ປທສ ເປີດສູນພັດທະນາ ແລະ ຝຶກອົບຮົມ ຊອບແວ ລາວ-ອິນເດຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 62 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີເປີດສູນພັດທະນາ ແລະ ຝຶກອົບຮົມ ລາວ-ອິນເດຍ ຂຶ້ນໃນວັນທີ 26 ພະຈິກ ຜ່ານມານີ້, ທີ່ສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (ສຕສ) ຊຶ່ງສູນດັ່ງກ່າວແມ່ນໄດ້ຮັບການຮ່ວມມືກັນລະຫວ່າງ ກະຊວງ ປທສ ແລະ ສູນ C-DAC ແຫ່ງປະເທດອິນເດຍ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຣາວີ ຊານກາ ອາຍໂຊລາ (Ravi Shankar Aisola) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດ ອິນເດຍ ປະຈໍາ ສປປ ລາວ ພ້ອມດ້ວຍຕາງໜ້າຈາກກະຊວງ ການຕ່າງປະເທດ, ກະຊວງ ແຜນການ ແລະ ການລົງທຶນ, ພະນັກງານອ້ອມຂ້າງກະຊວງ ແລະ ແຂກທີ່ຖືກເຊີນ. ພິທີເປີດສູນນີ້ ເປັນນິມິດໝາຍອັນດີ ໃຫ້ແກ່ການຮ່ວມມືຂອງສອງປະເທດ ພ້ອມນີ້, ຍັງເປັນໄລຍະເວລາດຽວກັນກັບກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ສາທາລະນະລັດອິນເດຍ ຄັ້ງທີ 9 ທີ່ກະຊວງການຕ່າງປະເທດ ໃນວັນທີ 23 ພະຈິກທີ່ຜ່ານມາ.
ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ການຮ່ວມມືກັນຂອງສອງຝ່າຍລາວ-ອິນເດຍ ໃນການປະຕິບັດໂຄງການ ທີ່ເປັນການຮ່ວມມືກັນຂອງທັງສອງຝ່າຍ ທາງດ້ານບຸກຄະລາກອນ ແລະ ງົບປະມານ ໃນການປັບປຸງ ສ່ວນໜຶ່ງຂອງຫ້ອງຮຽນໃນສະຖາບັນ ໃຫ້ກາຍມາເປັນສູນພັດທະນາ ແລະ ຝຶກອົບຮົມ ຊອບແວ ທີ່ສາມາດເປັນຕົ້ນແບບທີ່ດີໃຫ້ແກ່ການຮ່ວມມືອຶ່ນໆໃນອານາຄົດ. ຊຶ່ງມີເປົ້າໝາຍໃນການສ້າງ ແລະ ພັດທະນາບຸກຄະລາກອນ ທີ່ມີຄວາມສາມາດໃນການພັດທະນາຊອບແວລະດັບສູງ ສາມາດຕອບສະໜອງຄວາມຕ້ອງການຕົວຈິງ ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ຢ່າງຮອບດ້ານໄປຕາມຍຸກສະໄໝທີ່ມີຄວາມຮຽກຮ້ອງຕ້ອງການສູງ.
ສູນພັດທະນາ ແລະ ຝຶກອົບຮົມ ຊອບແວ ລາວ-ອິນເດຍນີ້, ແມ່ນໜຶ່ງໃນແຜນການຮ່ວມມື ລະຫວ່າງ ລາວ ແລະ ປະເທດອິນເດຍ ທີ່ໄດ້ລົງນາມ ການຕົກລົງ ໃນລະຫວ່າງວັນທີ 10 ສິງຫາ 2015 ລະຫວ່າງ ກະຊວງ ປທສ ແລະ ສູນ
C-DAC ແລ້ວກໍ່ໄດ້ເລີ່ມຕົ້ນລົງມືກໍ່ສ້າງໃນປີ 2017 ໂດຍກະຊວງ ປທສ ໄດ້ກະກຽມ ແລະ ປັບປຸງ ບັນດາຫ້ອງຕ່າງໆ ໃຫ້ໄດ້ຕາມການອອກແບບຂອງປະເທດອິນເດຍ ພ້ອມດ້ວຍປະກອບພະນັກງານ ເຂົ້າເຮັດວຽກຮ່ວມກັນໃນການຕິດຕັ້ງບັນດາເຄື່ອງອຸປະກອນ ຊຶ່ງໃນຕົ້ນເດືອນສິງຫາ ຜ່ານມານີ້ ຝ່າຍອິນເດຍກໍ່ໄດ້ສົ່ງເຄື່ອງອຸປະກອນມາຕິດຕັ້ງ ແລະ ຕົ້ນເດືອນກັນຍາກໍ່ໄດ້ສົ່ງຊ່ຽວຊານມາຕິດຕັ້ງອຸປະກອນ, ສໍາເລັດການຕິດຕັ້ງທັງໝົດໃນວັນທີ 25 ຕຸລາ ທີ່ຜ່ານມານີ້ ໂດຍມີຫ້ອງ ແລະ ອຸປະກອນປະກອບດ້ວຍ: ຫ້ອງແລັບສໍາລັບຝຶກອົບຮົມ 2 ຫ້ອງ (ຄອມພິວເຕີ 60 ໜ່ວຍ), ຫ້ອງຮຽນບັນຍາຍ 1 ຫ້ອງ, ຫ້ອງບໍລິຫານ 4 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ ແລະ ຫ້ອງເຊີບເວີ 1 ຫ້ອງ ຈຸດປະສົງຫຼັກເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງຂອງບຸກຄະລາກອນ ດ້ານຊອບແວລະດັບສູງ ໃນຂອບການຮ່ວມມືກວມເອົາຂົງເຂດດັ່ງນີ້: (1) ການສ້າງສູນພັດທະນາ ແລະ ຝຶກອົບຮົມຊອບແວ, (2)ການສ້າງບຸກຄະລາກອນ ແລະ ຄູຝຶກປະຈໍາສູນ ຢູ່ປະເທດອິນເດຍ 10 ທຶນ ແລະ ສົ່ງຊ່ຽວຊານມາປະຈໍາຢູ່ລາວ 6 ເດືອນໃນໄລຍະເລີ່ມເປີດສູນ, (3)ການຊ່ວຍເຫຼືອລ້າ ສະໜອງບັນດາອຸປະກອນໃສ່ຫ້ອງຮຽນ ແລະ ຫ້ອງທົດລອງຂອງສູນ, (4)ເພີ່ມທະວີທັກສະໃນການສິດສອນ ແລະ ສ້າງແຜນການຮຽນ-ການສອນພາຍໃນສູນ, (5)ການຮ່ວມມືອຶ່ນໆ ທີ່ທັງສອງຝ່າຍ ຕົກລົງເຫັນດີເປັນເອກະພາບກັນ ໃຫ້ມີຜົນປະໂຫຍດໃນຂະແໜງການ ໄອຊີທີ ໃຫ້ເກີດປະໂຫຍດສູງສຸດ
ຂ່າວ: ສຕສ, ປທສ.
ກວດແກ້: ຫ້ອງການ, ພະແນກປະຊາສໍາພັນ. / 27/11/2018
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ