ກອງປະຊຸມໃຫຍ່ຄັ້ງທີ VI ໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2025-05-03 17:01:14
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຄະນະສານແພ່ງ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດຂຶ້ນໃນວັນທີ 29 ເມສາ ຜ່ານມາ ທີ່ ສປສສ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວຽງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ພາຍໃຕ້ການເປັນປະທານກ່າວເປີດ ກອງປະຊຸມຂອງ ສະຫາຍ ແສງສຸວັນ ຈັນທະລຸນນະວົງ ເລຂາໜ່ວຍພັກ ຄະນະສານແພ່ງ ສານປະຊາຊົນສູງສຸດ ຊຶ່ງມີຮອງເລຂາ ຄະນະພັກ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ແສງສຸວັນ ຈັນທະລຸນນະວົງ ໄດ້ກ່າວບົດລາຍງານການເມືອງ ການເຄື່ອນໄຫວວຽກງານ ໃນໄລຍະ 5 (2020-2025) ປີຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ ວ່າ: ໜ່ວຍພັກຄະນະສານແພ່ງ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ ມີພາລະບົດບາດ, ເປັນເສນາທິການໃຫ້ແກ່ ຄະນະບໍລິຫານງານພັກສານປະຊາຊົນສູງສຸດ ໃນການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແຈ້ງການຂອງຄະນະພັກຂັ້ນເທິງ, ນຳພາ-ຊີ້ນຳຄະນະສານແພ່ງໃນການດຳເນີນຄະດີແພ່ງເປັນຂັ້ນລົບລ້າງ, ຂັ້ນຮື້ຟື້ນ ແລະ ນໍາພາ-ຊີ້ນໍາຄະນະສານແພ່ງໃນການຊຸກຍູ້, ຕິດຕາມການດຳເນີນຄະດີແພ່ງ ຂອງສານປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໜ່ວຍພັກຄະນະສານແພ່ງ ມີສະມາຊິກພັກທັງໝົດ 13 ສະຫາຍ ຍິງ 4 ສະຫາຍ, ໜ່ວຍພັກຄະນະສານແພ່ງ ໄດ້ເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກຄະນະສານແພ່ງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ໂດຍໄດ້ຖືເອົາວຽກງານດັ່ງກ່າວສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ນໍາພາສະມາຊິກພັກ-ພະນັກງານ ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ຄໍາສັ່ງ, ຄໍາແນະນໍາ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກຕົນ.
ດ້ານວຽກງານວິຊາສະເພາະໃນໄລຍະ 5 ປີຜ່ານມາ ໜ່ວຍພັກຄະນະສານແພ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການປັບປຸງແບບແຜນວິທີເຮັດວຽກ ເວົ້າສະເພາະ ແມ່ນແບບແຜນໃນການດໍາເນີນຄະດີ ດ້ວຍຫຼາຍຮູບແບບ, ຫຼາຍວິທີ ຢ່າງຕໍ່ເນື່ອງລຽນຕິດ ໂດຍແຕ່ລະເດືອນແມ່ນໄດ້ມີການຕິດຕາມ, ຊຸກຍູ້, ກວດກາ, ສະຫຼຸບ, ຕີລາຄາ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເຮັດໃຫ້ການດໍາເນີນຄະດີຮັບປະກັນໄດ້ຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຄວາມເປັນຈິງ, ແນໃສ່ຮັບປະກັນການແກ້ໄຂຄະດີໃຫ້ໄດ້ 75% ຂຶ້ນໄປ ຊຶ່ງສະແດງອອກໃນ 5 ປີ (2020-2024) ຜ່ານມາ ມີຄະດີແພ່ງ ທັງໝົດ 512 ເລື່ອງ (ໃນນີ້ມີຄະດີແພ່ງຂັ້ນລົບລ້າງ 368 ເລື່ອງ, ຄະດີສະເໜີຮື້ຟື້ນ 111 ເລື່ອງ, ຄໍາສັ່ງ 28 ເລື່ອງ ແລະ ຄໍາຊີ້ຂາດ 5 ເລື່ອງ), ແກ້ໄຂໄດ້ 462 ເລື່ອງ (ໃນນີ້ຄະດີແພ່ງຂັ້ນລົບລ້າງ 326 ເລື່ອງ, ຄະດີສະເໜີຮື້ຟື້ນ 104 ເລື່ອງ, ຄໍາສັ່ງ 27 ເລື່ອງ ແລະ ຄໍາຊີ້ຂາດ 5 ເລື່ອງ), ຍັງພວມຄົ້ນຄວ້າ ຈໍານວນ 50 ເລື່ອງ ຖ້າທຽບໃສ່ຄະດີທັງໝົດສາມາດແກ້ໄຂໄດ້ 90.2%. ຄຽງຄູ່ກັບການແກ້ໄຂຄະດີ ໜ່ວຍພັກຄະນະສານແພ່ງ ຍັງໄດ້ເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ການດໍາເນີນຄະດີແພ່ງຂອງສານປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ ຊຶ່ງໃນໄລຍະ 5 ປີ ຜ່ານມາ ໄດ້ລົງຕິດຕາມ, ຊຸກຍູ້ການດໍາເນີນຄະດີແພ່ງ ຂອງສານປະຊາຊົນທ້ອງຖິ່ນ ທັງໝົດ ຈໍານວນ 19 ຄັ້ງ ຄື: ສານປະຊາຊົນ ພາກກາງ 2 ຄັ້ງ, ສານປະຊາຊົນ ນະຄອນຫຼວງວຽງຈັນ 10 ຄັ້ງ, ສານປະຊາຊົນ ເຂດ 1,2,3,4 ນະຄອນຫຼວງວຽຈັນ 5 ຄັ້ງ, ສານປະຊາຊົນ ແຂວງວຽງຈັນ 1 ຄັ້ງ ແລະ ສານປະຊາຊົນ ເຂດ 1 ແຂວງວຽງຈັນ 1 ຄັ້ງ; ເອົາໃຈໃສ່ໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ຕິດພັນກັບການດໍາເນີນຄະດີແພ່ງ ຂອງສານປະຊາຊົນ ທ້ອງຖິ່ນ ໄດ້ທັງໝົດ ຈໍານວນ 20 ສະບັບ; ໜ່ວຍພັກໄດ້ຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວໜ້າ ເພື່ອເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໄດ້ຈໍານວນ 5 ສະຫາຍ ແລະ ປັດຈຸບັນກໍາລັງຕິດຕາມ, ກໍ່ສ້າງມະຫາຊົນກ້າວໜ້າ ຈໍານວນ 2 ສະຫາຍ. ພ້ອມນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ເລຂາ ປະທານກວດກາ ແລະ ຄະນະ. ກອງປະຊຸມຄັ້ງປະຖົມມລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຂຸນສຸວັນ ສຸທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ສາກົນ ໄຊຍະລາດ ຮອງເລຂາໜ່ວຍພັກ ແລະ ເປັນປະທານກວດກາ ແລະ ສະຫາຍ ນາງ ວິໄລວັນ ຈັນທະມາລີ ເປັນຄະນະ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍພັກ, ສໍາລັບທິດທາງ, ແຜນການນໍາພາ-ຊີ້ນຳ ຂອງຄະນະໜ່ວຍພັກ ໃນຊຸມປີຕໍ່ໜ້ານັ້ນ, ເພື່ອຍົກສູງບົດບາດ ແລະ ຄວາມສາມາດຂອງຕົນ ເຂົ້າໃນການແກ້ໄຂບັນຫາຕາມຂະບວນການຍຸຕິທຳ, ສ້າງພື້ນຖານຄວາມອາດສາມາດຕ່າງໆ ໃນການປັບປຸງຍົກສູງ ຄຸນນະພາບ ວຽກງານການພິຈາລະນາຕັດສິນຄະດີ ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ. ຂ້າພະເຈົ້າຂໍມີບາງຄໍາເຫັນເນັ້ນໜັກເພີ່ມຕື່ມ ໃຫ້ໜ່ວຍພັກຄະນະສານແພ່ງ ສືບຕໍ່ເອົາໃຈໃສ່ບາງບັນຫາດັ່ງນີ້: ໜຶ່ງ ຄະນະໜ່ວຍພັກ ຄະນະສານແພ່ງ ສານປະຊາຊົນສູງສຸດຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມດຸໝັ່ນ, ມີຄວາມຊື່ສັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມບໍລິສຸດ, ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະວິຊາການ ແລະ ມີຄວາມຊໍານານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ; ສອງ. ເຊີດຊູບົດບາດການນໍາພາຂອງພັກ ສ້າງໃຫ້ໜ່ວຍພັກຄະນະສານແພ່ງ ເປັນອົງການຫຼັກແຫຼ່ງໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທໍາ, ກໍາຈັດ ແລະ ສະກັດກັ້ນການລະເມີດກົດໝາຍ ເພື່ອປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່; ຮັບປະກັນຄວາມຍຸຕິທໍາ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ສາມ. ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຕຸລາການ ເຮັດໜ້າທີ່ພິພາກສາ ແລະ ຕັດສິນຄະດີ ຕາມພາລະບົດບາດ, ໂດຍສະເພາະແມ່ນ (1) ການຄົ້ນຄວ້າພິຈາລະນາຄະດີຄະດີແພ່ງ ຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນ, ໂດຍມີການກວດກາ, ເກັບກໍາຂໍ້ມູນຫຼັກຖານຂອງຂໍ້ຂັດແຍ່ງ ກໍຄືຄູ່ຄວາມໃຫ້ລະອຽດຈະແຈ້ງ, ມີການຄົ້ນຄວ້າວິເຄາະວິໃຈໃຫ້ເລິກເຊິ່ງຮອບຄອບ, ພາວະວິໄສ, ສອດຄ່ອງກັບກົດໝາຍ, ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ຄະນະສານແພ່ງ, (2) ສ້າງແຜນໃນການຄົ້ນຄວ້າຄະດີແພ່ງ ພ້ອມທັງຕິດຕາມຊຸກຍູ້ການດໍາເນີນຄະດີແພ່ງຢູ່ທ້ອງຖິ່ນ ຢູ່ສານປະຊາຊົນ 3 ຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ, (3) ໂຄສະນາເຜີຍແຜ່ກົດໝາຍແພ່ງ ໃຫ້ສັງຄົມ ແລະ ພາກສ່ວນຕ່າງໆ ມີຄວາມເຂົ້າໃຈ, ຮັບຮູ້ເຖິງສິດ ແລະ ພັນທະໃນສາຍພົວພັນທາງແພ່ງ, (4) ສ້າງນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ເພື່ອເປັນບ່ອນອີງໃຫ້ການດໍາເນີນຄະດີແພ່ງ ມີຄວາມຖືກຕ້ອງ ແລະ ເປັນເອກະພາບ; (4). ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີເຊັ່ນ: ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ ຢູ່ຄະນະສານແພ່ງ ຢ່າງເຂັ້ມງວດ; (5). ເອົາໃຈໃສ່ນໍາພາ-ຊີ້ນຳ ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ, ນໍາພາ ຕາມຫຼັກການລວມສູນປະຊາທິປະໄຕ, ມີການແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ, ຍົກສູງບົດບາດການນຳພາຂອງພັກ ເພື່ອເຮັດໃຫ້ພະນັກງານສະມາຊິກພັກພາຍໃຕ້ການນໍາພາ-ຊີ້ນຳຂອງຕົນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງໜ່ວຍພັກ, ຖືເອົາ 5 ຫຼັກການຂອງພັກ ແລະ 3 ທິດນໍາ ໃນການປະຕິບັດໜ້າທີ່ຂອງຕົນ; (6). ນຳພາ-ຊີ້ນຳ ການເພີ່ມທະວີກົນໄກການປະສານສົບທົບໃນການແກ້ໄຂຄະດີ, ການເກັບກໍາຂໍ້ມູນຫຼັກຖານຂໍ້ເທັດຈິງ ມາຄົ້ນຄວ້າພິຈາລະນາ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອປຶກສາຫາລື ແລະ ສ້າງຄວາມເປັນເອກະພາບໃນການຕົກລົງແກ້ໄຂບັນຫາຄະດີແພ່ງ; ແລະ (7). ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການຮ່ວມມືກັບຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດ ໂດຍສະເພາະບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາທຶນຮອນ, ການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະໃຫ້ໄດ້ເຂົ້າຮ່ວມຝຶກອົບຮົມ, ສໍາມະນາ, ປະຊຸມແລກປ່ຽນບົດຮຽນດ້ານວິຊາການ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານຄະນະສານແພ່ງ ແລະ ນໍາເອົາບົດຮຽນທີ່ດີ ທີ່ຕິດພັນກັບວຽກງານວິຊາສະເພາະ ໝູນໃຊ້ ແລະ ພັດທະນາວຽກງານຂອງຕົນໃຫ້ດີຂຶ້ນ.
ຂ່າວ-ພາບ: ຍຸພິນທອງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ