ສະຫຼອງ50 ປີ ການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດສຳລັບເດັກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 124 ຄັ້ງ | ເວລາ | 2024-12-24 00:00:00
ພິທີສະເຫຼີມສະຫຼອງ 50 ປີ ການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດສຳລັບເດັກ-ການສົ່ງເສີມສິດທິເດັກ ໄດ້ຈັດຂຶ້ນໃນວັນທີ 22 ພະ
ຈິກນີ້ທີ່ ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ເພຍ ເຣເບີໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ລາວ, ມີບັນດາທ່ານລັດຖະມົນຕີ, ບັນດາທ່ານເອກອັກຄະລັດຖະທູດ ປະເທດເພື່ອນມິດ ປະຈໍາ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ຕົວແທນເດັກ ແລະ ໄວໜຸ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ອົງການອຸຍນີເຊັບແມ່ນຄູ່ຮ່ວມພັດທະນາໜຶ່ງທີ່ສໍາຄັນ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເລີ່ມແຕ່ປີ 1973 ຈົນຮອດປັດຈຸບັນ. ຜົນສໍາເລັດທີ່ພົ້ນເດັ່ນອັນໜຶ່ງແມ່ນການຈັດກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທຳອິດ ຢູ່ ສປປ ລາວ ໃນເດືອນພຶດສະພາ 2023 ຜ່ານມາ ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນຈາກອົງການອຸຍນີເຊັບ ຮ່ວມກັບທະນາຄານໂລກ ພ້ອມສະແດງຄວາມຂອບໃຈມາຍັງ ບັນດາຄູ່ຮ່ວມພັດທະນາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລວມທັງສອງວາລະແຫ່ງຊາດຢ່າງຕັ້ງໜ້າເພື່ອພັດທະນາ ສປປ ລາວ ໃນໄລຍະຜ່ານມາເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສຳເລັດ, ສືບຕໍ່ມີການພັດທະນາ ແລະ ຄວາມຄືບໜ້າຫຼາຍດ້ານເປັນຕົ້ນຂົງເຂດສັງຄົມເຊັ່ນ: ຂະແໜງການສຶກສາ ໄດ້ມີບາດກ້າວຂະຫຍາຍຕົວດີສົມຄວນເປັນຕົ້ນອັດຕາເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາຈາກ 40% ໃນປີ 1973 ໄດ້ເພີ່ມຂຶ້ນຫຼາຍກວ່າ 95% ໃນປັດຈຸບັນ ພ້ອມກັບການເພີ່ມຂຶ້ນຂອງຈຳນວນໂຮງຮຽນປະຖົມຂອງລັດຈາກ 3.600 ເພີ່ມມາເປັນ 9.000 ກວ່າແຫ່ງ. ໃນນັ້ນ, ກໍາລັງການສິດສອນໄດ້ເພີ່ມຂຶ້ນຈາກ 8.000 ຄົນ ມາເປັນ 33.799 ຄົນ. ໃນນັ້ນ, ໄປຄຽງຄູ່ກັບການເຕີບໂຕດ້ານປະລິມານດັ່ງກ່າວ ສປປ ລາວ ໄດ້ສຸມໃສ່ການຍົກສູງຄຸນນະພາບການສຶກສາ ໂດຍຜ່ານການສ້າງຄູ-ອາຈານ, ປັບປຸງຫຼັກສູດ ແລະ ການເຊື່ອມໂຍງເຕັກໂນໂລຊີການສຶກສາໃໝ່ໆ. ນອກຈາກນັ້ນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍໄດ້ຖືກຍົກລະດັບໃຫ້ເທົ່າທຽມສາກົນ; ປັດຈຸບັນອັດຕາເຂົ້າຮຽນສຸດທິຂອງເດັກຍິງ-ຊາຍ ເທົ່າກັບ 95% ໃນລະດັບປະຖົມ; ສຳລັບຂະແໜງສາທາລະນະສຸກ ໄດ້ມີຄວາມຄືບໜ້າຫຼາຍດ້ານເປັນຕົ້ນຈາກທີ່ມີໂຮງໝໍພຽງ 16 ແຫ່ງ, ໂຮງໝໍນ້ອຍ 6 ແຫ່ງ ແລະ ຈຸດຈຳໜ່າຍຢາ 148 ແຫ່ງ ໃນປີ 1973. ປັດຈຸບັນ ສປປ ລາວ ມີໂຮງໝໍແຂວງ 18 ແຫ່ງ ແລະ ໂຮງໝໍນ້ອຍ 1.075 ແຫ່ງ ພ້ອມດ້ວຍໂຮງໝໍຊຸມຊົນ ແລະ ສູນກາງ, ມີຈໍານວນບຸກຄະລາກອນ ໃນຂະແໜງສາທາລະນະສຸກ ກໍມີການຂະຫຍາຍຕົວເຊັ່ນດຽວກັນ ຈາກທ່ານໝໍ 12 ຄົນ ໃນປີ 1976 ປັດຈຸບັນມີທ່ານໝໍ 4.336 ຄົນ, ຜະດຸງຄັນ 3.728 ຄົນ ແລະ ພະຍາບານ 4.577 ຄົນ. ຜົນໄດ້ຮັບດັ່ງກ່າວ ເປັນຄວາມກ້າວໜ້າທີ່ສໍາຄັນໃນການຫຼຸດອັດຕາການຕາຍຂອງແມ່ ຈາກ 905 ຄົນຕໍ່ 100.000 ຄົນ, ໃນປີ 1990 ຫຼຸດລົງມາເປັນພຽງແຕ່ 126 ຄົນ ໃນປີ 2022 ແລະ ການຕາຍຂອງເດັກນ້ອຍຈາກ 170 ຄົນຕໍ່ 1.000 ຄົນ ຫຼຸດລົງມາເປັນພຽງ 46 ຄົນຕໍ່ 1.000 ຄົນ, ອັດຕາການປົກຄຸມການສັກຢາພູມຄຸ້ມກັນໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 30% ເປັນຫຼາຍກວ່າ 90% ສໍາລັບພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນເປັນສ່ວນຫຼາຍ.
ຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດ ຂອບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊັບໄລຍະ 2002-2006 ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຂອງ ສປປ ລາວ. ໃນນັ້ນ, ການລິເລີ່ມໂຄງການປົກປ້ອງເດັກ ໄດ້ຍົກລະດັບຄວາມເຂົ້າໃຈກ່ຽວກັບບັນຫາການປົກປ້ອງເດັກເພີ່ມຂຶ້ນ ແລະ ເຮັດໃຫ້ການແກ້ໄຂບັນຫາທີ່ສໍາຄັນມີຄວາມຄືບໜ້າດີຂຶ້ນເຊັ່ນ: ການໃຊ້ຄວາມຮຸນແຮງຕໍ່ເດັກ, ໄດ້ມີການສໍາຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍລະດັບຊາດ ແລະ ໄດ້ອອກນິຕິກໍາ ເພື່ອກຳນົດຂອບກົດໝາຍທີ່ເຂັ້ມແຂງເພື່ອປົກປ້ອງເດັກ. ການເປີດໂຕແຜນຈັດຕັ້ງປະຕິບັດແຫ່ງຊາດ ຄັ້ງທຳອິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບປົກປ້ອງເດັກ ໃນເດືອນມັງກອນ ປີ 2023 ນີ້ ໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດໜຶ່ງໃນພາກພື້ນ ທີ່ມີການວາງແຜນປົກປ້ອງເດັກຢ່າງຮອບດ້ານ. ມາຮອດປັດຈຸບັນ ເຄືອຂ່າຍກ່ຽວກັບການປົກປ້ອງເດັກ ໄດ້ຖືກສ້າງຕັ້ງຂຶ້ນຈຳນວນ 3.004 ເຄືອຄ່າຍ, ຄະນະກໍາມະການປະສານງານ ດ້ານຄວາມຍຸຕິທໍາຂອງເດັກນ້ອຍໄດ້ຖືກສ້າງຕັ້ງຂຶ້ນ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການບໍລິການຄວາມຫຼາກຫຼາຍຂອງຊຸມຊົນໄດ້ຮັບການຂະຫຍາຍກວ້າງຂວາງອອກ. ຄວາມພະຍາຍາມເຫຼົ່ານີ້ ບໍ່ພຽງແຕ່ເປັນໂຕເລກເທົ່ານັ້ນ, ແຕ່ເປັນການຊີ້ໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຍືນຍົງ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍໃນການປົກປ້ອງເດັກທຸກໆຄົນ ໃນ ສປປ ລາວ. ການຮ່ວມມືກັບອົງການອຸຍນີເຊັບ ແລະ ບັນດາຄູ່ຮ່ວມພັດທະນາເປັນໂອກາດທີ່ລ້ຳຄ່າໃນການຊຸກຍູ້ການລິເລີ່ມເຫຼົ່ານີ້ ຊຶ່ງສະແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດການຮ່ວມມືກັນ ໃນໄລຍະ 50 ປີ ຜ່ານມາແມ່ນໄດ້ຮັບໝາກຜົນຢ່າງຮອບດ້ານ.
ໃນໂອກາດນີ້, ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ກ່າວວ່າ: ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາພວກເຮົາໄດ້ສ້າງຄວາມຄືບໜ້າຢ່າງໂດດເດັ່ນ ໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ໄວໜຸ່ມລາວ ເຖິງແມ່ນວ່າຍັງມີສິ່ງທ້າທາຍຫຼົງເຫຼືອຢູ່, ຄວາມພະຍາຍາມຮ່ວມຂອງພວກເຮົານັ້ນກໍໄດ້ນຳໄປສູ່ຄວາມກ້າວໜ້າອັນສຳຄັນໃນວຽກງານການປົກປ້ອງ ແລະ ສົ່ງເສີມສິດທິເດັກບໍ່ວ່າຈະເປັນສິດທິຕໍ່ສຸຂະພາບທີ່ດີ, ການເຂົ້າເຖິງການສຶກສາ, ຄວາມສຸກ, ສິດໃນການຮັບການປົກປ້ອງ, ໂພຊະນາການທີ່ດີ, ສິດໃນການເຂົ້າເຖິງນ້ຳສະອາດ ແລະ ສຸຂາພິບານແລະ ສິດທິໃນການມີສ່ວນຮ່ວມ. ການສະເຫຼີມ ສະຫຼອງຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຜົນສໍາເລັດໃນອະດີດເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນຄືນເຖີງຄຳໝັ້ນສັນຍາຂອງພວກເຮົາທີ່ມີຕໍ່ລູກຫຼານຂອງ ສປປ ລາວ ທຸກຄົນ. ດ້ວຍເຫດນີ້ຈຶ່ງເປັນສິ່ງສຳຄັນທີ່ຕ້ອງເອົາໃຈໃສ່ເອົາໄວໜຸ່ມເປັນຈຸດໃຈກາງຂອງນະໂຍບາຍ ແລະ ການລົງທຶນໃນເດັກ ແມ່ນມີຄວາມສຳຄັນທີ່ສຸດ ເພື່ອບັນລຸເປົ້າໝາຍພັດທະນາຂອງພວກເຮົາ ແລະ ປະເທດ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ວັນເພັງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ