ຄະນະພັກກອງບັນຊາການ ປກສ ແຂວງສະຫວັນນະເຂດດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2025-05-03 17:31:11
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຮາກຖານກອງບັນຊາການ ປກສ ແຂວງສະຫວັນນະເຂດຄັ້ງທີ IV ໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າວັນທີ 30 ເມສານີ້ ທີ່ສະໂມສອນຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ພົຈ ສົມໝາຍ ພົມມະຈັນ ກຳມະການປະຈຳພັກແຂວງ ເລຂາຄະນະພັກຮາກຖານກອງບັນຊາການ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ປກສ, ມີແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນທົ່ວຮາກຖານພັກກອງບັນຊາການ ປກສ ແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານການເມືອງຈາກສະຫາຍ ພັອ ສັງທອງ ສີປະເສິດ ຮອງເລຂາຄະນະພັກຮາກຖານກອງບັນຊາການ ປກສ ແຂວງ ໂດຍໄດ້ຍົກໃຫ້ເຫັນໃນ 5 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາຂອງກະຊວງປ້ອງກັນຄວາມສະຫງົບ ແລະ ອົງຄະນະພັກແຂວງ, ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານເປັນຕົ້ນ: ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ; ການປະຕິບັດຕາມມະຕິເລກທີ 03/ກມສພ, ດໍາລັດ 384/ລບ ແລະ ຄໍາສັ່ງ 1526/ປກສ, ຫັນເອົາກຳລັງລົງກໍ່ສ້າງຮາກຖານໃນ 14 ຕົວເມືອງ ແລະ 1 ນະຄອນ ສາມາດຍາດໄດ້ຜົນສຳເລັດ. ກອງບັນຊາການ ປກສ ແຂວງໄດ້ສຸມໃສ່ບັນດາເມືອງຍຸດທະສາດທີ່ມີຊາຍແດນຕິດຈອດກັບຕ່າງປະເທດເປັນຕົ້ນ: ເມືອງນອງ, ເຊໂປນ, ໄຊພູທອງ, ສອງຄອນ, ໄຊບູລີ ແລະ ນະຄອນໄກສອນພົມວິຫານ ສຸມໃສ່ໃນການກໍ່ສ້າງບ້ານປອດຢາເສບຕິດ, ບ້ານປ້ອງກັນຄວາມສະຫງົບດີ, ໄດ້ນໍາພາ-ຊີ້ນຳປັບປຸງການຈັດຕັ້ງກຳລັງ ປກສ ບ້ານ ແລະ ໄດ້ເປີດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ປກສ ກຸ່ມ-ປກສ ບ້ານ ຢູ່ 3 ເມືອງຄື: ເມືອງໄຊບູລີ, ໄຊພູທອງ ແລະ ເມືອງອາດສະພອນ. ນອກຈາກນັ້ນ, ຍັງໄດ້ເກັບກຳພົນລະເມືອງຂອງແຂວງສະຫວັນນະເຂດ, ສາມາດອອກບັດປະຈຳຕົວໄດ້ທັງໝົດ 112,515 ຄົນ, ຊຶ່ງປັດຈຸບັນພວກເຮົາກຳລັງປັບປຸງ ແລະ ຫັນເປັນບັດປະຈຳຕົວທັນສະໄໝໄດ້ 15,282 ຄົນ. ສ່ວນວຽກງານວິຊາສະເພາະຕໍາຫຼວດໄດ້ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີຜົນສໍາເລັດໃນຫຼາຍຢ່າງເຊັ່ນ: ວຽກງານສືບຂ່າວກໍາສະພາບການໄດ້ດໍາເນີນການສືບຄົ້ນຫາ, ກໍານົດໄດ້ເປົ້າໝາຍຄຸ້ມຄອງ, ຕິດຕາມປະເພດຕ່າງໆໃນທົ່ວແຂວງ, ໄດ້ແກ້ໄຂຄໍາຮ້ອງຟ້ອງທາງດ້ານເສດຖະກິດ, ວຽກງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ດໍາເນີນຄະດີຢາເສບຕິດຢ່າງມີຜົນສຳເລັດ. ປັດຈຸບັນ, ທົ່ວຮາກຖານພັກກອງບັນຊາການ ປກສ ແຂວງມີສະມາຊິກພັກທັງໝົດ 1,260 ສະຫາຍ ຍິງ 282 ສະຫາຍ.
ໃນກອງປະຊຸມ, ບັນດາສະຫາຍຜູ້ແທນສົມບູນຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານກອງບັນຊາການ ປກສ ແຂວງສະຫວັນນະເຂດຊຸດໃໝ່ ແລະ ຄັດເລືອກເອົາຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ