ປະທານ ສນຊ ເນັ້ນ 4 ບັນຫາຕໍ່ທະນາຄານຄໍາລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2025-05-03 16:47:56
ໃນໂອກາດເຂົ້າຮ່ວມກອງປະຊຸມເຜີຍແຜ່ ແລະ ປຸກລະດົມກ່ຽວກັບການເຄື່ອນໄຫວວຽກງານທະນາຄານຄໍາລາວຈໍາກັດ”(LBB)ໃນວັນທີ 2 ພຶດສະພານີ້ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ(ສນຊ)ໂດຍມີການນໍາພັກ-ລັດ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ທະນາຄານຄໍາລາວຈໍາກັດ ໄດ້ລາຍງານກ່ຽວກັບພາບລວມການດໍາເນີນທຸລະກິດ ແລະການເຄື່ອນໄຫວວຽກງານຂອງທະນາຄານຄໍາລາວຈໍາກັດໂດຍມີ 5 ເນື້ອໃນໃຫຍ່ເປັນຕົ້ນທ່າແຮງຂອງອຸດສາຫະກໍາຄໍາຂອງສປປ ລາວ; ຄວາມເປັນມາ ແລະ ໂຄງສ້າງຂອງທະນາຄານຄໍາລາວ; ພາບລວມທຸລະກິດຂອງທະນາຄານຄໍາລາວ; ການຍົກລະດັບມາດຕະຖານອຸດສາຫະກໍາຄໍາ-ການສໍາຮອງຄໍາ ແລະ ການສ້າງຕັ້ງໂຮງກັ່ນຫຼອມຄໍາ ແລະ ຍຸດທະສາດ, ຄາດຄະເນຜົນປະໂຫຍດຕໍ່ເສດຖະກິດຂອງປະເທດ.ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນວິໄສທັດເພື່ອສ້າງສະຖຽນລະພາບດ້ານເສດຖະກິດ-ການເງິນສ້າງໃຫ້ສປປ ລາວເປັນສູນກາງດ້ານການຄ້າຄໍາ ລໍ້າໜ້າດ້ານການກັ່ນຫຼອມ ວັດຖຸມີຄ່າໃນພາກພື້ນອາຊີພາຍໃນ 5 ປີຕໍ່ໜ້າ ທັງເປັນພາລະກິດເສີມຂະຫຍາຍຄວາມໂປ່ງໃສຂອງຕະຫຼາດ, ການປະຕິບັດທີ່ດີທີ່ສຸດຂອງສາກົນໃນການຊື້-ຂາຍຄໍາ ລະຫວ່າງນັກລົງທຶນ ແລະ ບັນດາຜູ້ມີສ່ວນຮ່ວມໃນຕະຫຼາດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໄດ້ຮັບຟັງການອະທິບາຍຊີ້ແຈງຈາກທ່ານ ຈັນທອນ ສິດທິໄຊ.
ໂອກາດນີ້, ທ່ານປະທານ ສນຊ ໄດ້ໃຫ້ກຽດໂອ້ລົມໂດຍເນັ້ນໜັກ4 ເນື້ອໃນຈິດໃຈຕໍ່ທະນາຄານຄໍາລາວ ເປັນຕົ້ນ:1) ການເຜີຍແຜ່ຊຸກຍູ້ ແລະ ປຸກລະດົມແນວຄິດຂອງປະຊາຊົນລາວບັນດາເຜົ່າ ເພື່ອເຂົ້າຮ່ວມໃນວຽກງານຂອງທະນາຄານຄໍາລາວນີ້ແມ່ນເປົ້າໝາຍສໍາຄັນຫຼາຍ ຊຶ່ງພວກເຮົາຕ້ອງເຂົ້າໃຈເອກະພາບໄປທິດທາງດຽວ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ຕໍ່ຈຸດປະສົງການສ້າງຕັ້ງທະນາຄານຄໍາລາວ; 2) ຜ່ານການຈັດຕັ້ງປະຕິບັດຂອງທະນາຄານຄໍາມາໃນໄລຍະໜຶ່ງເຫັນວ່າມີຄວາມຄືບໜ້າໃນການຊື້-ຂາຍຄໍາ. ສະນັ້ນໃຫ້ພ້ອມກັນສືບຕໍ່ປຸກລະດົມໂຄສະນາເພື່ອກະຕຸ້ນເສດຖະກິດຂອງສປປ ລາວ, ພວກເຮົາໄດ້ສ້າງຕັ້ງທະນາຄານຄໍາແລ້ວ ການຈໍາໜ່າຍຄໍາຕໍ່ໄປນີ້ຕ້ອງໄດ້ປະຕິບັດໄປຕາມແຜນຍຸດທະສາດ, ແຜນວຽກ ວິໄສທັດທີ່ພັກ-ລັດ ແລະ ທະນາຄານຄໍາວາງອອກເພື່ອບັນລຸຜົນ;3) ພວກເຮົາໃນນາມການນໍາອົງການແນວລາວສ້າງຊາດແຕ່ລະຂັ້ນ, ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດຕ້ອງໄດ້ສະໜັບສະໜູນດ້ານນະໂຍບາຍຂອງທະນາຄານເປັນຕົ້ນ ຈົ່ງພາກັນເຂົ້າໃຈຕໍ່ວິໄສທັດ, ຈຸດປະສົງ, ດ້ານເນື້ອໃນ, ທິດທາງ ແລະ ແຜນວຽກຂອງທະນາຄານຄໍາລາວ; ພວກເຮົາຈະໄດ້ພ້ອມກັນເຂົ້າຮ່ວມຊື້-ຂາຍ ຫຼືໃຊ້ບໍລິການທະນາຄານຄໍາ, ເປັນສະມາຊິກໃຫ້ຫຼາຍຂຶ້ນເພື່ອໃຫ້ທະນາຄານເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ;4) ໃນນາມສ່ວນຕົວໄດ້ຕິດຕາມເບິ່ງກຸ່ມບໍລິສັດພົງສະຫວັນ ຂໍສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນທີ່ມີຄວາມກ້າຫານສ້າງອັນໃໝ່ໃຫຍ່ໂຕ ແລະ ທັນສະໄໝ ຈາກການຜັນຂະຫຍາຍແນວຄິດຂອງກົມການເມືອງສູນກາງພັກກ່ຽວກັບ 9 ມາດຕະການໃນການແກ້ໄຂບັນຫາເສດຖະກິດ-ການເງິນຢ່າງເປັນຮູບປະທໍາ.
ຂ່າວ-ພາບ: ລີ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ