ກະຊວງຍຸຕິທໍາ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປີ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2025-05-03 16:55:18
ກະຊວງຍຸຕິທໍາໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປີ 2024 ຂຶ້ນໃນວັນທີ 2 ພຶດສະພານີ້ ທີ່ຫ້ອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະປະຈຳພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ໄພວີ ສີບົວລິພາ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສະຫຼຸບຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປີ 2024 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບຕໍ່ເນື້ອໃນກອງປະຊຸມດັ່ງກ່າວ ແລະ ນໍາພາຈັດຕັ້ງຜັນຂະຫຍາຍເປັນທິດທາງແຜນການຂອງຕົນ, ເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ຈຳກັດແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆກ່ຽວກັບວຽກງານຈັດຕັ້ງ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວບັນລຸຕາມຄາດໝາຍທີ່ວາງໄວ້. ເພື່ອຍູ້ແຮງຂະບວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານດັ່ງກ່າວໃຫ້ສູງຂຶ້ນກວ່າເກົ່າ.
ສະຫາຍ ຄຳເສີດ ວິລະພັນ ກຳມະການຄະນະບໍລິຫານງານພັກກະຊວງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ວ່າ: ປັດຈຸບັນທົ່ວອົງຄະນະພັກກະຊວງມີສະມາຊິກພັກທັງໝົດ 311 ສະຫາຍ ຍິງ 101 ສະຫາຍ, ສໍາຮອງ 26 ສະຫາຍ ຍິງ 9 ສະຫາຍ, ໄດ້ປັບປຸງກົງຈັກການຈັດຕັ້ງພາຍໃນພັກ ໂດຍບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ 3 ສະຫາຍ ແລະ ຮອງເລຂາໜ່ວຍພັກ 1 ສະຫາຍ ເພື່ອປ່ຽນແທນຜູ້ທີ່ຮັບອຸດໜູນບໍານານ ແນໃສ່ເຮັດໃຫ້ຮາກຖານກ່ຽວຂ້ອງສາມາດສືບຕໍ່ຊີ້ນໍາ-ນໍາພາຢ່າງເຂັ້ມແຂງ ແລະ ເປັນລະບົບຄົບຊຸດ, ເອົາໃຈປັບປຸງກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນໂດຍໄດ້ຊີ້ນໍາ-ນໍາພາການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກປະຈຳປີ 2023 ສໍາເລັດ, ມີໜ່ວຍພັກປະເພດແຂງ 12 ໜ່ວຍພັກ, ກາງ 2 ໜ່ວຍພັກ, ສະມາຊິກພັກປະເພດແຂງ 248 ສະຫາຍ, ກາງ 21 ສະຫາຍ ພ້ອມທັງຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024, ສໍາເລັດການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກປະຈຳປີ 2024 ໂດຍພື້ນຖານ; ກົງຈັກການຈັດຕັ້ງຂອງກະຊວງຍຸຕິທຳມີ 11 ຫົວໜ່ວຍຂຶ້ນກັບ ປະກອບດ້ວຍ 8 ກົມ, 1 ຫ້ອງການ, 1 ສູນ 1 ສະຖາບັນຍຸຕິທໍາແຫ່ງຊາດ ແລະ ກົງຈັກຊ່ວຍວຽກມີ 59 ພະແນກ ແລະ ທຽບເທົ່າ; ຂະແໜງທີ່ຂຶ້ນກັບສະຖາບັນຍຸຕິທຳແຫ່ງຊາດບັນດາສາຂາມີ 26 ຂະແໜງ. ສໍາເລັດການປັບປຸງ ແລະ ສໍາເລັດການປະກາດການສ້າງກອງປະຕິບັດຄໍາຕັດສິນຂອງສານຢູ່ 5 ແຂວງ (ນະຄອນ ຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ) ແລະ ຫ້ອງປະຕິບັດປະຈຳເມືອງຢູ່ 11 ເມືອງໃຫ້ຂຶ້ນກັບການຄຸ້ມຄອງຂອງກະຊວງຍຸຕິທຳ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ບຸນຕອມ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ