ປທສ ສໍາມະນາຄວາມແຕກໂຕນ, ການໃຫ້ຄຳແນະນຳ, ການສົ່ງເສີມການພັດທະນາ ແລະ ນຳໃຊ້ລະບົບບໍລິການແບບທັນສະໄໝ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 58 ຄັ້ງ | ເວລາ | 2024-12-22 00:00:00
ເມື່ອບໍ່ດົນມານີ້, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ການສຶກສາຄວາມແຕກໂຕນ, ການໃຫ້ຄຳແນະນຳ, ການສົ່ງເສີມການພັດທະນາ ແລະ ນຳໃຊ້ລະບົບບໍລິການແບບທັນສະໄໝ (E-Service) ໃນກຸ່ມປະເທດອາຊຽນ ຂື້ນທີ່ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ມີຜູ້ຕາງໜ້າຈາກບັນດາສະມາຊິກປະເທດອາຊຽນ, ບັນດາກະຊວງ, ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.
ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນໜຶ່ງໃນໂຄງການ ການສຶກສາຄວາມແຕກໂຕນ, ການໃຫ້ຄຳແນະ, ນຳການສົ່ງເສີມການພັດທະນາ ແລະ ນຳໃຊ້ລະບົບບໍລິການແບບທັນສະໄໝ ໃນບັນດາປະເທດອາຊຽນ (Gap Analysis, Recommendation and Promotion on Best Practice of ASEAN e-Service Development project) ໂດຍໄດ້ຮັບອະນຸມັດ ຈາກກອງປະຊຸມຄະນະລັດຖະມົນຕີໂທລະຄົມມະນາຄົມ ຄັ້ງທີ 17 (TELMIN 17) ພາຍໃຕ້ງົບປະມານສະໜັບສະໜຸນຈາກກອງທຶນພັດທະນາວຽກງານ ICT ຂອງອາຊຽນ (ASEAN ICT Fund) ເພື່ອເປັນການທົບທວນຄືນ ແລະ ປະເມີນສະພາບການພັດທະນາລະບົບບໍລິການແບບທັນສະໄໝຂອງບັນດາປະເທດອາຊຽນ, ແລກປ່ຽນບົດຮຽນ, ປະສົບການ, ຮຽນຮູ້ ທາງດ້ານການກຳນົດລະບຽບນະໂຍບາຍ, ຜົນປະໂຫຍດທີ່ຈະໄດ້ຮັບຈາກການນຳໃຊ້ ລະບົບບໍລິການທີ່ທັນສະໄໝ (E-Service) ແລະ ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government). ພ້ອມນັ້ນ, ກໍ່ມີຊ່ຽວຊານ ແລະ ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ມານຳສະເໜີ ເຖິ່ງສະພາບປະຈຸບັນ, ປະສົບການ ແລະ ສິ່ງທີ່ໄດ້ຮຽນຮູ້ ຂອງການນຳໃຊ້ລະບົບດັ່ງກ່າວ ເພື່ອຫາທາງການແກ້ໄຂຄວາມແຕກໂຕນ. ນອກນີ້, ກໍ່ໄດ້ມີການປຶກສາຫາລື ເຖິງຄວາມເປັນໄປໄດ້ ແລະ ຜົນທີ່ຈະໄດ້ຮັບຂອງການນຳໃຊ້ລະບົບບໍລິການທີ່ທັນສະໄໝ (E-Service) ແລະ ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government) ເຂົ້າສູ່ທຸກຄົງເຂດຂອງວຽກງານ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຄົມອາຊຽນ.
ສຳລັບ ສປປ ລາວ ຂອງພວກເຮົາ ກໍ່ມີຫຼາຍພາກສ່ວນທີ່ເລີ່ມຕົ້້ນຫັນການບໍລິການໃຫ້ເປັນເອເລັກໂຕຣນິກ ແລະ ທັນສະໄໝ ກໍ່ຄື ກະຊວງ ປທສ ທີ່ກຳລັງພັດທະນາລະບົບບໍລິຫານຫ້ອງການທັນສະໄໝ (e-Office) ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກລັດໃນການຄຸ້ມຄອງ, ການຈັດເກັບເອກະສານເຂົ້າ-ອອກ, ການຈັດການກັບຕາຕະລາງເຄື່ອນໄຫວຂອງຫ້ອງການ, ລະບົບ ອີເມລ (E-Mail) ແລະ ລະບົບກອງປະຊຸມທາງໄກ (Video conference). ພ້ອມດຽວກັນນີ້, ບັນດາປະເທດທີ່ເຂົ້າຮ່ວມ ຍັງໄດ້ຂື້ນລາຍງານຄືນກ່ຽວກັບສະພາບການພັດທະນາລະບົບບໍລິການແບບດິຈິຕອນ ແລະ ທັນສະໄໝ ລວມເຖິງທິດທາງແຜນການໃນຕໍ່ໜ້າ ຂອງການພັດທະນາວຽກງານຂອງຕົນ ເຊັ່ນ: ປະເທດລາຊາອານາຈັກໄທ ແລະ ປະເທດ ສສ ຫວຽດນາມ ແຫ່ງອົງການພັດທະນາລັດຖະບານດິຈິຕອນ (Digital Government Development Agency) ກໍ່ໄດ້ນຳສະເໜີກ່ຽວກັບສະພາບການພັດທະນາ, ສົ່ງເສີມການນຳໃຊ້ລະບົບບໍລິການ ແບບທັນສະໄໝ ລວມໄປເຖິງທິດທາງແຜນການໃນຕໍ່ໜ້າທີ່ຈະຮ່ວມກັບບັນດາປະເທດອາຊຽນໃນການພັດທະນາບັນດາເຄື່ອງມື ແລະ ຕົວແບບຂອງການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກຂອງປະເທດ ສສ ຫວຽດນາມ.
ພາບ+ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ປທສ. / 27/11/2018
ກວດແກ້: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ