ນສີ່ 63 ທ່ານ; ສໍາເລັດການສັບປ່ຽນບ່ອນປະຈໍາການຂອງພະນັກງານ 293 ທ່ານ ຍິງ 82 ທ່ານ; ຍົກຍ້າຍພະນັກງານໄປພາກສ່ວນອື່ນ 20 ທ່ານ ຍິງ 7 ທ່ານ; ຮັບເອົາພະນັກງານມາຈາກພາກສ່ວນອື່ນ 37 ທ່ານ ຍິງ 10 ທ່ານ. ພ້ອມນັ້ນໄດ້ສອບເສັງຜູ້ພິພາກສາ ຊັ້ນ IV ຈໍານວນ 2 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 133 ທ່ານ ຍິງ 29 ທ່ານ; ສອບເສັງ ຜູ້ພິພາກສາຊັ້ນ I ຈຳນວນ 2 ຊຸດ ມີຜູ້ເຂົ້າຮ່ວມ ຈຳນວນ 540 ທ່ານ ຍິງ 170 ທ່ານ.
ພ້ອມນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໃຊ້ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ເລຂາ, ຮອງເລຂາ, ປະທານກວດກາ ແລະ ຄະນະ. ກອງປະຊຸມຄັ້ງປະຖົມມລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຂຸນສຸວັນ ສຸທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ສາກົນ ໄຊຍະລາດ ຮອງເລຂາໜ່ວຍພັກ ແລະ ເປັນປະທານກວດກາ ແລະ ສະຫາຍ ນາງ ວິໄລວັນ ຈັນທະມາລີ ເປັນຄະນະ.
ໃນໂອກາດດັ່ກ່າວ, ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກອ່ນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ ຍາດມາໄດ້ໃນຊຸມປີຜ່ານມາ ແລະ ເພື່ອເປັນທິດເຍືອງທາງ ແລະ ເປັນບ່ອນອີງເພີ່ມເຕີມ ໃຫ້ແກ່ການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຂອງຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານ ຊຸດໃໝ່ ສະໄໝທີ VI, ຈົ່ງພ້ອມກັນເອົາໃຈໃສ່ຕື່ມບາງບັນຫາ ດັ່ງນີ້: 1. ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ ໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ກຳແໜ້ນ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ຢ່າງເລິກເຊິ່ງ, ຕ້ອງໄດ້ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພະພັກ, ຄະນະນໍາ ຕິດຕາມສະພາບແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອແກ້ໄຂຖືກຕ້ອງ ແລະ ທັນການ, ເປັນການຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ໃຫ້ຂົງເຂດບຸກຄະລາກອນຂອງຕົນໃຫ້ເລິງເຊິ່ງ, ມີສະຕິໃນການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວມ້າງເພດ້ານແນວຄິດຈິດຕະສາດ ຂອງອິດທິກຳລັງປໍລະປັກ ເພື່ອເຮັດໃຫ້ການຈັດຕັ້ງພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; 2. ສືບຕໍ່ຜັນຂະຫຍາຍຄໍາແນະນໍາ ແລະ ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ; 3. ສືບຕໍ່ນໍາພາ - ຊີ້ນຳອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງໜ່ວຍພັກໃຫ້ມີຄວາມໜັກແໜ້ນ ແລະ ຄົບຖ້ວນດ້ານການຈັດຕັ້ງ ຮອງຮັບໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ຕິດພັນກັບການສ້າງຂະບວນການ, ແຂ່ງຂັນປະຕິບັດວຽກງານຕ່າງໆຕາມພາລະບົບດບາດໃນການປຸກລະດົມມະຫາຊົນເຂົ້າຮ່ວມສ້າງພັກໃຫ້ເຂັ້ມແຂງໜັກແໜ້ນ; 4. ສືບຕໍ່ເຮັດໜ້າທີ່ເປັນເສນາທິການຫຼັກໃຫ້ຄະນະພັກຂັ້ນເທິງ, ຕັ້ງໜ້າຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍປະຕິບັດຕາມທິດທີ່ວ່າ: ປະກົດການຫຍໍ້ທໍ້ເກີດຂຶ້ນຢູ່ບ່ອນໃດຕ້ອງໄດ້ຮັບການແກ້ໄຂຈາກຄະນະພັກຂັ້ນນັ້ນ; 5. ໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະ ເສນາທິການໃຫ້ແກ່ຄະນະປະຈໍາພັກໃນວຽກງານກໍ່ສ້າງພັກ-ພະນັກງານ, ການບໍາລຸງກໍ່ສ້າງພະນັກງານມີການສັບປ່ຽນໝູນພະນັກງານ ໝູນໃຊ້ໃຫ້ຮັບປະກັນສ້າງພະນັກງານສືບທອດປ່ຽນແທນໃຫ້ເປັນລະບົບຄົບຊຸດ ແລະ ມີລັກສະນະຍຸດທະສາດ ເປັນຕົ້ນການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ 5 ປີຕໍ່ໜ້າ (2026-2030) ແລະ 6. ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດວຽກວິຊາສະເພາະ ຕາມພາລະບົດບາດຂອງກົມຈັດຕັ້ງ - ພະນັກງານ, ສ້າງແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳເຄື່ອນໄຫວວຽກລະອຽດໃນໄລຍະ 5 ປີຕໍ່ໜ້າ ໂດຍຢຶດໝັ້ນຕາມ 5 ຫຼັກການສາມທິດນໍາຂອງພັກຢ່າງເຂັ້ມງວດ.
(ແຫຼ່ງ: ປະຊາຊົນ, ຂ່າວ: ຕຸໄລເພັດ ຂໍ້ມູນ ສປສສ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ