ລາວ-ຫວຽດນາມສຶບຕໍ່ຮ່ວມມືກັນໃນຂົງເຂດວຽກງານ ໄອຊີທີ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 58 ຄັ້ງ | ເວລາ | 2024-12-22 00:00:00
ອີງຕາມການເຊື້ອເຊີນ ຂອງ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຫ່ງ ສປປລາວ, ໃນວັນທີ 12 ມີນາ 2019 ທ່ານ ຫງຽນ ແມງ ຮຸ່ງ ລັດຖະມົນຕີ ກະຊວງ ຂໍ້ມູນຂ່າວສານ ແລະ ການສື່ສານ (MIC) ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງສອງກະຊວງ ໂດຍລັດຖະບານ ແຫ່ງ ສປປ ລາວ ກໍ່ຄື ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນ ຂອງບົດບາດວຽກງານ ໂທລະຄົມມະນາຄົມ ແລະ ICT ເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ໃນລະດັບສາກົນ.
ທ່ານ ປອ ທັນສະໄຫມ ກົມມະສິດ, ລັດຖະມົນຕີ ກະຊວງ ປທສ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງ ທ່ານ ຫງຽນ ແມງ ຮຸ່ງ ເຊິ່ງໃນຊຸມປີທີ່ຜ່ານມາ ກະຊວງ ປທສ ກໍ່ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ນຳ ສສ ຫວຽດນາມ ຫຼາຍຄັ້ງ. ການຮ່ວມມື ລະຫວ່າງ ສອງກະຊວງ ແມ່ນມີຢ່າງຕໍ່ເນື່ອງ ແລະ ຫຼາຍລະດັບ ເປັນຕົ້ນ: ການຮ່ວມມື ລະຫວ່າງ ສູນອິນເຕີເນັດແຫ່ງຊາດ (LANIC) ແລະ ສູນເຄືອຂ່າຍຂໍ່້ມູນຂ່າວສານ (VNNIC) ສສ.ຫວຽດນາມ ໃນວຽກງານ ການຄຸ້ມຄອງອິນເຕີເນັດສູງສຸດແຫ່ງຊາດ ການໃຫ້ທຶນການສຶກສາ. ນອກຈາກການຮ່ວມມື ສອງຝ່າຍແລ້ວ ທັງສອງກະຊວງ ກໍ່ໄດ້ ມີການຮ່ວມມືໃນຂົງວຽກງານ ໂທລະຄົມມະນາຄົມ ແລະ ICT ລະດັບອາຊຽນ ໃນນາມ ຕົວແທນຜູ້ຮັບຜິດຊອບຢ່າງເປັນທາງການຂອງຂະແໜງການໃນອາຊຽນ.
ໃນການມາຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (E-government) ແລະ VNPT Group, ລະຫວ່າງ ສູນລາວເຊີດ ແລະ ອົງການຄຸ້ມຄອງ ຄວາມປອດໄພຂໍ້ມູນຂ່າວສານ ກະຊວງ MIC ສສ ຫວຽດນາມ ແລະ ລະຫວ່າງ ໄປສະນີ ຂອງສອງປະເທດ, ພ້ອມນັ້ນ ຍັງຂໍແລກປ່ຽນບົດຮຽນ ແລະ ຂໍການສະໜັບສະໜູນ ໃນການກະກຽມທີ່ລາວຈະເປັນເຈົ້າພາບ TELMIN19 ໃນເດືອນ ຕຸລາ 2019 ແລະ ເພື່ອຍົກລະດັບພະນັກງານ, ຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ດ້ານ ໂທລະຄົມມະນາຄົມ ແລະ ICT ໂດຍສະເພາະດ້ານການຄຸ້ມຄອງ ແລະ ພັດທະນາ ວຽກງານ ICT.
ສຳລັບ ສປປ ລາວ ການພັດທະນາ ວຽກງານ ໂທລະຄົມມະນາຄົມ ແລະ ICT ຍັງປະເຊີນກັບ ສິ່ງທ້າທາຍ ຫຼາຍດ້ານ ແລະ ມີຄວາມຈຳເປັນ ຕ້ອງມີການ ແລກປ່ຽນບົດຮຽນ ແລະ ປະສົບການກັບ ບັນດາປະເທດ ທັງພາກພື້ນ ແລະ ສາກົນ ເພື່ອນຳມາດັດປັບ ໝູນໃຊ້ເຂົ້າໃນການ ພັດທະນາວຽກງານ ໂທລະຄົມມະນາຄົມ ແລະ ICT ໃຫ້ມີປະສິດທິຜົນ ແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຫຼາຍຂຶ້ນກວ່າເກົ່າ, ທັງສ້າງເງື່ອນໄຂ ໃຫ້ ສປປ ລາວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ
ໃນໂອກາດທີ່ທ່ານ ລັດຖະມົນກະຊວງຖະແຫລງຂ່າວ ແລະ ການສ່ືສານ ຂອງ ສສ ຫວຽດນາມ ມາຢ້ຽມຢາມລາວໃນຄັ້ງນີ້ ທ່ານ ລັດຖະມົນຕີ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂຳນັບ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ